|
| 1 |
|
| ໃຫ້ທຸກຄົນຖືວ່າ ພວກເຮົາເປັນຜູ້ຮັບໃຊ້ຂອງພຣະຄຣິດ ທັງເປັນຜູ້ປ້ອງກັນຮັກສາຄວາມຈິງອັນເລິກລັບຂອງພຣະເຈົ້າ. |
|
| 2 |
|
| ຜູ້ຮັບຜິດຊອບປ້ອງກັນຮັກສາຕ້ອງເປັນຄົນສັດຊື່. |
|
| 3 |
|
| ສຳລັບເຮົາແລ້ວ ການທີ່ພວກເຈົ້າ ຫລືມະນຸດຄົນໃດ ຈະຕັດສິນເຮົານັ້ນ ຖືວ່າເປັນເລື່ອງເລັກນ້ອຍ, ເຖິງແມ່ນວ່າ ເຮົາເອງກໍບໍ່ໄດ້ຕັດສິນຕົວເຮົາ. |
|
| 4 |
|
| ເພາະເຮົາບໍ່ຮູ້ວ່າ ເຮົາເຮັດຜິດອັນໃດ ເຖິງປານນັ້ນກໍບໍ່ພົ້ນຈາກການພິພາກສາຕັດສິນ ຜູ້ທີ່ຈະພິພາກສາຕົວເຮົານັ້ນ ແມ່ນອົງພຣະຜູ້ເປັນເຈົ້າ. |
|
| 5 |
|
| ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ. |
|
| 6 |
|
| ພີ່ນ້ອງທັງຫລາຍເອີຍ, ທີ່ເຮົາໄດ້ນຳເອົາເລື່ອງອາໂປໂລ ແລະເຮົາເອງມາກ່າວເປັນຕົວຢ່າງ ກໍເພື່ອຜົນປະໂຫຍດຂອງພວກເຈົ້າ ທີ່ຈະຮຽນຮູ້ເອົາຕາມແບບຢ່າງຂອງພວກເຮົາ ຄືຢ່າອອກນອກຂອບເຂດພຣະຄຳພີ, ຢ່າໃຫ້ຜູ້ໃດຜູ້ໜຶ່ງໃນພວກເຈົ້າມີໃຈຈອງຫອງ ໂດຍຍົກຜູ້ໜຶ່ງຂຶ້ນ ແລະຂົ່ມຜູ້ໜຶ່ງລົງ. |
|
| 7 |
|
| ຜູ້ໃດເຮັດໃຫ້ເຈົ້າຕ່າງຈາກຄົນອື່ນໆ ຫລືມີສິ່ງໃດທີ່ເຈົ້າບໍ່ໄດ້ຮັບ, ຖ້າເຈົ້າໄດ້ຮັບແລ້ວ ເປັນຫຍັງເຈົ້າຈຶ່ງອວດເໝືອນກັບວ່າເຈົ້າບໍ່ໄດ້ຮັບເລີຍ? |
|
| 8 |
|
| ພວກເຈົ້າມີທຸກສິ່ງທີ່ພວກເຈົ້າຕ້ອງການແລ້ວໜໍ ພວກເຈົ້າຮັ່ງມີບໍຣິບູນແລ້ວໜໍ ພວກເຈົ້າຂຶ້ນເປັນກະສັດແລ້ວ, ທັງໆທີ່ພວກເຮົາຍັງບໍ່ໄດ້ເປັນ ເຮົາກໍຢາກໃຫ້ພວກເຈົ້າເປັນກະສັດແທ້ໆ ເພື່ອວ່າພວກເຮົາຈະໄດ້ເປັນກະສັດຮ່ວມກັນກັບພວກເຈົ້າ. |
|
| 9 |
|
| ເພາະເຮົາຄິດເຫັນວ່າ, ພຣະເຈົ້າໄດ້ວາງພວກເຮົາຜູ້ເປັນອັກຄະສາວົກໃຫ້ຢູ່ຫລ້າສຸດ, ໃຫ້ເປັນດັ່ງຄົນທີ່ຖືກລົງໂທດເຖິງຕາຍຕໍ່ໜ້າສາທາລະນະຊົນ ແລະເປັນຕົວລະຄອນໃຫ້ຈັກກະວານ, ໃຫ້ຝູງເທວະດາ ແລະໃຫ້ມະນຸດເບິ່ງ. |
|
| 10 |
|
| ພວກເຮົາເປັນຄົນໂງ່ ເພາະເຫັນແກ່ພຣະຄຣິດ, ແຕ່ພວກເຈົ້າເປັນຄົນມີປັນຍາໃນພຣະຄຣິດ ພວກເຮົາເປັນຜູ້ອ່ອນແຮງ, ແຕ່ພວກເຈົ້າເປັນຜູ້ແຂງແຮງ ພວກເຈົ້າມີກຽດ, ແຕ່ເຮົາບໍ່ມີກຽດ. |
|
| 11 |
|
| ຈົນເຖິງປະຈຸບັນນີ້ ພວກເຮົາກໍຍັງອຶດເຂົ້າ, ຢາກນໍ້າ, ຂາດເຄື່ອງນຸ່ງຫົ່ມ, ຖືກຕົບຕີ ແລະບໍ່ມີບ່ອນພັກພາອາໄສເປັນຫຼັກແຫຼ່ງ, |
|
| 12 |
|
| ພວກເຮົາຍັງອົດສາຫາລ້ຽງຊີບຕົນເອງ ໂດຍເຮັດວຽກຢ່າງໜັກໜ່ວງ. ເມື່ອຖືກປ້ອຍດ່າ ພວກເຮົາກໍອວຍພອນ ເມື່ອຖືກຂົ່ມເຫັງ ພວກເຮົາກໍອົດທົນເອົາ, |
|
| 13 |
|
| ເມື່ອຖືກນິນທາປະໝາດ ພວກເຮົາກໍຊອກຫາທາງປອງດອງ ພວກເຮົາເປັນເໝືອນຂີ້ເຫຍື້ອຂອງໂລກ ພວກເຮົາເປັນເໝືອນຂອງເສດເຫລືອຈາກສິ່ງສາລະພັດທີ່ໂລກເລືອກຖິ້ມຈົນເຖິງບັດນີ້. |
|
| 14 |
|
| ເຮົາບໍ່ໄດ້ຂຽນຂໍ້ຄວາມເຫຼົ່ານີ້ເຖິງພວກເຈົ້າ ເພື່ອໃຫ້ພວກເຈົ້າອັບອາຍ, ແຕ່ເພື່ອເຕືອນສະຕິພວກເຈົ້າ ໃນຖານະເປັນລູກທີ່ຮັກຂອງເຮົາ. |
|
| 15 |
|
| ເຖິງແມ່ນວ່າ ຊີວິດໃນພຣະຄຣິດ ພວກເຈົ້າມີຜູ້ຄວບຄຸມດູແລເປັນສິບພັນຄົນກໍຕາມ, ແຕ່ພວກເຈົ້າກໍມີພໍ່ຄົນດຽວເທົ່ານັ້ນ ເພາະຊີວິດໃນພຣະເຢຊູຄຣິດເຈົ້ານັ້ນ, ເຮົາໄດ້ໃຫ້ກຳເນີດພວກເຈົ້າໂດຍຂ່າວປະເສີດ. |
|
| 16 |
|
| ດັ່ງນັ້ນ ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ປະຕິບັດຕາມແບບຢ່າງຂອງເຮົາ. |
|
| 17 |
|
| ເພາະດ້ວຍເຫດນີ້ ເຮົາຈຶ່ງໄດ້ໃຊ້ຕີໂມທຽວ ລູກທີ່ຮັກຂອງເຮົາ ຜູ້ເປັນຄົນສັດຊື່ໃນອົງພຣະຜູ້ເປັນເຈົ້າໃຫ້ມາຫາພວກເຈົ້າ. ລາວຈະຊ່ວຍເຕືອນພວກເຈົ້າ ເຖິງຫລັກການດຳເນີນຊີວິດໃນພຣະເຢຊູຄຣິດເຈົ້າ ຕາມທີ່ເຮົາເຄີຍສັ່ງສອນໃນຄຣິສຕະຈັກຕ່າງໆ. |
|
| 18 |
|
| ມີບາງຄົນໃນພວກເຈົ້າອວດຕົວຂຶ້ນເໝືອນກັບວ່າ ເຮົາຈະບໍ່ມາຫາພວກເຈົ້າ. |
|
| 19 |
|
| ແຕ່ຖ້າອົງພຣະຜູ້ເປັນເຈົ້າຊົງພໍພຣະໄທ ເຮົາຈະມາຫາພວກເຈົ້າໃນບໍ່ຊ້ານີ້ ແລະເຮົາຈະໄດ້ຢັ່ງຮູ້ ບໍ່ແມ່ນຄຳເວົ້າຂອງຄົນອວດຕົວຂຶ້ນເທົ່ານັ້ນ, ແຕ່ທັງຣິດອຳນາດຂອງເຂົາດ້ວຍ. |
|
| 20 |
|
| ເພາະວ່າອານາຈັກຂອງພຣະເຈົ້າ ບໍ່ແມ່ນເລື່ອງຄຳເວົ້າ, ແຕ່ແມ່ນເລື່ອງຣິດອຳນາດ. |
|
| 21 |
|
| ພວກເຈົ້າຕ້ອງການອັນໃດ? ຈະຕ້ອງໃຫ້ເຮົາຖືໄມ້ແສ້ມາຫາພວກເຈົ້າ ຫລືຈະໃຫ້ເຮົາມາດ້ວຍຄວາມຮັກ ແລະດ້ວຍໃຈອ່ອນສຸພາບ? |
|
|
|
|