|
| 1 |
|
| ຈາກໂປໂລ ຜູ້ທີ່ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູ ຕາມນໍ້າພຣະໄທຂອງພຣະເຈົ້າ ແລະຈາກຕີໂມທຽວນ້ອງຊາຍຂອງພວກເຮົາ. |
|
| 2 |
|
| ເຖິງໄພ່ພົນຂອງພຣະເຈົ້າໃນເມືອງໂກໂລຊາຍ ຜູ້ເຫຼື້ອມໃສສັດທາໃນພຣະຄຣິດ. ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີ້ນ. |
|
| 3 |
|
| ເມື່ອພວກເຮົາພາວັນນາອະທິຖານເພື່ອພວກເຈົ້ານັ້ນ ພວກເຮົາກໍໂມທະນາຂອບພຣະຄຸນພຣະເຈົ້າ ພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາຢູ່ສະເໝີ. |
|
| 4 |
|
| ດ້ວຍວ່າ, ພວກເຮົາໄດ້ຍິນເຖິງຄວາມເຊື່ອຂອງພວກເຈົ້າໃນພຣະຄຣິດເຈົ້າເຢຊູ ແລະເຖິງເລື່ອງຄວາມຮັກຂອງພວກເຈົ້າ ທີ່ມີຕໍ່ໄພ່ພົນຂອງພຣະເຈົ້າທຸກຄົນ. |
|
| 5 |
|
| ເມື່ອຖ້ອຍຄຳແຫ່ງຄວາມຈິງ ຄືຂ່າວປະເສີດມາເຖິງພວກເຈົ້າເປັນເທື່ອທຳອິດນັ້ນ ພວກເຈົ້າກໍໄດ້ຮັບຮູ້ເຖິງຄວາມຫວັງທີ່ມີໃນຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອກັບຄວາມຮັກຂອງພວກເຈົ້າ ຈຶ່ງຝັງຮາກຢູ່ເທິງສິ່ງທີ່ພວກເຈົ້າຫວັງ ພຣະເຈົ້າໄດ້ຊົງຮັກສາໄວ້ສຳລັບພວກເຈົ້າໃນສະຫວັນ. |
|
| 6 |
|
| ຂ່າວປະເສີດສືບຕໍ່ນຳພຣະພອນມາສູ່ມະນຸດທັງປວງ ແລະແຜ່ຂະຫຍາຍໄປທົ່ວໂລກ ດັ່ງທີ່ມີໃນທ່າມກາງພວກເຈົ້າ ຕັ້ງແຕ່ວັນທີ່ພວກເຈົ້າໄດ້ຍິນເທື່ອທຳອິດ ເຖິງພຣະຄຸນຂອງພຣະເຈົ້າ ແລະຮຽນຮູ້ຮັບເອົາຕາມຄວາມຈິງນັ້ນ. |
|
| 7 |
|
| ດັ່ງທີ່ພວກເຈົ້າໄດ້ຮຽນຮູ້ຈາກເອປາຟາ ເພື່ອນຮັບໃຊ້ທີ່ຮັກຂອງພວກເຮົາ ຜູ້ທີ່ເຮັດວຽກງານຂອງພຣະຄຣິດແທນເຮົາຢ່າງສັດຊື່. |
|
| 8 |
|
| ເພິ່ນໄດ້ເລົ່າໃຫ້ພວກເຮົາຟັງເຖິງຄວາມຮັກ ຊຶ່ງພຣະວິນຍານໄດ້ຊົງໂຜດປະທານແກ່ພວກເຈົ້າ. |
|
| 9 |
|
| ເພາະເຫດນີ້ ຕັ້ງແຕ່ວັນທີ່ພວກເຮົາໄດ້ຍິນເຖິງເລື່ອງພວກເຈົ້າ ພວກເຮົາຈຶ່ງໄດ້ພາວັນນາອະທິຖານເພື່ອພວກເຈົ້າສະເໝີ ພວກເຮົາທູນຂໍພຣະເຈົ້າໂຜດໃຫ້ພວກເຈົ້າມີຄວາມຮອບຮູ້ເຖິງນໍ້າພຣະໄທຂອງພຣະອົງ ໃນພຣະປັນຍາກັບຄວາມເຂົ້າໃຈທຸກຢ່າງ ຊຶ່ງມາຈາກພຣະວິນຍານ. |
|
| 10 |
|
| ເພື່ອພວກເຈົ້າຈະໄດ້ດຳເນີນຊີວິດຕາມທີ່ສົມຄວນໃນອົງພຣະຜູ້ເປັນເຈົ້າ ແລະເປັນທີ່ພໍພຣະໄທພຣະອົງຢ່າງແທ້ຈິງ ໃຫ້ພວກເຈົ້າເກີດຜົນໃນການດີທຸກຢ່າງ ແລະຈະເລີນຂຶ້ນໃນຄວາມຮູ້ເຖິງພຣະເຈົ້າ. |
|
| 11 |
|
| ຂໍໃຫ້ພວກເຈົ້າມີກຳລັງເຂັ້ມແຂງຂຶ້ນທຸກຢ່າງ ໂດຍຣິດອຳນາດອັນຮຸ່ງເຮືອງຂອງພຣະອົງ ເພື່ອວ່າພວກເຈົ້າຈະສາມາດອົດທົນຕໍ່ທຸກສິ່ງໄດ້ ແລະມີຄວາມໝັ່ນພຽນດ້ວຍຄວາມຍິນດີ. |
|
| 12 |
|
| ຈົ່ງໂມທະນາຂອບພຣະຄຸນພຣະບິດາເຈົ້າ ຜູ້ຊົງບັນດານໃຫ້ເຈົ້າທັງຫລາຍສົມກັບທີ່ຈະເຂົ້າສ່ວນ ໄດ້ຮັບມໍຣະດົກດ້ວຍກັນກັບພວກໄພ່ພົນໃນຄວາມສະຫວ່າງ. |
|
| 13 |
|
| ພຣະອົງໄດ້ຊ່ວຍກູ້ເອົາພວກເຮົາອອກມາຈາກອຳນາດຂອງຄວາມມືດ ແລະໄດ້ນຳພາພວກເຮົາເຂົ້າໄປຕັ້ງໄວ້ໃນອານາຈັກແຫ່ງພຣະບຸດທີ່ຮັກຂອງພຣະອົງ, |
|
| 14 |
|
| ໂດຍພຣະບຸດນັ້ນ ພວກເຮົາຈຶ່ງໄດ້ຮັບການໄຖ່ໃຫ້ພົ້ນ ແລະຊົງຍົກການບາບທັງຫລາຍຂອງພວກເຮົາ. |
|
| 15 |
|
| ພຣະອົງຊົງເປັນແບບລັກສະນະຂອງພຣະເຈົ້າຜູ້ ຊຶ່ງຕາເຫັນບໍ່ໄດ້ ຊົງເປັນບຸດກົກເໜືອສາລະພັດທີ່ຊົງເນຣະມິດສ້າງຂຶ້ນນັ້ນ. |
|
| 16 |
|
| ດ້ວຍວ່າ, ໂດຍພຣະອົງນັ້ນພຣະເຈົ້າໄດ້ຊົງສ້າງສັບພະທຸກສິ່ງ ທັງໃນສະຫວັນແລະເທິງແຜ່ນດິນໂລກ ສິ່ງທີ່ຕາເຫັນໄດ້ແລະສິ່ງທີ່ຕາເຫັນບໍ່ໄດ້ ເປັນພຣະທີ່ນັ່ງ ຫຼືອານຸພາບ ຫຼືບັນດາຜູ້ຄອບຄອງ ແລະບັນດາຜູ້ມີສິດອຳນາດທັງຫລາຍ ພຣະເຈົ້າໄດ້ສ້າງສັບພະສິ່ງທັງໝົດນີ້ໂດຍທາງພຣະອົງ ແລະສຳລັບພຣະອົງ. |
|
| 17 |
|
| ພຣະອົງຊົງເປັນຢູ່ກ່ອນສັບພະທຸກສິ່ງ ແລະສັບພະທຸກສິ່ງກໍດຳລົງເປັນລະບຽບຢູ່ໂດຍພຣະອົງ. |
|
| 18 |
|
| ພຣະອົງຊົງເປັນຫົວຂອງກາຍ ຄືຄຣິສຕະຈັກ ພຣະອົງຊົງເປັນປະຖົມ ເປັນຜູ້ທຳອິດທີ່ຖືກຊົງບັນດານໃຫ້ຄືນມາຈາກຕາຍ ເພື່ອພຣະອົງຈະຊົງເປັນເອກໃນສັບພະສິ່ງທັງປວງ. |
|
| 19 |
|
| ເພາະວ່າພຣະເຈົ້າຊົງພໍພຣະໄທ ທີ່ຈະໃຫ້ສະພາບຂອງພຣະເຈົ້າສະຖິດຢູ່ໃນພຣະບຸດຢ່າງເຕັມບໍລິບູນ. |
|
| 20 |
|
| ແລະໂດຍພຣະອົງນັ້ນ ຈະໄດ້ຊົງໃຫ້ສິ່ງສາລະພັດກັບຄືນດີກັບພຣະເຈົ້າ ບໍ່ວ່າສິ່ງນັ້ນຈະຢູ່ໃນແຜ່ນດິນໂລກ ຫລືໃນສະຫວັນ ພຣະອົງໄດ້ຊົງບັນດານໃຫ້ເກີດສັນຕິພາບດ້ວຍພຣະໂລຫິດ ຊຶ່ງໄຫລທີ່ໄມ້ກາງແຂນຂອງພຣະອົງ. |
|
| 21 |
|
| ແລະເຈົ້າທັງຫລາຍ ຊຶ່ງເມື່ອກ່ອນນັ້ນບໍ່ແມ່ນພົນລະເມືອງຂອງພຣະເຈົ້າ ແຕ່ເປັນສັດຕູທາງດ້ານຈິດໃຈດ້ວຍການຊົ່ວຮ້າຍຕ່າງໆ, |
|
| 22 |
|
| ແຕ່ບັດນີ້ ໂດຍຄວາມຕາຍທາງດ້ານຮ່າງກາຍ ຄືເນື້ອໜັງຂອງພຣະອົງ ພຣະເຈົ້າໄດ້ຊົງເຮັດໃຫ້ພວກເຈົ້າເປັນມິດກັບພຣະອົງ ເພື່ອໃຫ້ເປັນຜູ້ບໍຣິສຸດ ແລະບໍ່ມີທີ່ຕິຕຽນຢູ່ຊ້ອງໜ້າພຣະອົງ. |
|
| 23 |
|
| ແຕ່ພວກເຈົ້າຕ້ອງຕັ້ງໝັ້ນຢູ່ໃນຄວາມເຊື່ອ ເທິງຮາກຖານອັນໝັ້ນຄົງແລະຖາວອນ ຢ່າໄດ້ໜີຈາກຄວາມຫວັງທີ່ພວກເຈົ້າມີ ເມື່ອໄດ້ຍິນຂ່າວປະເສີດແລ້ວນັ້ນ ແມ່ນຂ່າວປະເສີດນັ້ນແຫຼະ ທີ່ໄດ້ແຜ່ຂະຫຍາຍໄປສູ່ມວນມະນຸດທົ່ວໃຕ້ຟ້າ ຊຶ່ງເຮົາຄືໂປໂລ ໄດ້ກາຍເປັນຜູ້ຮັບໃຊ້ໃນການປະກາດຂ່າວປະເສີດນັ້ນ. |
|
| 24 |
|
| ບັດນີ້ ເຮົາມີຄວາມຍິນດີທີ່ໄດ້ທົນທຸກເພື່ອພວກເຈົ້າ ສ່ວນການທົນທຸກຂອງພຣະຄຣິດທີ່ຍັງຂາດຢູ່ນັ້ນ ເຮົາກໍຮັບທົນທຸກຈົນສຳເລັດໃນຮ່າງກາຍຂອງເຮົາ ເພື່ອເຫັນແກ່ພຣະກາຍຂອງພຣະອົງ ຄືຄຣິສຕະຈັກ. |
|
| 25 |
|
| ເຮົາໄດ້ມາເປັນຜູ້ຮັບໃຊ້ຄຣິສຕະຈັກນັ້ນ ຕາມທີ່ພຣະເຈົ້າໄດ້ຊົງມອບໝາຍໃຫ້ເຮົາ ເພື່ອເປັນຜົນດີແກ່ພວກເຈົ້າ ໃນການປະກາດເລື່ອງພຣະເຈົ້າຢ່າງຄົບຖ້ວນ, |
|
| 26 |
|
| ຊຶ່ງເປັນຂໍ້ຄວາມອັນເລິກລັບ ທີ່ພຣະອົງໄດ້ເຊື່ອງຊ້ອນໄວ້ຈາກມວນມະນຸດແຕ່ໃດໆມາ, ແຕ່ບັດນີ້ ໄດ້ເປີດເຜີຍໃຫ້ໄພ່ພົນຂອງພຣະອົງຮູ້ແລ້ວ. |
|
| 27 |
|
| ພຣະເຈົ້າຊົງມີພຣະປະສົງທີ່ຈະສຳແດງໃຫ້ໄພ່ພົນເຫຼົ່ານັ້ນຮູ້ວ່າ ໃນທ່າມກາງຄົນຕ່າງຊາດ ອັນໃດເປັນຄວາມຮັ່ງມີຂອງສະຫງ່າຣາສີແຫ່ງຂໍ້ເລິກລັບ ຄືທີ່ພຣະຄຣິດຊົງສະຖິດຢູ່ໃນເຈົ້າທັງຫລາຍ ຊຶ່ງເປັນເຫດໃຫ້ຫວັງວ່າຈະໄດ້ເຖິງສະຫງ່າຣາສີນັ້ນ. |
|
| 28 |
|
| ພຣະອົງນັ້ນແຫຼະ ທີ່ພວກເຮົາປະກາດໃຫ້ແກ່ທຸກຄົນໂດຍເຕືອນສະຕິ ແລະສັ່ງສອນດ້ວຍປັນຍາທຸກຢ່າງ ເພື່ອຈະໄດ້ຖວາຍທຸກຄົນຊ້ອງໜ້າພຣະເຈົ້າ ເໝືອນເປັນຄົນໃຫຍ່ຄົບຖ້ວນແລ້ວໃນພຣະຄຣິດ. |
|
| 29 |
|
| ເພື່ອການນີ້ແຫຼະ, ເຮົາຈຶ່ງທົນການໜັກໜ່ວງດ້ວຍອົດສາສູ້ ຕາມພຣະກຳລັງຂອງພຣະອົງ ຜູ້ຊົງໂຜດກະທຳດ້ວຍຣິດອຳນາດໃນຕົວເຮົາຢູ່. |
|
|
|
|