|
| 1 |
|
| ມີຂ່າວເລົ່າລືກັນທົ່ວໄປວ່າ ໃນທ່າມກາງພວກເຈົ້ານັ້ນ, ມີການຜິດຊາຍຍິງອັນໜັກໜ່ວງຫລາຍ ແມ່ນແຕ່ໃນພວກຕ່າງຊາດ ກໍບໍ່ເຄີຍມີເລີຍ ຄືມີຊາຍຄົນໜຶ່ງໄດ້ເອົາແມ່ນ້າຂອງຕົນມາເປັນເມຍ |
|
| 2 |
|
| ແຕ່ເຖິງປານນັ້ນ ພວກເຈົ້າກໍຍັງອວດຕົວຂຶ້ນ ແທນທີ່ຈະເປັນທຸກຮ້ອນໃຈ ແລະຄົນຢ່າງນັ້ນຄວນຖືກຂັບໄລ່ອອກຈາກພວກເຈົ້າໄປເສຍ. |
|
| 3 |
|
| ເຖິງແມ່ນວ່າ ເຮົາບໍ່ໄດ້ຢູ່ກັບພວກເຈົ້າທາງກາຍ, ແຕ່ທາງໃຈຂອງເຮົາກໍຢູ່ກັບພວກເຈົ້າ ເຮົາໄດ້ຕັດສິນລົງໂທດຜູ້ທີ່ປະພຶດຜິດຢ່າງນັ້ນ ເໝືອນດັ່ງເຮົາຢູ່ທ່າມກາງພວກເຈົ້າ. |
|
| 4 |
|
| ເມື່ອພວກເຈົ້າມາປະຊຸມກັນ ໃນພຣະນາມອົງພຣະເຢຊູເຈົ້າ ແລະໃຈຂອງເຮົາກໍຮ່ວມຢູ່ດ້ວຍ ພ້ອມທັງຣິດອຳນາດຂອງອົງພຣະເຢຊູເຈົ້າຂອງພວກເຮົາ. |
|
| 5 |
|
| ພວກເຈົ້າຈົ່ງມອບຊາຍຄົນນີ້ໄວ້ໃຫ້ມານຊາຕານທຳລາຍເນື້ອກາຍ ເພື່ອໃຫ້ຈິດວິນຍານຂອງລາວໄດ້ພົ້ນ ໃນວັນຂອງອົງພຣະຜູ້ເປັນເຈົ້າ. |
|
| 6 |
|
| ການທີ່ພວກເຈົ້າອວດອ້າງນັ້ນ ບໍ່ເປັນການດີເລີຍ ພວກເຈົ້າກໍຮູ້ວ່າ ເຊື້ອແປ້ງແຕ່ໜ້ອຍດຽວ ກໍເຮັດໃຫ້ແປ້ງນວດຟູຂຶ້ນທັງກ້ອນໄດ້. |
|
| 7 |
|
| ດ້ວຍເຫດນັ້ນ ຈົ່ງຊຳລະບາບກຳອັນເປັນເຊື້ອເກົ່າອອກໄປເສຍ ແລ້ວພວກເຈົ້າກໍຈະເປັນເໝືອນແປ້ງນວດກ້ອນໃໝ່ ໂດຍບໍ່ມີເຊື້ອແປ້ງແລ້ວ. ດ້ວຍວ່າ, ພຣະຄຣິດຜູ້ຊົງເປັນລູກແກະປັດສະຄາຂອງພວກເຮົານັ້ນໄດ້ຖືກຂ້າບູຊາແລ້ວ. |
|
| 8 |
|
| ດ້ວຍເຫດນັ້ນ ເຮົາທັງຫລາຍຈຶ່ງຖືປັດສະຄານັ້ນ, ບໍ່ແມ່ນດ້ວຍເຊື້ອເກົ່າ ຫລືເຊື້ອຂອງຄວາມຊົ່ວຮ້າຍ, ແຕ່ດ້ວຍເຂົ້າຈີ່ບໍ່ມີເຊື້ອແປ້ງ ຄືຄວາມສັດຊື່ແລະຄວາມຈິງ. |
|
| 9 |
|
| ເຮົາໄດ້ຂຽນຈົດໝາຍບອກເຈົ້າທັງຫລາຍແລ້ວວ່າ, ຢ່າຄົບຫາກັບຄົນຫລິ້ນຊູ້, |
|
| 10 |
|
| ແຕ່ເຮົາບໍ່ໄດ້ຫ້າມຄົບຫາກັບທຸກຄົນໃນໂລກທີ່ຫລິ້ນຊູ້ ຫລືຄົນໂລບ, ຄົນຂົ່ມຂູ່ ຫລືຄົນຂາບໄຫວ້ຮູບເຄົາຣົບ. ເພາະວ່າ ຖ້າຫ້າມຢ່າງນັ້ນແລ້ວ ພວກເຈົ້າຈະຕ້ອງໄດ້ອອກໄປເສຍຈາກໂລກນີ້. |
|
| 11 |
|
| ແຕ່ເຮົາໄດ້ຂຽນມາບອກພວກເຈົ້າວ່າ ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ, ແຕ່ຍັງເປັນຄົນຫລິ້ນຊູ້ ຄົນໂລບ ຄົນຂາບໄຫວ້ຮູບເຄົາຣົບ ຄົນເວົ້າຫຍາບຊ້າ ຄົນຂີ້ເຫລົ້າ ຄົນຂົ່ມຂູ່ກໍດີ ຢ່າຄົບຫາກັບຄົນຢ່າງນັ້ນ, ແມ່ນແຕ່ກິນເຂົ້າຮ່ວມພາ ກໍຢ່າຊູ່ກິນ. |
|
| 12 |
|
| ບໍ່ແມ່ນໜ້າທີ່ຂອງເຮົາ ທີ່ຈະຕັດສິນລົງໂທດຄົນພາຍນອກ, ແຕ່ແມ່ນໜ້າທີ່ຂອງພວກເຈົ້າ ທີ່ຕັດສິນລົງໂທດຄົນພາຍໃນບໍ່ແມ່ນບໍ? |
|
| 13 |
|
| ສ່ວນຄົນພາຍນອກນັ້ນ ແມ່ນພຣະເຈົ້າຈະຊົງຕັດສິນລົງໂທດ, “ຈົ່ງກຳຈັດຄົນຊົ່ວຊ້ານີ້ໃຫ້ອອກໄປຈາກພວກເຈົ້າເສຍ.” |
|
|
|
|