|
| 1 |
|
| ເລື່ອງອາຫານທີ່ມາຈາກການຖວາຍບູຊາແກ່ພະທຽມນັ້ນ, ເຮົາທັງຫລາຍຮູ້ຢູ່ວ່າ, “ພວກເຮົາທຸກຄົນຕ່າງກໍມີຄວາມຮູ້.” ຄວາມຮູ້ເຮັດໃຫ້ເຮົາອວດຕົວ ແຕ່ຄວາມຮັກເຮັດໃຫ້ຈະເລີນຂຶ້ນ. |
|
| 2 |
|
| ຖ້າຜູ້ໃດ ຖືວ່າຕົນຮູ້ສິ່ງໃດແລ້ວ ຜູ້ນັ້ນຍັງບໍ່ຮູ້ຕາມທີ່ຕົນຄວນຈະຮູ້. |
|
| 3 |
|
| ແຕ່ຖ້າຜູ້ໃດຮັກພຣະເຈົ້າ ພຣະເຈົ້າກໍຊົງຮູ້ຈັກຜູ້ນັ້ນ. |
|
| 4 |
|
| ເລື່ອງການກິນອາຫານ ທີ່ເຂົາເອົາບູຊາແກ່ພະທຽມນັ້ນ, ເຮົາທັງຫລາຍຮູ້ຢູ່ວ່າ, “ພະທຽມນັ້ນ ບໍ່ເປັນຂອງແທ້” ແລະ “ມີພຣະເຈົ້າແທ້ແຕ່ອົງດຽວ.” |
|
| 5 |
|
| ເຖິງແມ່ນວ່າມີພະຫລາຍໃນສະຫວັນ ແລະເທິງແຜ່ນດິນໂລກກໍດີ ທີ່ເຂົາເອີ້ນວ່າ, “ພຣະເຈົ້າ” (ພະກໍມີຫລາຍ ເຈົ້າກໍມີຫລາຍແທ້). |
|
| 6 |
|
| ແຕ່ສຳລັບພວກເຮົານັ້ນ ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າ ແລະສິ່ງສາລະພັດທັງປວງເກີດມາຈາກພຣະອົງ ແລະພວກເຮົາເປັນມາເພື່ອພຣະອົງ ແລະມີອົງພຣະຜູ້ເປັນເຈົ້າອົງດຽວ ຄືພຣະເຢຊູຄຣິດເຈົ້າ ແລະ ສິ່ງສາລະພັດກໍເກີດຂຶ້ນໂດຍພຣະອົງ ແລະເຮົາກໍເປັນມາໂດຍພຣະອົງ. |
|
| 7 |
|
| ແຕ່ບໍ່ແມ່ນທຸກຄົນທີ່ຮູ້ຄວາມຢ່າງນີ້ ມີບາງຄົນເຄີຍນັບຖືຮູບເຄົາຣົບແຕ່ໃດໆມາຈົນເຖິງບັດນີ້ ເມື່ອກິນອາຫານຢ່າງນັ້ນ ເຂົາກໍຍັງຖືວ່າເປັນຂອງຖວາຍບູຊາແກ່ພະທຽມນັ້ນ ໃຈສຳນຶກຜິດແລະຊອບຂອງເຂົາຍັງອ່ອນ ແລະເຂົາກໍຮູ້ສຶກເປັນມົນທິນຍ້ອນອາຫານນັ້ນ. |
|
| 8 |
|
| ອາຫານບໍ່ແມ່ນສິ່ງທີ່ຊ່ວຍເຮົາ ໃຫ້ມີຄວາມສຳພັນກັບພຣະເຈົ້າດີຂຶ້ນ ຖ້າເຮົາບໍ່ກິນ ເຮົາກໍບໍ່ໄດ້ຊົ່ວລົງ ຖ້າເຮົາກິນ ເຮົາກໍບໍ່ໄດ້ດີຂຶ້ນ. |
|
| 9 |
|
| ແຕ່ຈົ່ງລະວັງໃຫ້ດີ ຢ່າໃຫ້ການໃຊ້ເສລີພາບຂອງພວກເຈົ້າ ເປັນເຫດໃຫ້ຄົນທີ່ມີຄວາມເຊື່ອອ່ອນສະດຸດໃຈ. |
|
| 10 |
|
| ຖ້າມີຄົນໜຶ່ງ ທີ່ມີໃຈສຳນຶກຜິດແລະຊອບຍັງອ່ອນໃນເລື່ອງນີ້, ເຫັນເຈົ້າຜູ້ທີ່ມີຄວາມຮູ້ ກຳລັງນັ່ງກິນຢູ່ໃນວິຫານຂອງພະທຽມ ເລື່ອງນີ້ຈະບໍ່ເປັນການຊຸກຍູ້ລາວ ໃຫ້ກິນອາຫານທີ່ຖວາຍບູຊາແກ່ພະທຽມນັ້ນບໍ? |
|
| 11 |
|
| ຄວາມຮູ້ຂອງເຈົ້າຈະເຮັດໃຫ້ພີ່ນ້ອງຜູ້ທີ່ມີຄວາມເຊື່ອອ່ອນ ຊຶ່ງພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອນັ້ນຕ້ອງຈິບຫາຍໄປ. |
|
| 12 |
|
| ດັ່ງນັ້ນ ເມື່ອເຈົ້າເຮັດຜິດຕໍ່ພີ່ນ້ອງ ຄືທຳຮ້າຍແກ່ໃຈສຳນຶກຜິດແລະຊອບອັນອ່ອນຂອງເຂົາ ເຈົ້າກໍເຮັດຜິດຕໍ່ພຣະຄຣິດດ້ວຍ. |
|
| 13 |
|
| ເພາະສະນັ້ນ ຖ້າອາຫານເປັນເຫດເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ ເຮົາກໍຈະບໍ່ກິນຊີ້ນຕະຫລອດໄປ ເພື່ອວ່າຈະບໍ່ໄດ້ເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ. |
|
|
|
|