|
| 1 |
|
| ພີ່ນ້ອງທັງຫລາຍເອີຍ, ຕາມຄວາມເປັນຈິງແລ້ວ ຝ່າຍເຮົາຈະເວົ້າກັບພວກເຈົ້າເໝືອນເວົ້າກັບຄົນທີ່ຢູ່ຝ່າຍພຣະວິນຍານກໍບໍ່ໄດ້, ເຮົາຈຳເປັນຕ້ອງເວົ້າກັບພວກເຈົ້າ ເໝືອນເວົ້າກັບຄົນທີ່ຢູ່ຝ່າຍມະນຸດທຳມະດາ ເໝືອນດັ່ງພວກເຈົ້າເປັນເດັກນ້ອຍຝ່າຍຄວາມເຊື່ອໃນພຣະຄຣິດ. |
|
| 2 |
|
| ເຮົາໄດ້ລ້ຽງພວກເຈົ້າດ້ວຍນໍ້ານົມ ບໍ່ແມ່ນດ້ວຍອາຫານແຂງ ເພາະວ່າເມື່ອກ່ອນນັ້ນ ພວກເຈົ້າຍັງບໍ່ສາມາດຮັບໄດ້ເທື່ອ, ຈົນມາບັດນີ້ ພວກເຈົ້າກໍຍັງບໍ່ທັນສາມາດຮັບໄດ້ອີກ, |
|
| 3 |
|
| ເພາະວ່າ ພວກເຈົ້າຍັງຢູ່ຝ່າຍມະນຸດທຳມະດາ, ພວກເຈົ້າຍັງອິດສາກັນ ແລະຜິດຂ້ອງຕ້ອງຖຽງກັນຢູ່ ພວກເຈົ້າຢູ່ຝ່າຍມະນຸດທຳມະດາ ແລະບໍ່ດຳເນີນຊີວິດຕາມມະນຸດທຳມະດາບໍ? |
|
| 4 |
|
| ເພາະເມື່ອຜູ້ໜຶ່ງໃນພວກເຈົ້າເວົ້າວ່າ, “ຂ້າພະເຈົ້າຢູ່ຝ່າຍໂປໂລ” ຜູ້ໜຶ່ງອີກເວົ້າວ່າ, “ຂ້າພະເຈົ້າຢູ່ຝ່າຍອາໂປໂລ” ພວກເຈົ້າບໍ່ໄດ້ເປັນພຽງແຕ່ມະນຸດທຳມະດາບໍ? |
|
| 5 |
|
| ຖ້າດັ່ງນັ້ນ ອາໂປໂລແມ່ນຜູ້ໃດ? ແລະ ໂປໂລແມ່ນຜູ້ໃດ? ກໍເປັນພຽງແຕ່ຜູ້ຮັບໃຊ້ຂອງພຣະເຈົ້າ ທີ່ໄດ້ນຳພວກເຈົ້າໃຫ້ເຊື່ອເທົ່ານັ້ນ, ພວກເຮົາແຕ່ລະຄົນ ຮັບໃຊ້ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ມອບໝາຍໃຫ້. |
|
| 6 |
|
| ເຮົາເປັນຜູ້ປູກ, ອາໂປໂລເປັນຜູ້ຫົດນໍ້າ, ແຕ່ແມ່ນພຣະເຈົ້າທີ່ເປັນຜູ້ເຮັດໃຫ້ໃຫຍ່ຂຶ້ນ. |
|
| 7 |
|
| ຜູ້ປູກກັບຜູ້ຫົດນໍ້າກໍບໍ່ສຳຄັນຢ່າງໃດ, ແມ່ນພຣະເຈົ້າເທົ່ານັ້ນທີ່ເປັນຜູ້ສຳຄັນ ເພາະພຣະອົງເປັນຜູ້ເຮັດໃຫ້ໃຫຍ່ຂຶ້ນ. |
|
| 8 |
|
| ຜູ້ປູກກັບຜູ້ຫົດນໍ້າກໍເປັນພວກດຽວກັນ, ແຕ່ລະຄົນຈະໄດ້ຮັບລາງວັນຕາມການງານທີ່ຕົນໄດ້ເຮັດນັ້ນ. |
|
| 9 |
|
| ດ້ວຍວ່າ, ພວກເຮົາເປັນຜູ້ຮ່ວມກັນທຳງານຂອງພຣະເຈົ້າ ແລະພວກເຈົ້າເປັນໄຮ່ນາຂອງພຣະເຈົ້າ. ພວກເຈົ້າກໍເປັນຕຶກຂອງພຣະເຈົ້າເໝືອນກັນ. |
|
| 10 |
|
| ໂດຍພຣະຄຸນທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ເຮົານັ້ນ, ເຮົາໄດ້ວາງຮາກລົງເໝືອນນາຍຊ່າງຜູ້ຊຳນານ ແລະຄົນອື່ນກໍມາກໍ່ຂຶ້ນເທິງຮາກຖານນັ້ນ, ແຕ່ທຸກຄົນ ຈົ່ງລະວັງໃຫ້ດີວ່າຈະກໍ່ຂຶ້ນຢ່າງໃດ. |
|
| 11 |
|
| ດ້ວຍວ່າ, ຜູ້ໃດຈະວາງຮາກອື່ນອີກບໍ່ໄດ້ ນອກຈາກຮາກທີ່ວາງໄວ້ແລ້ວນັ້ນ ຄືພຣະເຢຊູຄຣິດເຈົ້າ. |
|
| 12 |
|
| ຖ້າຜູ້ໃດຈະເອົາຄຳ ຫລືເງິນ ຫລືເພັດພອຍ ຫລືໄມ້ ຫລືຫຍ້າແຫ້ງ ຫລືເຟືອງກໍດີ ມາກໍ່ຂຶ້ນເທິງຮາກຖານນັ້ນ. |
|
| 13 |
|
| ການງານຂອງແຕ່ລະຄົນ ກໍຈະປາກົດໃຫ້ເຫັນແຈ່ມແຈ້ງໃນວັນນັ້ນ. ດ້ວຍວ່າ, ໃນວັນນັ້ນ ໄຟຈະເປີດເຜີຍການງານຂອງທຸກຄົນ ໄຟນັ້ນຈະທົດລອງເບິ່ງວ່າ ການງານຂອງທຸກຄົນເປັນຢ່າງໃດ. |
|
| 14 |
|
| ຖ້າການງານຂອງຜູ້ໃດ ກໍ່ຂຶ້ນເທິງຮາກຖານນັ້ນທົນຢູ່ໄດ້ ຜູ້ນັ້ນກໍຈະໄດ້ຮັບບຳເໜັດ. |
|
| 15 |
|
| ແຕ່ຖ້າການງານຂອງຜູ້ໃດ ຖືກເຜົາໄໝ້ເສຍ ຜູ້ນັ້ນກໍຈະຂາດບຳເໜັດ, ແຕ່ຕົນເອງກໍຈະໄດ້ພົ້ນ ແຕ່ເໝືອນຜ່ານພົ້ນໄຟ. |
|
| 16 |
|
| ພວກເຈົ້າບໍ່ຮູ້ບໍວ່າ, ພວກເຈົ້າເປັນວິຫານຂອງພຣະເຈົ້າ ແລະພຣະວິນຍານຂອງພຣະເຈົ້າ ກໍສະຖິດຢູ່ໃນພວກເຈົ້າ. |
|
| 17 |
|
| ຖ້າຜູ້ໃດທຳລາຍວິຫານຂອງພຣະເຈົ້າ ພຣະອົງກໍຈະທຳລາຍຜູ້ນັ້ນ. ດ້ວຍວ່າ, ວິຫານຂອງພຣະເຈົ້າເປັນທີ່ບໍຣິສຸດສັກສິດ ແລະພວກເຈົ້ານັ້ນແຫຼະ ເປັນວິຫານຂອງພຣະອົງ. |
|
| 18 |
|
| ຢ່າມົວແຕ່ຫລອກລວງຕົນເອງຢູ່ເລີຍ, ຖ້າຜູ້ໃດໃນທ່າມກາງຂອງພວກເຈົ້າ ຄິດວ່າຕົນມີປັນຍາໃນສະໄໝນີ້ ຈົ່ງໃຫ້ຜູ້ນັ້ນຍອມເປັນຄົນໂງ່ ເພື່ອຈະໄດ້ເປັນຜູ້ມີປັນຍາຢ່າງແທ້ຈິງ. |
|
| 19 |
|
| ດ້ວຍວ່າ, ປັນຍາຂອງໂລກນີ້ ກໍເປັນຄວາມໂງ່ຕໍ່ສາຍຕາຂອງພຣະເຈົ້າ ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າຈັບຄົນມີປັນຍາດ້ວຍອຸບາຍຂອງເຂົາເອງ.” |
|
| 20 |
|
| ແລະຍັງມີຄຳຂຽນໄວ້ໃນພຣະຄຳພີອີກວ່າ, “ອົງພຣະຜູ້ເປັນເຈົ້າຮູ້ຄວາມຄິດຂອງຄົນມີປັນຍານັ້ນວ່າ ເປັນຂອງໄຮ້ປະໂຫຍດ.” |
|
| 21 |
|
| ດັ່ງນັ້ນ ຢ່າໃຫ້ຜູ້ໃດຍົກມະນຸດຂຶ້ນມາອວດ. ດ້ວຍວ່າ, ສິ່ງສາລະພັດກໍເປັນຂອງພວກເຈົ້າແລ້ວ, |
|
| 22 |
|
| ເຖິງວ່າໂປໂລ ຫລືອາໂປໂລ ຫລືເປໂຕ ຫລືໂລກ ຫລືຊີວິດ ຫລືຄວາມຕາຍ ຫລືປະຈຸບັນ ຫລືອະນາຄົດກໍດີ ສິ່ງສາລະພັດເຫຼົ່ານັ້ນ ກໍເປັນຂອງພວກເຈົ້າ, |
|
| 23 |
|
| ແລະພວກເຈົ້າເປັນຂອງພຣະຄຣິດ ແລະພຣະຄຣິດຊົງເປັນຂອງພຣະເຈົ້າ. |
|
|
|
|