|
| 1 |
|
| ເຮົາຂໍກ່າວດັ່ງນີ້ວ່າ, ຕາບໃດທີ່ເຈົ້າຂອງມໍຣະດົກຍັງເປັນເດັກນ້ອຍຢູ່ ກໍບໍ່ແຕກຕ່າງຫຍັງກັບຂ້ອຍຂ້າ ເຖິງແມ່ນວ່າເປັນເຈົ້າຂອງຊັບສິນທັງໝົດກໍຕາມ. |
|
| 2 |
|
| ເພາະກໍຍັງຢູ່ໃຕ້ບັງຄັບຂອງຜູ້ປົກຄອງ ແລະຜູ້ດູແລຊັບສິນ ຈົນເຖິງເວລາທີ່ພໍ່ຂອງລາວໄດ້ກຳນົດໄວ້ໃຫ້ຮັບມໍຣະດົກ. |
|
| 3 |
|
| ພວກເຮົາກໍເໝືອນກັນ ເມື່ອຍັງເປັນເດັກນ້ອຍ ພວກເຮົາກໍຍັງຕົກເປັນທາດຮັບໃຊ້ ຢູ່ໃຕ້ອຳນາດຂອງສິ່ງສັກສິດທຳມະດາ ແຫ່ງສາກົນຈັກກະວານ. |
|
| 4 |
|
| ແຕ່ເມື່ອຄົບກຳນົດເວລາແລ້ວ ພຣະເຈົ້າໄດ້ຊົງໃຊ້ພຣະບຸດຂອງພຣະອົງມາ ຊົງບັງເກີດນຳຍິງຄົນໜຶ່ງ ແລະຊົງມີຊີວິດຢູ່ພາຍໃຕ້ກົດບັນຍັດ, |
|
| 5 |
|
| ເພື່ອຈະຊົງໄຖ່ເອົາຄົນເຫຼົ່ານັ້ນ ທີ່ຢູ່ໃຕ້ກົດບັນຍັດ ເພື່ອໃຫ້ພວກເຮົາໄດ້ຖານະເປັນບຸດ. |
|
| 6 |
|
| ແລະເພາະເຈົ້າທັງຫລາຍເປັນບຸດຂອງພຣະເຈົ້າແລ້ວ ພຣະອົງຈຶ່ງຊົງໃຊ້ພຣະວິນຍານແຫ່ງພຣະບຸດຂອງພຣະອົງເຂົ້າມາໃນໃຈຂອງພວກເຮົາ ແລ້ວຮ້ອງວ່າ, “ອັບບາ” ຄື “ພຣະບິດາເຈົ້າ.” |
|
| 7 |
|
| ດັ່ງນັ້ນ ເພາະໂດຍພຣະເຈົ້າ ພວກເຈົ້າຈຶ່ງບໍ່ເປັນຂ້ອຍຂ້າຕໍ່ໄປ ແຕ່ເປັນບຸດ ແລະຖ້າເປັນບຸດແລ້ວ ກໍເປັນເຈົ້າຂອງມໍຣະດົກ. |
|
| 8 |
|
| ໃນເມື່ອກ່ອນນີ້ ເຈົ້າທັງຫລາຍຍັງບໍ່ຮູ້ຈັກພຣະເຈົ້າ ພວກເຈົ້າກໍເປັນທາດຮັບໃຊ້ຂອງສິ່ງຕ່າງໆ ຊຶ່ງຕາມທຳມະດາແລ້ວ ມັນບໍ່ແມ່ນພຣະແທ້. |
|
| 9 |
|
| ແຕ່ບັດນີ້ເຈົ້າທັງຫລາຍຮູ້ຈັກພຣະເຈົ້າແລ້ວ (ຫລືຈະເວົ້າໃຫ້ຖືກກວ່າ ກໍວ່າພຣະເຈົ້າຊົງຮູ້ຈັກເຈົ້າທັງຫລາຍແລ້ວ) ດ້ວຍເຫດໃດພວກເຈົ້າຈຶ່ງຈະກັບໄປຫາອຳນາດສິ່ງສັກສິດທຳມະດາ ອັນອ່ອນແອແລະບໍ່ມີປະໂຫຍດ? ພວກເຈົ້າຢາກຕົກເປັນຂ້ອຍຂ້າຂອງມັນອີກບໍ? |
|
| 10 |
|
| ພວກເຈົ້າຖືວັນ ຖືເດືອນ ຖືລະດູ ແລະຖືປີ. |
|
| 11 |
|
| ເຮົາວິຕົກນຳເຈົ້າທັງຫລາຍ ຢ້ານວ່າການໜັກໜ່ວງທີ່ເຮົາໄດ້ເຮັດສຳລັບພວກເຈົ້ານັ້ນ ຈະບໍ່ເປັນປະໂຫຍດ. |
|
| 12 |
|
| ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເຮົາຮ້ອງຂໍພວກເຈົ້າໃຫ້ເປັນເໝືອນດັ່ງເຮົາ ຕາມທີ່ຈິງແລ້ວ ເຮົາກໍເຄີຍເປັນດັ່ງພວກເຈົ້າເໝືອນກັນ ພວກເຈົ້າບໍ່ໄດ້ທຳຮ້າຍຫຍັງຕໍ່ເຮົາ. |
|
| 13 |
|
| ເຈົ້າທັງຫລາຍຮູ້ຢູ່ວ່າ ໃນຕອນຕົ້ນທີ່ເຮົາໄດ້ປະກາດເລື່ອງຂ່າວປະເສີດແກ່ພວກເຈົ້າ ກໍເປັນເພາະການເຈັບປ່ວຍທາງຮ່າງກາຍ. |
|
| 14 |
|
| ເຖິງແມ່ນວ່າສຸຂະພາບຂອງເຮົາ ຈະເປັນການທົດລອງໃຈເຈົ້າທັງຫລາຍກໍຕາມ ພວກເຈົ້າກໍບໍ່ໄດ້ໝິ່ນປະໝາດ ຫລືເບື່ອໜ່າຍເຮົາ ແຕ່ໄດ້ຕ້ອນຮັບເຮົາ ເໝືອນກັບເປັນທູດຂອງພຣະເຈົ້າ ຫລືເໝືອນກັບພຣະຄຣິດເຈົ້າເຢຊູ. |
|
| 15 |
|
| ພວກເຈົ້າລືມຄວາມຍິນດີຂອງພວກເຈົ້າແລ້ວບໍ? ເຮົາເອງກ້າເວົ້າໄດ້ວ່າ ຖ້າເປັນໄປໄດ້ພວກເຈົ້າຄົງຈະຄວັດໜ່ວຍຕາຂອງພວກເຈົ້າໃຫ້ແກ່ເຮົາ. |
|
| 16 |
|
| ເວລານີ້ ເຮົາໄດ້ກາຍເປັນສັດຕູຂອງພວກເຈົ້າ ຍ້ອນເຮົາບອກຄວາມຈິງແກ່ພວກເຈົ້າຊັ້ນບໍ? |
|
| 17 |
|
| ຄົນເຫຼົ່ານັ້ນສົນໃຈພວກເຈົ້າ ບໍ່ແມ່ນດ້ວຍຄວາມຫວັງດີ ພວກເຂົາພຽງແຕ່ຢາກແຍກພວກເຈົ້າອອກຈາກເຮົາເທົ່ານັ້ນ ເພື່ອວ່າພວກເຈົ້າຈະໄດ້ສົນໃຈພວກເຂົາ ດັ່ງທີ່ພວກເຂົາໄດ້ສົນໃຈພວກເຈົ້າ. |
|
| 18 |
|
| ການເອົາອົກເອົາໃຈດ້ວຍຄວາມຫວັງດີ ກໍເປັນການດີຢູ່ທຸກເວລາ ແລະບໍ່ແມ່ນແຕ່ເມື່ອເວລາເຮົາຢູ່ນຳພວກເຈົ້າເທົ່ານັ້ນ. |
|
| 19 |
|
| ລູກນ້ອຍທີ່ຮັກຂອງເຮົາເອີຍ, ເຮົາຕ້ອງເຈັບປວດເພາະພວກເຈົ້າອີກ ເໝືອນຢ່າງແມ່ທີ່ເຈັບທ້ອງເກີດລູກ ຈົນກວ່າພຣະຄຣິດຈະໄດ້ເປັນທີ່ສ້າງຂຶ້ນຢູ່ໃນພວກເຈົ້າ. |
|
| 20 |
|
| ເຮົາປາຖະໜາຢາກຢູ່ກັບພວກເຈົ້າໃນເວລານີ້ ແລະຢາກປ່ຽນວິທີເວົ້າຈາກັບພວກເຈົ້າ ເພາະເຮົາວິຕົກກັງວົນໃຈນຳພວກເຈົ້າຫລາຍ. |
|
| 21 |
|
| ເຮົາຂໍຖາມພວກທີ່ຢູ່ໃຕ້ກົດບັນຍັດວ່າ, ພວກເຈົ້າບໍ່ໄດ້ຍິນສິ່ງທີ່ກົດບັນຍັດກ່າວບໍ? |
|
| 22 |
|
| ຕາມທີ່ມີຂຽນໄວ້ວ່າ, ອັບຣາຮາມມີລູກຊາຍສອງຄົນ, ຄົນໜຶ່ງເກີດຈາກຍິງຂ້ອຍຂ້າ ແລະອີກຄົນໜຶ່ງເກີດຈາກຍິງທີ່ບໍ່ເປັນຂ້ອຍຂ້າ. |
|
| 23 |
|
| ລູກຊາຍຂອງເພິ່ນຜູ້ທີ່ໄດ້ຈາກຍິງຂ້ອຍຂ້ານັ້ນ ເກີດຕາມທຳມະດາ ແຕ່ລູກຊາຍຂອງເພິ່ນ ຜູ້ທີ່ໄດ້ຈາກຍິງທີ່ບໍ່ເປັນຂ້ອຍຂ້ານັ້ນ ແມ່ນເກີດຕາມພຣະສັນຍາ. |
|
| 24 |
|
| ເລື່ອງນັ້ນຖືເປັນການປຽບທຽບດັ່ງນີ້: ຍິງທັງສອງນັ້ນ ໄດ້ແກ່ພັນທະສັນຍາສອງຢ່າງ, ຜູ້ໜຶ່ງຊື່ວ່າຮາກາ ນາງເກີດລູກທີ່ເປັນຂ້ອຍຂ້າ ຈຶ່ງໄດ້ຮັບພັນທະສັນຍາມາຈາກພູເຂົາຊີນາຍ. |
|
| 25 |
|
| ນາງຮາການັ້ນ ໄດ້ແກ່ພູເຂົາຊີນາຍໃນປະເທດອາຣາເບຍປຽບເຖິງ ນະຄອນເຢຣູຊາເລັມໃນປະຈຸບັນ ຕົກເປັນຂ້ອຍຂ້າພ້ອມທັງຊາວເມືອງທຸກຄົນດ້ວຍ. |
|
| 26 |
|
| ແຕ່ນະຄອນເຢຣູຊາເລັມທີ່ຢູ່ເບື້ອງເທິງນັ້ນ ເປັນອິດສະຫລະ ແລະນາງກໍເປັນແມ່ຂອງພວກເຮົາ. |
|
| 27 |
|
| ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, “ໂອ ຍິງໝັນຜູ້ບໍ່ເຄີຍເກີດລູກເອີຍ ຈົ່ງຊົມຊື່ນຍິນດີເທີ້ນ ເຈົ້າຜູ້ທີ່ບໍ່ເຄີຍເຈັບທ້ອງ ເກີດລູກຈັກເທື່ອເອີຍ ຈົ່ງໂຮ່ຮ້ອງຂຶ້ນດ້ວຍຄວາມ ຊົມຊື່ນຍິນດີສາ ດ້ວຍວ່າ, ຍິງທີ່ຖືກປະຮ້າງກໍມີລູກ ຫລາຍກວ່າຍິງທີ່ມີຜົວ.” |
|
| 28 |
|
| ບັດນີ້ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າກໍເປັນລູກໆຂອງພຣະເຈົ້າ ຕາມພຣະສັນຍາ ເໝືອນດັ່ງອີຊາກ. |
|
| 29 |
|
| ໃນຄາວນັ້ນ ລູກທີ່ເກີດຕາມທຳມະດາ ໄດ້ຂົ່ມເຫັງຜູ້ທີ່ເກີດຕາມພຣະວິນຍານສັນໃດ ແລະປະຈຸບັນນີ້ ກໍຍັງເປັນເໝືອນກັນສັນນັ້ນ. |
|
| 30 |
|
| ແຕ່ພຣະຄຳພີກ່າວວ່າຢ່າງໃດ ກໍກ່າວວ່າ, “ຈົ່ງໄລ່ຍິງຂ້ອຍຂ້າ ແລະລູກຂອງນາງໜີໄປເສຍ. ດ້ວຍວ່າ, ລູກຂອງຍິງຂ້ອຍຂ້າຈະບໍ່ໄດ້ມີສ່ວນຮັບມໍຣະດົກ ຮ່ວມກັບລູກຂອງຍິງທີ່ບໍ່ເປັນຂ້ອຍຂ້າ.” |
|
| 31 |
|
| ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ພວກເຮົາບໍ່ເປັນລູກຂອງຍິງຂ້ອຍຂ້າ ແຕ່ເປັນລູກຂອງຍິງທີ່ບໍ່ເປັນຂ້ອຍຂ້າ. |
|
|
|
|