|
| 1 |
|
| ເຫດສະນັ້ນ ຂ້າພະເຈົ້າຜູ້ຖືກຄຸກຢູ່ ເພາະຮັບໃຊ້ອົງພຣະຜູ້ເປັນເຈົ້າ ຈຶ່ງຂໍຮ້ອງພວກເຈົ້າວ່າ, ຈົ່ງດຳເນີນຊີວິດໃຫ້ສົມກັບທີ່ພວກເຈົ້າໄດ້ຖືກຊົງເອີ້ນເອົາແລ້ວນັ້ນ |
|
| 2 |
|
| ຄື: ຈົ່ງມີໃຈຖ່ອມລົງທຸກຢ່າງ ແລະໃຈອ່ອນສຸພາບ ດ້ວຍຄວາມພຽນອົດທົນ ແລະຜ່ອນໜັກຜ່ອນເບົາ ຊຶ່ງກັນແລະກັນດ້ວຍຄວາມຮັກ. |
|
| 3 |
|
| ຈົ່ງພຽນພະຍາຍາມເອົາສັນຕິສຸກຜູກມັດ ເພື່ອຮັກສາຄວາມເປັນນໍ້າໜຶ່ງໃຈດຽວກັນ ຊຶ່ງພຣະວິນຍານຊົງປະທານໃຫ້ນັ້ນ. |
|
| 4 |
|
| ມີຮ່າງກາຍດຽວ ແລະມີພຣະວິນຍານອົງດຽວ ມີຄວາມຫວັງໃຈອັນດຽວ ໃນການທີ່ພຣະເຈົ້າໄດ້ຊົງເອີ້ນເອົາພວກເຈົ້າແລ້ວນັ້ນ. |
|
| 5 |
|
| ມີອົງພຣະຜູ້ເປັນເຈົ້າອົງດຽວ ມີຄວາມເຊື່ອດຽວ ແລະ ມີບັບຕິສະມາດຽວ, |
|
| 6 |
|
| ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າຂອງຄົນທັງປວງ ຜູ້ຊົງສະຖິດຢູ່ເທິງຄົນທັງປວງ, ທົ່ວຄົນທັງປວງ ແລະ ໃນຄົນທັງປວງ. |
|
| 7 |
|
| ແຕ່ວ່າພຣະຄຸນນັ້ນ ຊົງໂຜດປະທານແກ່ເຮົາທຸກໆຄົນ ຕາມຂອງພຣະຣາຊທານທີ່ພຣະຄຣິດໄດ້ຊົງກຳນົດໄວ້. |
|
| 8 |
|
| ດັ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເມື່ອພຣະອົງໄດ້ສະເດັດຂຶ້ນໄປເຖິງທີ່ສູງສຸດ ໄດ້ຊົງນຳພວກຊະເລີຍໄປດ້ວຍ ແລະ ຊົງໂຜດຂອງປະທານຕ່າງໆໃຫ້ ແກ່ມວນມະນຸດສະໂລກ.” |
|
| 9 |
|
| ທີ່ກ່າວວ່າ, “ພຣະອົງໄດ້ສະເດັດຂຶ້ນເມືອ” ນັ້ນ ຈະໝາຍຄວາມຢ່າງອື່ນບໍ່ໄດ້ ນອກຈາກວ່າພຣະອົງໄດ້ສະເດັດລົງໄປສູ່ເບື້ອງຕໍ່າຂອງແຜ່ນດິນໂລກແລ້ວດ້ວຍ. |
|
| 10 |
|
| ພຣະອົງຜູ້ສະເດັດລົງໄປນັ້ນ ກໍຄືພຣະອົງຜູ້ທີ່ໄດ້ສະເດັດຂຶ້ນເມືອສູ່ທີ່ສູງ ເໜືອຟ້າສະຫວັນທັງປວງ ເພື່ອຈະໄດ້ສະຖິດຢູ່ເຕັມທົ່ວຈັກກະວານ. |
|
| 11 |
|
| ຂອງພຣະຣາຊທານຂອງພຣະອົງ ກໍຄືໃຫ້ບາງຄົນເປັນອັກຄະສາວົກ, ບາງຄົນເປັນຜູ້ປະກາດພຣະທຳ, ບາງຄົນເປັນຜູ້ປະກາດຂ່າວປະເສີດ, ບາງຄົນເປັນສິດຍາພິບານ ແລະ ຄູສາສະໜາ. |
|
| 12 |
|
| ເພື່ອຈັດຕຽມໄພ່ພົນທັງຫລາຍຂອງພຣະອົງ ໃຫ້ເປັນຜູ້ຮັບໃຊ້ທີ່ເໝາະສົມ ເພື່ອເສີມສ້າງພຣະກາຍຂອງພຣະຄຣິດໃຫ້ຈະເລີນຂຶ້ນ. |
|
| 13 |
|
| ຈົນກວ່າເຮົາທຸກຄົນຈະບັນລຸເຖິງຄວາມເປັນນໍ້າໜຶ່ງໃຈດຽວກັນໃນຄວາມເຊື່ອ ແລະໃນຄວາມຮູ້ເຖິງເລື່ອງພຣະບຸດຂອງພຣະເຈົ້າ ຈົນກວ່າເຮົາຈະເປັນຄົນໃຫຍ່ເຕັມສ່ວນ ຄືເຕັມເຖິງຂະໜາດຄວາມສົມບູນຂອງພຣະຄຣິດ, |
|
| 14 |
|
| ເພື່ອພວກເຮົາຈະບໍ່ເປັນເດັກນ້ອຍອີກຕໍ່ໄປ ຖືກພັດໄປພັດມາ ແລະຫັນເຫໄປມາດ້ວຍລົມປາກແຫ່ງຄຳສັ່ງສອນທຸກຢ່າງຂອງຄົນທີ່ຫລອກລວງ ຜູ້ທີ່ນຳຄົນອື່ນໃຫ້ຫລົງຜິດໄປດ້ວຍກົນອຸບາຍອັນສະຫລາດຂອງພວກເຂົາ. |
|
| 15 |
|
| ແຕ່ໃຫ້ພວກເຮົາຢຶດເອົາຄວາມຈິງດ້ວຍໃຈຮັກ ເພື່ອພວກເຮົາຈະໄດ້ຈະເລີນຂຶ້ນທຸກດ້ານໃນພຣະຄຣິດ ຜູ້ຊົງເປັນພຣະປະມຸກ. |
|
| 16 |
|
| ເນື່ອງຈາກພຣະອົງນັ້ນ ຮ່າງກາຍທັງສິ້ນທີ່ຕິດຕໍ່ສະໜິດແລະຜູກພັນກັນ ໂດຍທຸກໆຂໍ້ຕໍ່ທີ່ຊົງປະທານ ຮ່າງກາຍຈຶ່ງໄດ້ຈະເລີນໃຫຍ່ຂຶ້ນດ້ວຍຄວາມຮັກ ເມື່ອອະໄວຍະວະທຸກສ່ວນເຮັດໜ້າທີ່ຕາມຄວາມເໝາະສົມແລ້ວ. |
|
| 17 |
|
| ເຫດສະນັ້ນ ຂ້າພະເຈົ້າຈຶ່ງຂໍຢືນຢັນ ແລະເປັນພະຍານໃນພຣະນາມຂອງອົງພຣະຜູ້ເປັນເຈົ້າວ່າ, ຕັ້ງແຕ່ນີ້ຕໍ່ໄປ ເຈົ້າທັງຫລາຍຢ່າດຳເນີນຊີວິດຕາມຢ່າງຄົນຕ່າງຊາດທີ່ເຂົາດຳເນີນນັ້ນ ຄືດ້ວຍໃຈໂງ່ອັນຫາປະໂຫຍດບໍ່ໄດ້. |
|
| 18 |
|
| ໂດຍທີ່ຄວາມຄິດຂອງພວກເຂົາມືດມົນໄປ ແລະພວກເຂົາຢູ່ຫ່າງຈາກຊີວິດ ຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມຮູ້ເທົ່າບໍ່ເຖິງການ ທີ່ມີຢູ່ໃນຕົວພວກເຂົາ ອັນເນື່ອງຈາກໃຈແຂງກະດ້າງຂອງພວກເຂົາ. |
|
| 19 |
|
| ພວກເຂົາບໍ່ມີຄວາມຮູ້ສຶກຢ້ານກົວຕໍ່ບາບ ຈຶ່ງໄດ້ປ່ອຍຕົວໄປໃນທາງໂລພາຕັນຫາ ເພື່ອເຮັດການຊົ່ວຮ້າຍທຸກຢ່າງໂດຍສຸດຄວາມປາຖະໜາ. |
|
| 20 |
|
| ແຕ່ວ່າເຈົ້າທັງຫລາຍບໍ່ໄດ້ຮຽນຮູ້ຈັກພຣະຄຣິດຢ່າງນັ້ນ, |
|
| 21 |
|
| ຖ້າແມ່ນວ່າພວກເຈົ້າໄດ້ຍິນເລື່ອງພຣະອົງ ແລະໄດ້ຮັບຄຳສັ່ງສອນເລື່ອງພຣະອົງຕາມຄວາມຈິງ ຊຶ່ງມີຢູ່ໃນພຣະເຢຊູເຈົ້າແລ້ວ. |
|
| 22 |
|
| ພວກເຈົ້າຈົ່ງຖອດຖິ້ມສະພາບມະນຸດເກົ່າຂອງຕົນ ຊຶ່ງຄູ່ກັບວິຖີຊີວິດເດີມນັ້ນເສຍ ທີ່ກຳລັງເສື່ອມເສຍໄປສູ່ຄວາມຕາຍ ຕາມຕັນຫາອັນເປັນທີ່ຫລອກລວງນັ້ນ. |
|
| 23 |
|
| ແລະຈົ່ງໃຫ້ວິນຍານຈິດຂອງເຈົ້າຖືກຊົງຕັ້ງຂຶ້ນໃໝ່. |
|
| 24 |
|
| ແລະໃຫ້ເຈົ້າທັງຫລາຍສວມສະພາບມະນຸດໃໝ່ ຊຶ່ງຊົງສ້າງຂຶ້ນໃໝ່ຕາມແບບພຣະລັກສະນະຂອງພຣະເຈົ້າ ໃນຄວາມຊອບທຳແລະຄວາມບໍຣິສຸດທີ່ແທ້ຈິງ. |
|
| 25 |
|
| ດັ່ງນັ້ນ, ເຈົ້າທັງຫລາຍຈົ່ງເຊົາເວົ້າຕົວະ ທຸກຄົນຈົ່ງເວົ້າແຕ່ຄວາມຈິງຕໍ່ກັນ ເພາະພວກເຮົາທຸກຄົນເປັນອະໄວຍະວະຂອງກັນແລະກັນ ຢູ່ໃນພຣະກາຍອັນດຽວກັນ. |
|
| 26 |
|
| ຈະຮ້າຍກໍຮ້າຍໄດ້ ແຕ່ຢ່າໃຫ້ຄວາມຮ້າຍເປັນເຫດໃຫ້ເກີດການຜິດບາບ ຢ່າຮ້າຍຢູ່ຈົນຕາເວັນຕົກ. |
|
| 27 |
|
| ຢ່າປ່ອຍໂອກາດໃຫ້ມານ. |
|
| 28 |
|
| ຝ່າຍຄົນທີ່ເຄີຍລັກກໍຈົ່ງເຊົາລັກຕໍ່ໄປ, ແຕ່ໃຫ້ລົງມືເຮັດວຽກເພື່ອລ້ຽງຊີບໃນທາງສັດຊື່ ເພື່ອຈະໄດ້ມີສ່ວນຊ່ວຍເຫລືອຄົນຍາກຈົນ. |
|
| 29 |
|
| ຢ່າໃຫ້ຄຳຫຍາບຊ້າອອກຈາກປາກຂອງເຈົ້າຈັກເທື່ອ, ແຕ່ໃຫ້ໃຊ້ຄຳເວົ້າອັນດີທີ່ຈະຊ່ວຍໃຫ້ຈະເລີນຂຶ້ນ ແລະໃຫ້ເໝາະສົມກັບຄວາມຕ້ອງການ ເພື່ອຖ້ອຍຄຳທີ່ພວກເຈົ້າກ່າວນັ້ນ ຈະເປັນຄຸນປະໂຫຍດແກ່ຜູ້ທີ່ໄດ້ຍິນໄດ້ຟັງ. |
|
| 30 |
|
| ແລະຢ່າເຮັດໃຫ້ພຣະວິນຍານບໍຣິສຸດເຈົ້າຂອງພຣະເຈົ້າເສຍພຣະໄທ ເພາະໂດຍພຣະວິນຍານນັ້ນ ເຈົ້າທັງຫລາຍໄດ້ຊົງຖືກປະທັບຕາໝາຍໄວ້ເພື່ອວັນທີ່ຈະຊົງໄຖ່ໃຫ້ພົ້ນ. |
|
| 31 |
|
| ສ່ວນໃຈຂົມຂື່ນ, ໃຈໂມໂຫໂທໂສ, ໃຈຄຽດຮ້າຍນັ້ນ ຢ່າສູ່ໃຫ້ຢູ່ໃກ້ພວກເຈົ້າ ການອຶກກະທຶກຜິດຖຽງກັນ ແລະການກ່າວສຽດສີກັນກໍຢ່າໃຫ້ມີ ຈົ່ງຫລີກເວັ້ນຈາກການປອງຮ້າຍທຸກຮູບແບບ. |
|
| 32 |
|
| ແຕ່ຈົ່ງມີໃຈເມດຕາແລະເອັນດູຕໍ່ກັນ ຈົ່ງຍົກໂທດໃຫ້ກັນແລະກັນ ເໝືອນດັ່ງທີ່ພຣະເຈົ້າໄດ້ຍົກໂທດໃຫ້ພວກເຈົ້າໃນພຣະຄຣິດນັ້ນ. |
|
|
|
|