|
| 1 |
|
| ດັ່ງນັ້ນ ເຮົາຈຶ່ງໄດ້ຕັ້ງໃຈທີ່ຈະບໍ່ມາຫາພວກເຈົ້າອີກ ເມື່ອມີຄວາມທຸກໂສກຢູ່. |
|
| 2 |
|
| ເພາະວ່າ ຖ້າເຮົາເຮັດໃຫ້ພວກເຈົ້າທຸກໂສກແລ້ວ ແມ່ນຜູ້ໃດຈະເຮັດໃຫ້ເຮົາຊົມຊື່ນຍິນດີ? ກໍແມ່ນຜູ້ທີ່ເຮົາໄດ້ເຮັດໃຫ້ທຸກໂສກນັ້ນແຫຼະ. |
|
| 3 |
|
| ແລະເຮົາໄດ້ຂຽນຂໍ້ຄວາມນັ້ນເພື່ອວ່າເມື່ອເຮົາມາ ເຮົາຈະບໍ່ໄດ້ຄວາມທຸກໂສກຈາກຄົນເຫຼົ່ານັ້ນທີ່ຄວນຈະເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີ. ເຮົາໄວ້ໃຈພວກເຈົ້າວ່າ, ຄວາມຍິນດີຂອງເຮົາກໍເປັນຄວາມຍິນດີຂອງເຈົ້າທັງຫລາຍດ້ວຍ. |
|
| 4 |
|
| ເຮົາໄດ້ຂຽນມາເຖິງພວກເຈົ້າ ດ້ວຍຄວາມລຳບາກຍິ່ງ ແລະຄວາມເສົ້າໂສກຢ່າງໜັກ ແລະດ້ວຍນໍ້າຕາຫລັ່ງໄຫລ, ຈຸດປະສົງຂອງເຮົາບໍ່ແມ່ນເພື່ອຈະເຮັດໃຫ້ພວກເຈົ້າເສົ້າໂສກ, ແຕ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກວ່າ ເຮົາຮັກພວກເຈົ້າທຸກຄົນຫລາຍເທົ່າໃດ. |
|
| 5 |
|
| ຖ້າຜູ້ໃດເປັນຕົ້ນເຫດເຮັດໃຫ້ເກີດຄວາມເສົ້າໂສກ ຜູ້ນັ້ນກໍບໍ່ໄດ້ເຮັດໃຫ້ເຮົາຄົນດຽວ ແຕ່ໄດ້ເຮັດໃຫ້ບາງຄົນໃນພວກເຈົ້າເສົ້າໂສກດ້ວຍ. (ການທີ່ເຮົາກ່າວວ່າບາງຄົນນັ້ນ ກໍເພາະວ່າເຮົາບໍ່ຢາກເວົ້າໃສ່ຄົນນັ້ນໜັກຈົນເກີນໄປ). |
|
| 6 |
|
| ການທີ່ຄົນຢ່າງນັ້ນຖືກລົງໂທດໂດຍຄົນສ່ວນຫລາຍ ກໍເປັນການພຽງພໍແລ້ວ. |
|
| 7 |
|
| ດັ່ງນັ້ນ ພວກເຈົ້າຄວນຍົກໂທດໃຫ້ລາວແລະໜູນໃຈລາວ ເພື່ອບໍ່ໃຫ້ລາວຈົມລົງໃນຄວາມເສົ້າໂສກອັນເຫລືອລົ້ນ. |
|
| 8 |
|
| ສະນັ້ນ ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ສະແດງຄວາມຮັກຕໍ່ລາວຢ່າງແທ້ຈິງ. |
|
| 9 |
|
| ນີ້ແຫຼະ ແມ່ນເຫດຜົນທີ່ເຮົາໄດ້ຂຽນມາເຖິງພວກເຈົ້າ ເພື່ອຢາກຈະລອງເບິ່ງວ່າ ພວກເຈົ້າຈະຍອມເຊື່ອຟັງຂໍ້ແນະນຳຂອງເຮົາທຸກປະການຫລືບໍ່. |
|
| 10 |
|
| ເມື່ອພວກເຈົ້າຍົກໂທດໃຫ້ຜູ້ໃດ ເຮົາກໍຈະຍົກໂທດໃຫ້ຜູ້ນັ້ນເໝືອນກັນ. ດ້ວຍວ່າ, ເມື່ອເຮົາຍົກໂທດໃຫ້ຜູ້ໃດແລ້ວ ເຮົາກໍຍົກໂທດໃຫ້ຜູ້ນັ້ນ. ເພາະເຫັນແກ່ເຈົ້າທັງຫລາຍຕໍ່ໜ້າພຣະຄຣິດ |
|
| 11 |
|
| ເພື່ອບໍ່ໃຫ້ມານຊາຕານມີໄຊເໜືອພວກເຮົາ ເພາະວ່າພວກເຮົາຮູ້ແຜນການຂອງມັນແລ້ວ. |
|
| 12 |
|
| ເມື່ອເຮົາໄປເຖິງເມືອງໂທອາດ ເພື່ອປະກາດຂ່າວປະເສີດ ເລື່ອງພຣະຄຣິດນັ້ນ ອົງພຣະຜູ້ເປັນເຈົ້າໄດ້ໄຂຊ່ອງທາງໃຫ້ແກ່ເຮົາ. |
|
| 13 |
|
| ແຕ່ເຖິງປານນັ້ນ ເຮົາກໍບໍ່ສະບາຍໃຈ ເພາະເຮົາບໍ່ໄດ້ພົບຕີໂຕພີ່ນ້ອງຂອງພວກເຮົາ ເຮົາຈຶ່ງອຳລາຄົນຢູ່ໃນທີ່ນັ້ນ ແລະເດີນທາງໄປສູ່ແຂວງມາເກໂດເນຍ. |
|
| 14 |
|
| ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ຜູ້ຊົງໂຜດນຳເຮົາທຸກເວລາຕໍ່ໄປ ຕາມຂະບວນຝ່າຍຄວາມໄຊຊະນະໂດຍພຣະຄຣິດ ແລະຊົງໂຜດປະທານກິ່ນຫອມຂອງຄວາມຮູ້ຈັກພຣະອົງ ໃຫ້ປາກົດດ້ວຍເຮົາໃນທຸກບ່ອນ. |
|
| 15 |
|
| ດ້ວຍວ່າ, ພວກເຮົາເປັນດັ່ງກິ່ນຫອມຫວານທີ່ພຣະຄຣິດຖວາຍແກ່ພຣະເຈົ້າ ໃນທ່າມກາງພວກທີ່ຖືກຊົງໂຜດຊ່ວຍໃຫ້ພົ້ນ ແລະໃນທ່າມກາງພວກທີ່ກຳລັງຈິບຫາຍໄປ. |
|
| 16 |
|
| ສຳລັບພວກທີ່ກຳລັງຈິບຫາຍໄປນັ້ນ ແມ່ນກິ່ນເໝັນແຫ່ງຄວາມຕາຍທີ່ນຳໄປສູ່ຄວາມຕາຍ ສຳລັບພວກທີ່ຖືກໂຜດຊ່ວຍໃຫ້ພົ້ນນັ້ນ ແມ່ນກິ່ນຫອມຫວານແຫ່ງຊີວິດທີ່ນຳໄປສູ່ຊີວິດ. ຜູ້ໃດໜໍ ຈະເປັນຜູ້ທີ່ຄູ່ຄວນກັບພາລະກິດເຊັ່ນນີ້? |
|
| 17 |
|
| ພວກເຮົາບໍ່ຄືຫລາຍຄົນ ທີ່ເຮັດກັບຖ້ອຍຄຳຂອງພຣະເຈົ້າ ເປັນເໝືອນສິນຄ້າຊື້ຂາຍລາຄາຖືກໆ ແຕ່ເພາະພຣະເຈົ້າໄດ້ໃຊ້ພວກເຮົາມາ ພວກເຮົາຈຶ່ງກ່າວດ້ວຍຄວາມຈິງໃຈຊ້ອງໜ້າພຣະອົງ ເໝືອນຢ່າງຜູ້ຮັບໃຊ້ຂອງພຣະຄຣິດ. |
|
|
|
|