|
| 1 |
|
| “ເມື່ອຄົບທຸກໆເຈັດປີໃດ ຈົ່ງຍົກໜີ້ໃຫ້ແກ່ຜູ້ທີ່ຢືມເງິນຂອງພວກເຈົ້າ. |
|
| 2 |
|
| ການຍົກໜີ້ນັ້ນໃຫ້ປະຕິບັດດັ່ງນີ້: ທຸກຄົນທີ່ໃຫ້ພີ່ນ້ອງຊາວອິດສະຣາເອນຢືມເງິນ ຈົ່ງຍົກໜີ້ໃຫ້ເຂົາ ຢ່າພະຍາຍາມທວງໜີ້ນັ້ນຄືນ ເພາະແມ່ນພຣະເຈົ້າຢາເວເອງທີ່ໄດ້ປະກາດຍົກໜີ້ນັ້ນໃຫ້. |
|
| 3 |
|
| ພວກເຈົ້າທວງໜີ້ຈາກຄົນຕ່າງດ້າວໄດ້ ແຕ່ຢ່າທວງໜີ້ຈາກຄົນໃນຊົນຊາດດຽວກັນ. |
|
| 4 |
|
| ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະອວຍພອນພວກເຈົ້າໃນດິນແດນທີ່ພຣະອົງກຳລັງຈະມອບໃຫ້ນີ້. ບໍ່ມີໃຜໃນປະຊາຊົນຂອງພວກເຈົ້າຈະຍາກຈົນ |
|
| 5 |
|
| ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຢຶດຖືຢ່າງຕັ້ງໜ້າ ຕາມທຸກໆສິ່ງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າໄວ້ໃນວັນນີ້. |
|
| 6 |
|
| ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນພວກເຈົ້າຕາມທີ່ພຣະອົງໄດ້ສັນຍາໄວ້. ພວກເຈົ້າຈະໃຫ້ຫລາຍຊົນຊາດຢືມເງິນ, ແຕ່ພວກເຈົ້າຈະບໍ່ໄດ້ຢືມເງິນຈາກຊາດໃດ; ພວກເຈົ້າຈະໄດ້ຄວບຄຸມຫລາຍຊາດ ແຕ່ຈະບໍ່ມີຊາດໃດໄດ້ຄວບຄຸມພວກເຈົ້າ. |
|
| 7 |
|
| ຖ້າມີພີ່ນ້ອງຊາວອິດສະຣາເອນຜູ້ໃດທີ່ຢູ່ຕາມເມືອງຕ່າງໆໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້ານັ້ນມີຄວາມຂັດສົນ ກໍຢ່າເປັນຄົນໃຈຄັບແຄບ ແລະປະຕິເສດທີ່ຈະຊ່ວຍເຫລືອພວກເຂົາ. |
|
| 8 |
|
| ແຕ່ຈົ່ງເປັນຄົນໃຈກວ້າງຂວາງ ແລະໃຫ້ຢືມຕາມທີ່ລາວຕ້ອງການ. |
|
| 9 |
|
| ຢ່າປະຕິເສດໃຫ້ລາວຢືມໂດຍເຫັນແກ່ປີແຫ່ງການຍົກໜີ້ໃກ້ຈະມາເຖິງ. ຢ່າໃຫ້ຄວາມຄິດບໍ່ດີເຊັ່ນນີ້ມີຢູ່ໃນຈິດໃຈຂອງພວກເຈົ້າເລີຍ. ຖ້າພວກເຈົ້າບໍ່ຍອມໃຫ້ກູ້ຢືມ ເມື່ອລາວຮ້ອງຫາພຣະເຈົ້າຢາເວ ພວກເຈົ້າກໍຈະເປັນຝ່າຍຜິດ. |
|
| 10 |
|
| ຈົ່ງໃຫ້ລາວຢືມດ້ວຍຄວາມເຕັມໃຈແລະຢ່າມີຈິດໃຈຄັບແຄບ ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍຈະອວຍພອນທຸກໆສິ່ງທີ່ພວກເຈົ້າເຮັດ. |
|
| 11 |
|
| ຄົນຍາກຈົນກັບຄົນຂັດສົນຈະມີຢູ່ບໍ່ຂາດໃນດິນແດນຂອງພວກເຈົ້າ. ສະນັ້ນ ຂ້າພະເຈົ້າຈຶ່ງສັ່ງພວກເຈົ້າໃຫ້ມີຈິດໃຈກວ້າງຂວາງຕໍ່ພວກເຂົາ.” |
|
| 12 |
|
| “ຖ້າພີ່ນ້ອງຊາວອິດສະຣາເອນຜູ້ໜຶ່ງ ບໍ່ວ່າຊາຍຫລືຍິງກໍດີຂາຍຕົວເອງ ເປັນຄົນຮັບໃຊ້ ໃຫ້ພວກເຈົ້າປ່ອຍລາວເປັນອິດສະຫລະ ຫລັງຈາກລາວໄດ້ຮັບໃຊ້ພວກເຈົ້າເປັນເວລາຫົກປີ. ເມື່ອປີທີເຈັດມາເຖິງໃຫ້ພວກເຈົ້າປ່ອຍລາວເປັນອິດສະຫລະ. |
|
| 13 |
|
| ເມື່ອພວກເຈົ້າປ່ອຍລາວໄປນັ້ນຢ່າໃຫ້ລາວກັບໄປມືເປົ່າ. |
|
| 14 |
|
| ຈົ່ງແບ່ງປັນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ອວຍພອນພວກເຈົ້າດ້ວຍໃຈກວ້າງຂວາງເຊັ່ນ: ແກະ, ເຂົ້າ ແລະເຫຼົ້າອະງຸ່ນ. |
|
| 15 |
|
| ຈົ່ງຈົດຈຳໄວ້ວ່າພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ປົດປ່ອຍພວກເຈົ້າໃຫ້ເປັນອິດສະຫລະ; ສະນັ້ນ ຂ້າພະເຈົ້າຈຶ່ງມອບຄຳສັ່ງນີ້ໃຫ້ແກ່ພວກເຈົ້າ. |
|
| 16 |
|
| ແຕ່ທາດຮັບໃຊ້ຂອງພວກເຈົ້າອາດບໍ່ຢາກໜີໄປຈາກພວກເຈົ້າ ເພາະລາວຮັກພວກເຈົ້າກັບຄອບຄົວ ແລະຍິນດີຢູ່ຮັບໃຊ້ພວກເຈົ້າຕໍ່ໄປ. |
|
| 17 |
|
| ໃນກໍລະນີເຊັ່ນນີ້ ໃຫ້ພວກເຈົ້າພາລາວໄປທີ່ປະຕູເຮືອນຂອງພວກເຈົ້າ ແລະບ່ອງຫູໃຫ້ລາວທີ່ນັ້ນ ແລ້ວລາວກໍຈະເປັນທາດຮັບໃຊ້ພວກເຈົ້າຕະຫລອດຊີວິດ. ຈົ່ງປະຕິບັດກັບທາດຮັບໃຊ້ຍິງຂອງພວກເຈົ້າໃນແບບດຽວກັນນີ້. |
|
| 18 |
|
| ເມື່ອພວກເຈົ້າປ່ອຍທາດຮັບໃຊ້ໄປນັ້ນ ຢ່າສະແດງຄວາມບໍ່ພໍໃຈ. ແຕ່ເຖິງຢ່າງໃດກໍດີ ລາວຮັບໃຊ້ພວກເຈົ້າມາຫົກປີແລ້ວ ແລະກາຍຄ່າຈ້າງຂອງຄົນງານຕັ້ງໜຶ່ງເທົ່າ. ສະນັ້ນ ຈົ່ງປ່ອຍລາວໄປເຖີດ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະອວຍພອນໃນທຸກໆສິ່ງທີ່ພວກເຈົ້າເຮັດ.” |
|
| 19 |
|
| “ຈົ່ງແຍກລູກຫົວປີຂອງງົວເຖິກແລະແກະທຸກໆໂຕສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ຢ່າໃຊ້ແຮງສັດແລະຢ່າຕັດຂົນແກະເຫຼົ່ານັ້ນ. |
|
| 20 |
|
| ແຕ່ລະປີໃດ ໃຫ້ພວກເຈົ້າພ້ອມກັບຄອບຄົວກິນສັດເຫຼົ່ານັ້ນຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃນສະຖານທີ່ພຣະເຈົ້າຢາເວໄດ້ເລືອກໄວ້. |
|
| 21 |
|
| ແຕ່ຖ້າສັດນັ້ນບໍ່ປົກກະຕິຄືເປັນງ່ອຍ ຫລືຕາບອດ ຫລືພິການ ຢ່ານຳມາຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງເດັດຂາດ. |
|
| 22 |
|
| ໃຫ້ພວກເຈົ້າທຸກຄົນບໍ່ວ່າເປັນມົນທິນຫລືບໍ່ກໍຕາມ ກິນສັດນັ້ນຢູ່ເຮືອນດັ່ງກິນກວາງຫລືຟານ. |
|
| 23 |
|
| ຢ່າໃຊ້ເລືອດສັດສຳລັບເປັນອາຫານ ແຕ່ໃຫ້ເທລົງດິນເໝືອນດັ່ງເທນໍ້າ.” |
|
|
|
|