Lao ພຣະຄຳພີສັກສິ 2012
|
| 1 |
| “ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນຳພາພວກເຈົ້າໄປສູ່ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ ແລະພຣະອົງຈະຂັບໄລ່ຫລາຍຊົນຊາດໃຫ້ອອກໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງຈະຂັບໄລ່ເຈັດຊົນຊາດໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະເຢບຸດ. |
| 2 |
| ແລະເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃຫ້ຊົນຊາດເຫຼົ່ານີ້ ຢູ່ໃຕ້ອຳນາດຂອງພວກເຈົ້າ ແລະພວກເຈົ້າຊະນະພວກເຂົາແລ້ວ ຢ່າໄວ້ຊີວິດຂອງພວກເຂົາເປັນເດັດຂາດ. ຢ່າເຮັດສັນຍາໃດໆກັບພວກເຂົາ ຫລືສະແດງຄວາມເມດຕາຕໍ່ພວກເຂົາເລີຍ. |
| 3 |
| ຢ່າໄດ້ແຕ່ງງານກັບພວກເຂົາ ແລະຢ່າຍອມໃຫ້ລູກຫລານຂອງພວກເຈົ້າ ແຕ່ງງານກັບພວກເຂົາ |
| 4 |
| ເພາະພວກເຂົາຈະພາລູກຫລານຂອງພວກເຈົ້າຫັນໜີຈາກພຣະອົງ ແລະໄປຂາບໄຫວ້ພະອື່ນ. ຖ້າເລື່ອງເຊັ່ນນັ້ນເກີດຂຶ້ນ ພຣະເຈົ້າຢາເວຈະໂກດຮ້າຍພວກເຈົ້າ ແລະທຳລາຍພວກເຈົ້າໃນທັນທີ. |
| 5 |
| ເຫດສະນັ້ນ ຈົ່ງມ້າງແທ່ນບູຊາ, ທັບເສົາຫີນສັກສິດໃຫ້ໝຸ່ນ, ປໍ້າເສົາສັນຍາລັກຂອງເຈົ້າແມ່ອາເຊຣາ ແລະເຜົາຮູບເຄົາຣົບທັງຫລາຍຖິ້ມເສຍ. |
| 6 |
| ຈົ່ງເຮັດເຊັ່ນນີ້ ເພາະວ່າພວກເຈົ້າເປັນພວກບໍຣິສຸດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈາກໄດ້ເລືອກເອົາພວກເຈົ້າຈາກຊົນຊາດທັງໝົດທົ່ວເທິງແຜ່ນດິນໂລກ ມາເປັນຊົນຊາດພິເສດຂອງພຣະອົງ. |
| 7 |
| ພຣະເຈົ້າຢາເວບໍ່ໄດ້ຮັກພວກເຈົ້າແລະເລືອກເອົາພວກເຈົ້າ ເພາະພວກເຈົ້າມີຈຳນວນຫລາຍກວ່າຊົນຊາດອື່ນ ພວກເຈົ້າເປັນຊົນຊາດໜ້ອຍທີ່ສຸດໃນໂລກ. |
| 8 |
| ແຕ່ພຣະເຈົ້າຢາເວຮັກພວກເຈົ້າ ແລະຕ້ອງການຮັກສາພັນທະສັນຍາຂອງພຣະອົງ ທີ່ໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຊ່ວຍພວກເຈົ້າໃຫ້ພົ້ນດ້ວຍພຣະຫັດອັນຊົງຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະຊົງໄຖ່ພວກເຈົ້າໃຫ້ອອກຈາກເຮືອນທີ່ເຈົ້າເປັນທາດຮັບໃຊ້ ອອກຈາກເງື້ອມມືຂອງກະສັດຟາໂຣແຫ່ງປະເທດເອຢິບ. |
| 9 |
| ຈົ່ງຈົດຈຳໄວ້ວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແມ່ນພຣະເຈົ້າແຕ່ອົງດຽວ ແລະພຣະອົງຊົງສັດຊື່ ພຣະອົງຮັກສາພັນທະສັນຍາຂອງພຣະອົງ ແລະສຳແດງຄວາມຮັກອັນໝັ້ນຄົງເຖິງພັນຊົ່ວເຊັ່ນຄົນ ແກ່ພວກທີ່ຮັກພຣະອົງແລະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ, |
| 10 |
| ແຕ່ພຣະອົງຈະບໍ່ລັ່ງເລໃຈທີ່ຈະລົງໂທດພວກທີ່ກຽດຊັງພຣະອົງ. |
| 11 |
| ເຫດສະນັ້ນ ບັດນີ້ຈົ່ງເຊື່ອຟັງສິ່ງທີ່ພວກເຈົ້າໄດ້ຮໍ່າຮຽນມາ ຈົ່ງເຊື່ອຟັງກົດບັນຍັດທຸກຂໍ້ທີ່ຂ້າພະເຈົ້າໄດ້ມອບໃຫ້ພວກເຈົ້າໃນວັນນີ້.” |
| 12 |
| “ຖ້າພວກເຈົ້າເຊື່ອຟັງຂໍ້ຄຳສັ່ງເຫຼົ່ານີ້ແລະປະຕິບັດຕາມຢ່າງສັດຊື່ແລ້ວ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ກໍຈະສືບຕໍ່ຮັກສາພັນທະສັນຍາຂອງພຣະອົງກັບພວກເຈົ້າ ແລະພຣະອົງຈະສຳແດງຄວາມຮັກອັນໝັ້ນຄົງຂອງພຣະອົງແກ່ພວກເຈົ້າ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ. |
| 13 |
| ພຣະອົງຈະຮັກພວກເຈົ້າແລະຈະອວຍພອນພວກເຈົ້າ ເພື່ອວ່າພວກເຈົ້າຈະມີຈຳນວນຄົນຫລາຍຂຶ້ນແລະມີລູກຫລານຫລາຍ ພຣະອົງຈະອວຍພອນໄຮ່ນາຮົ້ວສວນຂອງພວກເຈົ້າ ເພື່ອວ່າພວກເຈົ້າຈະມີເຂົ້າ, ເຫຼົ້າອະງຸ່ນແລະນໍ້າມັນໝາກກອກເທດ ແລະພຣະອົງຈະອວຍພອນພວກເຈົ້າ ໃຫ້ມີງົວແລະແກະຢ່າງຫລວງຫລາຍ. ພຣະອົງຈະໃຫ້ພວກເຈົ້າໄດ້ຮັບພອນທັງໝົດເຫຼົ່ານີ້ໃນດິນແດນ ທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າວ່າຈະມອບໃຫ້ພວກເຈົ້າ. |
| 14 |
| ບໍ່ມີຊົນຊາດໃດໃນໂລກນີ້ ຈະໄດ້ຮັບພອນຢ່າງຫລວງຫລາຍເໝືອນດັ່ງພວກເຈົ້າ. ບໍ່ມີຄົນໃດແລະສັດໂຕໃດໃນທ່າມກາງພວກເຈົ້າຈະເປັນໝັນ. |
| 15 |
| ພຣະເຈົ້າຢາເວຈະຄຸ້ມຄອງຮັກສາພວກເຈົ້າ ໃຫ້ພົ້ນຈາກການເຈັບໄຂ້ໄດ້ປ່ວຍທຸກຊະນິດ ແລະພຣະອົງຈະບໍ່ນຳພະຍາດອັນຮ້າຍແຮງໃດໆມາຖືກພວກເຈົ້າ ເໝືອນດັ່ງພວກເຈົ້າໄດ້ເຫັນໃນປະເທດເອຢິບ ແຕ່ພຣະອົງຈະນຳພະຍາດເຫຼົ່ານີ້ໄປຖືກເຫຼົ່າສັດຕູຂອງພວກເຈົ້າ. |
| 16 |
| ຈົ່ງທຳລາຍທຸກໆຊົນຊາດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ມອບໄວ້ໃຕ້ອຳນາດຂອງພວກເຈົ້າ ແລະຢ່າສະແດງຄວາມເມດຕາໃດໆແກ່ພວກເຂົາ. ຢ່າຂາບໄຫວ້ບັນດາພະຂອງພວກເຂົາ ເພາະສິ່ງນັ້ນເປັນການທຳລາຍພວກເຈົ້າເອງ. |
| 17 |
| ຢ່າຄິດເລີຍວ່າຊົນຊາດເຫຼົ່ານີ້ມີຈຳນວນຫລາຍລື່ນພວກເຈົ້າ ແລະພວກເຈົ້າຈະຂັບໄລ່ພວກເຂົາອອກໄປບໍ່ໄດ້. |
| 18 |
| ຢ່າຢ້ານພວກເຂົາເລີຍ ຈົ່ງລະນຶກເຖິງສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດຕໍ່ກະສັດປະເທດເອຢິບແລະຕໍ່ຊາວເອຢິບທັງໝົດ. |
| 19 |
| ຈົ່ງລະນຶກເຖິງໂຣກລະບາດອັນໜ້າຢ້ານກົວ ຊຶ່ງພວກເຈົ້າໄດ້ເຫັນກັບຕາ ການອັດສະຈັນແລະໝາຍສຳຄັນຕ່າງໆ ພ້ອມທັງຣິດທານຸພາບແລະພະລັງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າອອກມາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະທຳລາຍຊົນຊາດທັງໝົດເຫຼົ່ານີ້ ທີ່ພວກເຈົ້າຢ້ານກົວຢູ່ໃນເວລານີ້. |
| 20 |
| ຍິ່ງໄປກວ່ານີ້ອີກ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ພວກເຂົາສັບສົນວຸ້ນວາຍກັນ ແລະຈະທຳລາຍພວກທີ່ປົບໜີໄປຫລົບລີ້ຊ່ອນຕົວຢູ່. |
| 21 |
| ສະນັ້ນ ຢ່າຢ້ານຊົນຊາດເຫຼົ່ານີ້ເລີຍ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສະຖິດຢູ່ທ່າມກາງພວກເຈົ້າ ພຣະອົງເປັນພຣະເຈົ້າຜູ້ຍິ່ງໃຫຍ່ ແລະອົງດຽວທີ່ໜ້າຢ້ານຢຳ. |
| 22 |
| ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະຂັບໄລ່ຊົນຊາດເຫຼົ່ານີ້ອອກໄປເທື່ອລະເລັກລະນ້ອຍ ເມື່ອພວກເຈົ້າບຸກໜ້າເຂົ້າໄປ. ພວກເຈົ້າຈະບໍ່ສາມາດທຳລາຍພວກເຂົາໃຫ້ໝົດບາດດຽວໄດ້ ເພາະຖ້າພວກເຈົ້າເຮັດເຊັ່ນນັ້ນ ຈຳນວນສັດປ່າກໍຈະມີຫລາຍຂຶ້ນແລະມັນຈະມາລົບກວນພວກເຈົ້າ. |
| 23 |
| ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະເຮັດໃຫ້ເຫຼົ່າສັດຕູຢູ່ໃຕ້ອຳນາດຂອງພວກເຈົ້າ ແລະຈະເຮັດໃຫ້ພວກເຂົາເກີດສັບສົນວຸ້ນວາຍ ຈົນຖືກທຳລາຍໄປໝົດ. |
| 24 |
| ພຣະອົງຈະໃຫ້ບັນດາກະສັດຂອງພວກເຂົາຢູ່ໃຕ້ອຳນາດຂອງພວກເຈົ້າ. ພວກເຈົ້າຈະຂ້າພວກເຂົາແລະບໍ່ມີໃຜຈະຈົດຈຳພວກເຂົາໄດ້ອີກເລີຍ ບໍ່ມີຜູ້ໃດຈະສາມາດຢັບຢັ້ງພວກເຈົ້າໄດ້ ພວກເຈົ້າຈະທຳລາຍພວກເຂົາທຸກຄົນ. |
| 25 |
| ຈົ່ງຈູດຮູບເຄົາຣົບຂອງພວກເຂົາຖິ້ມ. ຢ່າຄິດຢາກໄດ້ເງິນຫລືຄຳທີ່ໃຊ້ໂອບຮູບເຫຼົ່ານັ້ນ ແລະຢ່າເອົາມັນມາເປັນຂອງພວກເຈົ້າ. ຖ້າພວກເຈົ້າຂືນເຮັດ ມັນກໍຈະເປັນອັນຕະລາຍ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງການຂາບໄຫວ້ຮູບເຄົາຣົບ. |
| 26 |
| ຢ່ານຳຮູບເຄົາຣົບໃດໆເຂົ້າໄປໃນບ້ານເຮືອນຂອງພວກເຈົ້າ ເພາະຄຳສາບແຊ່ງທີ່ຢູ່ໃນຮູບເຄົາຣົບນັ້ນຈະຕົກຖືກພວກເຈົ້າ. ພວກເຈົ້າຕ້ອງກຽດຊັງແລະດູໝິ່ນຮູບເຄົາຣົບເຫຼົ່ານີ້ ເພາະມັນຢູ່ໃຕ້ຄຳສາບແຊ່ງແລ້ວ.” |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/deuteronomy/007.mp3
34
7