|
| 1 |
|
| ແລ້ວໂມເຊກໍໄດ້ກ່າວແກ່ປະຊາຊົນວ່າ, “ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າກຳລັງສອນພວກເຈົ້າ ແລະພວກເຈົ້າຈະມີຊີວິດ ແລະຢຶດຄອງດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ກຳລັງຈະມອບໃຫ້ພວກເຈົ້າ. |
|
| 2 |
|
| ຢ່າຕື່ມສິ່ງໃດສິ່ງໜຶ່ງໃສ່ສິ່ງທີ່ຂ້າພະເຈົ້າສັ່ງ ແລະຢ່າຕັດສິ່ງໃດສິ່ງໜຶ່ງອອກ. ຈົ່ງຖືຮັກສາຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊຶ່ງຂ້າພະເຈົ້າໄດ້ມອບໃຫ້ແກ່ພວກເຈົ້າ. |
|
| 3 |
|
| ພວກເຈົ້າໄດ້ເຫັນດ້ວຍຕົນເອງ ໃນສິ່ງທີ່ພຣະເຈົ້າຢາເວໄດ້ເຮັດທີ່ພູເປອໍ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ທຳລາຍທຸກຄົນທີ່ຂາບໄຫວ້ພະບາອານໃນທີ່ນັ້ນ |
|
| 4 |
|
| ແຕ່ພວກທີ່ສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກໍຍັງມີຊີວິດຢູ່ເທົ່າເຖິງທຸກວັນນີ້. |
|
| 5 |
|
| ຂ້າພະເຈົ້າໄດ້ສັ່ງສອນກົດບັນຍັດທຸກຂໍ້ແກ່ພວກເຈົ້າ ຕາມທີ່ພຣະເຈົ້າຢາເວພຣະເຈົ້າຂອງຂ້າພະເຈົ້າໄດ້ບອກ. ຈົ່ງປະຕິບັດຕາມກົດບັນຍັດເຫຼົ່ານີ້ຢູ່ໃນດິນແດນ ທີ່ພວກເຈົ້າກຳລັງຈະບຸກຮຸກເຂົ້າໄປຢຶດຄອງ. |
|
| 6 |
|
| ຈົ່ງປະຕິບັດຕາມກົດບັນຍັດນັ້ນຢ່າງສັດຊື່ ເພາະການກະທຳເຊັ່ນນັ້ນ ຈະສະແດງໃຫ້ຊົນຊາດອື່ນເຫັນວ່າ ພວກເຈົ້າສະຫລຽວສະຫລາດພຽງໃດ. ເມື່ອເຂົາໄດ້ຍິນເຖິງກົດບັນຍັດເຫຼົ່ານີ້ແລ້ວ ເຂົາກໍຈະເວົ້າວ່າ ‘ຊົນຊາດທີ່ຍິ່ງໃຫຍ່ນີ້ຊ່າງມີປັນຍາແລະຄວາມຮອບຮູ້ແທ້ນໍ.’ |
|
| 7 |
|
| ບໍ່ມີຊົນຊາດອື່ນໃດ ເຖິງວ່າຍິ່ງໃຫຍ່ພຽງໃດກໍຕາມ ທີ່ມີພຣະເຈົ້າຢູ່ໃກ້ຊິດເມື່ອພວກເຂົາຕ້ອງການຄວາມຊ່ວຍເຫລືອ ເໝືອນດັ່ງທີ່ພວກເຮົາມີພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ພວກເຮົາຮ້ອງຫາພຣະອົງໃຫ້ຊ່ວຍເຫລືອເມື່ອໃດ ພຣະອົງກໍຕອບພວກເຮົາເມື່ອນັ້ນ. |
|
| 8 |
|
| ບໍ່ມີຊົນຊາດອື່ນໃດ ເຖິງວ່າຍິ່ງໃຫຍ່ພຽງໃດກໍຕາມທີ່ມີກົດບັນຍັດອັນຍຸດຕິທຳ ເໝືອນດັ່ງທີ່ຂ້າພະເຈົ້າໄດ້ສັ່ງສອນພວກເຈົ້າໃນວັນນີ້. |
|
| 9 |
|
| ຈົ່ງເຝົ້າລະວັງໃຫ້ດີ! ຕາບໃດທີ່ພວກເຈົ້າມີຊີວິດຢູ່ ຈົ່ງແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລ ສິ່ງທີ່ພວກເຈົ້າໄດ້ເຫັນກັບຕາມາແລ້ວ. ຈົ່ງບອກພວກລູກຫລານຂອງພວກເຈົ້າໃຫ້ຮູ້ເຖິງສິ່ງເຫຼົ່ານີ້ |
|
| 10 |
|
| ມື້ທີ່ພວກເຈົ້າໄດ້ຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ທີ່ພູເຂົາຊີນາຍ ເມື່ອພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າວ່າ ‘ຈົ່ງເຕົ້າໂຮມປະຊາຊົນ ເຮົາຕ້ອງການໃຫ້ພວກເຂົາໄດ້ຍິນສິ່ງທີ່ເຮົາຕ້ອງກ່າວ ເພື່ອວ່າພວກເຂົາຈະໄດ້ຮຽນຮູ້ເຊື່ອຟັງເຮົາຊົ່ວຊີວິດຂອງພວກເຂົາ ແລະເພື່ອວ່າພວກເຂົາຈະໄດ້ສັ່ງສອນລູກຫລານຂອງພວກເຂົາໃຫ້ເຮັດຢ່າງດຽວກັນ.’ |
|
| 11 |
|
| ຈົ່ງບອກລູກຫລານຂອງພວກເຈົ້າວ່າ ພວກເຈົ້າໄດ້ໄປແລະຢືນເຝົ້າຢູ່ຢ່າງໃດຢູ່ທີ່ຕີນພູ ທີ່ມີເມກອັນໜາແໜ້ນແລະມີຄວັນອັນມືດຕຶບປົກຄຸມຢູ່ ພ້ອມທັງມີໄຟລຸກພຸ່ງຂຶ້ນສູ່ຟ້າສະຫວັນ. |
|
| 12 |
|
| ຈົ່ງບອກພວກເຂົາວ່າ, ພຣະເຈົ້າຢາເວໄດ້ກ່າວແກ່ພວກເຈົ້າ ອອກມາຈາກແປວໄຟຢ່າງໃດ; ພວກເຈົ້າໄດ້ຍິນພຣະອົງກ່າວ ແຕ່ບໍ່ໄດ້ເຫັນພຣະອົງປາກົດໃນຮູບຮ່າງໃດໆເລີຍ. |
|
| 13 |
|
| ພຣະອົງໄດ້ບອກພວກເຈົ້າວ່າຕ້ອງເຮັດຢ່າງໃດ ເພື່ອຖືຮັກສາພັນທະສັນຍາ ທີ່ພຣະອົງໄດ້ເຮັດໄວ້ກັບພວກເຈົ້າ ຄືໃຫ້ພວກເຈົ້າປະຕິບັດຕາມພຣະຄຳສັ່ງສິບຂໍ້ ທີ່ພຣະອົງໄດ້ຈາລຶກໄວ້ໃນຫີນສອງແຜ່ນ. |
|
| 14 |
|
| ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ສັ່ງສອນກົດບັນຍັດທຸກຂໍ້ນັ້ນແກ່ພວກເຈົ້າ ເພື່ອວ່າພວກເຈົ້າຈະໄດ້ນຳໄປປະຕິບັດໃນດິນແດນ ທີ່ພວກເຈົ້າກຳລັງຈະບຸກເຂົ້າໄປຢຶດຄອງນັ້ນ.” |
|
| 15 |
|
| “ເມື່ອພຣະເຈົ້າຢາເວໄດ້ກ່າວແກ່ພວກເຈົ້າຈາກແປວໄຟ ທີ່ເທິງພູເຂົາຊີນາຍນັ້ນ ພວກເຈົ້າບໍ່ໄດ້ເຫັນພຣະອົງ. ສະນັ້ນ ເພື່ອຜົນປະໂຫຍດຂອງພວກເຈົ້າເອງ |
|
| 16 |
|
| ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ເຮັດບາບ ໂດຍສ້າງຮູບເຄົາຣົບໃດໆສຳລັບພວກເຈົ້າເອງ ບໍ່ວ່າຈະເປັນຮູບພະຊາຍຫລືພະຍິງ |
|
| 17 |
|
| ຫລືຮູບສັດສີ່ຕີນຫລືຮູບນົກ |
|
| 18 |
|
| ຫລືຮູບສັດຍ່າງຍ້າຍເລືອຄານຫລືປາກໍຕາມ. |
|
| 19 |
|
| ຢ່າໃຫ້ຖືກລໍ້ລວງໄປຂາບໄຫວ້ແລະຮັບໃຊ້ ສິ່ງທີ່ພວກເຈົ້າເຫັນໃນຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະດວງດາວຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ໝົດທຸກຊົນຊາດອື່ນໆຂາບໄຫວ້ສິ່ງເຫຼົ່ານີ້. |
|
| 20 |
|
| ແຕ່ສຳລັບພວກເຈົ້າແລ້ວ ພວກເຈົ້າເປັນປະຊາຊົນທີ່ພຣະເຈົ້າຢາເວໄດ້ຊ່ວຍກອບກູ້ ອອກມາຈາກຂຸມນະຣົກຂອງເອຢິບ. ພຣະອົງໄດ້ນຳພວກເຈົ້າອອກມາ ເພື່ອຫລໍ່ຫລອມໃຫ້ເປັນໄພ່ພົນຂອງພຣະອົງ ເໝືອນດັ່ງທີ່ພວກເຈົ້າເປັນຢູ່ໃນວັນນີ້. |
|
| 21 |
|
| ຍ້ອນພວກເຈົ້າ ພຣະເຈົ້າຢາເວຈຶ່ງໂກດຮ້າຍຂ້າພະເຈົ້າແລະປະກາດຢ່າງໜັກແໜ້ນວ່າ, ຂ້າພະເຈົ້າຈະບໍ່ໄດ້ຂ້າມແມ່ນໍ້າຈໍແດນເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ. |
|
| 22 |
|
| ຂ້າພະເຈົ້າຈະຕາຍຢູ່ໃນດິນແດນນີ້ ແລະຈະບໍ່ໄດ້ຂ້າມແມ່ນໍ້າໄປ; ແຕ່ພວກເຈົ້າກຳລັງຈະຂ້າມແມ່ນໍ້າ ເຂົ້າໄປຢຶດຄອງດິນແດນອັນອູດົມສົມບູນແລະຮັ່ງມີ. |
|
| 23 |
|
| ສະນັ້ນ ຈົ່ງແນ່ໃຈວ່າພວກເຈົ້າຈະບໍ່ລືມໄລພັນທະສັນຍາ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເຮັດໄວ້ກັບພວກເຈົ້າ. ຈົ່ງເຮັດຕາມພຣະຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຢ່າເຮັດຮູບເຄົາຣົບໃດໆສຳລັບຕົນ |
|
| 24 |
|
| ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເປັນເໝືອນດັ່ງໄຟທີ່ເຜົາຜານ; ພຣະອົງແມ່ນພຣະເຈົ້າຜູ້ຫວງແຫນ. |
|
| 25 |
|
| ເຖິງແມ່ນວ່າ ເມື່ອພວກເຈົ້າໄດ້ອາໄສຢູ່ໃນດິນແດນດົນນານ ແລະມີລູກຫລານເຫຼັນກໍຕາມ ຢ່າເຮັດບາບໂດຍສ້າງຮູບເຄົາຣົບໃດໆເພື່ອຂາບໄຫວ້. ອັນນີ້ເປັນສິ່ງຊົ່ວຮ້າຍຕໍ່ສາຍຕາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊຶ່ງເຮັດໃຫ້ພຣະອົງໂກດຮ້າຍ. |
|
| 26 |
|
| ຖ້າເປັນເຊັ່ນນັ້ນ ຂ້າພະເຈົ້າຂໍໃຫ້ສະຫວັນກັບແຜ່ນດິນໂລກ ຈົ່ງເປັນພະຍານຕໍ່ສູ້ພວກເຈົ້າໃນວັນນີ້ ແລະພວກເຈົ້າຈະດັບສູນຈາກດິນແດນນີ້ໃນບໍ່ຊ້າ. ພວກເຈົ້າຈະບໍ່ໄດ້ຢູ່ຍາວນານໃນດິນແດນທີ່ພວກເຈົ້າກຳລັງຈະຂ້າມແມ່ນໍ້າຈໍແດນໄປຢຶດຄອງນັ້ນ ແລະພວກເຈົ້າຈະຖືກທຳລາຍຈົນໝົດສິ້ນ. |
|
| 27 |
|
| ພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າ ກະຈັດກະຈາຍໄປຢູ່ໃນຊົນຊາດອື່ນໆ ບ່ອນທີ່ພວກເຈົ້າພຽງແຕ່ໜ້ອຍຄົນເທົ່ານັ້ນຈະຍັງມີຊີວິດຢູ່. |
|
| 28 |
|
| ໃນທີ່ນັ້ນ ພວກເຈົ້າຈະຮັບໃຊ້ພະໄມ້ ແລະພະຫີນຊຶ່ງມະນຸດໄດ້ປະດິດຂຶ້ນ ຄືພະທີ່ເບິ່ງບໍ່ເຫັນ ແລະຟັງບໍ່ໄດ້ຍິນ ທັງກິນຫລືດົມກິ່ນບໍ່ໄດ້ດ້ວຍ. |
|
| 29 |
|
| ໃນທີ່ນັ້ນ ພວກເຈົ້າຈະສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ຖ້າພວກເຈົ້າສະແຫວງຫາພຣະອົງດ້ວຍສຸດໃຈ ພວກເຈົ້າກໍຈະໄດ້ພົບພຣະອົງ. |
|
| 30 |
|
| ເມື່ອພວກເຈົ້າເດືອດຮ້ອນແລະປະເຊີນກັບສິ່ງທັງໝົດເຫຼົ່ານີ້ແລ້ວ; ໃນທີ່ສຸດ ພວກເຈົ້າກໍຈະກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະເຊື່ອຟັງພຣະອົງ. |
|
| 31 |
|
| ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເປັນພຣະເຈົ້າອົງຊົງເມດຕາ ພຣະອົງຈະບໍ່ປະຖິ້ມຫລືທຳລາຍພວກເຈົ້າ ພຣະອົງຈະບໍ່ລືມພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. |
|
| 32 |
|
| ຈົ່ງຄົ້ນເບິ່ງໃນອະດີດ ເວລາກ່ອນພວກເຈົ້າເກີດມາ ຕະຫລອດທັງຢ້ອນກັບຄືນໄປຫາເວລາ ເມື່ອພຣະເຈົ້າໄດ້ສ້າງມະນຸດເທິງແຜ່ນດິນໂລກ. ຈົ່ງຄົ້ນເບິ່ງແຜ່ນດິນໂລກທັງໝົດນີ້ເບິ່ງດູ ມີສິ່ງໃດທີ່ຍິ່ງໃຫຍ່ກວ່າ ທີ່ເຄີຍເກີດຂຶ້ນມາກ່ອນແດ່? ມີຜູ້ໃດຜູ້ໜຶ່ງທີ່ເຄີຍໄດ້ຍິນເລື່ອງຢ່າງນີ້ຫລືບໍ່? |
|
| 33 |
|
| ມີປະຊາຊົນຊາດໃດໆຍັງມີຊີວິດຢູ່ເໝືອນດັ່ງພວກເຈົ້າແດ່ ຫລັງຈາກທີ່ໄດ້ຍິນພຣະເຈົ້າກ່າວແກ່ພວກເຂົາອອກມາຈາກແປວໄຟ. |
|
| 34 |
|
| ມີພຣະເຈົ້າອົງໃດອີກທີ່ກ້າໄປເອົາປະຊາຊົນຈາກຊາດອື່ນ ແລະເອົາມາຫລໍ່ຫລອມໃຫ້ເປັນປະຊາຊົນຂອງຕົນ ເໝືອນດັ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃນປະເທດເອຢິບ? ຕໍ່ໜ້າຕໍ່ຕາຂອງພວກເຈົ້າ ພຣະອົງໄດ້ໃຊ້ຣິດອຳນາດກັບພະລັງອັນຍິ່ງໃຫຍ່ແລະຣິດເດດຂອງພຣະອົງ; ພຣະອົງໄດ້ໃຫ້ໂຣກລະບາດກັບສົງຄາມເກີດຂຶ້ນ, ເຮັດສິ່ງອັດສະຈັນກັບໝາຍສຳຄັນຕ່າງໆ ແລະເຮັດໃຫ້ສິ່ງອັນໜ້າຢ້ານກົວຍິ່ງເກີດຂຶ້ນ. |
|
| 35 |
|
| ການສຳແດງສິ່ງເຫຼົ່ານີ້ແກ່ພວກເຈົ້າ ເພື່ອພິສູດໃຫ້ພວກເຈົ້າຮູ້ວ່າ ພຣະເຈົ້າຢາເວທີ່ເປັນພຣະເຈົ້າແລະບໍ່ມີພະອື່ນອີກ. |
|
| 36 |
|
| ພຣະອົງໃຫ້ພວກເຈົ້າໄດ້ຍິນສຽງຂອງພຣະອົງຈາກສະຫວັນ ເພື່ອພຣະອົງຈະສອນພວກເຈົ້າ ແລະທີ່ເທິງແຜ່ນດິນໂລກນີ້ ພຣະອົງກໍໄດ້ໃຫ້ພວກເຈົ້າເຫັນໄຟອັນສັກສິດຂອງພຣະອົງ ແລະຈາກໄຟນັ້ນພຣະອົງໄດ້ກ່າວແກ່ພວກເຈົ້າ. |
|
| 37 |
|
| ເພາະພຣະອົງໄດ້ຮັກປູ່ຍ່າຕາຍາຍຂອງພວກເຈົ້າ ພຣະອົງຈຶ່ງເລືອກເອົາພວກເຈົ້າ ແລະນຳພາພວກເຈົ້າອອກມາຈາກປະເທດເອຢິບ ໂດຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. |
|
| 38 |
|
| ເວລາທີ່ພວກເຈົ້າໄດ້ບຸກໜ້າເຂົ້າໄປນັ້ນ ພຣະອົງໄດ້ຂັບໄລ່ຊົນຊາດຕ່າງໆທີ່ຍິ່ງໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ເພື່ອພຣະອົງຈະໄດ້ນຳພວກເຈົ້າເຂົ້າໄປ ແລະເອົາດິນແດນຂອງພວກເຂົາໃຫ້ພວກເຈົ້າ ຄືດິນແດນທີ່ຍັງເປັນຂອງພວກເຈົ້າຢູ່ນີ້. |
|
| 39 |
|
| ສະນັ້ນ ໃນວັນນີ້ ຈົ່ງຈົດຈຳໄວ້ແລະຢ່າລືມໄລຈັກເທື່ອວ່າ, ພຣະເຈົ້າຢາເວແມ່ນພຣະເຈົ້າໃນສະຫວັນແລະເທິງແຜ່ນດິນໂລກ. ບໍ່ມີພຣະເຈົ້າອົງອື່ນອີກ. |
|
| 40 |
|
| ຈົ່ງປະຕິບັດຕາມກົດບັນຍັດແລະຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ທີ່ຂ້າພະເຈົ້າໄດ້ໃຫ້ພວກເຈົ້າໃນວັນນີ້ ແລະພວກເຈົ້າພ້ອມລູກຫລານກໍຈະຢູ່ເຢັນເປັນສຸກ. ພວກເຈົ້າຈະສືບຕໍ່ອາໄສຢູ່ໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກຳລັງຈະມອບໃຫ້ພວກເຈົ້ານີ້ຕະຫລອດໄປ.” |
|
| 41 |
|
| ແລ້ວໂມເຊກໍໄດ້ເລືອກສາມຕົວເມືອງ ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນໄວ້ຕ່າງຫາກ. |
|
| 42 |
|
| ໃນເມືອງເຫຼົ່ານີ້ ຜູ້ໜຶ່ງທີ່ໄດ້ຂ້າຄົນໜຶ່ງໂດຍບໍ່ເຈດຕະນາ ແລະທີ່ບໍ່ໄດ້ເປັນສັດຕູຂອງຕົນ ເຂົ້າໄປລີ້ໄພໃນທີ່ນັ້ນໄດ້. ລາວໜີເຂົ້າໄປຢູ່ໃນເມືອງໜຶ່ງຂອງເມືອງເຫຼົ່ານີ້ໄດ້ ໂດຍບໍ່ຕ້ອງຖືກປະຫານຊີວິດ. |
|
| 43 |
|
| ສຳລັບເຜົ່າຣູເບັນແມ່ນເມືອງເບເຊ ທີ່ເທິງພູພຽງຂອງຖິ່ນແຫ້ງແລ້ງກັນດານ ສຳລັບເຜົ່າກາດແມ່ນເມືອງຣາໂມດໃນເຂດແດນຂອງກີເລອາດ ແລະສຳລັບເຜົ່າມານາເຊແມ່ນເມືອງໂກລານໃນເຂດແດນບາຊານ. |
|
| 44 |
|
| ໂມເຊໄດ້ມອບກົດບັນຍັດຂອງພຣະເຈົ້າກັບຄຳສັ່ງສອນຂອງພຣະອົງ ໃຫ້ແກ່ປະຊາຊົນອິດສະຣາເອນ. |
|
| 45 |
|
| ແມ່ນຫລັງຈາກທີ່ພວກເຂົາໄດ້ອອກມາຈາກປະເທດເອຢິບ ແລະຢູ່ໃນຮ່ອມພູທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ກົງກັນຂ້າມກັບເມືອງເບັດເປອໍ ທີ່ເພິ່ນໄດ້ມອບກົດບັນຍັດເຫຼົ່ານີ້ໃຫ້ພວກເຂົາ. ເມືອງເບັດເປອໍນີ້ຢູ່ໃນເຂດແດນຂອງເຈົ້າສີໂຫນ ກະສັດຂອງຊາວອາໂມ ຜູ້ທີ່ໄດ້ປົກຄອງຢູ່ໃນນະຄອນເຮັດຊະໂບນ. ໂມເຊກັບປະຊາຊົນອິດສະຣາເອນໄດ້ຊະນະເພິ່ນ ເມື່ອພວກເຂົາອອກມາຈາກປະເທດເອຢິບ. |
|
| 46 |
|
|
|
| 47 |
|
| ພວກເຂົາໄດ້ຢຶດຄອງດິນແດນຂອງເພິ່ນ ແລະດິນແດນຂອງເຈົ້າໂອກກະສັດແຫ່ງບາຊານ ແລະກະສັດຄົນໜຶ່ງອີກຂອງຊາວອາໂມ ຜູ້ທີ່ໄດ້ປົກຄອງຢູ່ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນ. |
|
| 48 |
|
| ດິນແດນນີ້ຂະຫຍາຍອອກໄປ ຕັ້ງແຕ່ເມືອງອາໂຣເອທາງແຄມຝັ່ງແມ່ນໍ້າອາກໂນນ ຈົນໄປຮອດທາງເໜືອເຖິງພູສີຣິໂອນ ຊຶ່ງແມ່ນພູເຮີໂມນ. |
|
| 49 |
|
| ດິນແດນນັ້ນຍັງນັບລວມເອົາອານາເຂດທັງໝົດ ທີ່ຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ຈົນໄປຮອດທະເລຕາຍທີ່ຕີນພູປີສະກາ. |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | | 21 | | 22 | | 23 | | 24 | | 25 | | 26 | | 27 | | 28 | | 29 | | 30 | | 31 | | 32 | | 33 | | 34 | | 35 | | 36 | | 37 | | 38 | | 39 | | 40 | | 41 | | 42 | | 43 | | 44 | | 45 | | 46 | | 47 | | 48 | | 49 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/deuteronomy/004.mp3
34
4