Lao ພຣະຄຳພີສັກສິ 2012
|
| 1 |
| ໂມເຊໄດ້ເອີ້ນປະຊາຊົນອິດສະຣາເອນທັງໝົດມາເຕົ້າໂຮມກັນ ແລະກ່າວແກ່ພວກເຂົາວ່າ, “ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງກົດບັນຍັດທຸກຂໍ້ ທີ່ຂ້າພະເຈົ້າຈະມອບໃຫ້ພວກເຈົ້າໃນວັນນີ້. ຈົ່ງໝັ່ນຮຽນເອົາແລະໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດເຫຼົ່ານັ້ນ. |
| 2 |
| ທີ່ພູເຂົາຊີນາຍ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ຕັ້ງພັນທະສັນຍານີ້ |
| 3 |
| ບໍ່ແມ່ນຕັ້ງໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາ, ແຕ່ກັບພວກເຮົາທຸກຄົນທີ່ຍັງມີຊີວິດຢູ່ໃນວັນນີ້. |
| 4 |
| ພຣະເຈົ້າຢາເວໄດ້ກ່າວຈາກແປວໄຟໜ້າຕໍ່ໜ້າກັບພວກເຈົ້າທີ່ເທິງພູນັ້ນ. |
| 5 |
| ຂ້າພະເຈົ້າໄດ້ຢືນຢູ່ທາງກາງລະຫວ່າງພວກເຈົ້າ ແລະພຣະເຈົ້າຢາເວໃນຄາວນັ້ນ ເພື່ອບອກສິ່ງທີ່ພຣະອົງໄດ້ກ່າວໃຫ້ພວກເຈົ້າຮູ້ ເພາະພວກເຈົ້າຢ້ານແປວໄຟແລະບໍ່ກ້າຂຶ້ນມາເທິງພູ. ພຣະເຈົ້າຢາເວກ່າວວ່າ, |
| 6 |
| ‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພາເອົາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດຮັບໃຊ້. |
| 7 |
| ຢ່າມີບັນດາພະອື່ນ ຕໍ່ໜ້າເຮົາຈັກເທື່ອ. |
| 8 |
| ຢ່າສ້າງຮູບເຄົາຣົບໃດໆທັງສິ້ນໄວ້ສຳລັບຕົນ ບໍ່ວ່າຈະເປັນຮູບທີ່ສະແດງສິ່ງໃດສິ່ງໜຶ່ງໃນສະຫວັນ ຫລືເທິງແຜ່ນດິນໂລກ ຫລືໃນນໍ້າໃຕ້ແຜ່ນດິນໂລກ. |
| 9 |
| ຢ່າກົ້ມຂາບຫລືນະມັດສະການຮູບເຫຼົ່ານັ້ນ. ດ້ວຍວ່າ, ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຜູ້ຫວງແຫນ. ເຮົານຳການລົງໂທດມາສູ່ຜູ້ທີ່ກຽດຊັງເຮົາ ແລະລູກຫລານຂອງພວກເຂົາ ເຖິງສາມສີ່ຊົ່ວເຊັ່ນຄົນ. |
| 10 |
| ແຕ່ເຮົາສຳແດງຄວາມຮັກອັນໝັ້ນຄົງແກ່ຜູ້ທີ່ຮັກເຮົາ ແລະເຊື່ອຟັງກົດບັນຍັດຂອງເຮົາ ເຖິງຫລາຍພັນຊົ່ວເຊັ່ນຄົນ. |
| 11 |
| ຢ່າໃຊ້ນາມຊື່ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທາງທີ່ຜິດ ເພາະພຣະເຈົ້າຢາເວຈະລົງໂທດທຸກຄົນທີ່ໃຊ້ນາມຊື່ຂອງພຣະອົງໃນທາງຜິດ. |
| 12 |
| ຈົ່ງຢຶດຖືວັນຊະບາໂຕເປັນວັນສັກສິດ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້. |
| 13 |
| ຈົ່ງເຮັດວຽກໃນຫົກວັນ |
| 14 |
| ແຕ່ວັນທີເຈັດເປັນວັນຊະບາໂຕຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃນມື້ນີ້ບໍ່ໃຫ້ຜູ້ໃດເຮັດວຽກ ພວກເຈົ້າເອງພ້ອມດ້ວຍລູກຊາຍຍິງຂອງພວກເຈົ້າ, ຄົນຮັບໃຊ້ຊາຍຍິງຂອງພວກເຈົ້າ, ງົວ, ລໍ ແລະ ສັດລ້ຽງອື່ນໆຂອງພວກເຈົ້າ, ຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງພວກເຈົ້າ. ບັນດາຄົນຮັບໃຊ້ຊາຍຍິງຂອງພວກເຈົ້າຕ້ອງຢຸດພັກເຊັ່ນດຽວກັບພວກເຈົ້າ. |
| 15 |
| ຈົ່ງຈົດຈຳໄວ້ວ່າ ພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາເອົາພວກເຈົ້າ ດ້ວຍຣິດອຳນາດອັນຍິ່ງໃຫຍ່ ແລະພຣະກຳລັງ. ດ້ວຍເຫດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈຶ່ງສັ່ງພວກເຈົ້າໃຫ້ຢຶດຖືວັນຊະບາໂຕ. |
| 16 |
| ຈົ່ງນັບຖືພໍ່ແມ່ຂອງພວກເຈົ້າ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້ ເພື່ອວ່າພວກເຈົ້າຈະຢູ່ເຢັນເປັນສຸກ ແລະພວກເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້ານັ້ນ. |
| 17 |
| ຢ່າຂ້າຄົນ. |
| 18 |
| ຢ່າຫຼິ້ນຊູ້ສູ່ຜົວເມຍຜູ້ອື່ນ. |
| 19 |
| ຢ່າລັກ. |
| 20 |
| ຢ່າໃສ່ຮ້າຍປ້າຍສີເພື່ອນບ້ານຂອງເຈົ້າ. |
| 21 |
| ຢ່າຢາກໄດ້ເມຍຂອງຄົນອື່ນ, ເຮືອນຊານບ້ານຊ່ອງ, ທີ່ດິນ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ, ຫລືສິ່ງໃດສິ່ງໜຶ່ງທີ່ລາວມີຢູ່.’ |
| 22 |
| ແມ່ນຂໍ້ຄຳສັ່ງເຫຼົ່ານີ້ແຫຼະ ທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າທຸກຄົນ ເມື່ອພວກເຈົ້າໄດ້ເຕົ້າໂຮມກັນທີ່ເທິງພູນັ້ນ. ເມື່ອພຣະອົງໄດ້ກ່າວດ້ວຍສຽງທີ່ເຕັມດ້ວຍຣິດອຳນາດ ຈາກແປວໄຟແລະຈາກເມກອັນໜາຕຶບ ພຣະອົງໄດ້ມອບຂໍ້ຄຳສັ່ງເຫຼົ່ານີ້ໃຫ້ ແລະບໍ່ມີຂໍ້ຄຳສັ່ງອື່ນອີກ ແລ້ວພຣະອົງກໍໄດ້ຈາລຶກຂໍ້ຄຳສັ່ງເຫຼົ່ານັ້ນ ໃສ່ແຜ່ນຫີນສອງແຜ່ນ ແລະມອບໃຫ້ຂ້າພະເຈົ້າ.” |
| 23 |
| “ເມື່ອພູທັງໜ່ວຍລຸກເປັນໄຟ ແລະພວກເຈົ້າໄດ້ຍິນສຽງດັງອອກມາຈາກທີ່ມືດ ບັນດາຜູ້ນຳແລະພວກຫົວໜ້າເຜົ່າຕ່າງໆກໍໄດ້ມາຫາຂ້າພະເຈົ້າ |
| 24 |
| ແລະເວົ້າວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ໄດ້ສຳແດງຄວາມຍິ່ງໃຫຍ່ແລະສະຫງ່າຣາສີຂອງພຣະອົງໃຫ້ເຫັນ ເມື່ອພວກເຮົາໄດ້ຍິນພຣະອົງກ່າວອອກມາຈາກແປວໄຟ. ວັນນີ້ ພວກເຮົາໄດ້ເຫັນມະນຸດຍັງສືບຕໍ່ມີຊີວິດຢູ່ ເຖິງແມ່ນວ່າພຣະເຈົ້າໄດ້ກ່າວແກ່ພວກເຂົາກໍຕາມ. |
| 25 |
| ແຕ່ເປັນຫຍັງພວກເຮົາຕ້ອງສ່ຽງກັບຄວາມຕາຍຢ່າງນີ້ອີກ? ໄຟອັນໜ້າຢ້ານຈະທຳລາຍພວກເຮົາ. ພວກເຮົາຕ້ອງຕາຍຄາວນີ້ແທ້ໆ ຖ້າພວກເຮົາໄດ້ຍິນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາກ່າວອີກ. |
| 26 |
| ມີມະນຸດຜູ້ໃດແດ່ທີ່ຈະຍັງມີຊີວິດຢູ່ ຫລັງຈາກທີ່ໄດ້ຍິນພຣະເຈົ້າກ່າວອອກມາຈາກແປວໄຟກັບເຂົາ? |
| 27 |
| ໂມເຊເອີຍ ຈົ່ງກັບຄືນໄປຟັງທຸກຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາໄດ້ກ່າວສາ. ແລ້ວໃຫ້ທ່ານກັບມາບອກພວກເຮົາ ໃນສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ກ່າວແກ່ທ່ານ. ພວກເຮົາຈະເຊື່ອຟັງ ແລະປະຕິບັດຕາມ.’ |
| 28 |
| ເມື່ອພຣະເຈົ້າຢາເວໄດ້ຍິນພວກເຈົ້າບອກເຊັ່ນນີ້ ພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, ‘ເຮົາໄດ້ຍິນສິ່ງທີ່ປະຊາຊົນເຫຼົ່ານີ້ເວົ້າ ແລະພວກເຂົາກໍເວົ້າຖືກຕ້ອງແລ້ວ. |
| 29 |
| ຖ້າພວກເຂົາພ້ອມທີ່ຈະຍ້ອງຍໍສັນລະເສີນໃຫ້ກຽດແກ່ເຮົາ ແລະເຊື່ອຟັງຄຳສັ່ງທຸກຂໍ້ຂອງເຮົາສະເໝີ ພວກເຂົາແລະລູກຫລານຂອງພວກເຂົາກໍຈະຢູ່ເຢັນເປັນສຸກຈະເລີນຮຸ່ງເຮືອງຕະຫລອດໄປ. |
| 30 |
| ຈົ່ງໄປບອກພວກເຂົາກັບຄືນສູ່ຄ້າຍພັກສາ. |
| 31 |
| ແຕ່ສຳລັບເຈົ້າ ໂມເຊເອີຍ ຈົ່ງຢູ່ທີ່ນີ້ກັບເຮົາ ແລະເຮົາຈະມອບກົດບັນຍັດແລະຄຳສັ່ງທຸກຂໍ້ຂອງເຮົາໃຫ້ເຈົ້າ. ຈົ່ງສັ່ງສອນສິ່ງນີ້ໃຫ້ປະຊາຊົນ ເພື່ອວ່າພວກເຂົາຈະໄດ້ຮຽນຮູ້ ແລະປະຕິບັດຕາມສິ່ງນັ້ນ ຢູ່ໃນດິນແດນທີ່ເຮົາຈະມອບໃຫ້ພວກເຂົາຄອບຄອງ.’ |
| 32 |
| ປະຊາຊົນອິດສະຣາເອນເອີຍ ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າປະຕິບັດຕາມທຸກໆສິ່ງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ສັ່ງໄວ້ນັ້ນ. ຢ່າຝ່າຝືນກົດບັນຍັດຂໍ້ໜຶ່ງຂໍ້ໃດຢ່າງເດັດຂາດ. |
| 33 |
| ຈົ່ງດຳເນີນຕາມວິຖີທາງທັງໝົດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້ ເພື່ອວ່າພວກເຈົ້າຈະຢູ່ເຢັນເປັນສຸກຈະເລີນຮຸ່ງເຮືອງ ແລະມີຊີວິດຍືນຍາວໃນດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງນັ້ນ.” |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/deuteronomy/005.mp3
34
5