|
| 1 |
|
| ເຮົາບໍ່ມີເສລີພາບບໍ? ເຮົາບໍ່ໄດ້ເປັນອັກຄະສາວົກບໍ? ເຮົາບໍ່ໄດ້ເຫັນພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາບໍ? ແລະພວກເຈົ້າບໍ່ແມ່ນຜົນງານຂອງເຮົາໃນອົງພຣະຜູ້ເປັນເຈົ້າບໍ? |
|
| 2 |
|
| ຖ້າເຮົາບໍ່ໄດ້ເປັນອັກຄະສາວົກໃນສາຍຕາຂອງຄົນອື່ນ, ຢ່າງໜ້ອຍ ເຮົາກໍເປັນອັກຄະສາວົກໃນສາຍຕາຂອງເຈົ້າທັງຫລາຍ, ເພາະວ່າເຈົ້າທັງຫລາຍ ຄືກາປະຈຳຕຳແໜ່ງອັກຄະສາວົກຂອງເຮົາ ໃນອົງພຣະຜູ້ເປັນເຈົ້າ. |
|
| 3 |
|
| ຖ້າຜູ້ໃດສອບສວນເຮົາ ເຮົາກໍກ່າວປ້ອງກັນຕົວດັ່ງນີ້ວ່າ: |
|
| 4 |
|
| ເຮົາບໍ່ມີສິດທີ່ຈະກິນແລະດື່ມບໍ? |
|
| 5 |
|
| ເຮົາບໍ່ມີສິດທີ່ຈະພາເມຍທີ່ເປັນຄຣິສຕຽນເດີນທາງໄປມາດ້ວຍກັນ ເໝືອນດັ່ງອັກຄະສາວົກຄົນອື່ນໆ ແລະເໝືອນດັ່ງນ້ອງຊາຍຂອງອົງພຣະຜູ້ເປັນເຈົ້າ ແລະເໝືອນດັ່ງເປໂຕນັ້ນບໍ? |
|
| 6 |
|
| ຫລືວ່າມີແຕ່ບາຣະນາບາກັບເຮົາເທົ່ານັ້ນບໍ? ທີ່ຕ້ອງເຮັດວຽກເພື່ອລ້ຽງຊີບ. |
|
| 7 |
|
| ມີທະຫານຄົນໃດແດ່ ທີ່ຮັບໃຊ້ໃນກອງທັບແລ້ວ ຕ້ອງເສຍຄ່າໃຊ້ຈ່າຍຂອງຕົນເອງ? ມີຄົນໃດແດ່ ທີ່ເຮັດສວນອະງຸ່ນແລ້ວ ບໍ່ໄດ້ກິນໝາກອະງຸ່ນຈາກສວນນັ້ນ? ມີຄົນໃດແດ່ ທີ່ລ້ຽງແກະແລ້ວ ບໍ່ໄດ້ກິນນໍ້ານົມຈາກຝູງແກະນັ້ນ? |
|
| 8 |
|
| ເຮົາກ່າວເຊັ່ນນີ້ ຕາມຄວາມເຫັນຢ່າງມະນຸດເທົ່ານັ້ນບໍ? ກົດບັນຍັດບໍ່ໄດ້ກ່າວຢ່າງນີ້ເໝືອນກັນບໍ? |
|
| 9 |
|
| ພວກເຮົາໄດ້ອ່ານໃນກົດບັນຍັດຂອງໂມເຊວ່າ, “ຢ່າເອົາກະສອບໃສ່ປາກງົວ ເມື່ອມັນຢຽບເຂົ້າ.” ພຣະເຈົ້າຫ່ວງໃຍນຳງົວຊັ້ນບໍ? |
|
| 10 |
|
| ພຣະອົງບໍ່ໄດ້ຊົງກ່າວຢ່າງຈະແຈ້ງ ເພື່ອປະໂຫຍດສຳລັບພວກເຮົາບໍ? ແນ່ນອນຂໍ້ຄວາມເຫຼົ່ານັ້ນ ໄດ້ຂຽນໄວ້ເພື່ອປະໂຫຍດສຳລັບພວກເຮົາ ຄົນທີ່ໄຖນາກັບຄົນທີ່ຟາດເຂົ້າ ເຮັດວຽກຂອງເຂົາໂດຍຫວັງວ່າ ເຂົາຈະໄດ້ຮັບສ່ວນແບ່ງແຫ່ງຜົນລະປູກຂອງຕົນ. |
|
| 11 |
|
| ຖ້າພວກເຮົາໄດ້ຫວ່ານແນວປູກຝ່າຍຈິດວິນຍານໃຫ້ພວກເຈົ້າແລ້ວ ພວກເຮົາຈະເກັບກ່ຽວຝ່າຍເນື້ອກາຍຈາກພວກເຈົ້າ ເປັນການໜັກໜາເກີນໄປບໍ? |
|
| 12 |
|
| ຖ້າຄົນອື່ນມີສິດທີ່ຈະໄດ້ຮັບປະໂຫຍດຈາກພວກເຈົ້າ ພວກເຮົາກໍມີສິດຕັ້ງຫລາຍເທົ່າບໍ່ແມ່ນບໍ? ເຖິງປານນັ້ນ ພວກເຮົາກໍບໍ່ໄດ້ໃຊ້ສິດນັ້ນ ແຕ່ພວກເຮົາກັບຍອມທົນຕໍ່ທຸກສິ່ງ ເພື່ອຈະບໍ່ເປັນເຫດຂັດຂວາງການປະກາດຂ່າວປະເສີດ. |
|
| 13 |
|
| ແນ່ນອນພວກເຈົ້າກໍຮູ້ວ່າ ຜູ້ທີ່ເຮັດວຽກໃນພຣະວິຫານ ກໍໄດ້ອາຫານຈາກພຣະວິຫານ ແລະຜູ້ທີ່ຖວາຍເຄື່ອງເທິງແທ່ນບູຊາ ກໍໄດ້ຮັບສ່ວນແບ່ງຂອງເຄື່ອງຖວາຍນັ້ນ. |
|
| 14 |
|
| ໃນທຳນອງດຽວກັນ ອົງພຣະຜູ້ເປັນເຈົ້າໄດ້ສັ່ງວ່າ, ຜູ້ທີ່ປະກາດຂ່າວປະເສີດ ກໍຄວນໄດ້ຮັບການລ້ຽງດູ ຈາກການປະກາດຂ່າວປະເສີດນັ້ນ. |
|
| 15 |
|
| ແຕ່ເຮົາບໍ່ໄດ້ໃຊ້ສິດເຫຼົ່ານັ້ນຈັກຢ່າງ ທີ່ເຮົາຂຽນເຖິງເລື່ອງນີ້ ບໍ່ແມ່ນເພື່ອຈະໃຫ້ເຂົາເຮັດຢ່າງນັ້ນແກ່ເຮົາ. ດ້ວຍວ່າ, ເຮົາຍອມຕາຍເສຍກໍດີກວ່າ ທີ່ຈະເຮັດຢ່າງນັ້ນ ຢ່າໃຫ້ຜູ້ໃດທຳລາຍເຫດແຫ່ງການອວດອ້າງຂອງເຮົາ. |
|
| 16 |
|
| ເພາະການທີ່ເຮົາປະກາດຂ່າວປະເສີດນັ້ນ ເຮົາບໍ່ມີເຫດທີ່ຈະອວດອ້າງໄດ້ ເພາະຄວາມຈຳເປັນໄດ້ຕົກໃສ່ເຮົາ ວິບັດຈະເກີດມີແກ່ເຮົາ ຖ້າເຮົາບໍ່ປະກາດຂ່າວປະເສີດ. |
|
| 17 |
|
| ຖ້າເຮົາເຮັດການນັ້ນດ້ວຍໃຈສະໝັກ ເຮົາກໍຈະໄດ້ບຳເໜັດ, ແຕ່ຖ້າເຮົາບໍ່ສະໝັກໃຈ ກໍຍັງເປັນການທີ່ມອບໄວ້ໃຫ້ເຮົາເຮັດຢູ່. |
|
| 18 |
|
| ແລ້ວບຳເໜັດຂອງເຮົານັ້ນຄືອັນໃດ? ຄື ເມື່ອເຮົາປະກາດຂ່າວປະເສີດນັ້ນ ເຮົາບໍ່ໄດ້ຄິດຄ່າ ແລະບໍ່ໄດ້ໃຊ້ສິດຂອງເຮົາໃນຂ່າວປະເສີດນັ້ນຢ່າງຄົບຖ້ວນ. |
|
| 19 |
|
| ເຖິງແມ່ນວ່າ, ເຮົາບໍ່ໄດ້ຢູ່ໃຕ້ບັງຄັບຂອງຜູ້ໃດ ເຮົາກໍຍັງຍອມຕົວເປັນຜູ້ຮັບໃຊ້ຂອງຄົນທັງປວງ ເພື່ອເຮົາຈະໄດ້ນຳຄົນຈຳນວນຫລວງຫລາຍມາເປັນສິດ. |
|
| 20 |
|
| ເມື່ອເຮັດກັບຄົນຢິວເຮົາກໍໃຊ້ຊີວິດດັ່ງຄົນຢິວ ເພື່ອຈະໄດ້ໃຈຄົນຢິວ ເຖິງແມ່ນເຮົາເອງບໍ່ຢູ່ໃຕ້ກົດບັນຍັດກໍຕາມ ເຮົາກໍໃຊ້ຊີວິດດັ່ງຄົນທີ່ຢູ່ໃຕ້ກົດບັນຍັດ ເພື່ອຈະໄດ້ໃຈຄົນເຫຼົ່ານີ້. |
|
| 21 |
|
| ຕໍ່ຄົນທີ່ຢູ່ນອກກົດບັນຍັດ ເຮົາກໍເຮັດເໝືອນຄົນທີ່ຢູ່ນອກກົດບັນຍັດ (ເຖິງແມ່ນເຮົາບໍ່ຢູ່ນອກກົດບັນຍັດຂອງພຣະເຈົ້າກໍດີ ແຕ່ເຮົາຢູ່ໃຕ້ກົດບັນຍັດຂອງພຣະຄຣິດ) ເພື່ອຈະໄດ້ໃຈຄົນທັງຫລາຍທີ່ຢູ່ນອກກົດບັນຍັດນັ້ນ. |
|
| 22 |
|
| ຕໍ່ຄົນທີ່ອ່ອນໃນຄວາມເຊື່ອ ເຮົາກໍເຮັດເໝືອນຄົນອ່ອນແອ ດັ່ງຜູ້ໜຶ່ງໃນພວກເຂົາ ເພື່ອຈະໄດ້ໃຈຄົນອ່ອນແອ ດັ່ງນັ້ນ ເຮົາຈຶ່ງຍອມເປັນຄົນທຸກຊະນິດ ເພື່ອຈະໄດ້ຊ່ວຍບາງຄົນໃຫ້ພົ້ນ ດ້ວຍທຸກວິທີທາງທີ່ເຮົາອາດເຮັດໄດ້. |
|
| 23 |
|
| ເຮົາເຮັດສິ່ງທັງໝົດທີ່ໄດ້ກ່າວມານັ້ນ ເພາະເຫັນແກ່ຂ່າວປະເສີດ ເພື່ອເຮົາຈະໄດ້ຮັບສ່ວນໃນຂ່າວປະເສີດນັ້ນ. |
|
| 24 |
|
| ເຈົ້າທັງຫລາຍບໍ່ຮູ້ບໍວ່າ, ໃນການແລ່ນແຂ່ງຂັນກັນນັ້ນ ກໍແລ່ນດ້ວຍກັນທຸກຄົນ, ແຕ່ມີຄົນດຽວເທົ່ານັ້ນ ທີ່ໄດ້ຮັບລາງວັນ. ດັ່ງນັ້ນ ຈົ່ງແລ່ນເພື່ອຊີງເອົາລາງວັນໃຫ້ໄດ້. |
|
| 25 |
|
| ຝ່າຍນັກກິລາທຸກຄົນທີ່ຝຶກຊ້ອມ ຕ່າງກໍຢູ່ໃນລະບຽບວິໄນຢ່າງເຄັ່ງຄັດ ເພື່ອພວກເຂົາຈະໄດ້ມົງກຸດທີ່ຫ່ຽວແຫ້ງໄປ ແຕ່ພວກເຮົາເຮັດການນັ້ນ ເພື່ອຈະໄດ້ມົງກຸດທີ່ບໍ່ມີວັນຫ່ຽວແຫ້ງ. |
|
| 26 |
|
| ດ້ວຍເຫດນັ້ນ ເຮົາຈຶ່ງແລ່ນແຂ່ງຂັນກັນໂດຍມີເປົ້າໝາຍ, ເຮົາບໍ່ໄດ້ຕໍ່ສູ້ເໝືອນດັ່ງນັກມວຍທີ່ຊົກລົມ. |
|
| 27 |
|
| ແຕ່ເຮົາທຸບຕີຮ່າງກາຍຂອງເຮົາໃຫ້ມັນແຂງຢູ່ຄາມື ເພາະຢ້ານວ່າເມື່ອເຮົາໄດ້ປະກາດແກ່ຄົນອື່ນແລ້ວ ເຮົາເອງຈະຖືກຂ້າຊື່ອອກຈາກການແຂ່ງຂັນນັ້ນ. |
|
|
|
|