|
| 1 |
|
| ເພາະເຮົາຮູ້ແລ້ວວ່າ, ຖ້າວ່າເຮືອນຂອງເຮົາໃນໂລກນີ້ ຄືຮ່າງກາຍນັ້ນໄດ້ຖືກມ້າງລົງເສຍ ເຮົາກໍຍັງມີບ່ອນຢູ່ອາໄສ ຊຶ່ງພຣະເຈົ້າຊົງໂຜດປະທານໃຫ້ເປັນບ່ອນຢູ່ທີ່ບໍ່ໄດ້ສ້າງດ້ວຍມືມະນຸດ ແລະຊົງຕັ້ງຢູ່ຖາວອນເປັນນິດໃນສະຫວັນ. |
|
| 2 |
|
| ເພາະວ່າທີ່ຈິງໃນຮ່າງກາຍນີ້ ເຮົາຍັງໂອ່ຍອາໄລຢູ່ ປາຖະໜາຫາຢ່າງຮ້ອນຮົນ ຢາກຫົ່ມເອົາທີ່ຢູ່ຂອງເຮົາອັນມາແຕ່ສະຫວັນ, |
|
| 3 |
|
| ເພື່ອວ່າເມື່ອພວກເຮົາຫົ່ມຮ່າງກາຍໃໝ່ແລ້ວ ພວກເຮົາກໍບໍ່ຕ້ອງຢູ່ໃນສະພາບທີ່ປະເປືອຍ. |
|
| 4 |
|
| ຂະນະທີ່ພວກເຮົາອາໄສຢູ່ໃນຮ່າງກາຍນີ້ ພວກເຮົາກໍໂອ່ຍຄາງເປັນທຸກຢູ່ຢ່າງໜັກໜ່ວງ ອັນນີ້ບໍ່ແມ່ນວ່າພວກເຮົາຢາກໜີໃຫ້ພົ້ນຈາກຮ່າງກາຍຂອງພວກເຮົາ, ແຕ່ພວກເຮົາປາຖະໜາຢາກຫົ່ມກາຍໃໝ່ນັ້ນ ເພື່ອວ່າຮ່າງກາຍທີ່ຕາຍເປັນນີ້ຈະຖືກຖ້ວມລົ້ນດ້ວຍຊີວິດ. |
|
| 5 |
|
| ແມ່ນພຣະເຈົ້າເອງທີ່ໄດ້ເປັນຜູ້ຈັດຕຽມພວກເຮົາສຳລັບການປ່ຽນແປງນີ້ ຜູ້ຊົງໂຜດປະທານພຣະວິນຍານເພື່ອເປັນເຄື່ອງມັດຈຳໄວ້ກັບພວກເຮົາ. |
|
| 6 |
|
| ດັ່ງນັ້ນ ພວກເຮົາຈຶ່ງມີໃຈກ້າຢ່າງເຕັມປ່ຽມຢູ່ສະເໝີ ພວກເຮົາຮູ້ວ່າ ຕາບໃດທີ່ພວກເຮົາອາໄສຢູ່ໃນເຮືອນ ຄືຮ່າງກາຍນີ້ ພວກເຮົາກໍໄກຈາກອົງພຣະຜູ້ເປັນເຈົ້າ. |
|
| 7 |
|
| ດ້ວຍວ່າ, ພວກເຮົາດຳເນີນຊີວິດຕາມຄວາມເຊື່ອ ບໍ່ແມ່ນຕາມທີ່ຕາເຫັນ. |
|
| 8 |
|
| ພວກເຮົາມີໃຈກ້າຢ່າງເຕັມປ່ຽມ ແລະພໍໃຈຢາກຈະອອກຈາກເຮືອນ ຄືຮ່າງກາຍນີ້ ໄປຢູ່ເຮືອນກັບອົງພຣະຜູ້ເປັນເຈົ້າກໍດີກວ່າ. |
|
| 9 |
|
| ດັ່ງນັ້ນ ບໍ່ວ່າພວກເຮົາຈະຢູ່ໃນເຮືອນ ຄືຮ່າງກາຍນີ້ ຫລືບໍ່ຢູ່ກໍຕາມ ພວກເຮົາໄດ້ຕັ້ງເປົ້າໝາຍເພື່ອເຮັດໃຫ້ເປັນທີ່ພໍພຣະໄທພຣະອົງ. |
|
| 10 |
|
| ດ້ວຍວ່າ, ຈຳເປັນທີ່ພວກເຮົາທຸກຄົນ ຈະຕ້ອງປາກົດຕົວຕໍ່ໜ້າບັນລັງພິພາກສາຂອງພຣະຄຣິດ ເພື່ອແຕ່ລະຄົນຈະໄດ້ຮັບ ສົມກັບການທີ່ຕົນໄດ້ເຮັດໃນຮ່າງກາຍນີ້ ແລ້ວແຕ່ຈະດີ ຫລືຊົ່ວ. |
|
| 11 |
|
| ເພາະເຫດທີ່ພວກເຮົາຮູ້ຈັກຢຳເກງອົງພຣະຜູ້ເປັນເຈົ້າ ພວກເຮົາຈຶ່ງຊັກຊວນຄົນທັງຫລາຍໃຫ້ເຮັດຕາມດ້ວຍ ພວກເຮົາເປັນຢ່າງໃດ ພຣະເຈົ້າກໍຊົງຮູ້ດີຢູ່ແລ້ວ ແລະພວກເຮົາກໍຫວັງວ່າ ໃຈສຳນຶກຜິດແລະຊອບຂອງພວກເຈົ້າ ກໍຄົງຮູ້ຈັກພວກເຮົາດີເໝືອນກັນ. |
|
| 12 |
|
| ທີ່ເວົ້າຢ່າງນີ້ ບໍ່ແມ່ນພວກເຮົາຍ້ອງຍໍຕົວເຮົາເອງຕໍ່ເຈົ້າທັງຫລາຍ, ແຕ່ເພື່ອໃຫ້ເຈົ້າທັງຫລາຍໄດ້ມີໂອກາດສະແດງຄວາມອວດອ້າງກ່ຽວກັບພວກເຮົາ ເພື່ອໃຫ້ເຈົ້າທັງຫລາຍສາມາດມີຂໍ້ໂຕ້ຕອບແກ່ຄົນທັງຫລາຍທີ່ມັກອວດໃນສິ່ງພາຍນອກ ບໍ່ແມ່ນສິ່ງທີ່ຢູ່ພາຍໃນຈິດໃຈ. |
|
| 13 |
|
| ເພາະວ່າ ຖ້າພວກເຮົາໄດ້ເຮັດຢ່າງຄົນເສຍຈິດ ເຮົາກໍເຮັດເພາະເຫັນແກ່ພຣະເຈົ້າ ຫລືຖ້າເຮົາເຮັດຢ່າງຄົນປົກກະຕິ ກໍເພາະເຫັນແກ່ເຈົ້າທັງຫລາຍ. |
|
| 14 |
|
| ເພາະວ່າ, ຄວາມຮັກຂອງພຣະຄຣິດຊົງບັງຄັບພວກເຮົາຢູ່ ຍ້ອນພວກເຮົາແນ່ໃຈວ່າ, ມີຜູ້ໜຶ່ງໄດ້ຕາຍແທນຄົນທັງປວງ. ດັ່ງນັ້ນ ຄົນທັງປວງຈຶ່ງໄດ້ເຂົ້າສ່ວນໃນຄວາມຕາຍນັ້ນ. |
|
| 15 |
|
| ແລະພຣະອົງໄດ້ຕາຍແທນຄົນທັງປວງ ເພື່ອວ່າພວກທີ່ມີຊີວິດຢູ່ນັ້ນ ຈະບໍ່ໃຊ້ຊີວິດຢູ່ເພື່ອຕົນເອງອີກຕໍ່ໄປ, ແຕ່ເພື່ອພຣະອົງຜູ້ທີ່ໄດ້ຕາຍ ແລະໄດ້ເປັນຄືນມາຈາກຕາຍ ເພາະເຫັນແກ່ເຂົາທັງຫລາຍ. |
|
| 16 |
|
| ເຫດສະນັ້ນ, ແຕ່ນີ້ຕໍ່ໄປ ພວກເຮົາຈຶ່ງບໍ່ພິຈາລະນາເບິ່ງຜູ້ໃດຕາມມາດຕະຖານຂອງມະນຸດອີກ ເຖິງແມ່ນວ່າ ເມື່ອກ່ອນນັ້ນພວກເຮົາໄດ້ສັງເກດຮູ້ພຣະຄຣິດຕາມມາດຕະຖານຂອງມະນຸດກໍຕາມ ມາບັດນີ້ ພວກເຮົາກໍບໍ່ສັງເກດຮູ້ພຣະອົງຕາມແບບນັ້ນອີກຕໍ່ໄປ. |
|
| 17 |
|
| ເຫດສະນັ້ນ, ຖ້າຜູ້ໃດຢູ່ໃນພຣະຄຣິດ ຜູ້ນັ້ນກໍເປັນຄົນທີ່ຖືກຊົງສ້າງຂຶ້ນໃໝ່ແລ້ວ ຖານະເກົ່າເຫຼົ່ານັ້ນກໍລ່ວງໄປແລ້ວ ເບິ່ງແມ! ກາຍເປັນສິ່ງໃໝ່ທັງນັ້ນ. |
|
| 18 |
|
| ສິ່ງທັງໝົດນີ້ ແມ່ນເກີດມາຈາກພຣະເຈົ້າ ຜູ້ຊົງໂຜດໃຫ້ພວກເຮົາຄືນດີກັບພຣະອົງໂດຍທາງພຣະຄຣິດ ແລະພຣະອົງກໍໄດ້ມອບໝາຍພາລະກິດນີ້ແກ່ພວກເຮົາ ເພື່ອເຮັດໃຫ້ຄົນອື່ນຄືນດີກັບພຣະອົງເໝືອນກັນ. |
|
| 19 |
|
| ເພາະໂດຍທາງພຣະຄຣິດ ພຣະເຈົ້າໄດ້ເຮັດໃຫ້ຄົນທຸກຊາດຄືນດີກັບພຣະອົງ ພຣະເຈົ້າບໍ່ໄດ້ຖືໂທດຕໍ່ການບາບຂອງພວກເຂົາ ແລະພຣະອົງໄດ້ຊົງມອບຂ່າວເລື່ອງການຄືນດີໄວ້ຢູ່ໃນຄວາມຮັບຜິດຊອບຂອງພວກເຮົາ. |
|
| 20 |
|
| ດັ່ງນັ້ນ ພວກເຮົາຈຶ່ງເປັນທູດຂອງພຣະຄຣິດ ເພາະວ່າ ພຣະເຈົ້າຊົງຮຽກຮ້ອງພວກເຈົ້າໂດຍຜ່ານທາງພວກເຮົາ ພວກເຮົາຈຶ່ງຂໍຮ້ອງພວກເຈົ້າໃນນາມຂອງພຣະຄຣິດວ່າ, “ຈົ່ງຍອມໃຫ້ພຣະເຈົ້າ ເຮັດໃຫ້ພວກເຈົ້າຄືນດີກັນກັບພຣະອົງເທີ້ນ.” |
|
| 21 |
|
| ເພາະວ່າ ພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງພວກເຮົາ ເພື່ອພວກເຮົາຈະໄດ້ເຂົ້າສ່ວນໃນຄວາມຊອບທຳຂອງພຣະເຈົ້າໂດຍທາງພຣະອົງ. |
|
|
|
|