|
| 1 |
|
| “ແມ່ນກົດບັນຍັດທັງໝົດນີ້ແຫຼະ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງຂ້າພະເຈົ້າໃຫ້ສອນພວກເຈົ້າ. ຈົ່ງປະຕິບັດຕາມກົດບັນຍັດເຫຼົ່ານີ້ໃນດິນແດນ ທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ. |
|
| 2 |
|
| ເພື່ອພວກເຈົ້າແລະເຊື້ອສາຍຂອງພວກເຈົ້າ ຈະໄດ້ຢຳເກງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະເຊື່ອຟັງກົດບັນຍັດທຸກຂໍ້ທີ່ຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າ ເພື່ອພວກເຈົ້າຈະມີຊີວິດຢູ່ຍືນຍາວໃນດິນແດນນັ້ນ. |
|
| 3 |
|
| ປະຊາຊົນອິດສະຣາເອນເອີຍ ຈົ່ງເຊື່ອຟັງແລະປະຕິບັດຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ແລ້ວພວກເຈົ້າກໍຈະຢູ່ເຢັນເປັນສຸກ ແລະກາຍເປັນຊົນຊາດໜຶ່ງທີ່ມີອຳນາດ ພວກເຈົ້າຈະມີຊີວິດຢູ່ໃນດິນແດນທີ່ອຸດົມສົມບູນແລະຮັ່ງມີ ຕາມທີ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ສັນຍາໄວ້. |
|
| 4 |
|
| ອິດສະຣາເອນເອີຍ ຈົ່ງຟັງເຖີດ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາເປັນພຣະເຈົ້າຢາເວແຕ່ອົງດຽວ. |
|
| 5 |
|
| ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດກຳລັງຂອງເຈົ້າ. |
|
| 6 |
|
| ຢ່າລືມຂໍ້ຄຳສັ່ງທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້ຈັກເທື່ອ. |
|
| 7 |
|
| ຈົ່ງສັ່ງສອນລູກຫຼານຂອງພວກເຈົ້າໃຫ້ຮຽນຮູ້ເອົາ. ໃຫ້ພວກເຈົ້າເວົ້າຫລຳໄປຫລຳມາ ບໍ່ວ່າເມື່ອຢູ່ໃນເຮືອນຫລືທຽວທາງກໍດີ ເມື່ອພັກຜ່ອນຫລືເຮັດວຽກກໍດີ. |
|
| 8 |
|
| ຈົ່ງຜູກມັນໄວ້ທີ່ແຂນເປັນໝາຍສຳຄັນ ແລະຄຽນມັນໄວ້ທີ່ໜ້າຜາກ ເພື່ອເປັນສິ່ງເຕືອນໃຈ. |
|
| 9 |
|
| ຈົ່ງຂຽນມັນໄວ້ຢູ່ຕາມປະຕູເຮືອນ ແລະທີ່ປະຕູຮົ້ວຂອງພວກເຈົ້າ.” |
|
| 10 |
|
| “ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພວກເຈົ້າ ເຂົ້າໄປຢູ່ໃນດິນແດນທີ່ພຣະອົງຈະມອບໃຫ້ ຕາມທີ່ໄດ້ສັນຍາໄວ້ກັບອັບຣາຮາມ, ອີຊາກ ແລະຢາໂຄບນັ້ນ; ພວກເຈົ້າຈະພົບເມືອງຕ່າງໆທີ່ຈະເລີນຮຸ່ງເຮືອງແລະກວ້າງໃຫຍ່ ຊຶ່ງພວກເຈົ້າບໍ່ໄດ້ລົງແຮງກໍ່ສ້າງ. |
|
| 11 |
|
| ເຮືອນຊານບ້ານຊ່ອງກໍຈະເຕັມໄປດ້ວຍຂອງດີທີ່ພວກເຈົ້າບໍ່ໄດ້ຫາມາໄວ້ ພ້ອມທັງນໍ້າສ້າງທີ່ພວກເຈົ້າບໍ່ໄດ້ຂຸດ ແລະສວນໝາກອະງຸ່ນທັງສວນໝາກກອກເທດ ທີ່ພວກເຈົ້າບໍ່ໄດ້ປູກ. ເມື່ອພຣະເຈົ້າຢາເວນຳພວກເຈົ້າເຂົ້າໄປໃນດິນແດນ ແລະມີອາຫານການກິນທຸກຢ່າງຕາມຄວາມຕ້ອງການແລ້ວ |
|
| 12 |
|
| ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ໄດ້ລືມໄລພຣະເຈົ້າຢາເວ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ. |
|
| 13 |
|
| ຈົ່ງຢຳເກງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈົ່ງນະມັດສະການພຣະອົງ ແລະສາບານໃນນາມຂອງພຣະອົງເທົ່ານັ້ນ. |
|
| 14 |
|
| ຢ່າຂາບໄຫວ້ບັນດາພະອື່ນໆ ຫລືພະໃດໆຂອງຊົນຊາດທີ່ຢູ່ອ້ອມຮອບພວກເຈົ້າ. |
|
| 15 |
|
| ຖ້າຂືນເຮັດ ຄວາມໂກດຮ້າຍຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະມາຕໍ່ສູ້ພວກເຈົ້າເໝືອນດັ່ງໄຟ ແລະຈະທຳລາຍພວກເຈົ້າໃຫ້ດັບສິ້ນໄປຈາກແຜ່ນດິນໂລກ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທີ່ສະຖິດຢູ່ກັບພວກເຈົ້າແມ່ນພຣະເຈົ້າຜູ້ຫວງແຫນ. |
|
| 16 |
|
| ຢ່າທົດລອງກັບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເໝືອນດັ່ງໄດ້ເຮັດທີ່ມັດສາ. |
|
| 17 |
|
| ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດທຸກໆຂໍ້ຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊຶ່ງພຣະອົງໄດ້ມອບໃຫ້ແກ່ພວກເຈົ້າ. |
|
| 18 |
|
| ຈົ່ງເຮັດແຕ່ສິ່ງທີ່ພຣະເຈົ້າຢາເວເຫັນວ່າດີແລະຖືກຕ້ອງ ແລ້ວພວກເຈົ້າກໍຈະຢູ່ເຢັນເປັນສຸກ. ພວກເຈົ້າຈະໄດ້ຮັບດິນແດນອັນອຸດົມສົມບູນແລະຮັ່ງມີ ທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າເປັນກຳມະສິດ |
|
| 19 |
|
| ແລະຈະຂັບໄລ່ເຫຼົ່າສັດຕູໃຫ້ອອກໜີໄປຕໍ່ໜ້າພວກເຈົ້າ ຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້. |
|
| 20 |
|
| ໃນພາຍໜ້າ ພວກລູກຫລານຂອງພວກເຈົ້າຈະຖາມວ່າ, ‘ດ້ວຍເຫດໃດ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງສັ່ງໃຫ້ເຊື່ອຟັງກົດບັນຍັດເຫຼົ່ານີ້?’ |
|
| 21 |
|
| ແລ້ວຈົ່ງບອກພວກເຂົາວ່າ, ‘ພວກເຮົາເຄີຍຕົກເປັນທາດຮັບໃຊ້ຂອງກະສັດປະເທດເອຢິບ ແລະພຣະເຈົ້າຢາເວໄດ້ນຳພາພວກເຮົາ ໂດຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. |
|
| 22 |
|
| ພວກເຮົາໄດ້ເຫັນກັບຕາການອັດສະຈັນອັນຍິ່ງໃຫຍ່ ແລະສິ່ງອັນໜ້າຢ້ານ ທີ່ພຣະເຈົ້າຢາເວໄດ້ກະທຳຕໍ່ຊາວເອຢິບ ຄືຕໍ່ກະສັດ ແລະຕໍ່ຂ້າຣາຊການທຸກຄົນຂອງເພິ່ນ. |
|
| 23 |
|
| ພຣະອົງໄດ້ປົດປ່ອຍພວກເຮົາອອກມາຈາກປະເທດເອຢິບ ເພື່ອນຳພາພວກເຮົາມາທີ່ນີ້ ແລະເພື່ອມອບດິນແດນນີ້ໃຫ້ແກ່ພວກເຮົາ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາ. |
|
| 24 |
|
| ສະນັ້ນ ພຣະເຈົ້າຢາເວຈຶ່ງສັ່ງໃຫ້ພວກເຮົາ ເຊື່ອຟັງກົດບັນຍັດທັງໝົດເຫຼົ່ານີ້ ແລະຢຳເກງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ເພື່ອພຣະອົງຈະປົກປັກຮັກສາຊົນຊາດຂອງພວກເຮົາ ໃຫ້ຈະເລີນຮຸ່ງເຮືອງຕະຫລອດໄປຕາມທີ່ເຫັນໃນວັນນີ້. |
|
| 25 |
|
| ຖ້າພວກເຮົາເຊື່ອຟັງຢ່າງສັດຊື່ທຸກໆສິ່ງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງພວກເຮົາ ພຣະອົງກໍຈະພໍໃຈນຳພວກເຮົາ.”’ |
|
|
|
|