|
| 1 |
|
| ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າເອງກໍຮູ້ວ່າ ການທີ່ພວກເຮົາມາຢ້ຽມຢາມພວກເຈົ້ານັ້ນ ບໍ່ໄດ້ເສຍປະໂຫຍດ. |
|
| 2 |
|
| ພວກເຈົ້າກໍຮູ້ແລ້ວວ່າ ພວກເຮົາໄດ້ຮັບການຂົ່ມເຫັງ ແລະການປະຈານຢ່າງໃດ ໃນເມືອງຟີລິບປອຍ ກ່ອນທີ່ພວກເຮົາມາຫາພວກເຈົ້າໃນເມືອງເທສະໂລນິກ ເຖິງແມ່ນວ່າມີການຕໍ່ຕ້ານຢ່າງຫລວງຫລາຍຢູ່ໃນທີ່ນັ້ນກໍຕາມ ພຣະເຈົ້າຂອງພວກເຮົາກໍໄດ້ປະທານໃຈກ້າຫານແກ່ພວກເຮົາ ເພື່ອປະກາດຂ່າວປະເສີດທີ່ມາຈາກພຣະອົງແກ່ພວກເຈົ້າ. |
|
| 3 |
|
| ຄຳເຕືອນສະຕິຂອງພວກເຮົາຕໍ່ພວກເຈົ້ານັ້ນ ບໍ່ໄດ້ມາຈາກຄວາມຫລົງຜິດ ຫລືເຈດຕະນາອັນຊົ່ວມົວໝອງ ແລະທັງບໍ່ແມ່ນກົນອຸບາຍຫລອກລວງດ້ວຍ. |
|
| 4 |
|
| ແຕ່ຕາມດັ່ງທີ່ພຣະເຈົ້າໄດ້ຊົງລອງເບິ່ງໃຈຂອງເຮົາ ຈຶ່ງຊົງເຫັນຊອບທີ່ຈະມອບຂ່າວປະເສີດໄວ້ກັບເຮົາ. ດັ່ງນັ້ນ ພວກເຮົາຈຶ່ງກ່າວຢູ່ ບໍ່ແມ່ນເພື່ອໃຫ້ພໍໃຈມະນຸດ ແຕ່ເພື່ອໃຫ້ພໍພຣະໄທພຣະເຈົ້າ ຜູ້ຊົງທົດສອບເບິ່ງໃຈຂອງເຮົາທັງຫລາຍ. |
|
| 5 |
|
| ພວກເຈົ້າກໍຮູ້ດີຢູ່ແລ້ວວ່າ ພວກເຮົາບໍ່ໄດ້ມາຫາພວກເຈົ້າດ້ວຍຄຳເວົ້າປະຈົບປະແຈງ ຫລືດ້ວຍຂໍ້ແກ້ຕົວ ເພື່ອອຳຄວາມໂລບໄວ້ ພຣະເຈົ້າຊົງເປັນພະຍານໃຫ້ພວກເຮົາໄດ້ໃນເລື່ອງນີ້. |
|
| 6 |
|
| ພວກເຮົາບໍ່ໄດ້ຊອກຫາຄຳຊົມເຊີຍຈາກຜູ້ໃດ ທັງຈາກພວກເຈົ້າ ແລະຈາກຄົນອື່ນດ້ວຍ. |
|
| 7 |
|
| ເຖິງແມ່ນວ່າ ເຮົາເປັນອັກຄະສາວົກຂອງພຣະຄຣິດ ແລະມີສິດຮຽກຮ້ອງໄດ້ ແຕ່ພວກເຮົາໄດ້ຢູ່ໃນທ່າມກາງພວກເຈົ້າດ້ວຍໃຈສຸພາບອ່ອນໂຍນ ເໝືອນດັ່ງແມ່ທີ່ລ້ຽງລູກອ່ອນນ້ອຍຂອງຕົນ. |
|
| 8 |
|
| ຍ້ອນຄວາມຮັກທີ່ພວກເຮົາມີສຳລັບພວກເຈົ້າ ພວກເຮົາຈຶ່ງບໍ່ແມ່ນພຽງແຕ່ພ້ອມທີ່ຈະແບ່ງປັນຂ່າວປະເສີດໃຫ້ແກ່ພວກເຈົ້າເທົ່ານັ້ນ ແຕ່ພ້ອມທີ່ຈະສະຫລະຊີວິດຂອງພວກເຮົາໃຫ້ແກ່ພວກເຈົ້າດ້ວຍ. ເພາະວ່າພວກເຈົ້າໄດ້ກາຍເປັນທີ່ຮັກຂອງພວກເຮົາ. |
|
| 9 |
|
| ພີ່ນ້ອງທັງຫລາຍເອີຍ, ພວກເຈົ້າຈຳໄດ້ຢ່າງແນ່ນອນວ່າ ພວກເຮົາໄດ້ດຳເນີນພາລະກິດຢ່າງໃດ ແລະສູ້ຊົນຢ່າງໜັກໜ່ວງພຽງໃດ ພວກເຮົາໄດ້ເຮັດການທັງກາງເວັນແລະກາງຄືນ ເພື່ອວ່າພວກເຮົາຈະບໍ່ເປັນພາລະໃດໆແກ່ພວກເຈົ້າ ເມື່ອພວກເຮົາປະກາດຂ່າວປະເສີດແກ່ພວກເຈົ້ານັ້ນ. |
|
| 10 |
|
| ພວກເຈົ້າເປັນພະຍານໃຫ້ພວກເຮົາໄດ້ ແລະພຣະເຈົ້າກໍເຊັ່ນດຽວກັນວ່າ, ຄວາມປະພຶດຂອງພວກເຮົາຕໍ່ພວກເຈົ້າຜູ້ທີ່ເຊື່ອນັ້ນ ແມ່ນບໍຣິສຸດ, ຖືກຕ້ອງ, ທ່ຽງທຳ ແລະປາສະຈາກຄວາມຜິດ. |
|
| 11 |
|
| ພວກເຈົ້າຮູ້ວ່າ, ພວກເຮົາໄດ້ປະພຶດກັບພວກເຈົ້າແຕ່ລະຄົນ ເໝືອນດັ່ງພໍ່ກັບລູກໆຂອງຕົນ. |
|
| 12 |
|
| ຄືເຕືອນສະຕິໜູນໃຈພວກເຈົ້າ ແລະສັ່ງເນັ້ນພວກເຈົ້າ ເພື່ອໃຫ້ດຳເນີນຊີວິດຕາມຢ່າງສົມຄວນຕໍ່ພຣະເຈົ້າ ຜູ້ຊົງເອີ້ນເອົາເຈົ້າທັງຫລາຍໃຫ້ເຂົ້າມາໃນຣາຊອານາຈັກ ແລະໃນສະຫງ່າຣາສີຂອງພຣະອົງ. |
|
| 13 |
|
| ດ້ວຍເຫດນີ້ ພວກເຮົາຈຶ່ງໂມທະນາຂອບພຣະຄຸນພຣະເຈົ້າໂດຍບໍ່ຢຸດຢັ້ງ ເພາະພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ທີ່ໄດ້ຍິນຈາກພວກເຮົານັ້ນ ບໍ່ເໝືອນເປັນຂໍ້ຄວາມຂອງມະນຸດ, ແຕ່ເປັນຈິງ ຄືເປັນພຣະຄຳຂອງພຣະເຈົ້າ ທີ່ດຳເນີນງານຢູ່ພາຍໃນເຈົ້າທັງຫລາຍທີ່ເຊື່ອ. |
|
| 14 |
|
| ພີ່ນ້ອງທັງຫລາຍເອີຍ, ເຈົ້າທັງຫລາຍໄດ້ກາຍເປັນຜູ້ປະຕິບັດຕາມແບບຢ່າງຄຣິສຕະຈັກທັງຫລາຍໃນແຂວງຢູດາຍ ຊຶ່ງເປັນຂອງພຣະເຈົ້າໃນພຣະຄຣິດເຈົ້າເຢຊູ ເພາະວ່າເຈົ້າທັງຫລາຍໄດ້ທົນຮັບເອົາຄວາມລຳບາກ ຈາກເພື່ອນຮ່ວມຊາດຂອງຕົນ ເໝືອນຄຣິສຕະຈັກນັ້ນ ໄດ້ທົນຮັບເອົາຄວາມລຳບາກ ຈາກພວກຢູດາດ້ວຍ. |
|
| 15 |
|
| ແມ່ນພວກຢູດານີ້ແຫຼະ ທີ່ໄດ້ປະຫານອົງພຣະເຢຊູເຈົ້າກັບບັນດາຜູ້ປະກາດພຣະທຳ ແລະໄດ້ຂົ່ມເຫັງພວກເຮົາດ້ວຍ. ພວກເຂົາເຮັດໃຫ້ພຣະເຈົ້າເສຍພຣະໄທຫລາຍທີ່ສຸດ ແລະພວກເຂົາກໍຕໍ່ສູ້ກັບທຸກໆຄົນຢ່າງໂຫດຮ້າຍ |
|
| 16 |
|
| ໂດຍທີ່ພວກເຂົາໄດ້ຫ້າມປາມພວກເຮົາ ບໍ່ໃຫ້ກ່າວແກ່ຄົນຕ່າງຊາດ ເພື່ອຄົນເຫຼົ່ານັ້ນຈະພົ້ນໄດ້ ເພື່ອການຜິດບາບທີ່ພວກເຂົາເຮັດມານັ້ນ ຈະຄົບຖ້ວນ ແຕ່ໃນສຸດທ້າຍ ຄວາມໂກດຮ້າຍຂອງພຣະເຈົ້າໄດ້ຕົກໃສ່ພວກເຂົາແລ້ວ. |
|
| 17 |
|
| ພີ່ນ້ອງທັງຫລາຍເອີຍ, ຝ່າຍພວກເຮົາ ເມື່ອໄດ້ພັດພາກຈາກພວກເຈົ້າໄປຊົ່ວໄລຍະໜຶ່ງ ກໍຈາກໄປພຽງຮ່າງກາຍເທົ່ານັ້ນ ແຕ່ບໍ່ແມ່ນຈິດໃຈ. ພວກເຮົາລະນຶກຄິດເຖິງພວກເຈົ້າຫລາຍທີ່ສຸດ ແລະຍັງພະຍາຍາມຢ່າງຍິ່ງທີ່ຈະມາເຫັນໜ້າພວກເຈົ້າອີກ, |
|
| 18 |
|
| ພວກເຮົາຢາກກັບມາຫາພວກເຈົ້າ ເຮົາເອງຄືໂປໂລ ພະຍາຍາມທີ່ຈະກັບມາຫາພວກເຈົ້າຫລາຍເທື່ອແລ້ວ ແຕ່ມານຊາຕານໄດ້ຂັດຂວາງພວກເຮົາໄວ້. |
|
| 19 |
|
| ດ້ວຍວ່າ, ແມ່ນສິ່ງໃດຈະເປັນທີ່ຫວັງໃຈຂອງເຮົາ ຫລືທີ່ຊົມຊື່ນຍິນດີ ຫລືມົງກຸດ ອັນໃຫ້ມີຄວາມອວດອ້າງ ຊ້ອງພຣະພັກອົງຣະເຢຊູເຈົ້າຂອງເຮົາທັງຫລາຍ ເມື່ອພຣະອົງຈະສະເດັດມາປາກົດ ບໍ່ແມ່ນພວກເຈົ້າດອກຫລື? |
|
| 20 |
|
| ເພາະວ່າເຈົ້າທັງຫລາຍນັ້ນແຫຼະ ເປັນກຽດຕິຍົດ ແລະຄວາມຊົມຊື່ນຍິນດີຂອງພວກເຮົາໂດຍແທ້ຈິງ. |
|
|
: |
| 1 | | 2 | | 3 | | 4 | | 5 | | 6 | | 7 | | 8 | | 9 | | 10 | | 11 | | 12 | | 13 | | 14 | | 15 | | 16 | | 17 | | 18 | | 19 | | 20 | 1
1
1 |
|
|---|
|
https://beblia.bible:81/BibleAudio/lao2012/1thessalonians/002.mp3
5
2