|
| 1 |
|
| ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຄົນໜຶ່ງ ເຊິ່ງບໍ່ໄດ້ຖືກສົ່ງມາຈາກມະນຸດ ຫລື ໂດຍມະນຸດຄົນໃດ, ແຕ່ໂດຍພຣະເຢຊູຄຣິດເຈົ້າ ແລະ ພຣະເຈົ້າພຣະບິດາ, ຜູ້ເຮັດໃຫ້ພຣະອົງເປັນຄືນມາຈາກຕາຍ, |
|
| 2 |
|
| ແລະ ພີ່ນ້ອງທຸກຄົນທີ່ຢູ່ກັບເຮົາ, ເຖິງຄຣິສຕະຈັກຕ່າງໆໃນແຂວງຄາລາເຕຍ: |
|
| 3 |
|
| ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງມີແກ່ພວກເຈົ້າທັງຫລາຍ, |
|
| 4 |
|
| ພຣະອົງຜູ້ໄດ້ສະຫລະພຣະອົງເອງເພື່ອຄວາມບາບທັງຫລາຍຂອງພວກເຮົາ ເພື່ອຊ່ວຍຊີວິດພວກເຮົາຈາກຍຸກປັດຈຸບັນອັນຊົ່ວຮ້າຍນີ້, ຕາມຄວາມປະສົງຂອງພຣະເຈົ້າ ແລະ ພຣະບິດາເຈົ້າຂອງພວກເຮົາ, |
|
| 5 |
|
| ຂໍໃຫ້ກຽດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ! ອາແມນ. |
|
| 6 |
|
| ເຮົາປະຫລາດໃຈທີ່ພວກເຈົ້າທັງຫລາຍໄດ້ປະຖິ້ມພຣະອົງ ຜູ້ເອີ້ນພວກເຈົ້າໃຫ້ດໍາເນີນຊີວິດຢູ່ໃນພຣະຄຸນຂອງພຣະຄຣິດເຈົ້າໄປຢ່າງໄວວາ ແລະ ຫັນໄປຫາຂ່າວປະເສີດທີ່ແຕກຕ່າງ |
|
| 7 |
|
| ເຊິ່ງບໍ່ແມ່ນຂ່າວປະເສີດເລີຍ. ເຫັນໄດ້ຊັດເຈນວ່າບາງຄົນກຳລັງໂຍນພວກເຈົ້າເຂົ້າສູ່ຄວາມສັບສົນ ແລະ ພະຍາຍາມບິດເບືອນຂ່າວປະເສີດຂອງພຣະຄຣິດເຈົ້າ. |
|
| 8 |
|
| ແຕ່ຖ້າຫາກວ່າພວກເຮົາ ຫລື ເທວະດາຈາກສະຫວັນຈະປະກາດຂ່າວປະເສີດອື່ນ ເຊິ່ງແຕກຕ່າງໄປຈາກຂ່າວປະເສີດທີ່ພວກເຮົາໄດ້ປະກາດແກ່ພວກເຈົ້ານັ້ນ, ກໍໃຫ້ພວກເຂົາຢູ່ໃຕ້ການສາບແຊ່ງຂອງພຣະເຈົ້າ! |
|
| 9 |
|
| ດັ່ງທີ່ພວກເຮົາໄດ້ກ່າວໄວ້ແລ້ວ, ດັ່ງນັ້ນ ບັດນີ້ເຮົາຂໍກ່າວອີກວ່າ: ຖ້າຜູ້ໃດກໍຕາມປະກາດຂ່າວປະເສີດອື່ນໃຫ້ແກ່ພວກເຈົ້ານອກເໜືອຈາກສິ່ງທີ່ພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ, ກໍໃຫ້ພວກເຂົາຢູ່ໃຕ້ການສາບແຊ່ງຂອງພຣະເຈົ້າ! |
|
| 10 |
|
| ເວລານີ້ເຮົາກຳລັງພະຍາຍາມທີ່ຈະໃຫ້ມະນຸດ ຫລື ພຣະເຈົ້າຍອມຮັບ? ຫລື ເຮົາກຳລັງພະຍາຍາມເຮັດໃຫ້ມະນຸດພໍໃຈບໍ? ຖ້າເຮົາຍັງກຳລັງພະຍາຍາມເຮັດໃຫ້ມະນຸດພໍໃຈ, ເຮົາກໍບໍ່ແມ່ນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າ. |
|
| 11 |
|
| ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າ, ຂ່າວປະເສີດທີ່ເຮົາໄດ້ປະກາດນັ້ນແມ່ນບໍ່ໄດ້ມາຈາກມະນຸດ. |
|
| 12 |
|
| ເຮົາບໍ່ໄດ້ຮັບຂ່າວປະເສີດນີ້ມາຈາກມະນຸດຄົນໃດ ຫລື ເຮົາບໍ່ໄດ້ຮັບການສິດສອນຂ່າວປະເສີດນີ້, ແຕ່ເຮົາໄດ້ຮັບຂ່າວປະເສີດໂດຍການເປີດເຜີຍຈາກພຣະເຢຊູຄຣິດເຈົ້າ. |
|
| 13 |
|
| ເພາະວ່າພວກເຈົ້າກໍເຄີຍໄດ້ຍິນເຖິງວິຖີຊີວິດຂອງເຮົາທີ່ຜ່ານມາໃນສາສະໜາຢິວ, ເຮົາໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າຢ່າງຮຸນແຮງ ແລະ ພະຍາຍາມຈະທຳລາຍຄຣິສຕະຈັກ. |
|
| 14 |
|
| ເມື່ອເຮົາຢູ່ໃນສາສະໜາຢິວເຮົາກ້າວໜ້າກວ່າພີ່ນ້ອງຄົນຢິວຫລາຍຄົນໃນລຸ້ນດຽວກັນ ແລະ ກະຕືລືລົ້ນທີ່ສຸດຕໍ່ປະເພນີຂອງບັນພະບຸລຸດຂອງເຮົາ. |
|
| 15 |
|
| ແຕ່ເມື່ອພຣະເຈົ້າ ຜູ້ແຍກເຮົາໄວ້ຕັ້ງແຕ່ຢູ່ໃນທ້ອງແມ່ ແລະ ເອີ້ນເຮົາໂດຍພຣະຄຸນຂອງພຣະອົງ, ພຣະອົງພໍໃຈ |
|
| 16 |
|
| ທີ່ຈະເປີດເຜີຍພຣະບຸດຂອງພຣະອົງໃນເຮົາ ເພື່ອວ່າເຮົາຈະປະກາດພຣະອົງທ່າມກາງບັນດາຄົນຕ່າງຊາດ, ເຮົາກໍຕອບສະໜອງທັນທີໂດຍບໍ່ໄດ້ປຶກສາມະນຸດຄົນໃດ. |
|
| 17 |
|
| ເຮົາບໍ່ໄດ້ຂຶ້ນໄປຍັງນະຄອນເຢຣູຊາເລັມເພື່ອພົບກັບບັນດາຄົນທີ່ເປັນອັກຄະສາວົກກ່ອນເຮົາ, ແຕ່ເຮົາໄດ້ເຂົ້າໄປໃນປະເທດອາຣາເບຍ. ຫລັງຈາກນັ້ນເຮົາຈຶ່ງໄດ້ກັບຄືນມາເມືອງດາມັສກັດ. |
|
| 18 |
|
| ແລ້ວຫລັງຈາກສາມປີ, ເຮົາຈຶ່ງຂຶ້ນໄປຍັງນະຄອນເຢຣູຊາເລັມເພື່ອທຳຄວາມຮູ້ຈັກກັບເກຟາ ແລະ ພັກຢູ່ກັບເພິ່ນສິບຫ້າວັນ. |
|
| 19 |
|
| ເຮົາບໍ່ໄດ້ເຫັນອັກຄະສາວົກຄົນອື່ນເລີຍ ນອກຈາກຢາໂກໂບນ້ອງຊາຍຂອງອົງພຣະຜູ້ເປັນເຈົ້າ. |
|
| 20 |
|
| ເຮົາຂໍຢືນຢັນຕໍ່ພວກເຈົ້າຕໍ່ໜ້າພຣະເຈົ້າວ່າສິ່ງທີ່ເຮົາຂຽນເຖິງພວກເຈົ້ານັ້ນບໍ່ໄດ້ຕົວະ. |
|
| 21 |
|
| ຫລັງຈາກນັ້ນ ເຮົາໄດ້ໄປຍັງຊີເຣຍ ແລະ ກີລີເກຍ. |
|
| 22 |
|
| ຄຣິສຕະຈັກຕ່າງໆໃນພຣະຄຣິດເຈົ້າທີ່ຢູ່ໃນແຂວງຢູດາຍບໍ່ໄດ້ຮູ້ຈັກເຮົາເປັນການສ່ວນຕົວ. |
|
| 23 |
|
| ພວກເຂົາພຽງແຕ່ໄດ້ຍິນລາຍງານວ່າ: “ຜູ້ຊາຍທີ່ໃນເມື່ອກ່ອນເຄີຍຂົ່ມເຫັງພວກເຮົານັ້ນ ດຽວນີ້ກຳລັງປະກາດຄວາມເຊື່ອ ເຊິ່ງຄັ້ງໜຶ່ງລາວເຄີຍພະຍາຍາມທີ່ຈະທຳລາຍ”. |
|
| 24 |
|
| ແລະ ພວກເຂົາໄດ້ສັນລະເສີນພຣະເຈົ້າກໍເພາະເຮົາ. |
|
|
|
|