|
| 1 |
|
| ເຮົາປະສົງຢາກໃຫ້ພວກເຈົ້າອົດທົນຟັງຕໍ່ຄວາມໂງ່ຂອງເຮົາຈັກໜ້ອຍໜຶ່ງ ຈົ່ງອົດທົນເອົາເດີ |
|
| 2 |
|
| ເຮົາຫວງແຫນພວກເຈົ້າ ຕາມຢ່າງທີ່ພຣະເຈົ້າຫວງແຫນ ເພາະພວກເຈົ້າເປັນດັ່ງເຈົ້າສາວບໍຣິສຸດ ທີ່ເຮົາສັນຍາໝັ້ນໝາຍໄວ້ໃຫ້ແຕ່ງງານກັບຊາຍຄົນດຽວເທົ່ານັ້ນ ຄືແກ່ພຣະຄຣິດ. |
|
| 3 |
|
| ແຕ່ເຮົາຢ້ານວ່າ, ຄວາມຄິດຂອງພວກເຈົ້າຈະຖືກລໍ້ລວງໃຫ້ຫລົງຜິດໄປ ຈະປະຖິ້ມຄວາມຜູກພັນອັນສັດຊື່ແລະບໍຣິສຸດທີ່ມີຕໍ່ພຣະຄຣິດ ໃນທຳນອງດຽວກັບນາງເອວາທີ່ຖືກຫລອກລວງດ້ວຍກົນອຸບາຍອັນເລິກແລບຂອງງູ. |
|
| 4 |
|
| ດ້ວຍວ່າ, ຖ້າຜູ້ໃດທີ່ມາປະກາດເລື່ອງພຣະເຢຊູເຈົ້າອົງອື່ນ ທີ່ແຕກຕ່າງໄປຈາກອົງທີ່ພວກເຮົາໄດ້ປະກາດແກ່ພວກເຈົ້ານັ້ນ ຫລືຮັບເອົາວິນຍານແລະຂ່າວປະເສີດຢ່າງອື່ນ ທີ່ແຕກຕ່າງໄປຈາກພຣະວິນຍານ ແລະຂ່າວປະເສີດ ທີ່ພວກເຈົ້າໄດ້ຮັບຈາກພວກເຮົານັ້ນ ກໍເທົ່າກັບວ່າພວກເຈົ້າໄດ້ຍອມເຊື່ອຟັງຕໍ່ພວກເຂົາງ່າຍເຕັມທີ. |
|
| 5 |
|
| ເພາະເຮົາຄິດວ່າ, ເຮົາບໍ່ໄດ້ເປັນຜູ້ຕໍ່າຕ້ອຍກວ່າພວກອັກຄະສາວົກຊັ້ນຜູ້ໃຫຍ່ເຫຼົ່ານັ້ນ ແມ່ນແຕ່ໜ້ອຍດຽວ. |
|
| 6 |
|
| ເຖິງເຮົາບໍ່ເກັ່ງທາງດ້ານການເວົ້າຈາ ແຕ່ເຮົາກໍຍັງມີຄວາມຮູ້ ທີ່ຈິງເຮົາໄດ້ສະແດງເລື່ອງນີ້ ໃຫ້ປາກົດແຈ້ງແກ່ພວກເຈົ້າໃນກິດຈະການທຸກສິ່ງແລ້ວ. |
|
| 7 |
|
| ເມື່ອເຮົາປະກາດຂ່າວປະເສີດຂອງພຣະເຈົ້າແກ່ພວກເຈົ້ານັ້ນ ເຮົາບໍ່ໄດ້ຄິດໄລ່ເອົາຫຍັງນຳພວກເຈົ້າ ການທີ່ເຮົາຖ່ອມໃຈລົງ ເພື່ອຍົກຊູພວກເຈົ້າຂຶ້ນນັ້ນ ເຮົາໄດ້ເຮັດຜິດຊັ້ນບໍ? |
|
| 8 |
|
| ເຮົາໄດ້ຍາດຊິງຄຣິສຕະຈັກໜ່ວຍອື່ນດ້ວຍການຮັບເງິນບຳລຸງຈາກພວກເຂົາ ເພື່ອມາບົວລະບັດພວກເຈົ້າ. |
|
| 9 |
|
| ແລະເມື່ອເຮົາຢູ່ນຳເຈົ້າທັງຫລາຍ ແລະກຳລັງຂາດເຂີນ ເຮົາກໍບໍ່ໄດ້ໃຫ້ເປັນພາລະອັນໜັກແກ່ຜູ້ໃດ ເພາະວ່າພວກພີ່ນ້ອງທີ່ມາຈາກແຂວງມາເກໂດເນຍ ໄດ້ຊ່ວຍໃຫ້ມີພໍກັບຄວາມຕ້ອງການຂອງເຮົາ. ເຮົາໄດ້ລະວັງຕົວບໍ່ໃຫ້ເປັນພາລະອັນໜັກແກ່ເຈົ້າທັງຫລາຍໃນສິ່ງໃດ ແລະຈະລະວັງຢ່າງນັ້ນຕໍ່ໄປ. |
|
| 10 |
|
| ຄວາມຈິງຂອງພຣະຄຣິດຢູ່ໃນເຮົາສະເໝີສັນໃດ ຄົງບໍ່ມີຜູ້ໃດໃນແຂວງອະຂາຢານີ້ ຈະຫ້າມເຮົາບໍ່ໃຫ້ອວດອ້າງສິ່ງນີ້ສັນນັ້ນ. |
|
| 11 |
|
| ການທີ່ເຮົາອວດອ້າງໃນເລື່ອງນີ້ ຄິດວ່າເຮົາບໍ່ຮັກພວກເຈົ້າຊັ້ນບໍ? ພຣະເຈົ້າຊົງຮູ້ວ່າເຮົາຮັກພວກເຈົ້າຫລາຍເທົ່າໃດ? |
|
| 12 |
|
| ສິ່ງໃດທີ່ເຮົາເຮັດຢູ່ນັ້ນເຮົາກໍຈະເຮັດຕໍ່ໄປ ເພື່ອບໍ່ໃຫ້ຄົນພວກນັ້ນມີເຫດອວດອ້າງໄດ້ວ່າ ການງານທີ່ພວກເຂົາເຮັດນັ້ນແມ່ນຢ່າງດຽວກັບທີ່ເຮົາດຳເນີນຢູ່. |
|
| 13 |
|
| ເພາະຄົນເຫຼົ່ານັ້ນ ເປັນພຽງແຕ່ຄູສອນປອມ ເປັນຄົນງານທີ່ຫລອກລວງ ແລະປອມຕົວເປັນອັກຄະສາວົກຂອງພຣະຄຣິດ. |
|
| 14 |
|
| ການເຮັດຢ່າງນີ້ ບໍ່ເປັນການແປກປະຫລາດຫຍັງດອກ ແມ່ນແຕ່ມານຊາຕານກໍຍັງປອມຕົວເປັນເທວະດາແຫ່ງຄວາມສະຫວ່າງໄດ້. |
|
| 15 |
|
| ດັ່ງນັ້ນ ຈຶ່ງບໍ່ເປັນເລື່ອງແປກເລີຍ ທີ່ຜູ້ຮັບໃຊ້ຂອງມັນ ປອມຕົວເປັນຜູ້ຮັບໃຊ້ຂອງຄວາມຊອບທຳ ບັ້ນສຸດທ້າຍຄົນເຫຼົ່ານັ້ນຈະໄດ້ຮັບຜົນຕາມການກະທຳຂອງພວກເຂົາ. |
|
| 16 |
|
| ເຮົາຂໍກ່າວຢໍ້າອີກວ່າ, ຢ່າໃຫ້ຜູ້ໃດຖືວ່າເຮົາເປັນຄົນໂງ່ ແຕ່ຖ້າເປັນດັ່ງນັ້ນ, ກໍຈົ່ງອົດຮັບຟັງເອົາເໝືອນຟັງຄົນໂງ່ຜູ້ໜຶ່ງສາ ເພື່ອວ່າເຮົາຈະໄດ້ອວດອ້າງຈັກໜ້ອຍໜຶ່ງ. |
|
| 17 |
|
| ການທີ່ເຮົາກ່າວຢ່າງນັ້ນ ເຮົາບໍ່ໄດ້ກ່າວຕາມຫລັກຂອງອົງພຣະຜູ້ເປັນເຈົ້າ ແຕ່ກ່າວເໝືອນຄົນໂງ່ ທີ່ມີຄວາມໄວ້ໃຈໃນການອວດຂອງຕົນ. |
|
| 18 |
|
| ເພາະວ່າມີຫລາຍຄົນອວດຕົວຕາມແບບຢ່າງມະນຸດ ເຮົາກໍຈະອວດເໝືອນກັນ. |
|
| 19 |
|
| ພວກເຈົ້າຜູ້ເປັນຄົນສະຫລາດແທ້ໆ ກໍຍັງອົດທົນຟັງຄົນໂງ່ເວົ້າໜໍ |
|
| 20 |
|
| ພວກເຈົ້າຍອມກົ້ມໜ້າໃຫ້ພວກເຂົາສັ່ງພວກເຈົ້າດັ່ງທາດ ຫລືຍອມໃຫ້ພວກເຂົາສວຍໃຊ້ພວກເຈົ້າເພື່ອຜົນປະໂຫຍດຂອງພວກເຂົາ ຫລືຍອມໃຫ້ພວກເຂົາຫລອກລວງພວກເຈົ້າ ຫລືຍອມໃຫ້ພວກເຂົາຍົກຍໍພວກເຈົ້າໃຫ້ເປັນໃຫຍ່ ຫລືຍອມໃຫ້ພວກເຂົາຕົບໜ້າພວກເຈົ້າ. |
|
| 21 |
|
| ເຮົາລະອາຍທີ່ຈະຍອມຮັບວ່າ ພວກເຮົາເປັນຄົນອ່ອນແອເກີນໄປທີ່ຈະປະພຶດຢ່າງນັ້ນ. ແຕ່ຖ້າຜູ້ໃດກ້າອວດໃນເລື່ອງໃດເລື່ອງໜຶ່ງ (ເຮົາເວົ້າເໝືອນກັບວ່າເຮົາເປັນຄົນໂງ່) ເຮົາກໍກ້າອວດເໝືອນກັນ. |
|
| 22 |
|
| ພວກເຂົາເປັນຊາວເຮັບເຣີບໍ? ເຮົາກໍເປັນເໝືອນກັນ ພວກເຂົາເປັນຊົນຊາດອິດສະຣາເອນບໍ? ເຮົາກໍເປັນເໝືອນກັນ ພວກເຂົາເປັນເຊື້ອສາຍຂອງອັບຣາຮາມບໍ? ເຮົາກໍເປັນເໝືອນກັນ. |
|
| 23 |
|
| ພວກເຂົາເປັນຜູ້ຮັບໃຊ້ຂອງພຣະຄຣິດບໍ? ເຮົາຂໍເວົ້າດັ່ງຄົນເສຍສະຕິວ່າ, ເຮົາກໍເປັນລື່ນພວກເຂົາອີກ ເຮົາໄດ້ດຳເນີນພາລະກິດໜັກກວ່າພວກເຂົາ ເຮົາໄດ້ຖືກຄຸກຫລາຍກວ່າພວກເຂົາ ເຮົາໄດ້ຖືກຂ້ຽນຖືກຕີຫລາຍກວ່າພວກເຂົາ ແລະໃນການປະເຊີນໄພ ເຮົາເກືອບຕາຍຫລາຍເທື່ອແລ້ວ. |
|
| 24 |
|
| ເຮົາໄດ້ຖືກພວກຢິວຂ້ຽນຫ້າເທື່ອ ເທື່ອລະສາມສິບເກົ້າບາດ |
|
| 25 |
|
| ເຮົາໄດ້ຖືກຂ້ຽນຕີດ້ວຍແສ້ຫວາຍສາມເທື່ອ ແລະເຮົາໄດ້ຖືກພວກເຂົາແກວ່ງກ້ອນຫີນໃສ່ໜຶ່ງເທື່ອ ເຮົາປະເຊີນກັບເຮືອຫລົ້ມເຖິງສາມເທື່ອ ແລະເຮົາໄດ້ແຊ່ຢູ່ໃນນໍ້າທະເລໜຶ່ງວັນໜຶ່ງຄືນເທື່ອໜຶ່ງ. |
|
| 26 |
|
| ໃນການເດີນທາງຫລາຍເທື່ອຂອງເຮົາ ເຮົາໄດ້ຕົກຢູ່ໃນໄພອັນຕະລາຍຈາກນໍ້າຖ້ວມແລະຈາກພວກໂຈນ, ໃນອັນຕະລາຍຈາກພວກຢິວເພື່ອນຮ່ວມຊາດຂອງຕົນເອງແລະຈາກພວກຕ່າງຊາດ, ເຮົາຍັງປະເຊີນຕໍ່ອັນຕະລາຍໃນເມືອງ, ຕໍ່ອັນຕະລາຍໃນຖິ່ນແຫ້ງແລ້ງກັນດານ, ຕໍ່ອັນຕະລາຍໃນທະເລ ແລະຕໍ່ອັນຕະລາຍຈາກພີ່ນ້ອງທີ່ໜ້າໄຫວ້ຫລັງຫລອກ. |
|
| 27 |
|
| ເຮົາໄດ້ບາກບັ່ນດຳເນີນພາລະກິດ ອັນໜັກໜ່ວງແລະຍາກລຳບາກ ອົດຫລັບອົດນອນເປັນປະຈຳ ອຶດເຂົ້າຢາກນໍ້າ ແລະຫລາຍເທື່ອເຮົາຂາດອາຫານການກິນ ຂາດບ່ອນພັກເຊົາ ຂາດເຄື່ອງນຸ່ງຫົ່ມ. |
|
| 28 |
|
| ນອກຈາກທີ່ກ່າວມາທັງໝົດນັ້ນແລ້ວ ເຮົາກໍຍັງມີພາລະປະຈຳວັນຂອງເຮົາ ຄືຄວາມຫ່ວງໃຍທີ່ມີຕໍ່ຄຣິສຕະຈັກໃນທຸກແຫ່ງ. |
|
| 29 |
|
| ເມື່ອມີຜູ້ໃດຜູ້ໜຶ່ງອ່ອນແຮງ ເຮົາກໍອ່ອນແຮງເໝືອນກັນ ເມື່ອມີຜູ້ໃດຜູ້ໜຶ່ງຖືກສະດຸດໃຈ ເຮົາກໍເປັນທຸກໃຈຢ່າງເຕັມທີ. |
|
| 30 |
|
| ຖ້າເຮົາຕ້ອງອວດ ເຮົາກໍຈະອວດເຖິງສິ່ງທີ່ສະແດງວ່າເຮົາອ່ອນແອຢ່າງໃດ. |
|
| 31 |
|
| ພຣະເຈົ້າອົງເປັນພຣະບິດາເຈົ້າຂອງອົງພຣະເຢຊູເຈົ້າຮູ້ວ່າ, ເຮົາບໍ່ໄດ້ເວົ້າຕົວະ, ຂໍໃຫ້ພຣະນາມຂອງພຣະອົງ ຈົ່ງເປັນທີ່ຍົກຍ້ອງສັນລະເສີນຕະຫລອດໄປເປັນນິດເທີ້ນ. |
|
| 32 |
|
| ເມື່ອເຮົາຢູ່ໃນນະຄອນດາມັສກັດ ຜູ້ວ່າຣາຊການເມືອງຂອງກະສັດອາເຣຕາ ໄດ້ໃຫ້ທະຫານເຝົ້າຍາມເມືອງໄວ້, ເພື່ອຈະຈັບຕົວເຮົາ. |
|
| 33 |
|
| ແຕ່ພີ່ນ້ອງຊາວຄຣິສຕຽນໄດ້ເອົາເຮົາໃສ່ກວຍໃຫຍ່ ຢ່ອນລົງທາງປ່ອງຢ້ຽມຕາມກຳແພງເມືອງ. ດັ່ງນັ້ນ ເຮົາຈຶ່ງພົ້ນຈາກເງື້ອມມືຂອງເພິ່ນ. |
|
|
|
|