|
| 1 |
|
| “ຖ້າວ່າຊາຍຜູ້ໜຶ່ງແຕ່ງງານກັບຍິງຜູ້ໜຶ່ງ ແລະພາຍລຸນມາ ລາວບໍ່ຕ້ອງການນາງອີກຕໍ່ໄປ ເພາະລາວພົບພຶດຕິການບາງສິ່ງບາງຢ່າງຊຶ່ງລາວບໍ່ມັກ. ດັ່ງນັ້ນ ລາວຈຶ່ງເຮັດໜັງສືຢ່າຮ້າງຍື່ນໃຫ້ນາງ ແລະບອກນາງໃຫ້ໜີຈາກເຮືອນຂອງຕົນໄປ. |
|
| 2 |
|
| ຕໍ່ມາ ຖ້າວ່ານາງໄດ້ແຕ່ງງານກັບຊາຍອື່ນອີກ |
|
| 3 |
|
| ແລະຊາຍຜູ້ນັ້ນຕັດສິນໃຈຢ່າຮ້າງນາງເໝືອນກັນ ດັ່ງນັ້ນ ລາວຈຶ່ງຂຽນໜັງສືຢ່າຮ້າງຍື່ນໃຫ້ນາງ ແລະບອກໃຫ້ນາງໜີອອກໄປຈາກເຮືອນຂອງຕົນ. ຫລືຖ້າວ່າຜົວຄົນທີສອງຂອງນາງຕາຍໄປ. |
|
| 4 |
|
| ໃນກໍລະນີເຊັ່ນນີ້ ຜົວຜູ້ທຳອິດຈະເອົານາງກັບຄືນມາເປັນເມຍອີກບໍ່ໄດ້; ໃຫ້ລາວຖືວ່ານາງເປັນມົນທິນເສຍແລ້ວ. ຖ້າລາວເອົານາງມາເປັນເມຍອີກ ກໍຈະເຮັດໃຫ້ພຣະເຈົ້າຢາເວບໍ່ພໍໃຈ. ຢ່າໃຫ້ພວກເຈົ້າເຮັດບາບອັນຮ້າຍແຮງເຊັ່ນນີ້ ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ນີ້.” |
|
| 5 |
|
| “ເມື່ອຊາຍຜູ້ໜຶ່ງຫາກໍແຕ່ງງານ ຢ່າເກນເອົາລາວເຂົ້າເປັນທະຫານ ຫລືຮັບໜ້າທີ່ໃດໆຕໍ່ປະຊາຊົນ; ໃຫ້ລາວພັກຢູ່ບ້ານໜຶ່ງປີເພື່ອຈະໄດ້ເຮັດໃຫ້ເມຍມີຄວາມສຸກ. |
|
| 6 |
|
| ເມື່ອພວກເຈົ້າໃຫ້ຄົນໜຶ່ງຢືມບາງສິ່ງບາງຢ່າງ ຢ່າໄດ້ເອົາຫີນໂມ້ແປ້ງຂອງລາວໄວ້ເປັນເຄື່ອງຄໍ້າປະກັນ. ມັນຈະເປັນການເອົາສິ່ງທີ່ຕຽມອາຫານເພື່ອລ້ຽງຊີບໃນຄອບຄົວໄປ. |
|
| 7 |
|
| ຜູ້ໃດກໍຕາມ ທີ່ລັກເອົາພີ່ນ້ອງຊາວອິດສະຣາເອນໄປຮັບໃຊ້ຕົນ ຫລືເອົາໄປຂາຍເປັນທາດຮັບໃຊ້ຈະຕ້ອງຖືກໂທດເຖິງຕາຍ. ໃນທຳນອງນີ້ພວກເຈົ້າຈະກຳຈັດຄວາມຊົ່ວຮ້າຍນີ້. |
|
| 8 |
|
| ເມື່ອພວກເຈົ້າຕ້ອງທົນທຸກທໍລະມານຈາກພະຍາດຂີ້ທູດ ຈົ່ງເອົາໃຈໃສ່ປິ່ນປົວຕາມຄຳແນະນຳຂອງປະໂຣຫິດຊາວເລວີ; ຈົ່ງປະຕິບັດຕາມຄຳແນະນຳ ຊຶ່ງຂ້າພະເຈົ້າໄດ້ມອບໃຫ້ແກ່ພວກເຂົາ. |
|
| 9 |
|
| ຈົ່ງລະນຶກເຖິງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດຕໍ່ມີຣີອາມ ໃນຄາວທີ່ພວກເຈົ້າໄດ້ເດີນທາງອອກມາຈາກປະເທດເອຢິບ. |
|
| 10 |
|
| ເມື່ອພວກເຈົ້າໃຫ້ເພື່ອນບ້ານຢືມບາງສິ່ງບາງຢ່າງ ຢ່າໄດ້ລ່ວງເຂົ້າໄປໃນເຮືອນເອົາເຄື່ອງນຸ່ງຫົ່ມຂອງເຂົາເປັນເຄື່ອງມັດຈຳ, |
|
| 11 |
|
| ແຕ່ຈົ່ງຢືນຖ້າຢູ່ຂ້າງນອກແລະໃຫ້ເຂົາເອົາມາໃຫ້ພວກເຈົ້າເອງ. |
|
| 12 |
|
| ຖ້າເຂົາເປັນຄົນຍາກຈົນ ຢ່າເກັບຂອງຄໍ້າປະກັນນັ້ນໄວ້ຈົນຄ້າງຄືນ; |
|
| 13 |
|
| ໃຫ້ພວກເຈົ້າສົ່ງລາວຄືນທຸກໆແລງ ເພື່ອວ່າລາວຈະໄດ້ໃຊ້ຫົ່ມເມື່ອເວລາເຂົ້ານອນ ແລະລາວຈະອວຍພອນພວກເຈົ້າແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍຈະພໍໃຈນຳພວກເຈົ້າ. |
|
| 14 |
|
| ຢ່າສໍ້ໂກງຄົນຍາກຈົນແລະລູກຈ້າງທີ່ຂັດສົນ ບໍ່ວ່າຄົນນັ້ນຈະເປັນພີ່ນ້ອງຊາວອິດສະຣາເອນ ຫລືເປັນຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງໜຶ່ງຂອງພວກເຈົ້າກໍຕາມ. |
|
| 15 |
|
| ແຕ່ຈົ່ງຈ່າຍຄ່າຈ້າງໃຫ້ລາວທຸກໆມື້ກ່ອນຕາເວັນຕົກດິນ; ລາວຕ້ອງການເງິນແລະລໍຮັບຄ່າຈ້າງນັ້ນຢູ່. ຖ້າພວກເຈົ້າບໍ່ຈ່າຍໃຫ້ລາວ ລາວຈະຮ້ອງຟ້ອງຕໍ່ພຣະເຈົ້າຢາເວ ແລ້ວພວກເຈົ້າກໍຈະເປັນຜູ້ຜິດໃນຖານເຮັດບາບ. |
|
| 16 |
|
| ພໍ່ແມ່ບໍ່ຕ້ອງຖືກລົງໂທດເຖິງຕາຍຍ້ອນລູກເຮັດຜິດ ແລະລູກໆກໍບໍ່ຕ້ອງຖືກລົງໂທດເຖິງຕາຍຍ້ອນພໍ່ແມ່ເຮັດຜິດ; ບຸກຄົນໃດເຮັດຜິດ ກໍແມ່ນບຸກຄົນນັ້ນເອງເປັນຜູ້ໄດ້ຮັບໂທດ. |
|
| 17 |
|
| ຢ່າຕັດສິດທິຂອງຄົນຕ່າງດ້າວແລະລູກກຳພ້າ ແລະຢ່າເອົາເສື້ອຜ້າຂອງແມ່ໝ້າຍໄວ້ເປັນເຄື່ອງຄໍ້າປະກັນ. |
|
| 18 |
|
| ຢ່າລືມວ່າພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ຊົງໄຖ່ພວກເຈົ້າໃຫ້ພົ້ນ. ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ມອບຂໍ້ຄຳສັ່ງນີ້ໃຫ້ແກ່ພວກເຈົ້າ. |
|
| 19 |
|
| ເມື່ອພວກເຈົ້າເກັບກ່ຽວ ແລະລືມຟ່ອນເຂົ້າບາງຟ່ອນໄວ້ໃນນາ ຢ່າກັບຄືນໄປເກັບເອົາ; ຈົ່ງປະໄວ້ໃຫ້ຄົນຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ ເພື່ອວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະໄດ້ອວຍພອນພວກເຈົ້າໃນການງານທຸກໆຢ່າງທີ່ພວກເຈົ້າເຮັດ. |
|
| 20 |
|
| ເມື່ອພວກເຈົ້າເກັບໝາກກອກເທດ ຢ່າຄືນໄປເລັມອັນທີ່ເຫຼືອ; ຈົ່ງປະໄວ້ໃຫ້ຊາວຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ. |
|
| 21 |
|
| ເມື່ອພວກເຈົ້າເກັບໝາກອະງຸ່ນຢ່າຄືນໄປເລັມເອົາໝາກຂອງມັນ; ຈົ່ງປະອັນທີ່ເຫຼືອນັ້ນໄວ້ໃຫ້ຊາວຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ. |
|
| 22 |
|
| ຢ່າລືມໄລຈັກເທື່ອວ່າພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ; ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ມອບຂໍ້ຄຳສັ່ງນີ້ໃຫ້ແກ່ພວກເຈົ້າ.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/deuteronomy/024.mp3
34
24