Lao ພຣະຄຳພີສັກສິ 2012
|
| 1 |
| “ປະຊາຊົນອິດສະຣາເອນເອີຍ ຈົ່ງຟັງເຖີດ ວັນນີ້ພວກເຈົ້າກຳລັງຈະຂ້າມແມ່ນໍ້າຈໍແດນ ເຂົ້າໄປຢຶດຄອງດິນແດນທີ່ເປັນຂອງຊົນຊາດທີ່ຍິ່ງໃຫຍ່ແລະມີອຳນາດກວ່າພວກເຈົ້າ. ເມືອງກໍໃຫຍ່ແລະກຳແພງກໍສູງຈຸຟ້າສະຫວັນ, |
| 2 |
| ປະຊາຊົນມີຕົວສູງແລະແຂງແຮງ ພວກເຂົາມີຮູບຮ່າງໃຫຍ່ເປັນລູກຫຼານຂອງພວກອານາກີມ ແລະພວກເຈົ້າກໍໄດ້ຍິນມາແລ້ວວ່າ ບໍ່ມີຜູ້ໃດຕໍ່ສູ້ກັບພວກເຂົາໄດ້ນັ້ນ. |
| 3 |
| ແຕ່ບັດນີ້ ພວກເຈົ້າຈະໄດ້ເຫັນດ້ວຍຕົນເອງວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະນຳໜ້າພວກເຈົ້າໄປເໝືອນດັ່ງໄຟທີ່ເຜົາຜານ. ພຣະອົງຈະເອົາຊະນະພວກເຂົາເມື່ອພວກເຈົ້າບຸກໜ້າເຂົ້າໄປ ເພື່ອວ່າພວກເຈົ້າຈະຂັບໄລ່ພວກເຂົາອອກໄປ ແລະຈະທຳລາຍພວກເຂົາຢ່າງວ່ອງໄວ ຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້. |
| 4 |
| ຫລັງຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ຂັບໄລ່ພວກເຂົາອອກໄປໃຫ້ພວກເຈົ້າແລ້ວ ຢ່າຄິດວ່າພຣະອົງໄດ້ນຳພາພວກເຈົ້າເຂົ້າມາຄອບຄອງເອົາດິນແດນນີ້ ຍ້ອນພວກເຈົ້າເປັນຄົນຊອບທຳ. ບໍ່ແມ່ນດອກ ພຣະເຈົ້າຢາເວກຳລັງຈະຂັບໄລ່ປະຊາຊົນເຫຼົ່ານີ້ອອກໄປຕໍ່ໜ້າພວກເຈົ້າ ເພາະພວກເຂົາຊົ່ວຮ້າຍ. |
| 5 |
| ບໍ່ແມ່ນເພາະພວກເຈົ້າເປັນຄົນຊອບທຳແລະເຮັດຖືກຕ້ອງ ທີ່ກຳລັງຈະເຂົ້າໄປໃນດິນແດນຂອງພວກເຂົາ. ແຕ່ເພາະພວກເຂົາຊົ່ວຮ້າຍ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈຶ່ງຈະຂັບໄລ່ພວກເຂົາອອກໄປຕໍ່ໜ້າພວກເຈົ້າ, ແລະເພື່ອຢາກຮັກສາພັນທະສັນຍາ ທີ່ພຣະເຈົ້າຢາເວໄດ້ເຮັດໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າຄື: ອັບຣາຮາມ, ອີຊາກ ແລະຢາໂຄບ. |
| 6 |
| ໃຫ້ພວກເຈົ້າແນ່ໃຈໄດ້ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ມອບດິນແດນທີ່ອຸດົມສົມບູນແລະຮັ່ງມີນີ້ໃຫ້ ບໍ່ແມ່ນເພາະພວກເຈົ້າເປັນຄົນຊອບທຳ. ຕາມຄວາມຈິງແລ້ວ ພວກເຈົ້າເປັນປະຊາຊົນທີ່ດື້ດ້ານຫລາຍ. |
| 7 |
| ຢ່າລືມຈັກເທື່ອວ່າ ພວກເຈົ້າໄດ້ເຮັດໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໂກດຮ້າຍໃນຖິ່ນແຫ້ງແລ້ງກັນດານຢ່າງໃດ. ຕັ້ງແຕ່ມື້ທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ ເຖິງມື້ທີ່ພວກເຈົ້າມາຮອດທີ່ນີ້ ພວກເຈົ້າໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ. |
| 8 |
| ແມ່ນແຕ່ທີ່ພູເຂົາຊີນາຍ ພວກເຈົ້າກໍໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍຫລາຍ ແລະພຣະເຈົ້າຢາເວໂກດຮ້າຍພໍທີ່ຈະທຳລາຍພວກເຈົ້າໄດ້. |
| 9 |
| ຂ້າພະເຈົ້າໄດ້ຂຶ້ນໄປເທິງພູ ເພື່ອຮັບເອົາແຜ່ນຫີນ ຊຶ່ງເປັນແຜ່ນຫີນແຫ່ງພັນທະສັນຍາທີ່ພຣະເຈົ້າຢາເວໄດ້ເຮັດໄວ້ກັບພວກເຈົ້າ. ຂ້າພະເຈົ້າໄດ້ຢູ່ທີ່ນັ້ນສີ່ສິບວັນສີ່ສິບຄືນ ໂດຍບໍ່ໄດ້ກິນແລະດື່ມຫຍັງ. |
| 10 |
| ແລ້ວພຣະເຈົ້າຢາເວກໍໄດ້ໃຫ້ຫີນສອງແຜ່ນແກ່ຂ້າພະເຈົ້າ ຊຶ່ງໄດ້ຂຽນດ້ວຍພຣະຫັດຂອງພຣະເຈົ້າເປັນຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວແກ່ພວກເຈົ້າ ຈາກແປວໄຟທີ່ເທິງພູເຂົາໃນມື້ທີ່ພວກເຈົ້າໄດ້ເຕົ້າໂຮມກັນນັ້ນ. |
| 11 |
| ຫລັງຈາກສີ່ສິບວັນສີ່ສິບຄືນແລ້ວ ພຣະເຈົ້າຢາເວໄດ້ໃຫ້ຫີນສອງແຜ່ນ ຊຶ່ງພຣະອົງໄດ້ຂຽນພັນທະສັນຍາໃສ່. |
| 12 |
| ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ຈົ່ງລົງໄປຈາກພູດຽວນີ້ ເພາະປະຊາຊົນທີ່ເຈົ້າໄດ້ນຳອອກມາຈາກປະເທດເອຢິບນັ້ນ ໄດ້ພາກັນຫລົງຜິດແລະເຮັດຊົ່ວສາແລ້ວ. ພວກເຂົາໄດ້ຫັນໜີຈາກສິ່ງທີ່ເຮົາໄດ້ສັ່ງໃຫ້ເຮັດ ໂດຍຫລໍ່ຮູບເຄົາຣົບສຳລັບພວກເຂົາເອງ.’ |
| 13 |
| ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າອີກວ່າ, ‘ເຮົາຮູ້ວ່າປະຊາຊົນເຫຼົ່ານີ້ດື້ດ້ານພຽງໃດ. |
| 14 |
| ຢ່າພະຍາຍາມຢັບຢັ້ງເຮົາໄວ້. ເຮົາຕັ້ງໃຈຈະທຳລາຍພວກເຂົາ ເພື່ອວ່າຈະບໍ່ມີຜູ້ໃດລະນຶກເຖິງພວກເຂົາອີກຕໍ່ໄປ. ແລ້ວເຮົາກໍຈະເຮັດໃຫ້ເຈົ້າເປັນພໍ່ຂອງຊາດໜຶ່ງ ທີ່ຍິ່ງໃຫຍ່ແລະມີອຳນາດຫລາຍກວ່າພວກເຂົາ.’ |
| 15 |
| ດັ່ງນັ້ນ ຂ້າພະເຈົ້າຈຶ່ງກັບຄືນແລະລົງມາຈາກພູ ຂະນະທີ່ພູນັ້ນຮ້ອນດ້ວຍໄຟ ໂດຍຖືແຜ່ນຫີນສອງແຜ່ນ ຊຶ່ງມີພັນທະສັນຍາທີ່ຈາລຶກໄວ້. |
| 16 |
| ຂ້າພະເຈົ້າໄດ້ເຫັນວ່າພວກເຈົ້າໄດ້ລະເມີດຂໍ້ຄຳສັ່ງ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແທ້ ແລະພວກເຈົ້າກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວຢ່າງວ່ອງໄວ ໂດຍໄດ້ໃຊ້ໂລຫະຫລໍ່ຮູບງົວນ້ອຍໄວ້ຂາບໄຫວ້. |
| 17 |
| ດັ່ງນັ້ນ ຂ້າພະເຈົ້າຈຶ່ງໂຍນຫີນສອງແຜ່ນນັ້ນຖິ້ມຕໍ່ໜ້າຕໍ່ຕາຂອງພວກເຈົ້າ ຈົນແຕກເປັນປ່ຽງໆ. |
| 18 |
| ແລ້ວອີກເທື່ອໜຶ່ງ ຂ້າພະເຈົ້າໄດ້ໝູບໜ້າລົງຊ້ອງໜ້າພຣະເຈົ້າຢາເວ ເປັນເວລາສີ່ສິບວັນສີ່ສິບຄືນໂດຍບໍ່ໄດ້ກິນແລະບໍ່ໄດ້ດື່ມຫຍັງ. ຂ້າພະເຈົ້າເຮັດເຊັ່ນນີ້ກໍເພາະວ່າ ພວກເຈົ້າໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວແລະເຮັດໃຫ້ພຣະອົງໂກດຮ້າຍ. |
| 19 |
| ຂ້າພະເຈົ້າຢ້ານພຣະເຈົ້າຢາເວໂກດຮ້າຍຫຼາຍ ເພາະພຣະອົງໂກດຮ້າຍພໍທີ່ຈະທຳລາຍພວກເຈົ້າໄດ້, ແຕ່ອີກເທື່ອໜຶ່ງພຣະເຈົ້າຢາເວໄດ້ຟັງຂ້າພະເຈົ້າ. |
| 20 |
| ພຣະເຈົ້າຢາເວໄດ້ໂກດຮ້າຍອາໂຣນດ້ວຍ ແລະໝາຍຈະຂ້າລາວເສຍ. ດັ່ງນັ້ນ ໃນເວລາດຽວກັນ ຂ້າພະເຈົ້າໄດ້ພາວັນນາອະທິຖານເພື່ອອາໂຣນດ້ວຍ. |
| 21 |
| ຂ້າພະເຈົ້າໄດ້ເອົາສິ່ງອັນເປັນບາບຊຶ່ງພວກເຈົ້າໄດ້ເຮັດ ຄືຮູບງົວທີ່ເປັນໂລຫະນັ້ນ ໂຍນໃສ່ໄຟ. ແລ້ວຂ້າພະເຈົ້າໄດ້ທັບເປັນປ່ຽງໆ ບົດໃຫ້ໝຸ່ນ ແລະເທໃສ່ນໍ້າທີ່ໄຫລລົງມາຈາກພູເຂົາ. |
| 22 |
| ເມື່ອພວກເຈົ້າໄດ້ອາໄສຢູ່ທີ່ຕາເບຣາ, ມັດສາ ແລະກິບໂຣດ ຮັດຕາອາວາ ພວກເຈົ້າກໍໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍເໝືອນກັນ. |
| 23 |
| ເມື່ອພຣະເຈົ້າຢາເວໃຊ້ພວກເຈົ້າໄປຈາກເມືອງກາເດັດບາກເນອາ ໂດຍສັ່ງໃຫ້ເຂົ້າໄປຢຶດຄອງດິນແດນທີ່ພຣະອົງມອບໃຫ້ພວກເຈົ້າ ພວກເຈົ້າກໍໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ພວກເຈົ້າບໍ່ໄດ້ໄວ້ວາງໃຈພຣະອົງຫລືເຊື່ອຟັງພຣະອົງ. |
| 24 |
| ຕັ້ງແຕ່ມື້ທີ່ຂ້າພະເຈົ້າໄດ້ຮູ້ຈັກພວກເຈົ້າ ພວກເຈົ້າໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວຕະຫລອດມາ. |
| 25 |
| ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ກົ້ມຂາບລົງຊ້ອງໜ້າພຣະເຈົ້າຢາເວສີ່ສິບວັນສີ່ສິບຄືນ ເພາະຂ້າພະເຈົ້າຮູ້ວ່າພຣະເຈົ້າຢາເວໄດ້ຕົກລົງໃຈທີ່ຈະທຳລາຍພວກເຈົ້າ. |
| 26 |
| ຂ້າພະເຈົ້າໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, ‘ຂ້າແດ່ອົງພຣະຜູ້ເປັນເຈົ້າພຣະເຈົ້າເອີຍ ຢ່າໄດ້ທຳລາຍປະຊາຊົນທີ່ເປັນຂອງພຣະອົງເລີຍ ຄືປະຊາຊົນທີ່ພຣະອົງໄດ້ຊົງໄຖ່ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະພຣະອົງໄດ້ນຳພາອອກມາຈາກປະເທດເອຢິບດ້ວຍພຣະຫັດອັນຊົງຣິດເດດ. |
| 27 |
| ໂຜດຈົດຈຳພວກຜູ້ຮັບໃຊ້ຂອງພຣະອົງຄື: ອັບຣາຮາມ, ອີຊາກ ແລະຢາໂຄບ. ຢ່າສົນໃຈໃນຄວາມດື້ດຶງ, ຄວາມຊົ່ວຮ້າຍ ແລະບາບຂອງປະຊາຊົນເຫຼົ່ານີ້. |
| 28 |
| ບໍ່ດັ່ງນັ້ນແລ້ວ ຊາວເອຢິບຈະເວົ້າວ່າ, ພຣະເຈົ້າຢາເວບໍ່ສາມາດນຳພາໄພ່ພົນຂອງພຣະອົງ ເຂົ້າໄປໃນດິນແດນທີ່ພຣະອົງໄດ້ສັນຍາແກ່ພວກເຂົາ. ພວກເຂົາຈະເວົ້າວ່າພຣະອົງໄດ້ນຳພາໄພ່ພົນຂອງພຣະອົງອອກມາ ແລະເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອຂ້າພວກເຂົາຖິ້ມ ເພາະພຣະອົງກຽດຊັງພວກເຂົາ. |
| 29 |
| ເຖິງຢ່າງໃດກໍດີ ປະຊາຊົນເຫຼົ່ານີ້ແມ່ນພຣະອົງເອງທີ່ໄດ້ເລືອກເອົາໃຫ້ເປັນຂອງພຣະອົງ ແລະແມ່ນພວກທີ່ພຣະອົງໄດ້ນຳພາໃຫ້ອອກມາດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະດ້ວຍແຂນອັນຊົງຣິດເດດຂອງພຣະອົງ.”’ |
|
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/deuteronomy/009.mp3
34
9