|
| 1 |
|
| ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ ຜູ້ເປັນທີ່ປາຖະໜາ ເປັນທີ່ຍິນດີ ແລະເປັນມົງກຸດຂອງເຮົາ ພວກທີ່ຮັກຂອງເຮົາເອີຍ ຈົ່ງຕັ້ງໝັ້ນຢູ່ໃນອົງພຣະຜູ້ເປັນເຈົ້າ. |
|
| 2 |
|
| ເຮົາຂໍເຕືອນນາງຢູໂອເດຍ ແລະ ນາງຊີນຕີເຂ ເຮົາຂໍຮ້ອງພວກເຈົ້າໃຫ້ຖືກຕ້ອງປອງດອງກັນ ເໝືອນຢ່າງເອື້ອຍນ້ອງໃນອົງພຣະຜູ້ເປັນເຈົ້າ. |
|
| 3 |
|
| ເຮົາຂໍຮ້ອງພວກເຈົ້າ ຜູ້ເປັນເພື່ອນຮ່ວມງານທີ່ສັດຊື່ຂອງເຮົາແທ້ໆ ເຮົາຢາກໃຫ້ເຈົ້າຊ່ວຍເຫລືອຍິງທັງສອງຄົນນີ້ ເພາະພວກເຂົາໄດ້ເຮັດວຽກຢ່າງໜັກໜ່ວງກັບເຮົາ ໃນວຽກງານຂ່າວປະເສີດຮ່ວມກັບກະເລເມ ແລະເພື່ອນຮ່ວມງານຄົນອື່ນໆຂອງເຮົາດ້ວຍ ຊຶ່ງຊື່ຂອງເຂົາທັງຫລາຍມີຢູ່ໃນທະບຽນແຫ່ງຊີວິດແລ້ວ. |
|
| 4 |
|
| ຈົ່ງຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າທຸກເວລາ ເຮົາຂໍຢໍ້າອີກວ່າ ຈົ່ງຊົມຊື່ນຍິນດີເທີ້ນ. |
|
| 5 |
|
| ຈົ່ງໃຫ້ໃຈອ່ອນສຸພາບຂອງເຈົ້າທັງຫລາຍປາກົດແກ່ຄົນທັງປວງ ອົງພຣະຜູ້ເປັນເຈົ້າຊົງຢູ່ໃກ້ແລ້ວ. |
|
| 6 |
|
| ຢ່າທຸກຮ້ອນໃຈດ້ວຍສິ່ງໃດເລີຍ ແຕ່ຈົ່ງທູນເລື່ອງຄວາມປາຖະໜາທຸກຢ່າງຂອງພວກເຈົ້າ ຕໍ່ພຣະເຈົ້າດ້ວຍການພາວັນນາອະທິຖານ ດ້ວຍການອ້ອນວອນທູນຂໍ ແລະດ້ວຍຈິດໃຈໂມທະນາຂອບພຣະຄຸນ. |
|
| 7 |
|
| ແລ້ວສັນຕິສຸກອັນມາແຕ່ພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈ ຈະເຝົ້າຮັກສາຈິດໃຈ ແລະຄວາມຄິດຂອງເຈົ້າທັງຫລາຍ ໄວ້ໃນພຣະຄຣິດເຈົ້າເຢຊູ. |
|
| 8 |
|
| ພີ່ນ້ອງທັງຫລາຍເອີຍ ໃນທີ່ສຸດນີ້ ສິ່ງໃດທີ່ສັດຈິງ ສິ່ງໃດທີ່ໜ້ານັບຖື ສິ່ງໃດທີ່ຍຸດຕິທຳ ສິ່ງໃດທີ່ບໍຣິສຸດ ສິ່ງໃດທີ່ໜ້າຮັກ ສິ່ງໃດທີ່ໜ້າຍິນດີ ສິ່ງໃດທີ່ລໍ້າເລີດ ແລະຖ້າມີສິ່ງໃດຄວນແກ່ການສັນລະເສີນ ຈົ່ງພິຈາລະນາເຖິງສິ່ງເຫຼົ່ານັ້ນ. |
|
| 9 |
|
| ຈົ່ງເຮັດທຸກສິ່ງທີ່ພວກເຈົ້າໄດ້ຮຽນຮູ້ ໄດ້ຮັບໄວ້ ໄດ້ຍິນແລະໄດ້ເຫັນໃນເຮົາແລ້ວ ແລະພຣະເຈົ້າຜູ້ຊົງໂຜດປະທານສັນຕິສຸກ ຈະຊົງສະຖິດຢູ່ນຳເຈົ້າທັງຫລາຍ. |
|
| 10 |
|
| ໃນອົງພຣະຜູ້ເປັນເຈົ້າຂອງເຮົານັ້ນ ເຮົາຊົມຊື່ນຍິນດີຫລາຍ ເພາະໃນທີ່ສຸດ ພວກເຈົ້າກໍໄດ້ລະນຶກເຖິງເຮົາອີກ ເຮົາບໍ່ໄດ້ໝາຍຄວາມວ່າພວກເຈົ້າເຊົາເປັນຫ່ວງເຮົາແລ້ວ ແຕ່ພວກເຈົ້າຍັງບໍ່ໄດ້ມີໂອກາດສະແດງອອກເທົ່ານັ້ນ. |
|
| 11 |
|
| ເຮົາບໍ່ໄດ້ຈົ່ມເຖິງເລື່ອງການຂັດສົນ ເພາະເຮົາຈະມີຖານະຢ່າງໃດກໍຕາມ ເຮົາກໍຮຽນຮູ້ແລ້ວທີ່ຈະພໍໃຈຢູ່ຢ່າງນັ້ນ. |
|
| 12 |
|
| ເຮົາຮູ້ຈັກທີ່ຈະປະສົບກັບການຕົກຕໍ່າ ແລະຮູ້ຈັກທີ່ຈະປະສົບກັບຄວາມອຸດົມສົມບູນ ບໍ່ວ່າໃນກໍລະນີໃດໆ ເຮົາໄດ້ຮຽນຮູ້ເຖິງແງ່ຄວາມລັບ ທີ່ຈະປະສົບກັບຄວາມອີ່ມທ້ອງແລະຄວາມອຶດຢາກ ຄວາມສົມບູນພູນສຸກແລະຄວາມຂັດສົນ. |
|
| 13 |
|
| ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງຜູ້ຊົງຊູກຳລັງເຮົາ. |
|
| 14 |
|
| ເຖິງປານນັ້ນ ກໍເປັນຄວາມກະລຸນາຂອງເຈົ້າທັງຫລາຍ ທີ່ໄດ້ຮ່ວມທຸກກັບເຮົາ. |
|
| 15 |
|
| ພວກເຈົ້າຊາວຟີລິບປອຍເອີຍ, ພວກເຈົ້າກໍຮູ້ດີຢູ່ວ່າ ການປະກາດຂ່າວປະເສີດໃນຄັ້ງທຳອິດນັ້ນ ຄືເມື່ອເຮົາໄດ້ຈາກແຂວງມາເກໂດເນຍໄປນັ້ນ ແມ່ນພວກເຈົ້າຄຣິສຕະຈັກດຽວເທົ່ານັ້ນ ທີ່ຊ່ວຍເຫລືອເຮົາ ມີແຕ່ພວກເຈົ້າເທົ່ານັ້ນ ທີ່ມີສ່ວນຮ່ວມໃນລາຍໄດ້ລາຍຈ່າຍກັບເຮົາ. |
|
| 16 |
|
| ເມື່ອເຮົາຢູ່ໃນເມືອງເທສະໂລນິກ ຂະນະທີ່ເຮົາມີຄວາມຂັດສົນ ພວກເຈົ້າກໍໄດ້ສົ່ງຂອງໄປຊ່ວຍເຮົາຫລາຍກວ່າໜຶ່ງຄັ້ງ. |
|
| 17 |
|
| ບໍ່ແມ່ນວ່າເຮົາປາຖະໜາຈະໄດ້ຮັບຂອງຖວາຍຈາກເຈົ້າທັງຫລາຍ ແຕ່ເຮົາປາຖະໜາຢາກໃຫ້ພວກເຈົ້າ ໄດ້ຜົນກຳໄລເພີ່ມຂຶ້ນໃນບັນຊີຂອງພວກເຈົ້າ. |
|
| 18 |
|
| ເຮົາໄດ້ຮັບຄົບຈຳນວນ ແລະມີບໍຣິບູນຢູ່ແລ້ວ ເຮົາກໍອີ່ມເຕັມໃຈຢູ່ ເພາະໄດ້ຮັບຂອງຈາກເອປາໂຟດີໂຕ ຊຶ່ງເຈົ້າທັງຫລາຍສົ່ງໄປໃຫ້ ເປັນຂອງຖວາຍທີ່ມີກິ່ນຫອມຫວານ ເປັນເຄື່ອງບູຊາທີ່ຊົງໂຜດຮັບ ແລະເປັນທີ່ພໍພຣະໄທພຣະເຈົ້າ. |
|
| 19 |
|
| ແລະພຣະເຈົ້າຂອງເຮົາຈະຊົງໂຜດປະທານສາລະພັດ ທີ່ພວກເຈົ້າຂາດຢູ່ນັ້ນ ຈາກຊັບອັນຮຸ່ງເຮືອງຂອງພຣະອົງໃນພຣະຄຣິດເຈົ້າເຢຊູ. |
|
| 20 |
|
| ຂໍໃຫ້ພຣະກຽດຕິຍົດ ຈົ່ງມີແກ່ພຣະເຈົ້າ ຄືພຣະບິດາເຈົ້າຂອງເຮົາທັງຫລາຍສືບໆໄປເປັນນິດ ອາແມນ. |
|
| 21 |
|
| ເຮົາຂໍຝາກຄວາມຄິດເຖິງ ມາຍັງໄພ່ພົນຂອງພຣະເຈົ້າທຸກຄົນ ໃນພຣະຄຣິດເຈົ້າເຢຊູ ພີ່ນ້ອງທັງຫລາຍທີ່ຢູ່ກັບເຮົາ ກໍສົ່ງຄວາມຄິດເຖິງມາດ້ວຍ. |
|
| 22 |
|
| ໄພ່ພົນທັງປວງຂອງພຣະເຈົ້າ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າດ້ວຍ ໂດຍສະເພາະແລ້ວແມ່ນພວກທີ່ເຮັດວຽກຢູ່ໃນວັງຂອງຈັກກະພັດ. |
|
| 23 |
|
| ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າທຸກຄົນເທີ້ນ ອາແມນ. |
|
|
|
|