|
| 1 |
|
| “ຕໍ່ມາ ພວກເຮົາໄດ້ເດີນທາງໄປທີ່ພາກເໜືອສູ່ອານາເຂດບາຊານ ແລະເຈົ້າໂອກໄດ້ຍົກທັບອອກມາສູ້ຮົບພວກເຮົາໃກ້ກັບເມືອງເອັດເຣອີ. |
|
| 2 |
|
| ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ຢ່າຢ້ານລາວເລີຍ. ເຮົາກຳລັງມອບເຈົ້າໂອກພ້ອມກອງທັບ ແລະເຂດແດນທັງໝົດຂອງລາວໃຫ້ເຈົ້າ. ຈົ່ງເຮັດກັບລາວຢ່າງດຽວກັບທີ່ເຈົ້າໄດ້ເຮັດຕໍ່ເຈົ້າສີໂຫນ ກະສັດຊາວອາໂມຜູ້ທີ່ປົກຄອງນະຄອນເຮັດຊະໂບນ.’ |
|
| 3 |
|
| ດັ່ງນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງມອບເຈົ້າໂອກ ແລະປະຊາຊົນຂອງເພິ່ນ ໃຫ້ຢູ່ໃຕ້ອຳນາດຂອງພວກເຮົາ ແລະພວກເຮົາໄດ້ຂ້າພວກເຂົາຖິ້ມຈົນໝົດ. |
|
| 4 |
|
| ໃນເວລາດຽວກັນນັ້ນ ພວກເຮົາກໍຢຶດເອົາທຸກຕົວເມືອງຂອງເພິ່ນ ໂດຍບໍ່ໄດ້ປະເມືອງໃດໄວ້. ທັງໝົດທີ່ຢຶດໄດ້ມີ 60 ເມືອງ ລວມທັງເຂດອັກໂກບທັງໝົດ ຊຶ່ງເປັນເມືອງທີ່ເຈົ້າໂອກກະສັດແຫ່ງບາຊານໄດ້ປົກຄອງ. |
|
| 5 |
|
| ເມືອງເຫຼົ່ານັ້ນທັງໝົດມີປ້ອມລ້ອມດ້ວຍກຳແພງສູງ ແລະມີປະຕູເມືອງລົງໄລດ້ວຍເຫລັກແທ່ງ ແລະມີຫລາຍໝູ່ບ້ານເໝືອນກັນທີ່ບໍ່ມີກຳແພງລ້ອມ. |
|
| 6 |
|
| ພວກເຮົາໄດ້ທຳລາຍໝົດທຸກເມືອງ ແລະຂ້າຊາວເມືອງທຸກຄົນ ບໍ່ວ່າຊາຍແລະຍິງຕະຫລອດທັງເດັກນ້ອຍ ດັ່ງທີ່ພວກເຮົາໄດ້ເຮັດໃນເມືອງຕ່າງໆ ຂອງເຈົ້າສີໂຫນແຫ່ງນະຄອນເຮັດຊະໂບນ. |
|
| 7 |
|
| ພວກເຮົາໄດ້ຢຶດເອົາຝູງສັດແລະເກັບກວາດເອົາສິ່ງຂອງໃນເມືອງ. |
|
| 8 |
|
| ໃນຄັ້ງນັ້ນ ພວກເຮົາໄດ້ຢຶດເອົາຈາກກະສັດທັງສອງຂອງຊາວອາໂມ ດິນແດນທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຕັ້ງແຕ່ແມ່ນໍ້າອາກໂນນຈົນເຖິງພູເຮີໂມນ. ( |
|
| 9 |
|
| ຊາວຊີໂດນເອີ້ນພູເຮີໂມນວ່າ ສີຣິໂອນ ແລະຊາວອາໂມເອີ້ນວ່າ ເສນີ.) |
|
| 10 |
|
| ພວກເຮົາໄດ້ຢຶດເອົາໝົດທຸກເຂດແດນຂອງເຈົ້າໂອກໃນບາຊານ ດັ່ງນີ້: ເມືອງຕ່າງໆຕາມພູພຽງ, ຂົງເຂດກີເລອາດແລະບາຊານ, ໄກອອກໄປຈົນຮອດສາເລກາແລະເອັດເຣອີ. ( |
|
| 11 |
|
| ເຈົ້າໂອກແມ່ນກະສັດຄົນສຸດທ້າຍຂອງຊາວເຣຟາອິມ. ບ່ອນໃສ່ສົບ ຂອງເພິ່ນເຮັດດ້ວຍຫີນ ຍາວ 4 ແມັດ ແລະກວ້າງປະມານ 2 ແມັດ ຊຶ່ງຍັງມີຄົນເຫັນຢູ່ໃນເມືອງຣັບບາຂອງຊາວອຳໂມນ.)” |
|
| 12 |
|
| “ເມື່ອພວກເຮົາຢຶດເອົາດິນແດນມາເປັນກຳມະສິດນັ້ນ ຂ້າພະເຈົ້າໄດ້ມອບໃຫ້ເຜົ່າຣູເບັນແລະກາດ ເຂດແດນທາງທິດເໜືອຂອງເມືອງອາໂຣເອໃກ້ກັບແມ່ນໍ້າອາກໂນນ ແລະເຄິ່ງໜຶ່ງຂອງເຂດເນີນພູກີເລອາດພ້ອມກັບເມືອງເລັກເມືອງນ້ອຍຕ່າງໆ. |
|
| 13 |
|
| ສຳລັບເຜົ່າມານາເຊເຄິ່ງເຜົ່າ ຂ້າພະເຈົ້າໄດ້ມອບສ່ວນທີ່ເຫຼືອຂອງກີເລອາດ ແລະດິນທຸກເຂດຂອງບາຊານດ້ວຍ ບ່ອນທີ່ເຈົ້າໂອກໄດ້ປົກຄອງຄືຂົງເຂດອັກໂກບທັງໝົດ.” (ບາຊານເປັນທີ່ຮູ້ຈັກກັນວ່າ ເປັນດິນແດນຂອງຊາວເຣຟາອິມ. |
|
| 14 |
|
| ຢາອີຜູ້ທີ່ເປັນຄົນໃນເຜົ່າມານາເຊ ໄດ້ຢຶດຄອງຂົງເຂດອັກໂກບທັງໝົດ ຄືບາຊານ ໄກອອກໄປຈົນຮອດຊາຍແດນຂອງເກຊູແລະມາອາກາ. ລາວໃສ່ຊື່ໝູ່ບ້ານເຫຼົ່ານັ້ນຕາມຊື່ຂອງຕົນ ຊຶ່ງຍັງເປັນທີ່ຮູ້ຈັກກັນວ່າໝູ່ບ້ານຂອງຢາອີ.) |
|
| 15 |
|
| “ຂ້າພະເຈົ້າໄດ້ມອບເຂດແດນກີເລອາດ ໃຫ້ຕະກຸນມາກີໃນເຜົ່າມານາເຊ. |
|
| 16 |
|
| ສ່ວນເຜົ່າຣູເບັນແລະເຜົ່າກາດນັ້ນ ຂ້າພະເຈົ້າໄດ້ມອບເຂດແດນຕັ້ງແຕ່ກີເລອາດຈົນເຖິງແມ່ນໍ້າອາກໂນນ. ທາງກາງແມ່ນໍ້ານີ້ ໃຊ້ເປັນຊາຍແດນຕອນໃຕ້ຂອງພວກເຂົາ ແລະຊາຍແດນຕອນເໜືອແມ່ນແມ່ນໍ້າຢັບໂບກ ຊຶ່ງສ່ວນໜຶ່ງເປັນຊາຍແດນຂອງພວກອຳໂມນ. |
|
| 17 |
|
| ທາງທິດຕາເວັນຕົກ ເຂດແດນຂອງພວກເຂົາຍາວອອກໄປຮອດແມ່ນໍ້າຈໍແດນ ຕັ້ງແຕ່ທະເລສາບຄາລີເລໃນຕອນເໜືອ ລົງມາຮອດທະເລຕາຍໃນຕອນໃຕ້ ແລະເລີຍມາຮອດຕີນພູປີສະກາທາງທິດຕາເວັນອອກ. |
|
| 18 |
|
| ໃນເວລາດຽວກັນນັ້ນ ຂ້າພະເຈົ້າໄດ້ໃຫ້ຄຳແນະນຳພວກເຂົາດັ່ງນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ມອບເຂດແດນ ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນນີ້ໃຫ້ພວກເຈົ້າຢຶດຄອງ. ບັດນີ້ ຈົ່ງປະກອບອາວຸດໃຫ້ພວກນັກຮົບຂອງພວກເຈົ້າ ແລະໃຊ້ພວກເຂົາໃຫ້ຂ້າມແມ່ນໍ້າຈໍແດນ ອອກໜ້າເຜົ່າອື່ນໆຂອງຊາດອິດສະຣາເອນ ເພື່ອໄປຊ່ວຍຢຶດຄອງດິນແດນໃຫ້ພວກເຂົາ. |
|
| 19 |
|
| ຂ້າພະເຈົ້າຮູ້ວ່າພວກເຈົ້າມີຝູງສັດຫລາຍ ສະນັ້ນ ຈົ່ງໃຫ້ພວກລູກເມຍຂອງພວກເຈົ້າເທົ່ານັ້ນຢູ່ໃນເມືອງທາງຟາກນີ້ ທີ່ເຮົາໄດ້ມອບໃຫ້ພວກເຈົ້ານັ້ນ. |
|
| 20 |
|
| ຈົ່ງຊ່ວຍເຫລືອພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າ ຈົນກວ່າພວກເຂົາໄດ້ຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຂົາ ຢູ່ທາງຟາກຕາເວັນຕົກແມ່ນໍ້າຈໍແດນ ແລະຈົນກວ່າພວກເຂົາຢູ່ໃນທີ່ນັ້ນຢ່າງສະຫງົບສຸກ ເໝືອນດັ່ງພຣະອົງໄດ້ເຮັດໃຫ້ພວກເຈົ້າຢູ່ຢ່າງສະຫງົບສຸກແລ້ວທາງຟາກນີ້. ຫລັງຈາກນັ້ນແລ້ວ ພວກເຈົ້າຈົ່ງກັບຄືນເມືອສູ່ດິນແດນ ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າທາງຟາກນີ້. |
|
| 21 |
|
| ແລ້ວຂ້າພະເຈົ້າກໍແນະນຳໂຢຊວຍວ່າ, ‘ເຈົ້າໄດ້ເຫັນໝົດທຸກສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ເຮັດກັບກະສັດທັງສອງຄົນນັ້ນແລ້ວ ຄືເຈົ້າສີໂຫນແລະເຈົ້າໂອກ ແລະພຣະເຈົ້າຢາເວຈະເຮັດຢ່າງດຽວກັບຄົນອື່ນໆ ໃນດິນແດນທີ່ພວກເຈົ້າຈະບຸກລຸກເຂົ້າໄປ. |
|
| 22 |
|
| ຢ່າຢ້ານພວກເຂົາແຕ່ປະການໃດເລີຍ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະສູ້ຮົບແທນພວກເຈົ້າ.’ |
|
| 23 |
|
| ໃນຄັ້ງນັ້ນ ຂ້າພະເຈົ້າໄດ້ພາວັນນາອະທິຖານຢ່າງຮ້ອນຮົນຕໍ່ພຣະເຈົ້າຢາເວວ່າ |
|
| 24 |
|
| ‘ໂອ ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂ້ານ້ອຍຮູ້ວ່າພຣະອົງໄດ້ສຳແດງໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງເຫັນພຽງແຕ່ ເບື້ອງຕົ້ນຂອງເຫດການອັນຍິ່ງໃຫຍ່ແລະອັດສະຈັນຂອງພຣະອົງ. ບໍ່ມີພະໃດໆໃນສະຫວັນຫລືເທິງແຜ່ນດິນໂລກ ທີ່ເຮັດສິ່ງອັດສະຈັນເໝືອນດັ່ງພຣະອົງໄດ້ເຮັດນັ້ນ |
|
| 25 |
|
| ຂໍພຣະອົງໂຜດໃຫ້ຂ້ານ້ອຍໄດ້ຂ້າມແມ່ນໍ້າຈໍແດນ ໄປເບິ່ງດິນແດນທີ່ອຸດົມສົມບູນແລະຮັ່ງມີທາງຟາກພຸ້ນແດ່ທ້ອນ ຄືເບິ່ງເນີນພູອັນສວຍງາມແລະພູເຂົາຂອງເລບານອນ.’ |
|
| 26 |
|
| ແຕ່ຍ້ອນພວກເຈົ້າ ພຣະເຈົ້າຢາເວຈຶ່ງຄຽດຮ້າຍຂ້າພະເຈົ້າ ແລະບໍ່ຟັງຄຳຂໍຂອງຂ້າພະເຈົ້າ, ແຕ່ພຣະອົງກັບຕອບຂ້າພະເຈົ້າວ່າ, ‘ພໍແລ້ວ ຢ່າໄດ້ເອີ່ຍເຖິງເລື່ອງນີ້ອີກ |
|
| 27 |
|
| ເຈົ້າຈົ່ງຂຶ້ນໄປເທິງຈອມພູປີສະກາ ແລະແນມເບິ່ງທົ່ວທຸກທິດຄື: ເໜືອ, ໃຕ້, ຕາເວັນອອກ ແລະຕາເວັນຕົກ. ຈົ່ງເບິ່ງສິ່ງທີ່ເຈົ້າເຫັນໃຫ້ຄັກໆ ເພາະເຈົ້າຈະບໍ່ໄດ້ຂ້າມແມ່ນໍ້າຈໍແດນ ເຂົ້າໄປໃນດິນແດນນັ້ນເປັນເດັດຂາດ. |
|
| 28 |
|
| ເຈົ້າຈົ່ງແນະນຳໂຢຊວຍແລະໃຫ້ກຳລັງໃຈລາວ ໃຫ້ເດັດດ່ຽວກ້າຫານຫລາຍຍິ່ງຂຶ້ນ ເພາະລາວຈະຕ້ອງເປັນຜູ້ນຳພາປະຊາຊົນຂ້າມແມ່ນໍ້າຈໍແດນ ເຂົ້າໄປຢຶດຄອງດິນແດນທີ່ເຈົ້າເຫັນຢູ່ນີ້.’ |
|
| 29 |
|
| ສະນັ້ນ ພວກເຮົາຈຶ່ງໄດ້ຄ້າງຢູ່ຮ່ອມພູ ທີ່ກົງກັນຂ້າມກັບເມືອງເບັດເປອໍ.” |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | | 24 | | 25 | | 26 | | 27 | | 28 | | 29 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/deuteronomy/003.mp3
34
3