|
| 1 |
|
| ໃນອະດີດຜ່ານມາ ພວກເຈົ້າໄດ້ຕາຍແລ້ວຝ່າຍຈິດວິນຍານ ຍ້ອນພວກເຈົ້າບໍ່ເຊື່ອຟັງ ແລະເຮັດບາບນາໆປະການ. |
|
| 2 |
|
| ໃນເວລານັ້ນ ພວກເຈົ້າໄດ້ປະຕິບັດຕາມທາງອັນຊົ່ວຊ້າແຫ່ງໂລກນີ້ ຄືພວກເຈົ້າເຊື່ອຟັງຕາມຜູ້ທີ່ມີຣິດອຳນາດປົກຄອງຢູ່ໃນຍ່ານອາກາດ ຄືວິນຍານຊຶ່ງຄອບງຳຢູ່ໃນທ່າມກາງຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ. |
|
| 3 |
|
| ແທ້ຈິງແລ້ວ, ພວກເຮົາທຸກຄົນເຄີຍດຳເນີນຊີວິດເໝືອນດັ່ງຄົນເຫຼົ່ານັ້ນ ຄືໄດ້ດຳເນີນຊີວິດຕາມກິເລດຕັນຫາທີ່ເຮົາຕ້ອງການ ຄືປະຕິບັດຕາມສິ່ງທີ່ຮ່າງກາຍແລະຈິດໃຈຂອງຕົນເອງປາຖະໜາຕາມສັນດານ ພວກເຮົາສົມຄວນຖືກພຣະເຈົ້າລົງໂທດເໝືອນດັ່ງຄົນອື່ນ. |
|
| 4 |
|
| ແຕ່ດ້ວຍພຣະກະລຸນາປານີຂອງພຣະເຈົ້າທີ່ອຸດົມສົມບູນຫລາຍ ແລະດ້ວຍຄວາມຮັກຂອງພຣະອົງ ທີ່ມີຕໍ່ພວກເຮົາກໍໃຫຍ່ຫລວງ, |
|
| 5 |
|
| ເຖິງແມ່ນວ່າ ເມື່ອພວກເຮົາໄດ້ຕາຍແລ້ວຝ່າຍຈິດວິນຍານ ຍ້ອນພວກເຮົາບໍ່ເຊື່ອຟັງ ພຣະອົງກໍຍັງໄດ້ບັນດານໃຫ້ພວກເຮົາເປັນຄືນມາສູ່ຊີວິດກັບພຣະຄຣິດ ການທີ່ພວກເຮົາໄດ້ຮັບຄວາມລອດພົ້ນນັ້ນ ແມ່ນໂດຍພຣະຄຸນຂອງພຣະເຈົ້າ. |
|
| 6 |
|
| ແລະໄດ້ຊົງບັນດານໃຫ້ເຮົາເປັນຄືນມາດ້ວຍກັນກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະຖານ ດ້ວຍກັນກັບພຣະເຢຊູຄຣິດເຈົ້າ, |
|
| 7 |
|
| ເພື່ອໃນຄາວຕໍ່ໄປ ພຣະອົງຈະໄດ້ຊົງສຳແດງພຣະຄຸນອັນອຸດົມເຫລືອລົ້ນຂອງພຣະອົງ ຊຶ່ງພຣະອົງໄດ້ຊົງເມດຕາເຮົາທັງຫລາຍໃນພຣະຄຣິດເຈົ້າເຢຊູ. |
|
| 8 |
|
| ດ້ວຍວ່າ, ຊຶ່ງເຈົ້າທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນ ກໍຍ້ອນພຣະຄຸນດ້ວຍທາງຄວາມເຊື່ອ, ສິ່ງເຫຼົ່ານີ້ ບໍ່ແມ່ນພວກເຈົ້າເຮັດເອງ ແຕ່ພຣະເຈົ້າຊົງປະທານໃຫ້. |
|
| 9 |
|
| ຄວາມພົ້ນນັ້ນ ບໍ່ແມ່ນໄດ້ມາຍ້ອນການປະຕິບັດຂອງພວກເຈົ້າເອງ ເພື່ອວ່າບໍ່ໃຫ້ຜູ້ໃດຜູ້ໜຶ່ງອວດໄດ້. |
|
| 10 |
|
| ເພາະວ່າ ເຮົາທັງຫລາຍເປັນສີພຣະຫັດຂອງພຣະອົງ ທີ່ຊົງສ້າງຂຶ້ນໃນພຣະຄຣິດເຈົ້າເຢຊູ ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງໜ້າໄວ້ກ່ອນແລ້ວ ເພື່ອໃຫ້ເຮົາທັງຫລາຍໄດ້ປະຕິບັດຕາມ. |
|
| 11 |
|
| ເຫດສະນັ້ນ ພວກເຈົ້າຜູ້ທີ່ບໍ່ເປັນຄົນຢິວແຕ່ເກີດ ຄືຜູ້ທີ່ຖືກເອີ້ນວ່າ, “ຝ່າຍບໍ່ຮັບພິທີຕັດ” ໂດຍຄົນຢິວຜູ້ທີ່ເອີ້ນຕົນເອງວ່າ, “ຝ່າຍຮັບພິທີຕັດ” ຈົ່ງຈົດຈຳໄວ້ວ່າໃນອະດີດນັ້ນ ພວກເຈົ້າໄດ້ເປັນຄົນຢ່າງໃດ. |
|
| 12 |
|
| ເມື່ອກ່ອນນັ້ນ ພວກເຈົ້າຢູ່ນອກພຣະຄຣິດ ພວກເຈົ້າເປັນຄົນຕ່າງດ້າວ ແລະບໍ່ໄດ້ເປັນໄພ່ພົນທີ່ພຣະເຈົ້າໄດ້ເລືອກໄວ້ ພວກເຈົ້າບໍ່ໄດ້ມີສ່ວນໃນບັນດາພັນທະສັນຍາ ທີ່ຊົງສັນຍາໄວ້ແກ່ໄພ່ພົນຂອງພຣະອົງ ພວກເຈົ້າອາໄສຢູ່ໃນໂລກນີ້ໂດຍບໍ່ມີຄວາມຫວັງ ແລະໂດຍບໍ່ມີພຣະເຈົ້າ. |
|
| 13 |
|
| ແຕ່ບັດນີ້, ພວກເຈົ້າຢູ່ໃນພຣະຄຣິດເຈົ້າເຢຊູ ຊຶ່ງເມື່ອກ່ອນນັ້ນພວກເຈົ້າເຄີຍຢູ່ຫ່າງໄກ, ແຕ່ໄດ້ຫຍັບເຂົ້າມາໃກ້ໂດຍພຣະໂລຫິດຂອງພຣະຄຣິດ. |
|
| 14 |
|
| ເພາະວ່າພຣະອົງຊົງເປັນອົງສັນຕິສຸກຂອງເຮົາທັງຫລາຍ ຄືເປັນຜູ້ຊົງກະທຳໃຫ້ທັງສອງຝ່າຍ ເຂົ້າເປັນພວກດຽວກັນ ພຣະອົງໄດ້ຊົງຮື້ກຳແພງທີ່ຂັ້ນ ລະຫວ່າງການເປັນສັດຕູກັນນັ້ນຖິ້ມເສຍ ດ້ວຍພຣະກາຍຂອງພຣະອົງ. |
|
| 15 |
|
| ພຣະອົງໄດ້ຊົງຍົກເລີກກົດບັນຍັດທີ່ໃຫ້ຖືສິນຕ່າງໆ ເພື່ອຈະກະທຳໃຫ້ທັງສອງຝ່າຍ ເປັນຄົນໃໝ່ຄົນດຽວໃນພຣະອົງ ຢ່າງນັ້ນແຫຼະ ຈຶ່ງຊົງບັນດານໃຫ້ເກີດສັນຕິສຸກ, |
|
| 16 |
|
| ແລະເພື່ອຈະຊົງກະທຳໃຫ້ທັງສອງພວກ ຄືນດີກັນກັບພຣະເຈົ້າ ເປັນກາຍອັນດຽວກັນໂດຍໄມ້ກາງແຂນ ຊຶ່ງເປັນສິ່ງທີ່ເຮັດໃຫ້ການເປັນສັດຕູກັນນັ້ນສູນສິ້ນໄປ. |
|
| 17 |
|
| ດັ່ງນັ້ນ ພຣະອົງຈຶ່ງໄດ້ສະເດັດມາ ແລະໄດ້ປະກາດຂ່າວປະເສີດເລື່ອງສັນຕິສຸກແກ່ທຸກຄົນຄື: ແກ່ພວກເຈົ້າຄົນຕ່າງຊາດຜູ້ທີ່ຢູ່ຫ່າງໄກຈາກພຣະເຈົ້າ ແລະປະກາດສັນຕິສຸກແກ່ຄົນຜູ້ທີ່ຢູ່ໃກ້ພຣະອົງ. |
|
| 18 |
|
| ໂດຍທາງພຣະອົງນີ້ແຫຼະ ທີ່ພວກເຮົາທັງສອງພວກສາມາດເຂົ້າມາເຝົ້າພຣະບິດາເຈົ້າ ໂດຍພຣະວິນຍານອົງດຽວກັນ. |
|
| 19 |
|
| ເຫດສະນັ້ນ ເຈົ້າທັງຫລາຍຈຶ່ງບໍ່ເປັນຄົນຕ່າງດ້າວທ້າວຕ່າງແດນອີກຕໍ່ໄປ ແຕ່ເປັນພົນລະເມືອງອັນດຽວກັນກັບພວກໄພ່ພົນຂອງພຣະເຈົ້າ ແລະເປັນຄົນໃນຄອບຄົວຂອງພຣະເຈົ້າ. |
|
| 20 |
|
| ພວກເຈົ້າໄດ້ຖືກສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັກຄະສາວົກ ແລະພວກຜູ້ປະກາດພຣະທຳໄດ້ວາງລົງແລ້ວ ພຣະເຢຊູຄຣິດເຈົ້າເອງຊົງເປັນຫີນເສົາເອກ. |
|
| 21 |
|
| ໃນພຣະອົງນັ້ນ, ທຸກສ່ວນຂອງໂຄງຮ່າງ ກໍຕິດຕໍ່ເຊື່ອມສະໜິດກັນໂດຍດີ ແລະຈະເລີນຂຶ້ນເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ. |
|
| 22 |
|
| ໃນພຣະອົງນັ້ນ ພວກເຈົ້າກຳລັງຖືກກໍ່ຂຶ້ນໃຫ້ເປັນທີ່ສະຖິດຂອງພຣະເຈົ້າ ໂດຍພຣະວິນຍານເໝືອນກັນ. |
|
|
|
|