|
| 1 |
|
| ເຮົາຫວັງວ່າພວກເຈົ້າຈະອົດທົນກັບຄວາມໂງ່ຂອງເຮົາຈັກໜ້ອຍໜຶ່ງ. ແມ່ນແລ້ວ, ຂໍຈົ່ງອົດທົນກັບເຮົາ! |
|
| 2 |
|
| ເພາະເຮົາຫວງແຫນພວກເຈົ້າດ້ວຍຄວາມຫວງແຫນທີ່ມາຈາກພຣະເຈົ້າ. ເຮົາໄດ້ສັນຍາພວກເຈົ້າໄວ້ເພື່ອສາມີຄົນດຽວ, ຄືແກ່ພຣະຄຣິດເຈົ້າ ເພື່ອວ່າເຮົາຈະໄດ້ຖວາຍພວກເຈົ້າເໝືອນດັ່ງສາວບໍລິສຸດທີ່ບໍລິສຸດແກ່ພຣະອົງ. |
|
| 3 |
|
| ແຕ່ເຮົາຢ້ານວ່າ ຈະເປັນເໝືອນດັ່ງເອວາທີ່ຖືກລໍ້ລວງດ້ວຍກົນອຸບາຍຂອງງູນັ້ນ, ແລ້ວຄວາມຄິດຂອງພວກເຈົ້າຈະຖືກນຳພາໄປສູ່ຄວາມຜິດພາດຈາກຄວາມຈິງໃຈ ແລະ ຄວາມບໍລິສຸດຂອງພວກເຈົ້າໃນການອຸທິດຕົນຕໍ່ພຣະຄຣິດເຈົ້າ. ເອວາທີ່ຖືກລໍ້ລວງດ້ວຍກົນອຸບາຍຂອງງູນັ້ນ. |
|
| 4 |
|
| ເພາະຖ້າຜູ້ໃດມາຫາພວກເຈົ້າ ແລະ ເທດສະໜາເລື່ອງພຣະເຢຊູເຈົ້າຕ່າງຈາກທີ່ພວກເຮົາໄດ້ເທດສະໜາເລື່ອງພຣະເຢຊູເຈົ້າໄວ້ ຫລື ວ່າຖ້າພວກເຈົ້າຮັບວິນຍານອື່ນແຕກຕ່າງຈາກພຣະວິນຍານທີ່ພວກເຈົ້າເຄີຍໄດ້ຮັບ ຫລື ວ່າຂ່າວປະເສີດອື່ນແຕກຕ່າງຈາກທີ່ພວກເຈົ້າເຄີຍໄດ້ຮັບ, ພວກເຈົ້າກໍທົນຮັບສິ່ງເຫລົ່ານັ້ນໄດ້ງ່າຍດາຍແທ້ນໍ. |
|
| 5 |
|
| ເຮົາກໍບໍ່ໄດ້ຄິດວ່າເຮົາເອງຕໍ່າຕ້ອຍກວ່າ “ບັນດາອັກຄະສາວົກຊັ້ນສູງ” ເຫລົ່ານັ້ນແມ່ນແຕ່ໜ້ອຍດຽວ. |
|
| 6 |
|
| ເຖິງວ່າເຮົາຈະບໍ່ແມ່ນນັກເວົ້າທີ່ໄດ້ຮັບການຝຶກຝົນ ແຕ່ເຮົາກໍມີຄວາມຮູ້. ພວກເຮົາກໍໄດ້ສະແດງແກ່ພວກເຈົ້າຢ່າງຈະແຈ້ງແລ້ວໃນທຸກທາງ. |
|
| 7 |
|
| ເປັນການເຮັດບາບບໍທີ່ເຮົາລົດເຮົາເອງລົດຕົວລົງເພື່ອຍົກຊູພວກເຈົ້າຂຶ້ນດ້ວຍການປະກາດຂ່າວປະເສີດຂອງພຣະເຈົ້າແກ່ພວກເຈົ້າໂດຍບໍ່ຄິດມູນຄ່າ? |
|
| 8 |
|
| ເຮົາໄດ້ປຸ້ນຄຣິສຕະຈັກອື່ນໆ ດ້ວຍການຮັບເງິນສະໜັບສະໜູນຈາກພວກເຂົາເພື່ອມາຮັບໃຊ້ພວກເຈົ້າ. |
|
| 9 |
|
| ແລະ ເມື່ອເຮົາຢູ່ກັບພວກເຈົ້າ ແລະ ເມື່ອເຮົາຂາດເຂີນບາງສິ່ງ, ເຮົາກໍບໍ່ໄດ້ເປັນພາລະໃຫ້ແກ່ຜູ້ໃດ, ເພາະພີ່ນ້ອງຜູ້ທີ່ມາຈາກແຂວງມາເກໂດເນຍໄດ້ສະໜັບສະໜູນສິ່ງຈຳເປັນໃຫ້ແກ່ເຮົາ. ເຮົາໄດ້ລະວັງເຮົາເອງບໍ່ໃຫ້ເປັນພາລະໃດໆແກ່ພວກເຈົ້າ ແລະ ຈະເຮັດຢ່າງນັ້ນຕໍ່ໄປ. |
|
| 10 |
|
| ຄວາມຈິງຂອງພຣະຄຣິດເຈົ້າຢູ່ໃນເຮົາແນ່ນອນສັນໃດ ກໍບໍ່ມີຜູ້ໃດໃນແຂວງອະຂາຢາຈະມາຢຸດເຮົາໃນການອວດອ້າງນີ້ສັນນັ້ນ. |
|
| 11 |
|
| ເພາະເຫດໃດ? ເພາະເຮົາບໍ່ຮັກພວກເຈົ້າບໍ? ພຣະເຈົ້າຮູ້ວ່າເຮົາຮັກພວກເຈົ້າ! |
|
| 12 |
|
| ແລະ ເຮົາຈະເຮັດໃນສິ່ງທີ່ເຮົາໄດ້ເຮັດຢູ່ນີ້ຕໍ່ໄປ ເພື່ອຕັດບັນຫາອອກຈາກຄົນເຫລົ່ານັ້ນທີ່ກຳລັງຫາໂອກາດໃຫ້ໄດ້ຮັບການຍອມຮັບວ່າເທົ່າທຽມກັນກັບພວກເຮົາໃນສິ່ງທີ່ພວກເຂົາອວດອ້າງໃສ່. |
|
| 13 |
|
| ເພາະຄົນເຫລົ່ານັ້ນເປັນອັກຄະສາວົກປອມ, ເປັນຄົນງານທີ່ລໍ້ລວງ, ເປັນຜູ້ປອມຕົວເປັນອັກຄະສາວົກຂອງພຣະຄຣິດເຈົ້າ. |
|
| 14 |
|
| ແລະ ກໍບໍ່ແປກປະຫລາດ, ເພາະຊາຕານເອງກໍຍັງປອມຕົວເປັນເທວະດາແຫ່ງຄວາມສະຫວ່າງໄດ້. |
|
| 15 |
|
| ແລ້ວຈຶ່ງບໍ່ແປກປະຫລາດທີ່ຄົນຮັບໃຊ້ຂອງຊາຕານຈະປອມຕົວເປັນຜູ້ຮັບໃຊ້ແຫ່ງຄວາມຊອບທຳດ້ວຍ. ຈຸດຈົບຂອງພວກເຂົາຈະເປັນໄປຕາມການກະທຳທີ່ພວກເຂົາສົມຄວນໄດ້ຮັບ. |
|
| 16 |
|
| ເຮົາຂໍຢ້ຳອີກວ່າ: ຢ່າຄິດວ່າເຮົາເປັນຄົນໂງ່. ແຕ່ຖ້າພວກເຈົ້າຄິດຢ່າງນັ້ນ ກໍຈົ່ງອົດທົນຕໍ່ເຮົາເໝືອນດັ່ງທີ່ພວກເຈົ້າຈະເປັນຄົນໂງ່, ເພື່ອເຮົາຈະໄດ້ອວດຈັກໜ້ອຍໜຶ່ງ. |
|
| 17 |
|
| ໃນການອວດຢ່າງໝັ້ນໃຈໃນຕົນເອງຢ່າງນີ້ ເຮົາບໍ່ໄດ້ເວົ້າຕາມແບບຢ່າງຂອງອົງພຣະຜູ້ເປັນເຈົ້າ ແຕ່ເຮົາເວົ້າຢ່າງຄົນໂງ່. |
|
| 18 |
|
| ໃນເມື່ອຫລາຍຄົນອວດຕາມແບບຄົນຂອງໂລກ, ເຮົາກໍຈະອວດເໝືອນກັນ. |
|
| 19 |
|
| ພວກເຈົ້າທັງຫລາຍຍິນດີອົດທົນກັບຄົນໂງ່ເຫລົ່ານີ້ເນື່ອງຈາກພວກເຈົ້າເປັນຜູ້ສະຫລາດແທ້ນໍ! |
|
| 20 |
|
| ແທ້ຈິງແລ້ວ ພວກເຈົ້າທົນຮັບແມ່ນແຕ່ຄົນທີ່ມາເອົາພວກເຈົ້າໄປເປັນຂ້າທາດ ຫລື ຄົນທີ່ຂູດຮີດພວກເຈົ້າ ຫລື ຄົນທີ່ເອົາປຽບພວກເຈົ້າ ຫລື ຄົນທີ່ຍົກຕົນເປັນໃຫຍ່ເໜືອພວກເຈົ້າ ຫລື ຄົນທີ່ຕົບໜ້າພວກເຈົ້າ. |
|
| 21 |
|
| ເຮົາລະອາຍທີ່ຕ້ອງຍອມຮັບວ່າເຮົາອ່ອນແອເກີນໄປທີ່ຈະເຮັດຢ່າງນັ້ນ! ຜູ້ໃດກ້າອວດເລື່ອງໃດ ເຮົາຂໍເວົ້າຢ່າງຄົນໂງ່ວ່າ ເຮົາກໍກ້າອວດເລື່ອງນັ້ນເໝືອນກັນ. |
|
| 22 |
|
| ພວກເຂົາເປັນຊາວເຮັບເຣີບໍ? ເຮົາກໍເປັນເໝືອນກັນ. ພວກເຂົາເປັນຊາວອິດສະຣາເອນບໍ? ເຮົາກໍເປັນເໝືອນກັນ. ພວກເຂົາເປັນເຊື້ອສາຍຂອງອັບຣາຮາມບໍ? ເຮົາກໍເປັນເໝືອນກັນ. |
|
| 23 |
|
| ພວກເຂົາເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າບໍ? (ເຮົາເສຍສະຕິທີ່ເວົ້າແບບນີ້.) ເຮົາເປັນຫລາຍກວ່າພວກເຂົາອີກ. ເຮົາໄດ້ເຮັດວຽກໜັກຫລາຍກວ່າ, ຖືກຂັງຄຸກເລື້ອຍຫລາຍກວ່າ, ຖືກຂ້ຽນຕີຢ່າງໜັກຫລາຍກວ່າ ແລະ ປະເຊີນກັບຄວາມຕາຍຫລາຍເທື່ອ. |
|
| 24 |
|
| ເຮົາຖືກພວກຢິວຂ້ຽນຫ້າເທື່ອ ເທື່ອລະສາມສິບເກົ້າບາດ. |
|
| 25 |
|
| ເຮົາຖືກຂ້ຽນຕີດ້ວຍໄມ້ແສ້ສາມເທື່ອ, ເຮົາຖືກເອົາຫີນແກວ່ງໃສ່ໜຶ່ງເທື່ອ, ເຮົາປະເຊີນກັບເຮືອແຕກສາມເທື່ອ, ເຮົາແຊ່ຢູ່ກາງທະເລໜຶ່ງຄືນໜຶ່ງວັນ, |
|
| 26 |
|
| ເຮົາໄດ້ຍ້າຍທີ່ຢູ່ຕະຫລອດ, ເຮົາໄດ້ຢູ່ໃນອັນຕະລາຍຈາກແມ່ນ້ຳຕ່າງໆ, ໃນອັນຕະລາຍຈາກພວກໂຈນ, ໃນອັນຕະລາຍຈາກພີ່ນ້ອງຢິວຂອງເຮົາເອງ, ໃນອັນຕະລາຍຈາກຄົນຕ່າງຊາດ, ໃນອັນຕະລາຍພາຍໃນເມືອງ, ໃນອັນຕະລາຍພາຍໃນປະເທດ, ໃນອັນຕະລາຍຢູ່ໃນທະເລ ແລະ ໃນອັນຕະລາຍຈາກຜູ້ທີ່ເຊື່ອປອມ. |
|
| 27 |
|
| ເຮົາໄດ້ທຳງານໜັກ ແລະ ລຳບາກ, ອົດນອນຢູ່ເລື້ອຍ, ເຮົາຮູ້ຈັກການອົດເຂົ້າຫິວນ້ຳ ແລະ ຂາດອາຫານຢູ່ເລື້ອຍ, ເຮົາຕ້ອງພົບກັບຄວາມໜາວ ແລະ ເປືອຍກາຍ. |
|
| 28 |
|
| ນອກຈາກສິ່ງທັງໝົດເຫລົ່ານີ້ແລ້ວ, ເຮົາຍັງໄດ້ປະເຊີນກັບຄວາມກົດດັນຂອງຄວາມຫ່ວງໃຍທີ່ເຮົາມີຕໍ່ຄຣິສຕະຈັກທັງຫລາຍຢູ່ທຸກວັນ. |
|
| 29 |
|
| ມີຜູ້ໃດແດ່ທີ່ອ່ອນກຳລັງ ແລ້ວເຮົາບໍ່ຮູ້ສຶກອ່ອນກຳລັງໄປນຳ? ມີຜູ້ໃດແດ່ຖືກຊັກຊວນໃຫ້ເຮັດບາບ ແລ້ວເຮົາບໍ່ຮ້ອນຮົນໃຈ? |
|
| 30 |
|
| ຖ້າເຮົາຕ້ອງອວດ ເຮົາກໍຈະອວດເຖິງສິ່ງທີ່ສະແດງຄວາມອ່ອນແອຂອງເຮົາ. |
|
| 31 |
|
| ພຣະເຈົ້າ ແລະ ພຣະບິດາຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້ເປັນທີ່ສັນລະເສີນຕະຫລອດນິລັນດອນ ພຣະອົງຮູ້ວ່າເຮົາບໍ່ໄດ້ເວົ້າຕົວະ. |
|
| 32 |
|
| ໃນເມືອງດາມັສກັດ ເຈົ້າເມືອງຜູ້ຢູ່ໃຕ້ບັງຄັບບັນຊາຂອງກະສັດອາເຣຕາໄດ້ໃຫ້ທະຫານເຝົ້າຍາມໄວ້ທົ່ວເມືອງເພື່ອຈະຈັບກຸມເຮົາ. |
|
| 33 |
|
| ແຕ່ພວກເຂົາເອົາເຮົາໃສ່ກະຕ່າຢ່ອນລົງມາຈາກປ່ອງຢ້ຽມຕາມກຳແພງເມືອງ ແລະ ເຮົາຈຶ່ງຫລຸດພົ້ນຈາກເງື່ອມມືເພິ່ນມາໄດ້. |
|
|
|
|