Lao ພຣະຄຳພີສັກສິ 2012
|
| 1 |
| “ຫລັງຈາກພວກເຈົ້າເຂົ້າຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ ແລະຕັ້ງຖິ່ນຖານຢູ່ໃນທີ່ນັ້ນແລ້ວ; |
| 2 |
| ຈົ່ງໃຫ້ແຕ່ລະຄົນໃນພວກເຈົ້າເອົາຜົນລະປູກແຕ່ລະຊະນິດທີ່ເກັບກ່ຽວມາຈາກດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ ຈົ່ງເອົາຜົນທຳອິດໃສ່ກະຕ່າ ແລະໄປໃນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກໄວ້ໃຫ້ນາມຊື່ຂອງພຣະອົງຕັ້ງຢູ່. |
| 3 |
| ຈົ່ງໄປຫາປະໂຣຫິດປະຈຳການໃນເວລານັ້ນ ແລະເວົ້າກັບເພິ່ນວ່າ, ‘ໃນວັນນີ້ ຂ້ານ້ອຍຍອມຮັບຮອງຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍວ່າ ຂ້ານ້ອຍໄດ້ເຂົ້າໄປໃນດິນແດນທີ່ພຣະອົງໄດ້ສັນຍາວ່າຈະມອບໃຫ້ກັບປູ່ຍ່າຕາຍາຍຂອງພວກຂ້ານ້ອຍ ໄດ້ມອບໃຫ້ພວກຂ້ານ້ອຍແລ້ວ.’ |
| 4 |
| ປະໂຣຫິດຈະຮັບເອົາກະຕ່າຈາກພວກເຈົ້າ ແລະຖືໄປວາງໄວ້ຢູ່ຕໍ່ໜ້າແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. |
| 5 |
| ແລ້ວຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທີ່ນັ້ນ ໃຫ້ພວກເຈົ້າເລົ່າຖ້ອຍຄຳດັ່ງຕໍ່ໄປນີ້: ‘ປູ່ຍ່າຕາຍາຍຂອງພວກຂ້ານ້ອຍເປັນນັກພະຈົນໄພຊາວອາຣາມ ຜູ້ທີ່ໄດ້ນຳຄອບຄົວຂອງຕົນໄປອາໄສຢູ່ປະເທດເອຢິບ. ເມື່ອໄປນັ້ນພວກເພິ່ນມີແຕ່ໜ້ອຍຄົນ ແຕ່ພວກເພິ່ນໄດ້ກາຍເປັນຊົນຊາດໜຶ່ງທີ່ຍິ່ງໃຫຍ່ແລະເຂັ້ມແຂງ. |
| 6 |
| ຊາວເອຢິບໄດ້ເຮັດຕໍ່ພວກຂ້ານ້ອບຢ່າງໂຫດຮ້າຍ ແລະໄດ້ຂົ່ມເຫັງພວກຂ້ານ້ອຍໃຫ້ເຮັດວຽກເໝືອນດັ່ງຂ້າທາດ. |
| 7 |
| ຕໍ່ມາ ພວກຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກຂ້ານ້ອຍໃຫ້ຊ່ວຍເຫລືອ. ພຣະເຈົ້າຢາເວໄດ້ຍິນພວກຂ້ານ້ອຍທັງເຫັນຄວາມທົນທຸກ ຄວາມລຳບາກ ແລະການຍາກຈົນຫລາຍຢ່າງຂອງພວກຂ້ານ້ອຍ. |
| 8 |
| ດ້ວຍຣິດອຳນາດແລະພະລັງອັນຍິ່ງໃຫຍ່ຂອງພຣະອົງ ພຣະເຈົ້າຢາເວໄດ້ນຳພາພວກຂ້ານ້ອຍອອກມາຈາກປະເທດເອຢິບ. ພຣະອົງໄດ້ເຮັດການອັດສະຈັນ ແລະໝາຍສຳຄັນຫລາຍປະການ ທັງໄດ້ເຮັດສິ່ງອັນໜ້າຢ້ານກົວຕ່າງໆອີກດ້ວຍ. |
| 9 |
| ພຣະອົງໄດ້ນຳພາພວກຂ້ານ້ອຍມາເຖິງທີ່ນີ້ ແລະມອບດິນແດນອັນອຸດົມສົມບູນແລະຮັ່ງມີໃຫ້ພວກຂ້ານ້ອຍ. |
| 10 |
| ສະນັ້ນ ບັດນີ້ ຂ້ານ້ອຍຈຶ່ງນຳພືດຜົນທຳອິດທີ່ພຣະເຈົ້າຢາເວໄດ້ໂຜດໃຫ້ນັ້ນມາຖວາຍແດ່ພຣະອົງ.’ ແລ້ວພວກເຈົ້າຈົ່ງປົງກະຕ່າລົງຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະກົ້ມຂາບລົງຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢູ່ທີ່ນັ້ນ. |
| 11 |
| ຈົ່ງຮູ້ຈັກພຣະຄຸນຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ສຳລັບສິ່ງດີໆທີ່ພຣະອົງໄດ້ໂຜດໃຫ້ພວກເຈົ້າກັບຄອບຄົວ; ຈົ່ງໃຫ້ຊາວເລວີແລະຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຮ່ວມຊົມຊື່ນຍິນດີໃນການສະຫລອງນີ້. |
| 12 |
| ທຸກໆສາມປີໃດ ຈົ່ງມອບໜຶ່ງສ່ວນສິບຜົນລະປູກຂອງພວກເຈົ້າໃຫ້ຊາວເລວີ, ຊາວຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ ເພື່ອວ່າພວກເຂົາທຸກຄົນຈະໄດ້ກິນອີ່ມໜຳສຳລານຕາມຄວາມຕ້ອງການ. ເມື່ອພວກເຈົ້າຖວາຍເຄື່ອງເຫຼົ່ານັ້ນແລ້ວ |
| 13 |
| ຈົ່ງກ່າວຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າວ່າ, ‘ບໍ່ມີໜຶ່ງສ່ວນສິບອັນສັກສິດໃດໆເຫຼືອຢູ່ໃນເຮືອນ; ຂ້ານ້ອຍນຳມາມອບໃຫ້ຊາວເລວີ, ຊາວຕ່າງດ້າວ, ລູກກຳພ້າ ແລະແມ່ໝ້າຍ ຕາມທີ່ພຣະອົງໄດ້ສັ່ງໄວ້. ຂ້ານ້ອຍບໍ່ໄດ້ຝ່າຝືນຫລືລືມໄລຕໍ່ຂໍ້ຄຳສັ່ງໃດໆ ເຖິງການຖວາຍໜຶ່ງສ່ວນສິບນີ້ເລີຍ. |
| 14 |
| ເມື່ອໄວ້ທຸກຂ້ານ້ອຍບໍ່ໄດ້ກິນໜຶ່ງສ່ວນສິບ; ເມື່ອເປັນມົນທິນຂ້ານ້ອຍບໍ່ໄດ້ເອົາສ່ວນໃດໆອອກໄປຈາກເຮືອນ ແລະທັງບໍ່ໄດ້ຖວາຍສ່ວນໃດໆສຳລັບຄົນຕາຍ. ໂອ ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍເຊື່ອຟັງພຣະອົງ; ຂ້ານ້ອຍໄດ້ປະຕິບັດຕາມທີ່ພຣະອົງໄດ້ສັ່ງໄວ້ທຸກປະການກ່ຽວກັບເລື່ອງໜຶ່ງສ່ວນສິບ. |
| 15 |
| ຈົ່ງຫລຽວລົງມາຈາກບ່ອນບໍຣິສຸດຂອງພຣະອົງ, ຈາກສະຫວັນ ແລະອວຍພອນປະຊາຊົນອິດສະຣາເອນຂອງພຣະອົງເທີ້ນ; ຈົ່ງອວຍພອນດິນແດນອັນອຸດົມສົມບູນແລະຮັ່ງມີທີ່ພຣະອົງໄດ້ມອບໃຫ້ນັ້ນ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກຂ້ານ້ອຍດ້ວຍເທີ້ນ.’ |
| 16 |
| ວັນນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ສັ່ງພວກເຈົ້າໃຫ້ເຊື່ອຟັງກົດບັນຍັດທຸກຂໍ້ຂອງພຣະອົງ, ສະນັ້ນ ຈົ່ງເຊື່ອຟັງກົດບັນຍັດເຫຼົ່ານັ້ນດ້ວຍສຸດໃຈຂອງພວກເຈົ້າ. |
| 17 |
| ວັນນີ້ ພວກເຈົ້າໄດ້ຮັບຮອງຕໍ່ພຣະເຈົ້າຢາເວວ່າເປັນພຣະເຈົ້າຂອງພວກເຈົ້າ; ພວກເຈົ້າໄດ້ສັນຍາວ່າຈະເຊື່ອຟັງພຣະອົງ, ຢຶດຖືກົດບັນຍັດໝົດທຸກຂໍ້ຂອງພຣະອົງ ແລະປະຕິບັດຕາມທີ່ພຣະອົງໄດ້ສັ່ງໄວ້ທຸກປະການ. |
| 18 |
| ວັນນີ້ ພຣະເຈົ້າຢາເວໄດ້ຮັບເອົາພວກເຈົ້າເປັນໄພ່ພົນຂອງພຣະອົງ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບພວກເຈົ້າ ແລະພຣະອົງສັ່ງພວກເຈົ້າໃຫ້ເຊື່ອຟັງກົດບັນຍັດໝົດທຸກຂໍ້ຂອງພຣະອົງ. |
| 19 |
| ພຣະອົງຈະເຮັດໃຫ້ຊາດຂອງພວກເຈົ້າຍິ່ງໃຫຍ່ ກວ່າຊາດອື່ນໆທີ່ພຣະອົງໄດ້ສ້າງມາ ແລະພວກເຈົ້າຈະນຳເອົາຄຳສັນລະເສີນແລະກຽດສັກສີມາສູ່ນາມຂອງພຣະອົງ. ພວກເຈົ້າຈະເປັນໄພ່ພົນບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້.” |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/deuteronomy/026.mp3
34
26