|
| 1 |
|
| “ຖ້າພວກເຈົ້າເຫັນງົວຫລືແກະຂອງພີ່ນ້ອງຊາວອິດສະຣາເອນຫລົງມາ ຢ່າໄດ້ເຮັດເມີນເສີຍ; ຈົ່ງນຳສັດນັ້ນກັບໄປສົ່ງຄືນໃຫ້ເຈົ້າຂອງ. |
|
| 2 |
|
| ແຕ່ຖ້າເຈົ້າຂອງສັດຢູ່ຫ່າງໄກຫລືບໍ່ຮູ້ວ່າຜູ້ໃດເປັນເຈົ້າຂອງສັດ ກໍໃຫ້ນຳສັດນັ້ນເມືອບ້ານຂອງຕົນ. ເມື່ອເຈົ້າຂອງສັດມາຕາມຫາ ຈົ່ງສົ່ງສັດນັ້ນຄືນໃຫ້ເຈົ້າຂອງ. |
|
| 3 |
|
| ຈົ່ງປະຕິບັດເຊັ່ນດຽວກັນຖ້າພວກເຈົ້າພົບລໍ ເຄື່ອງນຸ່ງຫົ່ມ ແລະສິ່ງອື່ນໆທີ່ພີ່ນ້ອງຊາວອິດສະຣາເອນໄດ້ເຮັດເສຍ. |
|
| 4 |
|
| ຖ້າລໍຫລືງົວຂອງພີ່ນ້ອງຊາວອິດສະຣາເອນລົ້ມລົງ ຢ່າໄດ້ເຮັດເມີນເສີຍ. ຈົ່ງຊ່ວຍລາວຊູສັດນັ້ນຂຶ້ນ. |
|
| 5 |
|
| ຜູ້ຍິງຕ້ອງບໍ່ນຸ່ງເຄື່ອງຜູ້ຊາຍ ແລະຜູ້ຊາຍຕ້ອງບໍ່ນຸ່ງເຄື່ອງຜູ້ຍິງ; ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງຄົນທີ່ເຮັດເຊັ່ນນັ້ນ. |
|
| 6 |
|
| ຖ້າພວກເຈົ້າພົບຮັງນົກຢູ່ເທິງຕົ້ນໄມ້ຫລືເທິງພື້ນດິນ ທີ່ແມ່ຂອງມັນກຳລັງຟັກໄຂ່ຫລືເຝົ້າລູກຂອງມັນຢູ່ພວກເຈົ້າບໍ່ຕ້ອງຈັບແມ່ຂອງມັນໄປ. |
|
| 7 |
|
| ພວກເຈົ້າອາດຈະເອົາລູກນົກໄປໄດ້ແຕ່ປ່ອຍແມ່ຂອງມັນໄປ ເພື່ອວ່າພວກເຈົ້າຈະມີຊີວິດຢູ່ຍືນຍາວແລະຈະເລີນຮຸ່ງເຮືອງ. |
|
| 8 |
|
| ເມື່ອພວກເຈົ້າສ້າງເຮືອນໃໝ່ໃຫ້ເຮັດຂອບເທິງຫລັງຄາເຮືອນໄວ້. ແລ້ວພວກເຈົ້າຈະບໍ່ຕ້ອງຮັບຜິດຊອບ ຖ້າຜູ້ໃດຜູ້ໜຶ່ງຕົກລົງຕາຍ. |
|
| 9 |
|
| ຢ່າປູກພືດໃດໆໃນບ່ອນດຽວກັບສວນອະງຸ່ນ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າບໍ່ຕ້ອງໃຊ້ພືດຜົນທັງສອງຢ່າງທີ່ໄດ້ມາຈາກສວນນັ້ນ. |
|
| 10 |
|
| ຢ່າເອົາງົວເຖິກແລະລໍທຽມແອກນຳກັນໃຊ້ໄຖນາ. |
|
| 11 |
|
| ຢ່ານຸ່ງເຄື່ອງທີ່ໃຊ້ຂົນແກະແລະຜ້າປ່ານຕໍ່າປົນກັນ. |
|
| 12 |
|
| ຈົ່ງຫຍິບຍອຍໃສ່ສີ່ແຈເສື້ອຄຸມຂອງພວກເຈົ້າ.” |
|
| 13 |
|
| “ຖ້າວ່າຊາຍຜູ້ໜຶ່ງໄດ້ແຕ່ງງານກັບຍິງຜູ້ໜຶ່ງ ແລະຕໍ່ມາລາວບໍ່ຕ້ອງການນາງອີກ. |
|
| 14 |
|
| ດັ່ງນັ້ນ ລາວຈຶ່ງຫາເຫດຜົນອັນບໍ່ຈິງກ່າວຟ້ອງນາງວ່າ ເປັນຍິງບໍ່ບໍຣິສຸດເມື່ອເຂົາແຕ່ງງານກັນແລ້ວ. |
|
| 15 |
|
| ຖ້າເຫດການເຊັ່ນນີ້ເກີດຂຶ້ນໃຫ້ພໍ່ແມ່ຂອງຝ່າຍຍິງເອົາຜ້າປູບ່ອນນອນ ທີ່ມີຮອຍເລືອດໃນຄືນມື້ແຕ່ງງານຊຶ່ງພິສູດວ່ານາງເປັນສາວບໍຣິສຸດ ແລະນຳໄປທີ່ສານເພື່ອໃຫ້ພວກຫົວໜ້າປົກຄອງເມືອງເບິ່ງ. |
|
| 16 |
|
| ພໍ່ຂອງຝ່າຍຍິງນັ້ນຈະຕ້ອງເວົ້າກັບຜູ້ປົກຄອງເມືອງວ່າ ‘ຂ້າພະເຈົ້າເອງເປັນຜູ້ມອບລູກສາວໃຫ້ແຕ່ງງານກັບຊາຍຄົນນີ້, ແຕ່ມາບັດນີ້ລາວບໍ່ຕ້ອງການນາງ. |
|
| 17 |
|
| ລາວໄດ້ຫາເຫດອັນບໍ່ຈິງຟ້ອງນາງໂດຍເວົ້າຕໍ່ນາງວ່າ ນາງບໍ່ບໍຣິສຸດເມື່ອລາວໄດ້ນາງມາເປັນເມຍແລ້ວ. ຈົ່ງເບິ່ງຮອຍເລືອດທີ່ຕິດຜ້າປູບ່ອນນີ້ດູ’ |
|
| 18 |
|
| ແລ້ວໃຫ້ບັນດາຫົວໜ້າຜູ້ປົກຄອງເມືອງ ເອົາຜົວຂອງຍິງນັ້ນໄປຂ້ຽນ. |
|
| 19 |
|
| ໃຫ້ພວກເຂົາປັບໄໝລາວອີກເປັນເງິນຮ້ອຍຫລຽນ ແລະມອບເງິນໃຫ້ພໍ່ຂອງຝ່າຍຍິງຍ້ອນຊາຍຜູ້ນີ້ໄດ້ນຳການສາບແຊ່ງມາສູ່ຍິງອິດສະຣາເອນ. ບໍ່ແລ້ວແຕ່ເທົ່ານັ້ນ ນາງຍັງຈະຕ້ອງເປັນເມຍຂອງລາວຕໍ່ໄປ ແລະຈະປະຮ້າງນາງບໍ່ໄດ້ຕະຫລອດຊີວິດ. |
|
| 20 |
|
| ແຕ່ຖ້າການກ່າວຟ້ອງນັ້ນເປັນຄວາມຈິງ ແລະບໍ່ມີຂໍ້ພິສູດໃດໆວ່າຍິງນັ້ນບໍຣິສຸດ |
|
| 21 |
|
| ກໍໃຫ້ນຳຍິງນັ້ນອອກໄປທີ່ປະຕູເຮືອນພໍ່ຂອງນາງ ແລ້ວໃຫ້ຊາວເມືອງແກວ່ງກ້ອນຫີນໃສ່ໃຫ້ຕາຍໃນທີ່ນັ້ນ. ນາງໄດ້ເຮັດສິ່ງທີ່ອັບອາຍຂາຍໜ້າທ່າມກາງຊາວເມືອງຂອງພວກເຮົາ ໂດຍສົມສູ່ທາງເພດກ່ອນແຕ່ງງານຄາວທີ່ນາງໄດ້ອາໄສຢູ່ນຳພໍ່ແມ່. ໃນທຳນອງນີ້ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຮ້າຍນີ້. |
|
| 22 |
|
| ຖ້າຊາຍຄົນໜຶ່ງຖືກຈັບໄດ້ໃນຂະນະທີ່ລາວສົມສູ່ກັບເມຍຂອງຄົນອື່ນ ກໍໃຫ້ລົງໂທດທັງສອງຄົນເຖິງຕາຍ. ໃນທຳນອງນີ້ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຮ້າຍນີ້. |
|
| 23 |
|
| ຖ້າວ່າຊາຍຜູ້ໜຶ່ງຖືກຈັບໄດ້ໃນເມືອງ ໃນຂະນະທີ່ລາວສົມສູ່ກັບຍິງສາວທີ່ມີຄູ່ໝັ້ນແລ້ວ |
|
| 24 |
|
| ໃຫ້ນຳເຂົາທັງສອງອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ໃຫ້ຕາຍ. ຜູ້ຍິງນີ້ຕ້ອງຖືກໂທດເຖິງຕາຍເພາະນາງບໍ່ໄດ້ຮ້ອງຂໍໃຫ້ຊ່ວຍເຫລືອ ເຖິງແມ່ນນາງຢູ່ໃນເມືອງບ່ອນທີ່ຄົນຍິນສຽງໄດ້. ສ່ວນຜູ້ຊາຍນັ້ນຕ້ອງຖືກໂທດເຖິງຕາຍ ເພາະລາວໄດ້ສົມສູ່ກັບຍິງທີ່ມີຄູ່ໝັ້ນແລ້ວ. ໃນທຳນອງນີ້ພວກເຈົ້າຈຶ່ງຈະກຳຈັດຄວາມຊົ່ວຮ້າຍນີ້. |
|
| 25 |
|
| ຖ້າວ່າຊາຍຜູ້ໜຶ່ງຂົ່ມຂືນຍິງສາວທີ່ມີຄູ່ໝັ້ນແລ້ວຢູ່ນອກເມືອງ ໃຫ້ລົງໂທດຊາຍຄົນນີ້ຜູ້ດຽວໃຫ້ເຖິງຕາຍ; |
|
| 26 |
|
| ຢ່າເຮັດຫຍັງແກ່ຜູ້ຍິງນັ້ນເລີຍ ເພາະນາງບໍ່ໄດ້ເຮັດຜິດເຖິງຂັ້ນໂທດປະຫານ. ຄະດີນີ້ແມ່ນຢ່າງດຽວກັບ ເມື່ອຊາຍຄົນໜຶ່ງຕີຊາຍອີກຄົນໜຶ່ງແລະຂ້າລາວ. |
|
| 27 |
|
| ຊາຍຄົນນັ້ນໄດ້ຂົ່ມຂືນຍິງທີ່ມີຄູ່ໝັ້ນແລ້ວທີ່ນອກເມືອງ ເຖິງແມ່ນວ່ານາງຈະຮ້ອງໃຫ້ຊ່ວຍເຫລືອກໍບໍ່ມີຜູ້ໃດມາຊ່ວຍເຫລືອນາງໄດ້. |
|
| 28 |
|
| ຖ້າວ່າຊາຍຜູ້ໜຶ່ງຖືກຈັບໄດ້ໃນຂະນະທີ່ຂົ່ມຂືນຜູ້ສາວຍັງບໍ່ມີຄູ່ໝັ້ນເທື່ອ |
|
| 29 |
|
| ລາວຈະຕ້ອງຈ່າຍເງິນຫ້າສິບຫລຽນໃຫ້ພໍ່ຂອງຍິງນັ້ນ ແລ້ວໃຫ້ລາວຮັບເອົານາງໄປເປັນເມຍຂອງຕົນ ເພາະລາວໄດ້ບັງຄັບນາງໃຫ້ສົມສູ່ທາງເພດກັບຕົນ. ລາວຈະຢ່າຮ້າງນາງບໍ່ໄດ້ຕະຫລອດຊີວິດ. |
|
| 30 |
|
| ຢ່າໃຫ້ຊາຍຜູ້ໃດເຮັດໃຫ້ພໍ່ຂອງຕົນຕ້ອງໄດ້ຖືກອັບອາຍຂາຍໜ້າ ໂດຍສົມສູ່ທາງເພດກັບເມຍນ້ອຍຂອງເພິ່ນ.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | | 24 | | 25 | | 26 | | 27 | | 28 | | 29 | | 30 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/deuteronomy/022.mp3
34
22