|
| 1 |
|
| ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ ຄຣິສຕະຈັກຊາວເທສະໂລນິກ ທີ່ເປັນຂອງພຣະເຈົ້າ ພຣະບິດາເຈົ້າ ແລະຂອງອົງພຣະເຢຊູຄຣິດເຈົ້າ: ຂໍໃຫ້ພຣະຄຸນແລະສັນຕິສຸກ ຈົ່ງມີຢູ່ກັບພີ່ນ້ອງທັງຫລາຍເທີ້ນ. |
|
| 2 |
|
| ພວກເຮົາໂມທະນາຂອບພຣະຄຸນພຣະເຈົ້າຢູ່ສະເໝີ ສຳລັບພວກເຈົ້າທຸກຄົນ ແລະພວກເຮົາກໍລະນຶກເຖິງພວກເຈົ້າທຸກເທື່ອ ເມື່ອພວກເຮົາພາວັນນາອະທິຖານ. |
|
| 3 |
|
| ໂດຍບໍ່ໄດ້ຢຸດຢັ້ງໃນການລະນຶກເຖິງກິດຈະການຂອງເຈົ້າທັງຫລາຍ ອັນເກີດມາຈາກຄວາມເຊື່ອກັບທັງການງານອັນໜັກໜ່ວງ ທີ່ພວກເຈົ້າຍອມເຮັດຍ້ອນຄວາມຮັກ ແລະຄວາມໝັ່ນພຽນ ອັນມີມາຈາກຄວາມໄວ້ວາງໃຈໃນອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. |
|
| 4 |
|
| ພີ່ນ້ອງທັງຫລາຍເອີຍ ພວກເຮົາຮູ້ວ່າພຣະເຈົ້າຮັກພວກເຈົ້າ ແລະໄດ້ເລືອກເອົາພວກເຈົ້າໃຫ້ເປັນໄພ່ພົນຂອງພຣະອົງ. |
|
| 5 |
|
| ເພາະພວກເຮົາໄດ້ນຳເອົາຂ່າວປະເສີດມາເຖິງພວກເຈົ້າ ບໍ່ແມ່ນເປັນພຽງແຕ່ຖ້ອຍຄຳເທົ່ານັ້ນ ແຕ່ດ້ວຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍຄວາມໝັ້ນໃຈອັນຄົບຖ້ວນວ່າ ຂ່າວປະເສີດນັ້ນເປັນຄວາມຈິງ ພວກເຈົ້າກໍຮູ້ວ່າພວກເຮົາໄດ້ດຳເນີນຊີວິດຢ່າງໃດ ເມື່ອພວກເຮົາຢູ່ກັບພວກເຈົ້າ ເພາະເຫັນແກ່ເຈົ້າທັງຫລາຍ. |
|
| 6 |
|
| ພວກເຈົ້າໄດ້ເອົາແບບຢ່າງຂອງພວກເຮົາ ພ້ອມທັງຂອງອົງພຣະຜູ້ເປັນເຈົ້າ ເຖິງແມ່ນວ່າພວກເຈົ້າໄດ້ຮັບຄວາມທົນທຸກຢ່າງໜັກໜ່ວງກໍຕາມ ພວກເຈົ້າກໍຮັບເອົາພຣະຄຳນັ້ນ ດ້ວຍຄວາມຊົມຊື່ນຍິນດີທີ່ມາຈາກພຣະວິນຍານບໍຣິສຸດເຈົ້າ. |
|
| 7 |
|
| ດັ່ງນັ້ນ ພວກເຈົ້າຈຶ່ງກາຍເປັນແບບຢ່າງ ໃຫ້ແກ່ຄົນທີ່ເຊື່ອທັງໝົດໃນແຂວງມາເກໂດເນຍ ແລະ ໃນແຂວງອະຂາຢາ. |
|
| 8 |
|
| ເພາະວ່າພຣະຄຳຂອງອົງພຣະຜູ້ເປັນເຈົ້າ ໄດ້ອອກຈາກພວກເຈົ້າຊ່າລືກ້ອງໄປ ບໍ່ແມ່ນແຕ່ໃນແຂວງມາເກໂດເນຍ ແລະ ແຂວງອະຂາຢາເທົ່ານັ້ນ ແຕ່ຂ່າວແຫ່ງຄວາມເຊື່ອພຣະເຈົ້າຂອງພວກເຈົ້ານັ້ນ ໄດ້ຊ່າລືໄປທົ່ວທຸກແຫ່ງຫົນ ຈົນພວກເຮົາບໍ່ຈຳເປັນຈະຕ້ອງເວົ້າອັນໃດອີກ. |
|
| 9 |
|
| ຄົນທັງໝົດເຫຼົ່ານັ້ນ ຕ່າງກໍເວົ້າເຖິງພວກເຈົ້າວ່າ ພວກເຈົ້າໄດ້ຕ້ອນຮັບພວກເຮົາຢ່າງໃດ ເມື່ອພວກເຮົາມາຢ້ຽມຢາມພວກເຈົ້າ ແລະພວກເຂົາເວົ້າວ່າ, ພວກເຈົ້າໄດ້ຫັນໜີຈາກຮູບເຄົາຣົບມາຫາພຣະເຈົ້າຢ່າງໃດ ເພື່ອບົວລະບັດຮັບໃຊ້ພຣະເຈົ້າອົງທ່ຽງແທ້ແລະຊົງຊີວິດຢູ່, |
|
| 10 |
|
| ແລະຄອງຄອຍຖ້າພຣະບຸດຂອງພຣະອົງ ທີ່ຈະສະເດັດມາຈາກສະຫວັນ ຄືພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ຜູ້ທີ່ພຣະອົງໄດ້ບັນດານໃຫ້ເປັນຄືນມາຈາກຕາຍ ແລະຜູ້ທີ່ຊ່ວຍກູ້ເອົາພວກເຮົາ ໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າ ທີ່ກຳລັງຈະມາເຖິງ. |
|
|
|
|