|
| 1 |
|
| ໃນທີ່ສຸດ ພວກເຮົາກໍໄດ້ກັບຄືນກັບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ຕາມທາງສູ່ອ່າວອາກາບາ ເໝືອນດັ່ງທີ່ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ ແລະພວກເຮົາໄດ້ໃຊ້ເວລາດົນນານທ່ອງທ່ຽວໄປມາ ຕາມເຂດເນີນພູເອໂດມ. |
|
| 2 |
|
| ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, |
|
| 3 |
|
| ພວກເຮົາໃຊ້ເວລາທ່ອງທ່ຽວໄປມາຕາມເຂດເນີນພູດົນນານພໍແລ້ວ ແລະພວກເຮົາຈະໄດ້ໄປທາງທິດເໜືອ. |
|
| 4 |
|
| ພຣະອົງໄດ້ສັ່ງຂ້າພະເຈົ້າໃຫ້ແນະນຳພວກເຈົ້າດັ່ງຕໍ່ໄປນີ້: ‘ພວກເຈົ້າເກືອບຈະເດີນທາງຜ່ານເຂດພູດອຍເອໂດມ ເຂດແດນຂອງຍາດພີ່ນ້ອງຫ່າງໆຂອງພວກເຈົ້າ ຄືບັນດາເຊື້ອສາຍຂອງເອຊາວ. ພວກເຂົາຈະຢ້ານກົວພວກເຈົ້າ, |
|
| 5 |
|
| ແຕ່ພວກເຈົ້າບໍ່ຕ້ອງເຮັດເສິກຕໍ່ສູ້ກັບພວກເຂົາ ເພາະເຮົາຈະບໍ່ມອບດິນແດນຂອງພວກເຂົາຕອນໃດຕອນໜຶ່ງໃຫ້ພວກເຈົ້າ. ເຮົາໄດ້ມອບເມືອງເອໂດມໃຫ້ເຊື້ອສາຍຂອງເອຊາວ. |
|
| 6 |
|
| ພວກເຈົ້າອາດຊື້ນໍ້າແລະອາຫານນຳພວກເຂົາກໍໄດ້.’ |
|
| 7 |
|
| ຈົ່ງຈົດຈຳໄວ້ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອວຍພອນທຸກໆສິ່ງທີ່ພວກເຈົ້າໄດ້ເຮັດ. ພຣະອົງເບິ່ງແຍງພວກເຈົ້າ ໃນຂະນະທີ່ພວກເຈົ້າທ່ອງທ່ຽວຜ່ານຖິ່ນແຫ້ງແລ້ງກັນດານອັນກວ້າງໃຫຍ່. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສະຖິດຢູ່ກັບພວກເຈົ້າເປັນເວລາສີ່ສິບປີ ແລະພວກເຈົ້າກໍມີທຸກໆສິ່ງທີ່ຈຳເປັນ. |
|
| 8 |
|
| ສະນັ້ນ ພວກເຮົາຈຶ່ງເດີນທາງຕໍ່ ໂດຍແຍກອອກຈາກທາງໄປເມືອງເອລາດ ແລະເມືອງເອຊີໂອນເກເບສູ່ທະເລຕາຍ; ແລ້ວກໍລ້ຽວໄປທາງຕາເວັນອອກສ່ຽງເໜືອ ມຸ່ງສູ່ດິນແດນໂມອາບ. |
|
| 9 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ຢ່າສ້າງຄວາມເດືອດຮ້ອນໃຫ້ຊາວໂມອາບ ເຊື້ອສາຍຂອງໂລດ ຫລືລົງມືເຮັດເສິກຕໍ່ສູ້ພວກເຂົາ. ເຮົາໄດ້ມອບເມືອງອາຣະໃຫ້ພວກເຂົາ ແລະເຮົາຈະບໍ່ມອບດິນແດນສ່ວນໃດໆຂອງພວກເຂົາໃຫ້ພວກເຈົ້າ.’ |
|
| 10 |
|
| ແຕ່ກ່ອນ ມີຄົນຊາດໜຶ່ງທີ່ມີອຳນາດແລະຮູບຮ່າງໃຫຍ່ສູງ ຊື່ວ່າ ເອມິມ. ເຂົາເຄີຍອາໄສຢູ່ທີ່ເມືອງອາຣະ. ພວກນີ້ມີຮູບຮ່າງໃຫຍ່ສູງເທົ່າກັບພວກອານາກີມ ຊຶ່ງເປັນຄົນຮູບຮ່າງສູງອີກຊາດໜຶ່ງ. |
|
| 11 |
|
| ໃຜໆກໍເອີ້ນພວກເຂົາວ່າ ເຣຟາອິມເໝືອນດັ່ງທີ່ໄດ້ມີພວກອານາກີມ ແຕ່ຊາວໂມອາບເອີ້ນພວກນີ້ວ່າ ເອມິມ. |
|
| 12 |
|
| ຊາວໂຮຣີເຄີຍອາໄສຢູ່ທີ່ດິນແດນເອໂດມ ແຕ່ພວກລູກຫລານຂອງເອຊາວໄດ້ຂັບໄລ່ພວກເຂົາອອກໄປ ທັງທຳລາຍລ້າງຜານຊົນຊາດຂອງພວກເຂົາ ແລະຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນແທນ; ເໝືອນດັ່ງກັບຊາວອິດສະຣາເອນ ໃນເວລາຕໍ່ມາໄດ້ຂັບໄລ່ເຫຼົ່າສັດຕູຂອງພວກຕົນ ອອກໄປຈາກດິນແດນທີ່ພຣະເຈົ້າຢາເວໄດ້ມອບໃຫ້. |
|
| 13 |
|
| ແລ້ວພວກເຮົາກໍຂ້າມແມ່ນໍ້າເຊເຣັດ ຕາມຄຳສັ່ງຂອງພຣະເຈົ້າຢາເວ. |
|
| 14 |
|
| ເຫດການນີ້ໄດ້ເກີດຂຶ້ນ 38 ປີຜ່ານມາແລ້ວ ຫລັງຈາກທີ່ພວກເຮົາໄດ້ໜີມາຈາກກາເດັດບາກເນອາ. ນັກຮົບທັງໝົດໃນລຸ້ນນັ້ນ ໄດ້ຕາຍໄປ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້. |
|
| 15 |
|
| ພຣະເຈົ້າຢາເວໄດ້ຕໍ່ຕ້ານພວກເຂົາສະເໝີມາ ຈົນກວ່າພວກເຂົາໄດ້ຖືກທຳລາຍຈົນໝົດສິ້ນໄປ. |
|
| 16 |
|
| ຫລັງຈາກພວກເຂົາໄດ້ຕາຍໄປໝົດແລ້ວ |
|
| 17 |
|
| ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, |
|
| 18 |
|
| ‘ວັນນີ້ ເຈົ້າໃກ້ຈະຜ່ານເຂດແດນໂມອາບໄປທາງເມືອງອາຣະ. |
|
| 19 |
|
| ແລ້ວເຈົ້າກໍຈະໄປໃກ້ດິນແດນຂອງພວກອຳໂມນ ເຊື້ອສາຍຂອງໂລດ. ຢ່າສ້າງຄວາມເດືອດຮ້ອນໃຫ້ພວກເຂົາ ຫລືລົງມືເຮັດເສິກຕໍ່ສູ້ພວກເຂົາ ເພາະເຮົາຈະບໍ່ມອບດິນແດນສ່ວນໃດໆ ທີ່ເຮົາໄດ້ມອບໃຫ້ພວກເຂົານັ້ນໃຫ້ແກ່ພວກເຈົ້າ.’ |
|
| 20 |
|
| ເຂດແດນນີ້ເປັນທີ່ຮູ້ຈັກກັນວ່າ ດິນແດນຂອງພວກເຣຟາອິມ ຊຶ່ງເອີ້ນຕາມຊື່ທີ່ປະຊາຊົນຜູ້ອາໄສຢູ່ທີ່ນັ້ນເຄີຍເອີ້ນກັນມາກ່ອນ; ຊາວອຳໂມນເອີ້ນພວກນີ້ວ່າ ຊຳຊຸມມິມ. |
|
| 21 |
|
| ພວກເຂົາມີຮູບຮ່າງໃຫຍ່ສູງຄືກັບພວກອານາກີມ ແລະມີຢູ່ນຳກັນຫລາຍຄົນ ແລະເປັນຊົນຊາດທີ່ມີອຳນາດດ້ວຍ. ພຣະເຈົ້າຢາເວໄດ້ທຳລາຍລ້າງຜານພວກເຂົາເໝືອນກັນ ເພື່ອໃຫ້ຊາວອຳໂມນຢຶດຄອງດິນແດນຂອງພວກເຂົາ ແລະຕັ້ງຫຼັກແຫຼ່ງຢູ່ໃນທີ່ນັ້ນ. |
|
| 22 |
|
| ພຣະອົງໄດ້ເຮັດແບບດຽວກັນສຳລັບຊາວເອໂດມ ລູກຫລານຂອງເອຊາວ ຜູ້ທີ່ອາໄສຢູ່ຕາມເຂດພູດອຍໃນດິນແດນເອໂດມ. ພຣະອົງໄດ້ທຳລາຍລ້າງຜານຊາວໂຮຣີ ເພື່ອໃຫ້ຊາວເອໂດມຢຶດຄອງດິນແດນຂອງພວກເຂົາ ແລະຕັ້ງຫຼັກແຫຼ່ງຢູ່ທີ່ນັ້ນແທນ ຈົນເຖິງດຽວນີ້. |
|
| 23 |
|
| ສ່ວນດິນແດນຕາມແຄມຝັ່ງຂອງທະເລເມດີແຕຣາເນ ແມ່ນປະຊາຊົນທີ່ມາຈາກເກາະກະເຣເຕໄດ້ຕັ້ງຫຼັກແຫຼ່ງຢູ່. ພວກເຂົາໄດ້ທຳລາຍລ້າງຜານຊາວອາວິມ ຊາວພື້ນເມືອງ ແລະໄດ້ຢຶດຄອງດິນແດນທັງໝົດຂອງພວກເຂົາ ແຕ່ໃຕ້ສຸດຈົນຮອດເມືອງກາຊາ. |
|
| 24 |
|
| ຫລັງຈາກພວກເຮົາໄດ້ຜ່ານດິນແດນໂມອາບໄປແລ້ວ ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ພວກເຮົາວ່າ, ‘ບັດນີ້ ຈົ່ງເລີ່ມຂ້າມແມ່ນໍ້າອາກໂນນ ເພາະເຮົາໄດ້ມອບເຈົ້າສີໂຫນກະສັດຂອງຊາວອາໂມແຫ່ງນະຄອນເຮັດຊະໂບນ ພ້ອມດ້ວຍດິນແດນຂອງລາວໃຫ້ຢູ່ໃຕ້ອຳນາດຂອງພວກເຈົ້າແລ້ວ. ຈົ່ງໂຈມຕີແລະຢຶດຄອງດິນແດນຂອງລາວໄດ້. |
|
| 25 |
|
| ຕັ້ງແຕ່ວັນນີ້ໄປ ເຮົາຈະເຮັດໃຫ້ປະຊາຊົນທົ່ວທຸກບ່ອນຢ້ານກົວພວກເຈົ້າ. ທຸກຄົນຈະຢ້ານກົວຈົນຕົວສັ່ນຂວັນເສຍ ເມື່ອພວກເຂົາໄດ້ຍິນຊື່ຂອງພວກເຈົ້າ.”’ |
|
| 26 |
|
| “ແລ້ວຂ້າພະເຈົ້າກໍສົ່ງຄະນະທູດຈາກຖິ່ນແຫ້ງແລ້ງກັນດານເກເດໂມດ ໄປຫາເຈົ້າສີໂຫນກະສັດແຫ່ງນະຄອນເຮັດຊະໂບນ ພ້ອມທັງນຳຂໍ້ສະເໜີສັນຕິພາບ ດັ່ງນີ້: |
|
| 27 |
|
| ‘ຈົ່ງອະນຸຍາດໃຫ້ພວກຂ້າພະເຈົ້າຜ່ານດິນແດນຂອງທ່ານໄປແດ່ທ້ອນ. ພວກຂ້າພະເຈົ້າຈະມຸ່ງໜ້າຜ່ານໄປໂດຍຈະບໍ່ໜີຈາກທາງໃຫຍ່. |
|
| 28 |
|
| ພວກຂ້າພະເຈົ້າຈະຈ່າຍຄ່າອາຫານທີ່ພວກຂ້າພະເຈົ້າກິນ ແລະຈ່າຍຄ່ານໍ້າທີ່ພວກຂ້າພະເຈົ້າດື່ມ. ສິ່ງດຽວທີ່ພວກຂ້າພະເຈົ້າຕ້ອງການ ຄືພຽງແຕ່ຜ່ານດິນແດນຂອງທ່ານໄປ |
|
| 29 |
|
| ຈົນກວ່າພວກຂ້າພະເຈົ້າຈະຜ່ານແມ່ນໍ້າຈໍແດນເຂົ້າໄປສູ່ດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້າພະເຈົ້າໄດ້ມອບໃຫ້. ເຊື້ອສາຍຂອງເອຊາວທີ່ອາໄສຢູ່ເອໂດມ ແລະຊາວໂມອາບທີ່ອາໄສຢູ່ອາຣະ ກໍໄດ້ອະນຸຍາດໃຫ້ພວກຂ້າພະເຈົ້າຜ່ານເຂດແດນຂອງພວກເຂົາມາແລ້ວ.’ |
|
| 30 |
|
| ແຕ່ເຈົ້າສີໂຫນແຫ່ງເຮັດຊະໂບນບໍ່ອະນຸຍາດໃຫ້ພວກເຮົາຜ່ານດິນແດນຂອງເພິ່ນໄປ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃຫ້ເພິ່ນດື້ດຶງແລະແຂງກະດ້າງ ເພື່ອພວກເຮົາຈະໄດ້ຊະນະແລະຢຶດເອົາເຂດແດນທັງໝົດຂອງເພິ່ນ ມາຄອບຄອງຈົນເທົ່າທຸກວັນນີ້. |
|
| 31 |
|
| ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ເບິ່ງແມ ເຮົາໄດ້ມອບເຈົ້າສີໂຫນແລະດິນແດນຂອງລາວ ໄວ້ຢູ່ໃຕ້ອຳນາດຂອງພວກເຈົ້າແລ້ວ ຈົ່ງຢຶດເອົາເຖີດ.’ |
|
| 32 |
|
| ເຈົ້າສີໂຫນໄດ້ຍົກທັບອອກມາສູ້ຮົບພວກເຮົາຢູ່ໃກ້ເມືອງຢາຮາດ, |
|
| 33 |
|
| ແຕ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບເພິ່ນໄວ້ຢູ່ໃນອຳນາດຂອງພວກເຮົາ ແລະພວກເຮົາໄດ້ຊະນະເຈົ້າສີໂຫນແລະພວກລູກຊາຍ ແລະທະຫານທັງໝົດຂອງເພິ່ນ. |
|
| 34 |
|
| ໃນເວລາດຽວກັນນັ້ນ ພວກເຮົາໄດ້ຢຶດແລະທຳລາຍທຸກໆເມືອງຖິ້ມ ແລະຂ້າທຸກໆຄົນບໍ່ວ່າຊາຍຍິງ ຫລືເດັກນ້ອຍ. ພວກເຮົາບໍ່ໃຫ້ໃຜລອດຊີວິດຢູ່ເລີຍ. |
|
| 35 |
|
| ພວກເຮົາຢຶດເອົາຝູງສັດແລະເກັບກວາດເອົາສິ່ງຂອງໃນເມືອງ. |
|
| 36 |
|
| ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ໃຫ້ພວກເຮົາຢຶດເອົາເມືອງຕ່າງໆ ຕັ້ງແຕ່ອາໂຣເອໄປ ດັ່ງນີ້: ເມືອງແຄມຮ່ອມພູອາກໂນນ ແລະເມືອງທີ່ຢູ່ທາງກາງຮ່ອມພູ, ຕະຫລອດທຸກເມືອງທີ່ຢູ່ຕາມທາງໄປສູ່ເຂດແດນກີເລອາດ. ບໍ່ມີເມືອງໃດທີ່ມີກຳແພງແໜ້ນໜາ ພໍທີ່ພວກເຮົາຈະຢຶດເອົາບໍ່ໄດ້. |
|
| 37 |
|
| ແຕ່ພວກເຮົາບໍ່ໄດ້ເຂົ້າໄປໃກ້ເຂດແດນຂອງຊາວອຳໂມນ ຫລືທົ່ງພຽງຕາມແຄມແມ່ນໍ້າຢັບໂບກ ຫລືເມືອງຕ່າງໆຢູ່ທີ່ເຂດເນີນພູ ຫລືບ່ອນອື່ນໆທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ສັ່ງໄວ້ບໍ່ໃຫ້ພວກເຮົາເຂົ້າໄປ.” |
|
|
|
|