|
| 1 |
|
| ເຫດສະນັ້ນ ຖ້າຊີວິດໃນພຣະຄຣິດອຳນວຍການຊູກຳລັງໃຈ, ຖ້າມີຄວາມເລົ້າໂລມປະການໃດໃນຄວາມຮັກ, ຖ້າມີສ່ວນຮ່ວມໃຈກັບພຣະວິນຍານປະການໃດ, ຖ້າມີຄວາມເມດຕາເອັນດູປະການໃດ, |
|
| 2 |
|
| ກໍຂໍໃຫ້ເຈົ້າທັງຫລາຍເຮັດໃຫ້ຄວາມຍິນດີຂອງເຮົາຄົບເຕັມ ດ້ວຍການທີ່ມີຄວາມຄິດຢ່າງດຽວກັນ ມີຄວາມຮັກຢ່າງດຽວກັນ ມີໃຈຮ່ວມສາມັກຄີເປັນນໍ້າໜຶ່ງໃຈດຽວກັນ. |
|
| 3 |
|
| ຢ່າເຮັດສິ່ງໃດໃນທາງຊີງດີຫລືຖືດີກັນ ແຕ່ຈົ່ງຖ່ອມໃຈລົງ ຖືວ່າຄົນອື່ນດີກວ່າຕົນ. |
|
| 4 |
|
| ຢ່າໃຫ້ຜູ້ໃດເຫັນແກ່ຜົນປະໂຫຍດຂອງຕົນແຕ່ຝ່າຍດຽວ, ແຕ່ຈົ່ງຄິດເຖິງຜົນປະໂຫຍດຂອງຄົນອື່ນດ້ວຍ. |
|
| 5 |
|
| ເຈົ້າທັງຫລາຍຈົ່ງມີນໍ້າໃຈຕໍ່ກັນ ເໝືອນຢ່າງທີ່ມີໃນພຣະຄຣິດເຈົ້າເຢຊູ, |
|
| 6 |
|
| ພຣະອົງຊົງສະພາບຂອງພຣະເຈົ້າ ແຕ່ບໍ່ໄດ້ຊົງຖືວ່າການເທົ່າທຽມ ກັບພຣະເຈົ້ານັ້ນ ເປັນສິ່ງທີ່ຕ້ອງຢຶດຫວງໄວ້ |
|
| 7 |
|
| ແຕ່ໄດ້ກັບຊົງຍອມສະຫລະ ແລະ ຊົງຮັບສະພາບຂ້ອຍຂ້າ. ຊົງຖືກຳເນີດເປັນມະນຸດ. |
|
| 8 |
|
| ແລະເມື່ອຊົງປາກົດພຣະອົງ ໃນສະພາບມະນຸດແລ້ວ ພຣະອົງກໍຊົງຖ່ອມພຣະອົງລົງ. ຍອມເຊື່ອຟັງຈົນເຖິງຄວາມມໍຣະນາ ຄືເຖິງຄວາມມໍຣະນາທີ່ໄມ້ກາງແຂນ. |
|
| 9 |
|
| ເຫດສະນັ້ນ ພຣະເຈົ້າຈຶ່ງໄດ້ຊົງຍົກພຣະອົງ ຂຶ້ນເຖິງທີ່ສູງສຸດ ແລະ ໄດ້ຊົງປະທານພຣະນາມນັ້ນ ຊຶ່ງຢູ່ເໜືອນາມທັງປວງໃຫ້ແກ່ພຣະອົງ. |
|
| 10 |
|
| ເພື່ອເພາະພຣະນາມນັ້ນ ທຸກຫົວເຂົ່າໃນສະຫວັນ ເທິງແຜ່ນດິນໂລກ ແລະໃຕ້ພື້ນດິນກໍດີ ຈະຄຸເຂົ່າລົງ ຂາບພຣະເຢຊູເຈົ້າ. |
|
| 11 |
|
| ເພື່ອທຸກລີ້ນຈະຍອມຮັບວ່າ ພຣະເຢຊູຄຣິດເຈົ້າຊົງເປັນ ອົງພຣະຜູ້ເປັນເຈົ້າ ອັນເປັນການຖວາຍພຣະກຽດ ແກ່ພຣະເຈົ້າຄືພຣະບິດາເຈົ້າ. |
|
| 12 |
|
| ດ້ວຍເຫດນີ້ ພວກທີ່ຮັກຂອງເຮົາເອີຍ, ເໝືອນດັ່ງເຈົ້າທັງຫລາຍເຄີຍເຊື່ອຟັງທຸກເວລາສັນໃດ ພວກເຈົ້າຈົ່ງອົດສາພະຍາຍາມດ້ວຍຄວາມຢຳເກງແລະຕົວສັ່ນ ເພື່ອໃຫ້ໄດ້ຄວາມພົ້ນສັນນັ້ນ ບໍ່ແມ່ນສະເພາະແຕ່ເມື່ອເຮົາຢູ່ນຳພວກເຈົ້າເທົ່ານັ້ນ ແຕ່ຈົ່ງເຮັດຫລາຍກວ່ານັ້ນອີກໃນເມື່ອເຮົາບໍ່ຢູ່ນຳ. |
|
| 13 |
|
| ເພາະວ່າແມ່ນພຣະເຈົ້າ ເປັນຜູ້ຊົງກະທຳການຢູ່ພາຍໃນເຈົ້າທັງຫລາຍໃຫ້ມີໃຈປາຖະໜາ ແລະໃຫ້ເຮັດໄປເພື່ອເປັນທີ່ພໍພຣະໄທຂອງພຣະອົງ. |
|
| 14 |
|
| ຈົ່ງເຮັດທຸກສິ່ງໂດຍບໍ່ມີການຈົ່ມແລະການຖົກຖຽງກັນ, |
|
| 15 |
|
| ເພື່ອວ່າພວກເຈົ້າຈະບໍ່ຖືກຕິຕຽນ ແລະບໍ່ມີຄວາມຜິດ ເປັນລູກຂອງພຣະເຈົ້າຜູ້ປາສະຈາກຄວາມຜິດ ໃນການດຳເນີນຊີວິດຢູ່ໃນໂລກ ທີ່ເຕັມໄປດ້ວຍການສໍ້ໂກງແລະຊົ່ວຊ້າ. ພວກເຈົ້າຕ້ອງສ່ອງແຈ້ງຢູ່ໃນທ່າມກາງພວກເຂົາ ດັ່ງດວງດາວທີ່ສ່ອງແສງຢູ່ໃນທ້ອງຟ້າ, |
|
| 16 |
|
| ໂດຍນຳພຣະທຳທີ່ໃຫ້ຊີວິດໄປສູ່ພວກເຂົາ ຖ້າເຮັດດັ່ງນັ້ນ, ເຮົາກໍຈະມີເຫດຜົນອວດອ້າງໄດ້ໃນວັນຂອງພຣະຄຣິດວ່າ ຄວາມບາກບັ່ນແລະພາລະກິດຂອງເຮົາທັງໝົດ ບໍ່ໄດ້ໄຮ້ປະໂຫຍດ. |
|
| 17 |
|
| ເຖິງແມ່ນຕົວເຮົາຈະເສຍສະຫລະຊີວິດເປັນດັ່ງເຄື່ອງດື່ມໃຫ້ຄົບເຄື່ອງບູຊາ ທີ່ພວກເຈົ້າຖວາຍດ້ວຍຄວາມເຊື່ອຂອງພວກເຈົ້າ ເຮົາຍັງມີຄວາມຍິນດີ ແລະຊົມຊື່ນຍິນດີຮ່ວມກັບພວກເຈົ້າທຸກຄົນ. |
|
| 18 |
|
| ຊຶ່ງເຈົ້າທັງຫລາຍກໍຄວນຈະຍິນດີດ້ວຍກັນກັບເຮົາ ແລະຊື່ນຊົມດ້ວຍຢ່າງດຽວກັນ. |
|
| 19 |
|
| ຖ້າເປັນນໍ້າພຣະໄທຂອງອົງພຣະເຢຊູເຈົ້າ ເຮົາຫວັງວ່າ ຈະໃຊ້ຕີໂມທຽວມາຫາພວກເຈົ້າໃນບໍ່ຊ້ານີ້ ເພື່ອວ່າເຮົາຈະໄດ້ຮັບຄວາມໜູນໃຈ ເມື່ອໄດ້ຍິນຂ່າວກ່ຽວກັບພວກເຈົ້າ. |
|
| 20 |
|
| ເຮົາບໍ່ມີຜູ້ໃດທີ່ມີນໍ້າໃຈເໝືອນຕີໂມທຽວ ຜູ້ເປັນຄົນເອົາໃຈໃສ່ໃນຄວາມສຸກທຸກຂອງພວກເຈົ້າໂດຍແທ້. |
|
| 21 |
|
| ສ່ວນຄົນອື່ນໆ ຕ່າງກໍຫ່ວງນຳແຕ່ທຸລະສ່ວນຕົວຂອງຕົນ ບໍ່ຫ່ວງນຳພາລະກິດຂອງພຣະເຢຊູຄຣິດເຈົ້າ. |
|
| 22 |
|
| ພວກເຈົ້າເອງກໍຮູ້ດີແລ້ວວ່າ ເພິ່ນໄດ້ພິສູດຄຸນຄ່າຂອງເພິ່ນແລ້ວ ແລະເພິ່ນກັບເຮົາກໍເປັນດັ່ງລູກກັບພໍ່ ທີ່ໄດ້ດຳເນີນພາລະກິດຮ່ວມກັນ ເພື່ອເຫັນແກ່ຂ່າວປະເສີດ. |
|
| 23 |
|
| ສະນັ້ນ ເຮົາຈຶ່ງຫວັງຈະໃຊ້ເພິ່ນມາຫາພວກເຈົ້າທັນທີໂລດ ເມື່ອເຮົາຮູ້ຢ່າງຈະແຈ້ງເຖິງຊາຕາກຳຂອງເຮົາ. |
|
| 24 |
|
| ຝ່າຍເຮົາກໍວາງໃຈໃນອົງພຣະຜູ້ເປັນເຈົ້າວ່າ ເຮົາຈະມາຫາພວກເຈົ້າໃນບໍ່ຊ້ານີ້ເໝືອນກັນ. |
|
| 25 |
|
| ເຮົາຄິດເຫັນວ່າ ມີຄວາມຈຳເປັນທີ່ຈະໃຊ້ເອປາໂຟດີໂຕ ນ້ອງຊາຍຂອງເຮົາໄປຫາພວກເຈົ້າ ເພິ່ນເປັນຜູ້ຮ່ວມງານ ແລະເປັນຜູ້ສູ້ຮົບຄຽງບ່າຄຽງໄຫລ່ກັບເຮົາ ເພິ່ນເປັນຜູ້ທີ່ພວກເຈົ້າໃຊ້ມາຊ່ວຍເຫລືອເກື້ອກຸນເຮົາໃນຍາມຂັດສົນ. |
|
| 26 |
|
| ເພິ່ນມີໃຈຮ້ອນຮົນຢາກເຫັນພວກເຈົ້າທຸກຄົນ ແລະ ເປັນທຸກໃຈເນື່ອງຈາກພວກເຈົ້າໄດ້ຮັບຂ່າວວ່າເພິ່ນບໍ່ສະບາຍ. |
|
| 27 |
|
| ຕາມທີ່ຈິງແລ້ວເພິ່ນປ່ວຍເກືອບຕາຍ ແຕ່ພຣະເຈົ້າໄດ້ຊົງໂຜດເມດຕາ ພຣະອົງບໍ່ໄດ້ຊົງໂຜດເມດຕາພຽງແຕ່ເພິ່ນຜູ້ດຽວເທົ່ານັ້ນ ແຕ່ແກ່ເຮົາດ້ວຍ ເພື່ອບໍ່ໃຫ້ເຮົາມີຄວາມທຸກຊ້ອນທຸກ. |
|
| 28 |
|
| ສະນັ້ນ ເຮົາຈຶ່ງຟ້າວໃຊ້ເພິ່ນກັບຄືນມາຫາພວກເຈົ້າ ເພື່ອວ່າພວກເຈົ້າຈະດີໃຈຕື່ມອີກເມື່ອເຫັນເພິ່ນ ແລະຄວາມທຸກໃຈຂອງເຮົາກໍຈະເບົາບາງລົງ. |
|
| 29 |
|
| ເຫດສະນັ້ນ ຈົ່ງຕ້ອນຮັບເພິ່ນໄວ້ດ້ວຍຄວາມຊົມຊື່ນຍິນດີ ເໝືອນດັ່ງພີ່ນ້ອງຄົນໜຶ່ງໃນອົງພຣະຜູ້ເປັນເຈົ້າ ແລະໃຫ້ນັບຖືທຸກຄົນທີ່ເປັນແບບດຽວກັນກັບເພິ່ນ, |
|
| 30 |
|
| ເພາະເພິ່ນໄດ້ສ່ຽງຊີວິດເກືອບຕາຍ ເພື່ອພາລະກິດຂອງພຣະຄຣິດ ທັງໄດ້ສ່ຽງຊີວິດເຮັດໜ້າທີ່ບົວລະບັດຮັບໃຊ້ເຮົາຕາງພວກເຈົ້າທີ່ບໍ່ອາດເຮັດໄດ້. |
|
|
|
|