|
| 1 |
|
| ເພາະສະນັ້ນ ເຈົ້າທັງຫລາຍຈົ່ງເປັນຜູ້ດຳເນີນຊີວິດຕາມແບບຢ່າງພຣະເຈົ້າ ເໝືອນເປັນບຸດທີ່ຊົງຮັກ. |
|
| 2 |
|
| ແລະ ຈົ່ງດຳເນີນຊີວິດນັ້ນໃນຄວາມຮັກ ເໝືອນດັ່ງພຣະຄຣິດໄດ້ຊົງຮັກເຈົ້າທັງຫລາຍ ແລະສະຫລະພຣະອົງເອງເພື່ອພວກເຮົາ ໃຫ້ເປັນເຄື່ອງບູຊາແລະເຄື່ອງຖວາຍ ທີ່ມີກິ່ນຫອມຫວານແກ່ພຣະເຈົ້າ. |
|
| 3 |
|
| ເນື່ອງຈາກພວກເຈົ້າເປັນໄພ່ພົນຂອງພຣະເຈົ້າ ໃນທ່າມກາງພວກເຈົ້າຈຶ່ງບໍ່ສົມຄວນທີ່ຈະເອີ່ຍເຖິງ, ເລື່ອງການຜິດສິນທຳທາງເພດທຸກຮູບແບບ, ການຊົ່ວຮ້າຍທຸກຢ່າງ ແລະຄວາມໂລພາຕັນຫາ. |
|
| 4 |
|
| ທັງຢ່າກ່າວຄຳຫຍາບຊ້າ, ຢ່າເວົ້າຢ່າງບໍ່ມີແກ່ນສານ ຫລືເວົ້າຕະຫລົກຫລິ້ນ ຊຶ່ງເປັນການບໍ່ສົມຄວນ, ແຕ່ໃຫ້ມີການຂອບພຣະຄຸນດີກວ່າ. |
|
| 5 |
|
| ພວກເຈົ້າຄົງຮູ້ຈັກດີແລ້ວວ່າ ຜູ້ທີ່ຫຼິ້ນຊູ້, ຜູ້ທີ່ເວົ້າຫຍາບຊ້າ, ຜູ້ທີ່ໃຈໂລບ (ເໝືອນຂາບໄຫວ້ຮູບເຄົາຣົບ) ຈະບໍ່ໄດ້ມີສ່ວນໃນອານາຈັກຂອງພຣະຄຣິດ ແລະຂອງພຣະເຈົ້າຈັກເທື່ອ. |
|
| 6 |
|
| ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າດ້ວຍຄຳເວົ້າອັນໄຮ້ປະໂຫຍດ ເພາະຄວາມຜິດໃນສິ່ງເຫຼົ່ານີ້ແຫຼະ ທີ່ພຣະເຈົ້າຊົງຄຽດຮ້າຍຄົນທີ່ບໍ່ເຊື່ອຟັງພຣະອົງ. |
|
| 7 |
|
| ດັ່ງນັ້ນ ພວກເຈົ້າຢ່າຄົບຫາສະມາຄົມກັບຄົນເຫຼົ່ານີ້ຈັກເທື່ອ. |
|
| 8 |
|
| ເມື່ອກ່ອນພວກເຈົ້າເຄີຍຢູ່ໃນຄວາມມືດ ແຕ່ເນື່ອງຈາກວ່າພວກເຈົ້າໄດ້ກາຍເປັນໄພ່ພົນຂອງອົງພຣະຜູ້ເປັນເຈົ້າ ພວກເຈົ້າຈຶ່ງຢູ່ໃນຄວາມສະຫວ່າງ. ດັ່ງນັ້ນ ພວກເຈົ້າຈົ່ງດຳເນີນຊີວິດ ເໝືອນດັ່ງຄົນທີ່ຢູ່ຝ່າຍຄວາມສະຫວ່າງແລ້ວ. |
|
| 9 |
|
| ດ້ວຍວ່າ, ຜົນຂອງຄວາມສະຫວ່າງນັ້ນ ຄືຄຸນຄວາມດີ ຄວາມຊອບທຳ ແລະຄວາມຈິງທຸກປະການ. |
|
| 10 |
|
| ເຈົ້າທັງຫລາຍຈົ່ງພະຍາຍາມຮຽນຮູ້ຈັກວ່າ, ເຮັດອັນໃດຈຶ່ງຈະເປັນທີ່ພໍພຣະໄທອົງພຣະຜູ້ເປັນເຈົ້າ. |
|
| 11 |
|
| ຢ່າເຂົ້າໄປມີສ່ວນໃດໆກັບການກະທຳຝ່າຍຄວາມມືດ ອັນບໍ່ມີປະໂຫຍດຫຍັງ ແຕ່ຈົ່ງເປີດເຜີຍສິ່ງເຫຼົ່ານັ້ນ ອອກມາສູ່ຄວາມສະຫວ່າງກໍດີກວ່າ. |
|
| 12 |
|
| ເພາະວ່າ ແມ່ນແຕ່ຈະເວົ້າເຖິງການເຫຼົ່ານັ້ນ ທີ່ພວກເຂົາເຮັດໃນທີ່ລັບລີ້ ກໍຍັງເປັນການໜ້າອາຍ. |
|
| 13 |
|
| ແຕ່ເມື່ອສິ່ງສາລະພັດຖືກເປີດເຜີຍອອກໂດຍຄວາມສະຫວ່າງ ສິ່ງນັ້ນກໍປາກົດແຈ້ງ ເພາະວ່າທຸກສິ່ງທີ່ປາກົດແຈ້ງ ກໍຄືຄວາມສະຫວ່າງ. |
|
| 14 |
|
| ດ້ວຍເຫດນີ້ຈຶ່ງມີຄຳກ່າວວ່າ, “ຄົນທີ່ນອນຫລັບເອີຍ, ຈົ່ງຕື່ນຂຶ້ນເຖີດ, ຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະພຣະຄຣິດຈະສ່ອງສະຫວ່າງໃສ່ເຈົ້າ.” |
|
| 15 |
|
| ດັ່ງນັ້ນ ຈົ່ງລະວັງໃນການດຳເນີນຊີວິດໃຫ້ດີ ຢ່າໃຫ້ເປັນດັ່ງຄົນໄຮ້ປັນຍາ, ແຕ່ໃຫ້ເປັນດັ່ງຄົນມີປັນຍາ. |
|
| 16 |
|
| ຈົ່ງສວຍໂອກາດ ເພາະທຸກວັນນີ້ເປັນຄາວຊົ່ວຮ້າຍ. |
|
| 17 |
|
| ສະນັ້ນ ຢ່າສູ່ເປັນຄົນໂງ່ຈ້າ ແຕ່ຈົ່ງຊອກຮູ້ວ່າ ສິ່ງໃດທີ່ອົງພຣະຜູ້ເປັນເຈົ້າຢາກໃຫ້ພວກເຈົ້າເຮັດ. |
|
| 18 |
|
| ແລະຢ່າເມົາເຫລົ້າແວງ ຊຶ່ງພາໃຫ້ເສຍຄົນ ແຕ່ຈົ່ງເຕັມລົ້ນດ້ວຍພຣະວິນຍານກໍດີກວ່າ. |
|
| 19 |
|
| ຈົ່ງສົນທະນາກັນດ້ວຍບົດເພງສັນລະເສີນ ບົດເພງນະມັດສະການ, ບົດເພງທີ່ໄດ້ຮັບການດົນໃຈຈາກພຣະວິນຍານ ຄືຈົ່ງຮ້ອງເພງນະມັດສະການ ແລະເພງຍ້ອງຍໍສັນລະເສີນ ຖວາຍແດ່ອົງພຣະຜູ້ເປັນເຈົ້າ ຈາກຈິດໃຈຂອງພວກເຈົ້າ. |
|
| 20 |
|
| ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ພຣະບິດາເຈົ້າສະເໝີສຳລັບທຸກໆສິ່ງ ໃນນາມຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. |
|
| 21 |
|
| ເນື່ອງດ້ວຍພວກເຈົ້າມີຄວາມຢຳເກງພຣະຄຣິດ ຈົ່ງຍອມຟັງຊຶ່ງກັນແລະກັນ. |
|
| 22 |
|
| ຝ່າຍເມຍຈົ່ງຍອມອ່ອນນ້ອມຕໍ່ຜົວຂອງຕົນ ເໝືອນດັ່ງທີ່ຍອມອ່ອນນ້ອມຕໍ່ອົງພຣະຜູ້ເປັນເຈົ້າ. |
|
| 23 |
|
| ເພາະວ່າຜົວເປັນຫົວຂອງເມຍ ເໝືອນພຣະຄຣິດຊົງເປັນປະມຸກຂອງຄຣິສຕະຈັກ ຊຶ່ງເປັນພຣະກາຍຂອງພຣະອົງ ແລະພຣະອົງຊົງເປັນຜູ້ໂຜດໃຫ້ຄຣິສຕະຈັກນັ້ນພົ້ນ. |
|
| 24 |
|
| ເໝືອນດັ່ງທີ່ຄຣິສຕະຈັກຍອມອ່ອນນ້ອມຕໍ່ພຣະຄຣິດ ເມຍຄວນຍອມອ່ອນນ້ອມຕໍ່ຜົວຂອງຕົນໃນທຸກສິ່ງ. |
|
| 25 |
|
| ຝ່າຍຜົວ ຈົ່ງຮັກເມຍຂອງຕົນ ເໝືອນດັ່ງທີ່ພຣະຄຣິດຊົງຮັກຄຣິສຕະຈັກ ແລະຊົງສະຫລະຊີວິດຂອງພຣະອົງເພື່ອຄຣິສຕະຈັກ. |
|
| 26 |
|
| ເພື່ອຊົງຕັ້ງຄຣິສຕະຈັກນັ້ນໄວ້ສຳລັບພຣະເຈົ້າ ໂດຍການຊົງຊຳລະດ້ວຍນໍ້າກັບດ້ວຍຖ້ອຍຄຳ, |
|
| 27 |
|
| ເພື່ອພຣະອົງນັ້ນຈະໄດ້ຮັບຄຣິສຕະຈັກສຳລັບພຣະອົງເອງ ຄືຄຣິສຕະຈັກທີ່ມີສະຫງ່າຣາສີ ບໍ່ມີຈຸດດ່າງພອຍ ຫລືຮອຍຫ່ຽວແຫ້ງ ແລະສິ່ງອື່ນໆໃນທຳນອງນັ້ນ ເພື່ອຄຣິສຕະຈັກຈະບໍຣິສຸດບໍ່ມີຕຳໜິ. |
|
| 28 |
|
| ໃນທຳນອງດຽວກັນ, ຜົວຄວນຮັກເມຍຂອງຕົນ ເໝືອນດັ່ງຮັກຮ່າງກາຍຂອງຕົນເອງ ຊາຍໃດທີ່ຮັກເມຍຂອງຕົນ ຊາຍນັ້ນກໍຮັກຕົນເອງ. |
|
| 29 |
|
| ບໍ່ມີຜູ້ໃດທີ່ກຽດຊັງຮ່າງກາຍຂອງຕົນເອງຈັກເທື່ອ ມີແຕ່ບຳລຸງລ້ຽງແລະຖະນຸຖະໜອມໄວ້ ດັ່ງທີ່ພຣະຄຣິດຊົງກະທຳແກ່ຄຣິສຕະຈັກ. |
|
| 30 |
|
| ດ້ວຍວ່າ, ພວກເຮົາເປັນອະໄວຍະວະໃນພຣະກາຍຂອງພຣະອົງ. |
|
| 31 |
|
| “ດ້ວຍເຫດນີ້ ຜູ້ຊາຍຈຶ່ງຈະລະຈາກພໍ່ແມ່ຂອງຕົນ ໄປຜູກພັນຢູ່ກັບເມຍ ແລະເຂົາທັງສອງຈະເປັນກາຍອັນດຽວກັນ.” |
|
| 32 |
|
| ຂໍ້ເລິກລັບອັນໃຫຍ່ນີ້ ຂ້າພະເຈົ້າເຂົ້າໃຈວ່າ ໝາຍເຖິງພຣະຄຣິດກັບຄຣິສຕະຈັກ. |
|
| 33 |
|
| ເຖິງຢ່າງໃດກໍດີ ຜົວທຸກຄົນຈົ່ງຮັກເມຍຂອງຕົນ ເໝືອນດັ່ງຮັກຕົນເອງ ແລະເມຍທຸກຄົນຈົ່ງເຄົາຣົບຢຳເກງຜົວຂອງຕົນ. |
|
|
|
|