|
| 1 |
|
| ຫລັງຈາກນັ້ນມາສິບສີ່ປີ ເຮົາໄດ້ກັບຄືນໄປທີ່ນະຄອນເຢຣູຊາເລັມກັບບາຣະນາບາ ແລະເຮົາກໍໄດ້ເອົາຕີໂຕໄປດ້ວຍ. |
|
| 2 |
|
| ເຮົາໄປຕາມທີ່ພຣະເຈົ້າໄດ້ຊົງສຳແດງແກ່ເຮົາ ເຮົາໄດ້ອະທິບາຍເລື່ອງຂ່າວປະເສີດແກ່ພວກເຂົາ ຊຶ່ງເຮົາໄດ້ເຄີຍປະກາດແກ່ຄົນຕ່າງຊາດ (ແຕ່ຍັງໄດ້ເລົ່າໃຫ້ຄົນສຳຄັນຟັງເປັນການສ່ວນຕົວ) ເພາະຢ້ານວ່າເຮົາກຳລັງແລ່ນແຂ່ງກັນ ຫລືວ່າໄດ້ແລ່ນແຂ່ງແລ້ວໂດຍບໍ່ມີປະໂຫຍດ. |
|
| 3 |
|
| ເພື່ອນຮ່ວມເດີນທາງກັບເຮົາຄືຕີໂຕ ເຖິງແມ່ນວ່າລາວເປັນຄົນກຣີກກໍຕາມ ລາວກໍບໍ່ໄດ້ຖືກບັງຄັບໃຫ້ຮັບພິທີຕັດ, |
|
| 4 |
|
| ແຕ່ມີພີ່ນ້ອງທີ່ແປກປອມໄດ້ລັກລອບເຂົ້າມາ ເພື່ອຈະສອດແນມເບິ່ງເສລີພາບຂອງພວກເຮົາ ທີ່ມີຢູ່ເພາະພຣະເຢຊູຄຣິດເຈົ້າ ພວກເຂົາຫວັງຈະບັງຄັບພວກເຮົາ ໃຫ້ກັບໄປເປັນຂ້ອຍຂ້າຂອງກົດບັນຍັດອີກ |
|
| 5 |
|
| ແຕ່ພວກເຮົາບໍ່ໄດ້ອ່ອນຍອມຕໍ່ພວກເຂົາແມ່ນແຕ່ນາທີດຽວ ເພື່ອຈະໄດ້ຮັກສາຄວາມສັດຈິງຂອງຂ່າວປະເສີດນັ້ນ ໄວ້ສຳລັບເຈົ້າທັງຫລາຍ. |
|
| 6 |
|
| ສ່ວນຄົນເຫຼົ່ານັ້ນ ທີ່ພວກເຂົາຖືວ່າເປັນຄົນສຳຄັນ ພວກເຂົາຈະເຄີຍເປັນຄົນຢ່າງໃດມາກ່ອນແລ້ວກໍຕາມ ກໍບໍ່ສຳຄັນຢ່າງໃດສຳລັບເຮົາ ພຣະເຈົ້າບໍ່ຊົງເຫັນແກ່ໜ້າຄົນໃດ ຄົນເຫຼົ່ານັ້ນທີ່ພວກເຂົາຖືວ່າເປັນຄົນສຳຄັນ ກໍບໍ່ໄດ້ເພີ່ມເຕີມສິ່ງໜຶ່ງສິ່ງໃດແກ່ເຮົາ. |
|
| 7 |
|
| ກົງກັນຂ້າມ ເມື່ອພວກເຂົາເຫັນວ່າພຣະເຈົ້າໄດ້ມອບພາລະກິດໃຫ້ເຮົາ ເພື່ອປະກາດຂ່າວປະເສີດແກ່ຄົນຕ່າງຊາດ ເໝືອນດັ່ງທີ່ພຣະອົງໄດ້ມອບພາລະກິດໃຫ້ເປໂຕເພື່ອປະກາດຂ່າວປະເສີດແກ່ຄົນຢິວ. |
|
| 8 |
|
| ດ້ວຍວ່າ, ພຣະເຈົ້າໄດ້ໃຫ້ເປໂຕເປັນອັກຄະສາວົກແກ່ຄົນຢິວຢ່າງໃດ ພຣະອົງກໍໄດ້ໃຫ້ເຮົາເປັນອັກຄະສາວົກແກ່ຄົນຕ່າງຊາດຢ່າງນັ້ນ. |
|
| 9 |
|
| ເມື່ອຢາໂກໂບກັບເກຟາ ແລະ ໂຢຮັນ ຜູ້ທີ່ພວກເຂົາຖືວ່າເປັນຫລັກໄດ້ສັງເກດເຫັນພຣະຄຸນທີ່ໄດ້ຊົງປະທານແກ່ເຮົາ ທ່ານທັງສາມກໍໄດ້ຍື່ນມືຂວາໃຫ້ເຮົາກັບບາຣະນາບາຈັບ ເພື່ອສະແດງວ່າເຮົາເປັນເພື່ອນຮ່ວມງານກັນ ເພື່ອໃຫ້ພວກເຮົາໄປຫາພວກຕ່າງຊາດ ແລະທ່ານເຫຼົ່ານັ້ນຈະໄປຫາພວກທີ່ຖືພິທີຕັດ. |
|
| 10 |
|
| ແຕ່ທ່ານເຫຼົ່ານັ້ນ ຂໍພຽງແຕ່ບໍ່ໃຫ້ເຮົາລືມຄິດເຖິງຄົນຍາກຈົນ ຊຶ່ງເປັນສິ່ງທີ່ເຮົາເອົາໃຈໃສ່ທີ່ຈະເຮັດຢູ່ແລ້ວ. |
|
| 11 |
|
| ເມື່ອເປໂຕໄດ້ມາເຖິງເມືອງອັນຕີໂອເຂຍ ເຮົາກໍຕໍ່ວ່າເພິ່ນຢ່າງເປີດເຜີຍ ເພາະເພິ່ນເຮັດຜິດພາດຢ່າງປະຈັກຕາ. |
|
| 12 |
|
| ດ້ວຍວ່າ, ກ່ອນທີ່ຄົນຂອງຢາໂກໂບໄດ້ມາເຖິງ ເປໂຕໄດ້ກິນຢູ່ຮ່ວມກັບຄົນຕ່າງຊາດ ແຕ່ພໍພວກເຫຼົ່ານັ້ນມາເຖິງແລ້ວ ເພິ່ນກໍຖອຍອອກມາ ແລະບໍ່ກິນຢູ່ຮ່ວມກັບຄົນຕ່າງຊາດອີກ ເພາະເພິ່ນຢ້ານພວກທີ່ຖືພິທີຕັດ. |
|
| 13 |
|
| ສ່ວນພີ່ນ້ອງຊາວຢິວຄົນອື່ນໆ ກໍເຮັດເໝືອນດັ່ງເປໂຕ ແມ່ນແຕ່ບາຣະນາບາກໍປະພຶດຕາມແບບນັ້ນເໝືອນກັນ. |
|
| 14 |
|
| ເມື່ອເຮົາເຫັນວ່າ ພວກເພິ່ນບໍ່ໄດ້ດຳເນີນໄປຕາມຄວາມຈິງແຫ່ງຂ່າວປະເສີດ ເຮົາຈຶ່ງເວົ້າໃຫ້ເປໂຕຕໍ່ໜ້າຄົນທັງໝົດນັ້ນວ່າ, “ເຈົ້າຜູ້ເປັນຄົນຢິວ ແຕ່ເຈົ້າໄດ້ດຳເນີນຊີວິດເໝືອນຄົນຕ່າງຊາດແລະບໍ່ເໝືອນຄົນຢິວ. ຖ້າດັ່ງນັ້ນ ເປັນຫຍັງເຈົ້າຈຶ່ງບັງຄັບຄົນຕ່າງຊາດໃຫ້ດຳເນີນຊີວິດເໝືອນຄົນຢິວ?” |
|
| 15 |
|
| ແມ່ນຢູ່ ພວກເຮົາເປັນຢິວໂດຍກຳເນີດ ແລະບໍ່ແມ່ນ “ພວກຕ່າງຊາດທີ່ເປັນຄົນບາບ”, |
|
| 16 |
|
| ແຕ່ພວກເຮົາກໍຮູ້ຢູ່ວ່າ ບໍ່ມີຜູ້ໃດຖືກຊົງຖືວ່າເປັນຄົນຊອບທຳ ໂດຍການປະຕິບັດຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າເທົ່ານັ້ນ ເຖິງແມ່ນພວກເຮົາກໍຍັງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທຳໂດຍຄວາມເຊື່ອໃນພຣະຄຣິດ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ ເພາະວ່າໂດຍການປະຕິບັດຕາມກົດບັນຍັດນັ້ນ “ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນຄົນຊອບທຳໄດ້.” |
|
| 17 |
|
| ແຕ່ຖ້າພວກເຮົາພະຍາຍາມເພື່ອຈະໄດ້ຊົງຖືວ່າ ເປັນຄົນຊອບທຳໂດຍພຣະຄຣິດ ພວກເຮົາເອງກໍຍັງປາກົດເປັນຄົນບາບຢູ່. ສະນັ້ນ ພຣະຄຣິດຈະຊົງເປັນຜູ້ສົ່ງເສີມຄວາມບາບບໍ? ບໍ່ເປັນຢ່າງນັ້ນດອກ |
|
| 18 |
|
| ເພາະວ່າ ຖ້າເຮົາກໍ່ສິ່ງທີ່ເຮົາທຳລາຍລົງແລ້ວນັ້ນຂຶ້ນອີກ ເຮົາກໍສະແດງຕົວເອງວ່າເປັນຜູ້ລ່ວງລະເມີດ. |
|
| 19 |
|
| ເຫດວ່າໂດຍທາງກົດບັນຍັດນັ້ນ ເຮົາໄດ້ຕາຍຈາກກົດບັນຍັດແລ້ວ ເພື່ອເຮົາຈະໄດ້ມີຊີວິດຢູ່ສຳລັບພຣະເຈົ້າ ເຮົາໄດ້ຖືກຄຶງໄວ້ກັບພຣະຄຣິດແລ້ວ. |
|
| 20 |
|
| ເຮົາຈຶ່ງບໍ່ມີຊີວິດຢູ່ ແຕ່ແມ່ນພຣະຄຣິດທີ່ຊົງມີຊີວິດຢູ່ໃນເຮົາ ຊີວິດທີ່ເຮົາມີໃນຮ່າງກາຍເວລານີ້ ເຮົາມີຢູ່ໂດຍຄວາມເຊື່ອໃນພຣະບຸດຂອງພຣະເຈົ້າ ຜູ້ທີ່ໄດ້ຮັກເຮົາ ແລະໄດ້ສະຫລະຊີວິດເພື່ອເຮົາ. |
|
| 21 |
|
| ເຮົາບໍ່ໄດ້ເຮັດໃຫ້ພຣະຄຸນຂອງພຣະເຈົ້າເສຍໄປລ້າໆ ເພາະວ່າ ຖ້າຄວາມຊອບທຳໄດ້ມາໂດຍທາງກົດບັນຍັດແລ້ວ ພຣະຄຣິດກໍຊົງສິ້ນພຣະຊົນໂດຍບໍ່ມີປະໂຫຍດ. |
|
|
|
|