|
| 1 |
|
| “ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະເຊື່ອຟັງຄຳສັ່ງທຸກຂໍ້ຂອງພຣະອົງສະເໝີ. |
|
| 2 |
|
| ວັນນີ້ ຈົ່ງຈົດຈຳສິ່ງທີ່ພວກເຈົ້າໄດ້ຮຽນຮູ້ກ່ຽວກັບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜ່ານປະສົບການ ທີ່ພວກເຈົ້າໄດ້ຮັບຈາກພຣະອົງ. ແມ່ນພວກເຈົ້າທີ່ມີປະສົບການນີ້ ແລະບໍ່ແມ່ນພວກລູກຫລານຂອງພວກເຈົ້າ. ພວກເຈົ້າໄດ້ເຫັນພຣະຫັດອັນຊົງຣິດເດດ ແລະແຂນອັນຊົງຣິດອຳນາດຂອງພຣະອົງ |
|
| 3 |
|
| ພ້ອມທັງການອັດສະຈັນຕ່າງໆທີ່ພຣະອົງໄດ້ກະທຳ. ພວກເຈົ້າໄດ້ເຫັນສິ່ງທີ່ພຣະອົງໄດ້ເຮັດຕໍ່ກະສັດແຫ່ງເອຢິບ ແລະຕໍ່ດິນແດນທັງໝົດຂອງເພິ່ນ. |
|
| 4 |
|
| ພວກເຈົ້າໄດ້ເຫັນພຣະອົງກວາດລ້າງກອງທັບປະເທດເອຢິບໃຫ້ດັບສູນໄປ ພ້ອມທັງມ້າແລະລົດຮົບຂອງພວກເຂົາ ໂດຍໂຍນພວກເຂົາຖິ້ມລົງໃນທະເລແດງ ໃນຂະນະທີ່ພວກເຂົາກຳລັງຕິດຕາມມານັ້ນ ແລະພຣະເຈົ້າຢາເວໄດ້ທຳລາຍພວກເຂົາຈົນເຖິງທຸກວັນນີ້. |
|
| 5 |
|
| ພວກເຈົ້າຮູ້ສິ່ງທີ່ພຣະອົງໄດ້ເຮັດຕໍ່ພວກເຈົ້າໃນຖິ່ນແຫ້ງແລ້ງກັນດານ ກ່ອນມາຮອດທີ່ນີ້. |
|
| 6 |
|
| ຈົ່ງຫວນຄິດເຖິງສິ່ງທີ່ພຣະອົງໄດ້ເຮັດຕໍ່ດາທານແລະອາບີຣາມ ລູກຊາຍຂອງເອລີອາບແຫ່ງເຜົ່າຣູເບັນ. ຕໍ່ໜ້າທຸກຄົນ ແຜ່ນດິນໄດ້ຍະອອກກືນກິນພວກເຂົາພ້ອມກັບຄອບຄົວ, ຜ້າເຕັນ, ຄົນຮັບໃຊ້ ແລະຝູງສັດຂອງພວກເຂົາ. |
|
| 7 |
|
| ແມ່ນແລ້ວ ພວກເຈົ້າແມ່ນພວກທີ່ໄດ້ເຫັນທຸກໆສິ່ງອັນຍິ່ງໃຫຍ່ເຫຼົ່ານັ້ນ ຊຶ່ງພຣະເຈົ້າຢາເວໄດ້ກະທຳ.” |
|
| 8 |
|
| “ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນວັນນີ້ ແລ້ວພວກເຈົ້າກໍຈະສາມາດຂ້າມແມ່ນໍ້າ ແລະຢຶດຄອງດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປນັ້ນ. |
|
| 9 |
|
| ພວກເຈົ້າຈະມີຊີວິດໝັ້ນຍືນຢູ່ໃນດິນແດນທີ່ອຸດົມສົມບູນແລະຮັ່ງມີ ທີ່ພຣະເຈົ້າຢາເວໄດ້ສັນຍາມອບໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າແລະເຊື້ອສາຍຂອງພວກເຂົາ. |
|
| 10 |
|
| ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຢຶດຄອງນັ້ນ ບໍ່ຄືດິນແດນຂອງປະເທດເອຢິບບ່ອນທີ່ພວກເຈົ້າໄດ້ອາໄສຢູ່ແຕ່ກ່ອນ. ທີ່ນັ້ນເມື່ອພວກເຈົ້າປູກເມັດພືດ ພວກເຈົ້າຕ້ອງທຳງານໜັກເພື່ອປ້ານຄັນຄູກັນນໍ້າໄວ້, |
|
| 11 |
|
| ແຕ່ໃນດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປນັ້ນ ແມ່ນດິນແດນພູດອຍແລະຮ່ອມພູ ເປັນດິນແດນທີ່ລໍ່ລ້ຽງດ້ວຍນໍ້າຝົນ. |
|
| 12 |
|
| ເປັນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດູແລຮັກສາ. ຕາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນຜູ້ດູແລເບິ່ງແຍງດິນແດນນີ້ຕະຫລອດປີ. |
|
| 13 |
|
| ສະນັ້ນ ຈົ່ງເຊື່ອຟັງຂໍ້ຄຳສັ່ງທີ່ຂ້າພະເຈົ້າໄດ້ໃຫ້ພວກເຈົ້າໃນວັນນີ້ ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແລະຮັບໃຊ້ພຣະອົງດ້ວຍສຸດໃຈ. |
|
| 14 |
|
| ຖ້າພວກເຈົ້າເຮັດຕາມ ພຣະອົງກໍຈະສົ່ງຝົນມາເທິງດິນແດນຂອງພວກເຈົ້າ ຖືກຕາມລະດູການ ໃນລະດູໃບໄມ້ຫລົ່ນແລະລະດູໃບໄມ້ປົ່ງ ເພື່ອວ່າພວກເຈົ້າຈະມີເຂົ້າ ມີເຫຼົ້າອະງຸ່ນ ແລະມີນໍ້າມັນໝາກກອກເທດ |
|
| 15 |
|
| ທັງຫຍ້າສຳລັບຝູງສັດດ້ວຍ. ພວກເຈົ້າຈະມີອາຫານກິນຕາມຄວາມຕ້ອງການ. |
|
| 16 |
|
| ຢ່າໃຫ້ຜູ້ໃດໃນພວກເຈົ້າຖືກນຳໃຫ້ຫັນໜີໄປຂາບໄຫວ້ ແລະຮັບໃຊ້ບັນດາພະອື່ນ. |
|
| 17 |
|
| ຖ້າພວກເຈົ້າຂືນເຮັດ ພຣະເຈົ້າຢາເວກໍຈະໂກດຮ້າຍພວກເຈົ້າ. ພຣະອົງຈະປິດຟ້າສະຫວັນບໍ່ໃຫ້ຝົນຕົກ ແລະດິນແດນຂອງພວກເຈົ້າກໍຈະແຂງກະດ້າງ ຈົນພືດພັນເກີດບໍ່ໄດ້. ແລ້ວໃນບໍ່ດົນ ພວກເຈົ້າກໍຈະຕາຍໃນທີ່ນັ້ນ; ເຖິງແມ່ນວ່າເປັນດິນແດນດີທີ່ພຣະເຈົ້າຢາເວມອບໃຫ້ພວກເຈົ້າກໍຕາມ. |
|
| 18 |
|
| ຈົ່ງຈົດຈຳຂໍ້ຄຳສັ່ງເຫຼົ່ານີ້ໄວ້ ໃນຄວາມຄິດ, ຈິດໃຈ ແລະຈິດວິນຍານ. ຈົ່ງມັດມັນໄວ້ທີ່ແຂນເປັນໝາຍສຳຄັນແລະຄຽນມັນໄວ້ທີ່ໜ້າຜາກເພື່ອເປັນສິ່ງເຕືອນໃຈ. |
|
| 19 |
|
| ຈົ່ງສັ່ງສອນລູກຫລານໃຫ້ຮໍ່າຮຽນເອົາ. ຈົ່ງກ່າວຕໍ່ພວກເຂົາເຖິງກົດບັນຍັດເຫຼົ່ານີ້ ບໍ່ວ່າເມື່ອພວກເຈົ້າຢູ່ໃນເຮືອນຫຼືເມື່ອຈາກບ້ານໄປກໍດີ ເມື່ອພວກເຈົ້ານອນພັກຜ່ອນຫຼືເມື່ອພວກເຈົ້າລຸກຂຶ້ນກໍດີ. |
|
| 20 |
|
| ຈົ່ງຂຽນມັນໄວ້ຕາມປະຕູເຮືອນ ແລະຕາມປະຕູຮົ້ວຂອງພວກເຈົ້າ. |
|
| 21 |
|
| ແລ້ວພວກເຈົ້າແລະລູກຫລານຂອງພວກເຈົ້າ ກໍຈະມີອາຍຸໝັ້ນຍືນຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັນຍາ ເພື່ອມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຈົ້າ. ພວກເຈົ້າຈະໄດ້ຢູ່ໃນທີ່ນັ້ນຕາບຊົ່ວຟ້າສະຫວັນຢູ່ເໜືອແຜ່ນດິນໂລກ. |
|
| 22 |
|
| ຈົ່ງເຊື່ອຟັງຢ່າງສັດຊື່ກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າຄື: ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຈົ່ງປະຕິບັດທຸກໆສິ່ງຕາມທີ່ພຣະອົງສັ່ງ ແລະຈົ່ງສັດຊື່ຕໍ່ພຣະອົງ. |
|
| 23 |
|
| ແລ້ວພຣະເຈົ້າຢາເວກໍຈະຂັບໄລ່ຊົນຊາດເຫຼົ່ານັ້ນທັງໝົດອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ ແລະພວກເຈົ້າຈະໄດ້ຢຶດຄອງດິນແດນທີ່ເປັນຂອງຊົນຊາດອື່ນທີ່ຍິ່ງໃຫຍ່ ແລະມີອຳນາດກວ່າພວກເຈົ້າ. |
|
| 24 |
|
| ດິນທຸກໆບ່ອນທີ່ພວກເຈົ້າຍ່າງຢຽບໄປຈະເປັນຂອງພວກເຈົ້າ. ເຂດແດນຂອງພວກເຈົ້າຈະຢຽດອອກ ຕັ້ງແຕ່ຖິ່ນແຫ້ງແລ້ງກັນດານໃນທິດໃຕ້ ຈົນຮອດພູເລບານອນໃນທິດເໜືອ ແລະຕັ້ງແຕ່ແມ່ນໍ້າເອີຟຣັດທາງທິດຕາເວັນອອກ ຈົນເຖິງທະເລເມດີແຕຣາເນໃນທິດຕາເວັນຕົກ. |
|
| 25 |
|
| ບ່ອນໃດກໍຕາມທີ່ພວກເຈົ້າຈະຢຽບຍ່າງເຂົ້າໄປໃນດິນແດນນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ປະຊາຊົນເກງກົວພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ ແລະຈະບໍ່ມີຜູ້ໃດກ້າຂັດຂວາງພວກເຈົ້າ. |
|
| 26 |
|
| ວັນນີ້ ຂ້າພະເຈົ້າຈະໃຫ້ພວກເຈົ້າໄດ້ເລືອກເອົາ ລະຫວ່າງຄຳອວຍພອນກັບຄຳສາບແຊ່ງ. |
|
| 27 |
|
| ຖ້າພວກເຈົ້າປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້ ພວກເຈົ້າກໍຈະໄດ້ຮັບຄຳອວຍພອນ, |
|
| 28 |
|
| ແຕ່ຖ້າພວກເຈົ້າບໍ່ປະຕິບັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ແຕ່ຫັນໜີໄປຂາບໄຫວ້ບັນດາພະອື່ນທີ່ພວກເຈົ້າບໍ່ເຄີຍຂາບໄຫວ້ມາກ່ອນ ພວກເຈົ້າກໍຈະຖືກສາບແຊ່ງ. |
|
| 29 |
|
| ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້ານຳພວກເຈົ້າເຂົ້າໄປໃນດິນແດນ ທີ່ພວກເຈົ້າຈະຢຶດຄອງນັ້ນ ພວກເຈົ້າຈະຕ້ອງປະກາດຄຳອວຍພອນຈາກພູເກຣີຊິມ ແລະຄຳສາບແຊ່ງຈາກພູເອບານ. ( |
|
| 30 |
|
| ພູສອງໜ່ວຍນີ້ຢູ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ໃນເຂດແດນຂອງຊາວການາອານທີ່ອາໄສຢູ່ໃນຮ່ອມພູຈໍແດນ. ມັນລ່ວງເລີຍໄປທາງດ້ານຕາເວັນຕົກ ບໍ່ໄກຈາກຕົ້ນໄມ້ສັກສິດໂມເຣແລະໃກ້ກັບເມືອງກິນການ.) |
|
| 31 |
|
| ພວກເຈົ້າກຳລັງຈະຂ້າມແມ່ນໍ້າຈໍແດນເຂົ້າໄປຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້. ເມື່ອພວກເຈົ້າເຂົ້າຢຶດຄອງດິນແດນແລະອາໄສຢູ່ໃນທີ່ນັ້ນແລ້ວ |
|
| 32 |
|
| ຈົ່ງໃຫ້ແນ່ໃຈວ່າພວກເຈົ້າເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າໃນວັນນີ້.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | | 24 | | 25 | | 26 | | 27 | | 28 | | 29 | | 30 | | 31 | | 32 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/deuteronomy/011.mp3
34
11