Lao ພຣະຄຳພີສັກສິ 2012
|
| 1 |
| ໂມເຊໄດ້ຂຶ້ນຈາກທົ່ງຮາບພຽງໂມອາບໄປທີ່ພູເຂົາເນໂບ ຈົນໄປເຖິງຈອມພູປີສະກາ ຊຶ່ງຢູ່ກົງກັນຂ້າມກັບເມືອງເຢຣິໂກ ແລະຢູ່ທີ່ນັ້ນພຣະເຈົ້າຢາເວໄດ້ສຳແດງໃຫ້ເພິ່ນເຫັນດິນແດນທັງໝົດ ດັ່ງນີ້: ເຂດແດນກີເລອາດໄກໄປຮອດທາງທິດເໜືອສຸດຂອງເມືອງດານ |
| 2 |
| ເຂດແດນທັງໝົດຂອງເນັບທາລີ; ເຂດແດນຕ່າງໆຂອງເອຟຣາອິມແລະມານາເຊ ເຂດແດນຂອງຢູດາໄກໄປຮອດທິດຕາເວັນຕົກຂອງທະເລເມດີແຕຣາເນ |
| 3 |
| ເຂດແດນທາງພາກໃຕ້ຂອງຢູດາ ແລະທົ່ງຮາບພຽງ ແຕ່ເມືອງໂຊອາຈົນໄປເຖິງເມືອງເຢຣິໂກ ເມືອງກົກຕານ. |
| 4 |
| ແລ້ວພຣະເຈົ້າຢາເວກໍໄດ້ກ່າວຕໍ່ລາວວ່າ, “ນີ້ແມ່ນດິນແດນທີ່ເຮົາໄດ້ສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບວ່າ ຈະມອບໃຫ້ແກ່ເຊື້ອສາຍຂອງພວກເຂົາ. ເຮົາໃຫ້ເຈົ້າເຫັນດິນແດນນີ້ ແຕ່ເຈົ້າຈະບໍ່ໄດ້ເຂົ້າໄປໃນທີ່ນັ້ນ.” |
| 5 |
| ດັ່ງນັ້ນ ໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ຈຶ່ງໄດ້ຕາຍຢູ່ທີ່ນັ້ນໃນດິນແດນໂມອາບ ຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້. |
| 6 |
| ພຣະອົງໄດ້ຝັງເພິ່ນໄວ້ໃນຮ່ອມພູແຫ່ງໜຶ່ງ ທີ່ດິນແດນໂມອາບ ຊຶ່ງກົງກັນຂ້າມກັບເມືອງເບັດເປອໍ, ແຕ່ຈົນເຖິງປັດຈຸບັນນີ້ຍັງບໍ່ມີໃຜຮູ້ຄັກແນ່ວ່າ ຊາກສົບຂອງໂມເຊນັ້ນໄດ້ຖືກຝັງຢູ່ບ່ອນໃດ. |
| 7 |
| ເມື່ອໂມເຊຕາຍນັ້ນ ເພິ່ນມີອາຍຸໄດ້ 120 ປີ ທັງຍັງແຂງແຮງດີ ແລະຕາກໍຍັງເຫັນຮຸ່ງຢູ່. |
| 8 |
| ປະຊາຊົນອິດສະຣາເອນໄດ້ໄວ້ທຸກໃຫ້ເພິ່ນເປັນເວລາ 30 ວັນ ຢູ່ໃນທົ່ງພຽງຂອງໂມອາບ. |
| 9 |
| ໂຢຊວຍລູກຊາຍຂອງນູນກໍເຕັມໄປດ້ວຍສະຕິປັນຍາ ເພາະວ່າໂມເຊໄດ້ແຕ່ງຕັ້ງເພິ່ນໃຫ້ຮັບໜ້າທີ່ແທນ. ປະຊາຊົນອິດສະຣາເອນໄດ້ເຊື່ອຟັງໂຢຊວຍ ແລະໄດ້ເຮັດຕາມຄຳສັ່ງທຸກຂໍ້ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຂົາຜ່ານທາງໂມເຊ. |
| 10 |
| ຢູ່ໃນຊາດອິດສະຣາເອນບໍ່ເຄີຍມີຜູ້ທຳນວາຍຄົນໃດເໝືອນດັ່ງໂມເຊ; ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນໜ້າຕໍ່ໜ້າ. |
| 11 |
| ບໍ່ມີຜູ້ທຳນວາຍອື່ນໃດທີ່ເຄີຍໄດ້ເຮັດໝາຍສຳຄັນ ແລະການອັດສະຈັນຕ່າງໆ ດັ່ງທີ່ພຣະເຈົ້າຢາເວໄດ້ໃຊ້ໃຫ້ໂມເຊກະທຳ ເພື່ອຕໍ່ສູ້ກະສັດຟາໂຣແຫ່ງປະເທດເອຢິບ, ຂ້າຣາຊການ ແລະດິນແດນທັງໝົດຂອງເພິ່ນ. |
| 12 |
| ແລະດ້ວຍພຣະຫັດອັນຊົງຣິດເດດທັງສິ້ນ ແລະດ້ວຍການອິດທິຣິດອັນໜ້າຢ້ານກົວອັນຍິ່ງໃຫຍ່ທັງໝົດນີ້ ຄືກັບໂມເຊໄດ້ເຮັດຕໍ່ສາຍຕາປະຊາຊົນອິດສະຣາເອນທັງໝົດ. |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/deuteronomy/034.mp3
34
34