|
| 1 |
|
| ໂອ ຊາວຄາລາເຕຍຜູ້ບໍ່ມີຄວາມຄິດເອີຍ, ແມ່ນຜູ້ໃດໜໍ ທີ່ໄດ້ສະກົດຈິດໃຈຂອງພວກເຈົ້າໃຫ້ຫລົງເຊື່ອໄປ ການທີ່ພຣະເຢຊູຄຣິດເຈົ້າຖືກຄຶງທີ່ໄມ້ກາງແຂນນັ້ນ ກໍໄດ້ປາກົດແຈ້ງແກ່ຕາພວກເຈົ້າຢ່າງຄັກແນ່ແລ້ວ |
|
| 2 |
|
| ເຮົາຢາກຮູ້ຂໍ້ດຽວຈາກພວກເຈົ້າວ່າ ເຈົ້າທັງຫລາຍໄດ້ຮັບພຣະວິນຍານນັ້ນ ໂດຍການປະຕິບັດຕາມກົດບັນຍັດຫລື? ຫລືວ່າໄດ້ຮັບໂດຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ? |
|
| 3 |
|
| ເຈົ້າທັງຫລາຍຍັງໂງ່ເຖິງພຽງນັ້ນບໍ? ພວກເຈົ້າໄດ້ຕັ້ງຕົ້ນໂດຍທາງພຣະວິນຍານແລ້ວ ບັດນີ້ ພວກເຈົ້າຈະສຳເລັດລົງໂດຍທາງມະນຸດທຳມະດາບໍ? |
|
| 4 |
|
| ການທີ່ເຈົ້າທັງຫລາຍໄດ້ອົດທົນມາຫລາຍແລ້ວນັ້ນ ເປັນການເສຍປະໂຫຍດບໍ? ຖ້າເປັນການເສຍປະໂຫຍດແທ້. |
|
| 5 |
|
| ພຣະອົງຜູ້ຊົງປະທານພຣະວິນຍານແກ່ເຈົ້າທັງຫລາຍ ແລະຊົງສຳແດງອິດທິຣິດທ່າມກາງພວກເຈົ້າ ຊົງກະທຳການເຫຼົ່ານັ້ນ ເພາະດ້ວຍການປະຕິບັດຕາມກົດບັນຍັດບໍ? ຫລືວ່າເພາະດ້ວຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ |
|
| 6 |
|
| ຈົ່ງພິຈາລະນາເບິ່ງອັບຣາຮາມວ່າ, “ເພິ່ນໄດ້ເຊື່ອພຣະເຈົ້າ ແລະເພາະຄວາມເຊື່ອນັ້ນ ພຣະເຈົ້າຈຶ່ງຊົງຮັບວ່າເພິ່ນເປັນຄົນຊອບທຳ.” |
|
| 7 |
|
| ສະນັ້ນ ພວກເຈົ້າຈົ່ງຮັບຮູ້ໄວ້ວ່າ ແມ່ນຜູ້ທີ່ມີຄວາມເຊື່ອນັ້ນແຫຼະ ເປັນເຊື້ອສາຍແທ້ຂອງອັບຣາຮາມ. |
|
| 8 |
|
| ພຣະຄຳພີໄດ້ບອກໃຫ້ຮູ້ລ່ວງໜ້າວ່າ, ພຣະເຈົ້າຈະເຮັດໃຫ້ຄົນຕ່າງຊາດເປັນຜູ້ຊອບທຳ ຕໍ່ໜ້າພຣະອົງໂດຍທາງຄວາມເຊື່ອ. ຈຶ່ງໄດ້ປະກາດຂ່າວປະເສີດແຈ້ງແກ່ອັບຣາຮາມກ່ອນວ່າ, “ໂດຍທາງເຈົ້າ ພຣະເຈົ້າຈະອວຍພອນຊົນຊາດທັງຫລາຍ.” |
|
| 9 |
|
| ອັບຣາຮາມໄດ້ເຊື່ອ ແລະໄດ້ຮັບພຣະພອນ. ດັ່ງນັ້ນ ທຸກຄົນທີ່ວາງໃຈເຊື່ອຈຶ່ງໄດ້ຮັບພຣະພອນເໝືອນກັນກັບເພິ່ນ. |
|
| 10 |
|
| ດ້ວຍວ່າ, ທຸກຄົນທີ່ອາໄສການປະຕິບັດຕາມກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ໃດກໍຕາມທີ່ບໍ່ໄດ້ປະຕິບັດຕາມທຸກຂໍ້ ທີ່ຂຽນໄວ້ໃນກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ” |
|
| 11 |
|
| ເປັນທີ່ຮູ້ແຈ້ງແລ້ວວ່າ ບໍ່ມີມະນຸດຄົນໃດ ທີ່ຊົງຖືວ່າເປັນຄົນຊອບທຳຕໍ່ໜ້າພຣະເຈົ້າ ໂດຍການປະຕິບັດຕາມກົດບັນຍັດ ເພາະມີຂຽນໄວ້ໃນພຣະຄຳພີວ່າ, “ຜູ້ທີ່ຊົງຖືວ່າເປັນຄົນຊອບທຳ ເພາະດ້ວຍຄວາມເຊື່ອເທົ່ານັ້ນຈະມີຊີວິດ.” |
|
| 12 |
|
| ແຕ່ກົດບັນຍັດນັ້ນບໍ່ໄດ້ອາໄສຄວາມເຊື່ອ ເພາະ “ຜູ້ໃດກໍຕາມທີ່ເຮັດທຸກສິ່ງຕາມກົດບັນຍັດ ກໍຈະດຳລົງຊີວິດຢູ່ຕາມກົດນັ້ນ.” |
|
| 13 |
|
| ພຣະຄຣິດໄດ້ຊົງໄຖ່ພວກເຮົາ ໃຫ້ພົ້ນຈາກການສາບແຊ່ງຂອງກົດບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງແທນພວກເຮົາ (ເພາະພຣະຄຳພີຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ ກໍຖືກສາບແຊ່ງແລ້ວ.”) |
|
| 14 |
|
| ເພື່ອພຣະພອນທາງອັບຣາຮາມຈະໄດ້ມາເຖິງບັນດາຄົນຕ່າງຊາດໂດຍທາງພຣະຄຣິດເຈົ້າເຢຊູ, ເພື່ອພວກເຮົາຈະໄດ້ຮັບພຣະວິນຍານຕາມພຣະສັນຍາໂດຍທາງຄວາມເຊື່ອ. |
|
| 15 |
|
| ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເຮົາຂໍຍົກເອົາເລື່ອງເຫດການທຳມະດາມາເປັນຕົວຢ່າງ ເມື່ອສອງຄົນຕົກລົງກັນໃນເລື່ອງໃດເລື່ອງໜຶ່ງ ແລະເຊັນສັນຍາລົງໄປແລ້ວ ບໍ່ມີຜູ້ໃດຈະລົ້ມເລີກ ຫລືເພີ່ມເຕີມໄດ້ອີກ. |
|
| 16 |
|
| ບັນດາພຣະສັນຍາທີ່ພຣະເຈົ້າກ່າວແກ່ອັບຣາຮາມ ແລະເຊື້ອສາຍຂອງເພິ່ນນັ້ນ ບໍ່ໄດ້ກ່າວວ່າ, “ແກ່ເຊື້ອສາຍທັງຫລາຍ,” ແຕ່ຊົງກ່າວວ່າ, “ແກ່ເຊື້ອສາຍຂອງທ່ານ.” ໝາຍເຖິງຄົນດຽວ ຄືພຣະຄຣິດ. |
|
| 17 |
|
| ເຮົາຈຶ່ງເວົ້າຢ່າງນີ້ວ່າ ກົດບັນຍັດທີ່ມາພາຍຫລັງເຖິງສີ່ຮ້ອຍສາມສິບປີ ຈະທຳລາຍພັນທະສັນຍາ ຊຶ່ງພຣະເຈົ້າໄດ້ຊົງແຕ່ງຕັ້ງໄວ້ກ່ອນນັ້ນ ຈະຖືກລຶບລ້າງບໍ່ໄດ້. |
|
| 18 |
|
| ເພາະວ່າ ຖ້າການຮັບມໍຣະດົກມີມາໂດຍທາງກົດບັນຍັດ ກໍບໍ່ແມ່ນໂດຍທາງພຣະສັນຍາອີກຕໍ່ໄປ ແຕ່ພຣະເຈົ້າໄດ້ຊົງໂຜດປະທານມໍຣະດົກນັ້ນ ໃຫ້ແກ່ອັບຣາຮາມໂດຍທາງພຣະສັນຍາ. |
|
| 19 |
|
| ຖ້າດັ່ງນັ້ນແລ້ວ ມີກົດບັນຍັດໄວ້ເພື່ອຫຍັງ? ທີ່ເພີ່ມກົດບັນຍັດໄວ້ ກໍເພື່ອຄວາມຜິດບາບຈະໄດ້ປາກົດເປັນການລ່ວງລະເມີດ ຈົນກວ່າເຊື້ອສາຍທີ່ໄດ້ຮັບພຣະສັນຍານັ້ນຈະມາເຖິງ ພວກເທວະດາໄດ້ແຕ່ງຕັ້ງກົດບັນຍັດນັ້ນໄວ້ໂດຍມືຂອງຄົນກາງ. |
|
| 20 |
|
| ເມື່ອມີຝ່າຍດຽວ ກໍບໍ່ຕ້ອງການຄົນກາງ ແລະພຣະເຈົ້າຊົງເປັນຝ່າຍດຽວນັ້ນ. |
|
| 21 |
|
| ຖ້າດັ່ງນັ້ນ ກົດບັນຍັດຂັດແຍ້ງກັບພຣະສັນຍາຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງນັ້ນດອກ ເພາະວ່າ ຖ້າຊົງປະທານກົດບັນຍັດ ອັນອາດໃຫ້ມີຊີວິດຢູ່ໄດ້ ການຊົງຖືວ່າເປັນຄົນຊອບທຳຄົງຈະໄດ້ມີຢູ່ໂດຍກົດບັນຍັດນັ້ນແທ້. |
|
| 22 |
|
| ແຕ່ພຣະຄຳພີໄດ້ຮວບຮວມສິ່ງທັງໝົດ ໃຫ້ເຂົ້າຢູ່ພາຍໃຕ້ອຳນາດຄວາມຜິດບາບ ເພື່ອວ່າທຸກຄົນທີ່ເຊື່ອຈະໄດ້ຮັບຂອງປະທານຕາມທີ່ຊົງສັນຍາໄວ້ ຊຶ່ງໄດ້ຊົງໂຜດປະທານ ໂດຍອາໄສຄວາມເຊື່ອໃນພຣະເຢຊູຄຣິດເຈົ້າເປັນຫລັກ. |
|
| 23 |
|
| ເມື່ອຄວາມເຊື່ອຍັງບໍ່ທັນມານັ້ນ ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງກົດບັນຍັດ ຖືກຄວບຄຸມໄວ້ຈົນເຖິງຄວາມເຊື່ອຈະໄດ້ມາປາກົດ. |
|
| 24 |
|
| ເພາະສະນັ້ນ ກົດບັນຍັດຈຶ່ງເປັນຜູ້ດູແລພວກເຮົາ ຈົນກວ່າພຣະຄຣິດສະເດັດມາ ເພື່ອວ່າພວກເຮົາຈະໄດ້ເປັນຄົນຊອບທຳ ໂດຍທາງຄວາມເຊື່ອ. |
|
| 25 |
|
| ບັດນີ້ ເວລາແຫ່ງຄວາມເຊື່ອກໍມາເຖິງແລ້ວ ກົດບັນຍັດບໍ່ໄດ້ເປັນຜູ້ດູແລພວກເຮົາອີກຕໍ່ໄປ. |
|
| 26 |
|
| ເພາະວ່າເຈົ້າທັງຫລາຍກໍເປັນບຸດຂອງພຣະເຈົ້າ ຮ່ວມໃນພຣະຄຣິດເຈົ້າເຢຊູໂດຍທາງຄວາມເຊື່ອ. |
|
| 27 |
|
| ເພາະວ່າ ຄົນໃດໃນພວກເຈົ້າໄດ້ຮັບບັບຕິສະມາໃນພຣະຄຣິດແລ້ວ ຄົນນັ້ນກໍໄດ້ສວມຊີວິດຂອງພຣະອົງ. |
|
| 28 |
|
| ດັ່ງນັ້ນ ຈຶ່ງບໍ່ມີຄວາມແຕກຕ່າງອັນໃດ ລະຫວ່າງຄົນຢິວແລະຄົນຕ່າງຊາດ ລະຫວ່າງທາດແລະອິດສະຫລະ ລະຫວ່າງຊາຍແລະຍິງ ເພາະພວກເຈົ້າທຸກຄົນເປັນອັນໜຶ່ງອັນດຽວກັນໃນພຣະຄຣິດເຈົ້າເຢຊູ. |
|
| 29 |
|
| ຖ້າພວກເຈົ້າເປັນຄົນຂອງພຣະຄຣິດແລ້ວ ພວກເຈົ້າກໍເປັນເຊື້ອສາຍຂອງອັບຣາຮາມ ຄືເປັນຜູ້ໄດ້ຮັບມໍຣະດົກຕາມພຣະສັນຍາ. |
|
|
|
|