|
| 1 |
|
| “ຖ້າວ່າຄົນໄດ້ພົບຜູ້ໜຶ່ງທີ່ຖືກຂ້າຢູ່ໃນທົ່ງນາ ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ ແລະພວກເຈົ້າບໍ່ຮູ້ວ່າແມ່ນໃຜເປັນຜູ້ຂ້າ |
|
| 2 |
|
| ກໍໃຫ້ພວກຜູ້ນຳແລະພວກຜູ້ຕັດສິນອອກໄປແທກເບິ່ງໄລຍະທາງ ຈາກບ່ອນທີ່ພົບສົບຜູ້ຕາຍໃສ່ເມືອງຕ່າງໆທີ່ໃກ້ຄຽງ. |
|
| 3 |
|
| ແລ້ວໃຫ້ພວກຜູ້ນຳໃນເມືອງທີ່ຢູ່ໃກ້ຊິດກັບບ່ອນພົບສົບນັ້ນ ເລືອກເອົາງົວແມ່ໜຸ່ມໂຕໜຶ່ງທີ່ບໍ່ເຄີຍໃຊ້ວຽກມາກ່ອນ. |
|
| 4 |
|
| ແລ້ວໃຫ້ພວກເຂົານຳມັນໄປບ່ອນໜຶ່ງໃກ້ຫວ້ຍນໍ້າທີ່ບໍ່ເຄີຍແຫ້ງຈັກເທື່ອ ແລະດິນຢູ່ໃນທີ່ນັ້ນກໍບໍ່ເຄີຍຂຸດຄົ້ນປູກຝັງມາກ່ອນ ແລ້ວໃຫ້ຫັກຄໍງົວແມ່ໜຸ່ມຢູ່ທີ່ນັ້ນ. |
|
| 5 |
|
| ໃຫ້ພວກປະໂຣຫິດຊາວເລວີໄປຮ່ວມໃນພິທີເໝືອນກັນ ເພາະແມ່ນພວກເຂົາທີ່ເປັນຜູ້ຕັດສິນຊີ້ຂາດທຸກໆຄະດີຕາມກົດບັນຍັດກ່ຽວກັບການທຳລາຍຮ່າງກາຍ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເລືອກເອົາປະໂຣຫິດຊາວເລວີໃຫ້ຮັບໃຊ້ພຣະອົງ ແລະໃຫ້ກ່າວຄຳອວຍພອນໃນນາມຂອງພຣະເຈົ້າຢາເວ. |
|
| 6 |
|
| ແລ້ວຈົ່ງໃຫ້ພວກຜູ້ນຳທັງໝົດຂອງເມືອງ ຊຶ່ງໃກ້ທີ່ສຸດກັບບ່ອນທີ່ພົບສົບຄົນຕາຍລ້າງມືໃສ່ເທິງງົວ |
|
| 7 |
|
| ແລະເວົ້າວ່າ, ‘ພວກເຮົາບໍ່ໄດ້ຂ້າຊາຍຄົນນີ້ ແລະພວກເຮົາບໍ່ຮູ້ວ່າແມ່ນໃຜເປັນຜູ້ຂ້າ. |
|
| 8 |
|
| ພຣະເຈົ້າຢາເວເອີຍ ໂຜດຍົກໂທດໃຫ້ຊາວອິດສະຣາເອນດ້ວຍເຖີດ ຄືປະຊາຊົນທີ່ພຣະອົງໄດ້ຊ່ວຍກູ້ອອກມາຈາກປະເທດເອຢິບ. ໂຜດຍົກໂທດໃຫ້ພວກຂ້ານ້ອຍ ແລະຢ່າໃຫ້ພວກຂ້ານ້ອຍຮັບຜິດຊອບເລື່ອງການຕາຍຂອງຄົນໜຶ່ງ ທີ່ບໍ່ຮູ້ຜູ້ສັງຫານ.’ |
|
| 9 |
|
| ສະນັ້ນ ເມື່ອເຮັດຕາມພຣະເຈົ້າຢາເວໄດ້ກຳນົດແລ້ວ ພວກເຈົ້າກໍຈະບໍ່ເປັນຜູ້ຮັບຜິດຊອບສຳລັບການຂ້າຄົນ.” |
|
| 10 |
|
| “ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃຫ້ພວກເຈົ້າໄຊຊະນະຢູ່ໃນສະໜາມຮົບແລະຈັບຊະເລີຍເສິກໄດ້ |
|
| 11 |
|
| ພວກເຈົ້າອາດຈະເຫັນຍິງສາວທີ່ສວຍງາມໃນທ່າມກາງພວກຊະເລີຍເສິກກໍໄດ້ ແລະຢາກໄດ້ນາງມາເປັນເມຍ. |
|
| 12 |
|
| ຈົ່ງນຳນາງເມືອເຮືອນຂອງພວກເຈົ້າແລະໃຫ້ນາງແຖຫົວ ຕັດເລັບມື |
|
| 13 |
|
| ແລະປ່ຽນເສື້ອຜ້າໃຫ້ນາງຢູ່ໃນເຮືອນ ແລະໄວ້ທຸກໃຫ້ພໍ່ແມ່ຂອງນາງໜຶ່ງເດືອນ; ຫລັງຈາກນັ້ນແລ້ວ ພວກເຈົ້າຈຶ່ງເອົານາງໄປເປັນເມຍໄດ້. |
|
| 14 |
|
| ຕໍ່ມາ ຖ້າພວກເຈົ້າບໍ່ຕ້ອງການນາງອີກ ຈົ່ງປ່ອຍນາງໃຫ້ເປັນອິດສະຫລະ. ເມື່ອພວກເຈົ້າໄດ້ບັງຄັບນາງໃຫ້ເປັນເມຍ ສະນັ້ນ ຈຶ່ງບໍ່ສົມຄວນທີ່ພວກເຈົ້າຈະປະຕິບັດຕໍ່ນາງຢ່າງຄົນຮັບໃຊ້ ໂດຍຂາຍນາງຕໍ່ໃຫ້ຄົນອື່ນ.” |
|
| 15 |
|
| “ຖ້າວ່າຊາຍຜູ້ໜຶ່ງມີເມຍສອງຄົນ ແລະທັງສອງກໍເກີດລູກຜູ້ຊາຍ. ແຕ່ລູກຊາຍຄົນທຳອິດບໍ່ແມ່ນລູກທີ່ເກີດຈາກເມຍທີ່ຕົນຮັກ. |
|
| 16 |
|
| ເມື່ອຊາຍຄົນນີ້ຕົກລົງຈະແບ່ງປັນມໍຣະດົກໃຫ້ແກ່ລູກໆຂອງຕົນ ລາວບໍ່ຕ້ອງເຂົ້າຂ້າງລູກຊາຍຂອງເມຍທີ່ຕົນຮັກ ໂດຍມອບມໍຣະດົກຂອງລູກເມຍກົກໃຫ້ລາວ. |
|
| 17 |
|
| ລາວຕ້ອງແບ່ງມໍຣະດົກສອງເທົ່າໃຫ້ລູກຊາຍຄົນກົກ ເຖິງແມ່ນວ່າລາວບໍ່ແມ່ນລູກຊາຍຂອງເມຍທີ່ຕົນຮັກກໍຕາມ. ຊາຍຜູ້ໜຶ່ງຕ້ອງຮັບຮູ້ສິດທິຂອງລູກຊາຍກົກຂອງຕົນ ແລະແບ່ງມໍຣະດົກທີ່ຖືກຕາມກົດໝາຍທີ່ລາວສົມຄວນຈະໄດ້ຮັບໃຫ້ແກ່ລາວ.” |
|
| 18 |
|
| “ຖ້າວ່າຜູ້ໜຶ່ງມີລູກຊາຍທີ່ດື້ດ້ານແລະບໍ່ຢູ່ໃນຄຳໂອວາດ ຄືລູກຊາຍທີ່ບໍ່ຟັງຄວາມພໍ່ແມ່ຂອງຕົນ ເຖິງແມ່ນວ່າພໍ່ແມ່ໄດ້ລົງໂທດລາວແລ້ວກໍຕາມ. |
|
| 19 |
|
| ພໍ່ແມ່ຕ້ອງນຳລູກຊາຍຂອງຕົນໄປຫາພວກຜູ້ນຳໃນເມືອງທີ່ຕົນອາໄສຢູ່ ແລະນຳລາວຂຶ້ນສານ. |
|
| 20 |
|
| ພໍ່ແມ່ຕ້ອງເວົ້າກັບພວກເພິ່ນວ່າ, ‘ລູກຊາຍຂອງພວກຂ້ານ້ອຍດື້ດ້ານທັງບໍ່ຢູ່ໃນຄຳໂອວາດ ແລະບໍ່ເຊື່ອຟັງພວກຂ້ານ້ອຍດ້ວຍ; ລາວລ້າງຜານເງິນຄຳແລະຕິດເຫລົ້າເມົາສຸຣາ.’ |
|
| 21 |
|
| ແລ້ວຊາວເມືອງກໍຈະເອົາກ້ອນຫີນແກວ່ງໃສ່ລາວໃຫ້ເຖິງຕາຍ. ດັ່ງນັ້ນ ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຊ້າເຊັ່ນນີ້ໃຫ້ໝົດໄປໄດ້. ທຸກຄົນໃນຊາດອິດສະຣາເອນຈະໄດ້ຍິນສິ່ງທີ່ເກີດຂຶ້ນ ແລະພວກເຂົາຈະຢ້ານກົວ.” |
|
| 22 |
|
| “ຖ້າຄົນໜຶ່ງຖືກປະຫານສຳລັບຄວາມຜິດທາງອາດຍາໂດຍການແຂວນຄໍ |
|
| 23 |
|
| ຢ່າປ່ອຍຊາກສົບແຂວນໄວ້ຈົນຮອດກາງຄືນ. ໃຫ້ຝັງຊາກສົບຂອງຄົນນີ້ໃນມື້ນັ້ນໂລດ ເພາະຊາກສົບຂອງຄົນຕາຍທີ່ຖືກແຂວນຄໍກັບເສົາ ນຳຄວາມສາບແຊ່ງຂອງພຣະເຈົ້າມາສູ່ດິນແດນ. ຈົ່ງຝັງຊາກສົບນັ້ນສາ ເພື່ອບໍ່ເປັນການນຳການສາບແຊ່ງມາສູ່ດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/deuteronomy/021.mp3
34
21