Lao ພຣະຄຳພີສັກສິ 2012
|
| 1 |
| “ເມື່ອອອກໄປສູ້ຮົບສັດຕູແລະເຫັນລົດຮົບພ້ອມກັບມ້າເສິກທັງກອງທັບ ທີ່ມີກຳລັງຫລາຍກວ່າພວກເຈົ້າ ຢ່າຢ້ານພວກເຂົາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບນັ້ນ ກໍສະຖິດຢູ່ນຳພວກເຈົ້າ. |
| 2 |
| ກ່ອນຈະລົງມືເຂົ້າສູ້ຮົບ ໃຫ້ປະໂຣຫິດອອກມາຂ້າງໜ້າກ່າວກັບບັນດານັກຮົບໃນກອງທັບວ່າ, |
| 3 |
| ‘ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງໃຫ້ດີ ໃນວັນນີ້ພວກເຈົ້າຈະອອກສູ່ສະໜາມຮົບ. ຢ່າຢ້ານຂ້າເສິກ ຫລືເສຍຂວັນ ຫລືເກີດອົນລະຫົນວຸ້ນວາຍເລີຍ. |
| 4 |
| ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍສະຖິດຢູ່ນຳພວກເຈົ້າ ແລະໃຫ້ພວກເຈົ້າໄດ້ຮັບໄຊຊະນະ.’ |
| 5 |
| ແລ້ວນາຍທະຫານທີ່ມີໜ້າທີ່ເກນຄົນເປັນທະຫານຈະກ່າວວ່າ, ‘ມີຜູ້ໃດແດ່ໃນພວກເຈົ້າ ທີ່ຫາກໍປຸກເຮືອນແລະບໍ່ທັນເຂົ້າໄປຢູ່? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອຢູ່ເຮືອນສາ. ບໍ່ດັ່ງນັ້ນ ລາວອາດຕາຍໃນສະໜາມຮົບກໍໄດ້ ແລ້ວຜູ້ອື່ນກໍຈະເຂົ້າໄປຢູ່ເຮືອນແທນ. |
| 6 |
| ມີຜູ້ໃດແດ່ໃນທີ່ນີ້ ທີ່ຫາກໍ່ໄດ້ປູກຕົ້ນອະງຸ່ນໃໝ່? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອເຮືອນສາ. ບໍ່ດັ່ງນັ້ນ ລາວອາດຕາຍໃນສະໜາມຮົບກໍໄດ້ ແລ້ວຜູ້ອື່ນກໍຈະໄດ້ດື່ມເຫຼົ້າອະງຸ່ນແທນ. |
| 7 |
| ມີຜູ້ໃດແດ່ໃນທີ່ນີ້ ທີ່ໄດ້ໝັ້ນຜູ້ສາວໄວ້ແລ້ວວ່າຈະແຕ່ງງານ? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອເຮືອນສາ ບໍ່ດັ່ງນັ້ນ ລາວອາດຕາຍໃນສະໜາມຮົບກໍໄດ້ ແລ້ວຄົນອື່ນກໍຈະໄດ້ແຕ່ງງານກັບຜູ້ສາວທີ່ຕົນໄດ້ໝັ້ນໝາຍໄວ້ນັ້ນແທນ.’ |
| 8 |
| ນາຍທະຫານຈະກ່າວກັບນັກຮົບອີກວ່າ, ‘ມີຜູ້ໃດແດ່ໃນທີ່ນີ້ ທີ່ເສຍຂວັນແລະຢ້ານ? ຖ້າມີ ຈົ່ງໃຫ້ຜູ້ນັ້ນກັບຄືນເມືອເຮືອນສາ. ບໍ່ດັ່ງນັ້ນ ລາວອາດຈະເຮັດໃຫ້ຜູ້ອື່ນເສຍຂວັນໄປນຳເໝືອນກັນ.’ |
| 9 |
| ເມື່ອນາຍທະຫານເວົ້າສຸດແລ້ວ ໃຫ້ເລືອກເອົາຫົວໜ້າປະຈຳແຕ່ລະໜ່ວຍ. |
| 10 |
| ເມື່ອພວກເຈົ້າໄປໂຈມຕີເມືອງໜຶ່ງ ໃນຂັ້ນຕົ້ນ ຈົ່ງໃຫ້ໂອກາດແກ່ຊາວເມືອງນັ້ນຍອມຈຳນົນ. |
| 11 |
| ຖ້າພວກເຂົາໄຂປະຕູເມືອງໃຫ້ ແລະຍອມຈຳນົນໂດຍດີ ຈົ່ງເອົາພວກເຂົາທັງໝົດເປັນຄົນຮັບໃຊ້ ແລະໃຫ້ເຮັດວຽກສຳລັບພວກເຈົ້າ. |
| 12 |
| ຖ້າຊາວເມືອງນັ້ນບໍ່ຍອມເປັນມິດໄມຕີກັບພວກເຈົ້າ, ແຕ່ເລືອກເອົາການຕໍ່ສູ້ພວກເຈົ້າ; ພວກເຈົ້າຈົ່ງເຂົ້າລ້ອມຕີເອົາເມືອງນັ້ນໄດ້. |
| 13 |
| ຕໍ່ມາ ເມື່ອອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າໃຫ້ຢຶດເມືອງໄດ້ແລ້ວ ຈົ່ງຂ້າຜູ້ຊາຍທຸກໆຄົນໃນເມືອງ. |
| 14 |
| ແຕ່ສ່ວນຜູ້ຍິງ, ເດັກນ້ອຍ, ຝູງສັດ ແລະສິ່ງຂອງທັງໝົດໃນເມືອງນັ້ນ ພວກເຈົ້າຢຶດເອົາເປັນຂອງຕົນເອງໄດ້. ພວກເຈົ້າອາດຈະໃຊ້ທຸກໆສິ່ງທີ່ເປັນຂອງຂ້າເສິກໄດ້; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າແລ້ວ. |
| 15 |
| ໃຫ້ພວກເຈົ້າຈັດການຢ່າງນີ້ແຫຼະ ກັບເມືອງເຫຼົ່ານັ້ນ ທີ່ຢູ່ຫ່າງໄກອອກໄປຈາກດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຕັ້ງຫຼັກແຫຼ່ງຢູ່ນັ້ນ. |
| 16 |
| ແຕ່ເມື່ອພວກເຈົ້າຢຶດຄອງເມືອງຕ່າງໆຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ນັ້ນ ຈົ່ງຂ້າທຸກໆຄົນຖິ້ມ. |
| 17 |
| ຈົ່ງທຳລາຍໝົດທຸກຄົນຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້ດັ່ງນີ້: ຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ. |
| 18 |
| ໃຫ້ຂ້າຄົນເຫຼົ່ານີ້ຖິ້ມໝົດເພື່ອວ່າພວກເຂົາຈະບໍ່ນຳພາພວກເຈົ້າ ໃຫ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍສອນພວກເຈົ້າໃຫ້ເຮັດໃນສິ່ງທີ່ໜ້າລັງກຽດ ເມື່ອພວກເຂົາຂາບໄຫວ້ບັນດາຮູບເຄົາຣົບຂອງພວກເຂົາ. |
| 19 |
| ເມື່ອພວກເຈົ້າພະຍາຍາມຈະຢຶດຄອງເມືອງໜຶ່ງ ຢ່າໄດ້ປໍ້າຕົ້ນໄມ້ທີ່ກິນໝາກ ແມ່ນວ່າການປິດລ້ອມເມືອງໄວ້ນັ້ນ ຈະໃຊ້ເວລານານກໍຕາມ. ພວກເຈົ້າກິນໝາກໄມ້ນັ້ນໄດ້ ແຕ່ຢ່າປໍ້າຕົ້ນມັນຖິ້ມ ເພາະມັນບໍ່ແມ່ນສັດຕູຂອງພວກເຈົ້າ. |
| 20 |
| ພວກເຈົ້າອາດປໍ້າຕົ້ນໄມ້ທີ່ຮູ້ວ່າບໍ່ມີໝາກກິນໄດ້ ເພື່ອໃຊ້ປິດລ້ອມເມືອງໄວ້ໄດ້ ຈົນກວ່າຈະເຂົ້າຢຶດຄອງເມືອງ.” |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/deuteronomy/020.mp3
34
20