|
| 1 |
|
| ພີ່ນ້ອງທັງຫລາຍເອີຍ, ເຮົາປາຖະໜາໃຫ້ພວກເຈົ້າຮູ້ເຖິງ ພຣະຄຸນຂອງພຣະເຈົ້າ ທີ່ຊົງໂຜດປະທານແກ່ຄຣິສຕະຈັກຕ່າງໆໃນແຂວງມາເກໂດເນຍ. |
|
| 2 |
|
| ເພາະວ່າ ເມື່ອຄາວທີ່ພວກເຂົາຖືກທົດລອງຢ່າງໜັກ ໂດຍໄດ້ຮັບຄວາມທຸກລຳບາກ ຄວາມຍິນດີອັນເຫລືອລົ້ນ ແລະຄວາມຍາກຈົນອັນເຫຼືອປະມານຂອງພວກເຂົານັ້ນ ກໍໄດ້ປາກົດລົ້ນອອກມາເປັນໃຈສັດທາອັນກວ້າງຂວາງ. |
|
| 3 |
|
| ເພາະເຮົາເປັນພະຍານໄດ້ວ່າ ພວກເຂົາສັດທາຖວາຍໂດຍສຸດຄວາມສາມາດຂອງພວກເຂົາ ແລະເຫຼືອຄວາມສາມາດຂອງພວກເຂົາເສຍອີກ, |
|
| 4 |
|
| ແລ້ວຕາມລຳພັງໃຈຂອງພວກເຂົາເອງ ພວກເຂົາກໍຍັງໄດ້ວອນຂໍຢ່າງຫລວງຫລາຍ ຂໍໃຫ້ເຮົາກະລຸນາພວກເຂົາໄດ້ມີສ່ວນໃນການຊ່ວຍເຫລືອພວກໄພ່ພົນຂອງພຣະເຈົ້າ. |
|
| 5 |
|
| ບໍ່ເໝືອນດັ່ງເຮົາໄດ້ຄາດໝາຍໄວ້, ແຕ່ຂໍ້ສຳຄັນທີ່ສຸດ ແມ່ນພວກເຂົາໄດ້ຖວາຍຕົວເອງແກ່ອົງພຣະຜູ້ເປັນເຈົ້າກ່ອນ ແລ້ວໄດ້ມອບຕົວໃຫ້ເຮົາຕາມນໍ້າພຣະໄທຂອງພຣະເຈົ້າ. |
|
| 6 |
|
| ຈົນວ່າເຮົາໄດ້ເຕືອນຕີໂຕ ໃຫ້ຊ່ວຍພວກເຈົ້າເຮັດການກຸສົນນັ້ນໃຫ້ສຳເລັດ ຕາມທີ່ຕົນໄດ້ລົງມືເຮັດໄວ້ກ່ອນແລ້ວນັ້ນ. |
|
| 7 |
|
| ເຫດສະນັ້ນ ເມື່ອເຈົ້າທັງຫລາຍມີບໍຣິບູນໃນທຸກສິ່ງ ຄືຄວາມເຊື່ອ, ຖ້ອຍຄຳ, ວິຊາຄວາມຮູ້, ຄວາມກະຕືລືລົ້ນ ແລະຄວາມຮັກຕໍ່ເຮົາ, ເຈົ້າທັງຫລາຍກໍຈົ່ງປະກອບການກຸສົນນີ້ຢ່າງບໍຣິບູນເໝືອນກັນ. |
|
| 8 |
|
| ເຮົາກ່າວດັ່ງນີ້ບໍ່ແມ່ນຄຳບັນຊາ, ແຕ່ໄດ້ນຳເລື່ອງຄວາມກະຕືລືລົ້ນຂອງຄົນອື່ນ ມາທຽບທົດລອງກັບຄວາມຮັກຂອງເຈົ້າທັງຫລາຍນັ້ນ ເບິ່ງວ່າເປັນຂອງແທ້ຫລືບໍ່. |
|
| 9 |
|
| ເພາະວ່າ ເຈົ້າທັງຫລາຍຮູ້ຈັກພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາແລ້ວວ່າ ເຖິງແມ່ນວ່າ ພຣະອົງຊົງຮັ່ງມີ ພຣະອົງກໍຍັງຊົງຍອມກາຍເປັນຄົນຍາກຈົນ ເພາະເຫັນແກ່ເຈົ້າທັງຫລາຍ ເພື່ອເຈົ້າທັງຫລາຍຈະໄດ້ກາຍເປັນຄົນຮັ່ງມີ ເນື່ອງຈາກຄວາມຍາກຈົນຂອງພຣະອົງ. |
|
| 10 |
|
| ແລະເຮົາຈະອອກຄວາມເຫັນໃນເລື່ອງນີ້ວ່າ, ເລື່ອງທີ່ພວກເຈົ້າໄດ້ຕັ້ງຕົ້ນກ່ອນພວກເຂົາເມື່ອປີກາຍນີ້ ແລະບໍ່ແມ່ນພວກເຈົ້າໄດ້ຕັ້ງຕົ້ນຈະເຮັດເທົ່ານັ້ນ, ແຕ່ຍັງເຕັມໃຈໃນການເຮັດນັ້ນດ້ວຍ. |
|
| 11 |
|
| ບັດນີ້ກໍຄວນແລ້ວ ທີ່ເຈົ້າທັງຫລາຍຈະເຮັດການນັ້ນ ໃຫ້ສຳເລັດເສຍ ເພື່ອວ່າເມື່ອພວກເຈົ້າມີໃຈພ້ອມຢູ່ແລ້ວ ພວກເຈົ້າກໍຈະເຮັດໃຫ້ສຳເລັດຕາມຄວາມສາມາດຂອງຕົນ. |
|
| 12 |
|
| ເພາະວ່າ ຖ້າມີນໍ້າໃຈພ້ອມຢູ່ແລ້ວ ພຣະເຈົ້າກໍຊົງພໍພຣະໄທທີ່ຈະຊົງຮັບຕາມທີ່ທຸກຄົນມີຢູ່ ບໍ່ແມ່ນຕາມທີ່ພວກເຂົາບໍ່ມີ. |
|
| 13 |
|
| ເຮົາບໍ່ໄດ້ມຸ່ງໝາຍວ່າ ຈະໃຫ້ການງານຂອງຄົນອື່ນເບົາລົງ ແລະໃຫ້ການງານຂອງພວກເຈົ້າໜັກຂຶ້ນ, ແຕ່ເພື່ອໃຫ້ເປັນການສະເໝີກັນ. |
|
| 14 |
|
| ສະນັ້ນ ໃນຍາມທີ່ເຈົ້າທັງຫລາຍມີບໍຣິບູນຢ່າງເວລານີ້ ພວກເຈົ້າກໍຄວນຈະຊ່ວຍຄົນເຫຼົ່ານັ້ນທີ່ຂາດເຂີນ ແລະໃນຍາມທີ່ພວກເຂົາມີບໍຣິບູນ ພວກເຂົາກໍຈະຊ່ວຍພວກເຈົ້າ ເມື່ອຂາດເຂີນເໝືອນກັນ ເພື່ອຈະໃຫ້ສະເໝີກັນໄປ. |
|
| 15 |
|
| ດັ່ງທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ທີ່ໄດ້ຫລາຍກໍບໍ່ເຫຼືອ ແລະຜູ້ທີ່ໄດ້ໜ້ອຍກໍບໍ່ຂາດເຂີນ.” |
|
| 16 |
|
| ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ທີ່ຊົງບັນດານໃຫ້ຕີໂຕມີໃຈກະຕືລືລົ້ນສຳລັບພວກເຈົ້າດັ່ງທີ່ເຮົາເອງມີຢູ່. |
|
| 17 |
|
| ເພິ່ນບໍ່ພຽງແຕ່ໄດ້ຮັບເອົາຄຳຂໍຮ້ອງຂອງພວກເຮົາ ນອກນີ້ອີກ ເພິ່ນຍັງມີໃຈກະຕືລືລົ້ນໃນການຊ່ວຍເຫລືອ, ຈຶ່ງອາສາສະໝັກໄປຫາພວກເຈົ້າ. |
|
| 18 |
|
| ພວກເຮົາໄດ້ໃຊ້ພີ່ນ້ອງຄົນນັ້ນ ຜູ້ທີ່ຄຣິສຕະຈັກທັງໝົດໃຫ້ຄວາມໄວ້ວາງໃຈ ໃຫ້ໄປກັບຕີໂຕໃນພາລະກິດແຫ່ງການປະກາດຂ່າວປະເສີດ. |
|
| 19 |
|
| ແລະບໍ່ພຽງແຕ່ເທົ່ານັ້ນ ແຕ່ຄຣິສຕະຈັກໄດ້ເລືອກຕັ້ງຜູ້ນັ້ນ ໃຫ້ເປັນເພື່ອນເດີນທາງດ້ວຍກັນກັບເຮົາໃນການກຸສົນ ຊຶ່ງເຮົາໄດ້ຮັບເປັນທຸລະ ເພື່ອໃຫ້ເປັນທີ່ຖວາຍພຣະກຽດແກ່ອົງພຣະຜູ້ເປັນເຈົ້າ ແລະເປັນທີ່ສະແດງນໍ້າໃຈອັນພ້ອມແລ້ວຂອງເຮົາ. |
|
| 20 |
|
| ພວກເຮົາຕັ້ງໃຈຈະບໍ່ໃຫ້ຜູ້ໃດຕຳໜິ ໃນເລື່ອງຂອງບໍລິຈາກອັນຫລວງຫລາຍ ທີ່ພວກເຮົາກຳລັງຮັບມາແຈກນັ້ນ. |
|
| 21 |
|
| ພວກເຮົາມີຈຸດປະສົງເຮັດທຸກສິ່ງໃຫ້ຖືກຕ້ອງ ບໍ່ແມ່ນແຕ່ຕໍ່ສາຍຕາຂອງອົງພຣະຜູ້ເປັນເຈົ້າເທົ່ານັ້ນ, ແຕ່ຕໍ່ສາຍຕາຂອງມະນຸດດ້ວຍ. |
|
| 22 |
|
| ເຮົາໄດ້ໃຊ້ພີ່ນ້ອງຂອງເຮົານັ້ນໄປນຳພວກເຂົາ ຄືຜູ້ທີ່ເຮົາໄດ້ທົດລອງເບິ່ງຫລາຍເທື່ອ ຈຶ່ງເຫັນວ່າເປັນຄົນມີໃຈກະຕືລືລົ້ນໃນຫລາຍສິ່ງຫລາຍຢ່າງມາແລ້ວ ແລະບັດນີ້ໄດ້ມີຄວາມກະຕືລືລົ້ນຫລາຍກວ່າເກົ່າ ຍ້ອນວ່າເພິ່ນມີຄວາມໄວ້ໃຈຫລາຍໃນພວກເຈົ້າ. |
|
| 23 |
|
| ສ່ວນຕີໂຕນັ້ນ ເປັນຜູ້ເຂົ້າສ່ວນກັບເຮົາ ແລະເປັນຜູ້ຮ່ວມງານໃນການຮັບໃຊ້ເຈົ້າທັງຫລາຍ ສ່ວນພວກພີ່ນ້ອງຂອງເຮົານັ້ນ ກໍເປັນທູດຮັບໃຊ້ຂອງຄຣິສຕະຈັກທັງຫລາຍ ແລະເປັນພຣະກຽດຕິຍົດຂອງພຣະຄຣິດ. |
|
| 24 |
|
| ເຫດສະນັ້ນ ຈົ່ງສະແດງໃຫ້ພວກເຂົາເຫັນ ເຖິງຄວາມຮັກອັນແທ້ຈິງຂອງພວກເຈົ້າ ເພື່ອວ່າການທີ່ພວກເຮົາເວົ້າອວດເຖິງພວກເຈົ້ານັ້ນ ຈະເປັນທີ່ປາກົດແຈ້ງໃນທ່າມກາງເຂົາເຫຼົ່ານັ້ນ ຕໍ່ໜ້າຄຣິສຕະຈັກທຸກແຫ່ງ. |
|
|
|
|