|
| 1 |
|
| ເຫດສະນັ້ນ ເມື່ອເຮົາອົດຢູ່ຕໍ່ໄປອີກບໍ່ໄດ້ ຈຶ່ງເຫັນດີໃຫ້ເຂົາປະເຮົາຜູ້ດຽວ ຢູ່ນະຄອນອາແຖນ |
|
| 2 |
|
| ແລະໄດ້ໃຊ້ຕີໂມທຽວ ພີ່ນ້ອງຂອງເຮົາ ທີ່ເປັນຜູ້ຮັບໃຊ້ຂອງພຣະເຈົ້າຝ່າຍຂ່າວປະເສີດເລື່ອງພຣະຄຣິດ ໃຫ້ໄປຫາເຈົ້າທັງຫລາຍ ເພື່ອຈະຕັ້ງພວກເຈົ້າໄວ້ໃຫ້ໝັ້ນຄົງ ທັງຈະຊູໃຈໃນເລື່ອງຄວາມເຊື່ອຂອງພວກເຈົ້າ, |
|
| 3 |
|
| ເພື່ອວ່າຈະບໍ່ມີຜູ້ໃດໃນພວກເຈົ້າຫັນໜີ ເພາະການຂົ່ມເຫັງເຫຼົ່ານັ້ນ ພວກເຈົ້າເອງກໍຮູ້ວ່າການຂົ່ມເຫັງເຊັ່ນນີ້ ແມ່ນແຜນການສ່ວນໜຶ່ງຂອງພຣະເຈົ້າສຳລັບພວກເຮົາ. |
|
| 4 |
|
| ດ້ວຍວ່າ, ໃນລະຫວ່າງທີ່ພວກເຮົາຍັງຢູ່ກັບພວກເຈົ້ານັ້ນ ພວກເຮົາກໍໄດ້ບອກພວກເຈົ້າລ່ວງໜ້າໄວ້ແລ້ວວ່າ ພວກເຮົາຈະຖືກຂົ່ມເຫັງ ແລະກໍເປັນຢ່າງນັ້ນແທ້ ດັ່ງທີ່ພວກເຈົ້າຮູ້ແລ້ວ. |
|
| 5 |
|
| ດ້ວຍເຫດນີ້ ເມື່ອເຮົາທົນຕໍ່ການຄອຍຖ້າບໍ່ໄດ້ອີກແລ້ວ ຈຶ່ງໃຊ້ຄົນໄປ ເພື່ອຈະໄດ້ຮູ້ເຖິງຄວາມເຊື່ອຂອງພວກເຈົ້າ ເພາະເຮົາຢ້ານວ່າຜູ້ລໍ້ລວງຈະທົດລອງພວກເຈົ້າແລ້ວ ດ້ວຍປະການໃດປະການໜຶ່ງ ແລະພາລະກິດທັງສິ້ນທີ່ພວກເຮົາໄດ້ກະທຳໄປນັ້ນ ກໍຈະເສຍປະໂຫຍດ. |
|
| 6 |
|
| ບັດນີ້ ຕີໂມທຽວໄດ້ກັບມາແລ້ວ ແລະເພິ່ນໄດ້ນຳຂ່າວດີ ກ່ຽວກັບຄວາມເຊື່ອແລະຄວາມຮັກຂອງພວກເຈົ້າມາຫາພວກເຮົາ. ເພິ່ນໄດ້ບອກພວກເຮົາວ່າ ພວກເຈົ້າໄດ້ຄິດເຖິງພວກເຮົາຢ່າງດີຢູ່ສະເໝີ ແລະທັງບອກວ່າ ພວກເຈົ້າກໍຢາກເຫັນໜ້າພວກເຮົາຫລາຍ ເໝືອນດັ່ງທີ່ພວກເຮົາຢາກເຫັນໜ້າພວກເຈົ້າ. |
|
| 7 |
|
| ດັ່ງນັ້ນ ພີ່ນ້ອງທັງຫລາຍເອີຍ ໃນທ່າມກາງຄວາມຍາກລຳບາກແລະການຂົ່ມເຫັງທັງໝົດ ທີ່ພວກເຮົາປະເຊີນຢູ່ນັ້ນ ພວກເຮົາກໍໄດ້ຮັບຄວາມຊູໃຈເພາະເລື່ອງຂອງພວກເຈົ້າ ແມ່ນຄວາມເຊື່ອຂອງພວກເຈົ້ານັ້ນແຫຼະ ທີ່ເຊີດຊູໃຈພວກເຮົາ. |
|
| 8 |
|
| ເພາະຖ້າພວກເຈົ້າຕັ້ງໝັ້ນຄົງຢູ່ໃນອົງພຣະຜູ້ເປັນເຈົ້າແລ້ວ ຊີວິດຂອງເຮົາກໍສົດຊື່ນຂຶ້ນ. |
|
| 9 |
|
| ເຮົາຈະໂມທະນາຂອບພຣະຄຸນພຣະເຈົ້າ ເພາະເຈົ້າທັງຫລາຍຢ່າງໃດອີກ ຈຶ່ງຈະເໝາະສົມກັບຄວາມຊົມຊື່ນຍິນດີທັງໝົດທີ່ເຮົາມີໃນພວກເຈົ້າ ຢູ່ຊ້ອງພຣະພັກພຣະເຈົ້າຂອງເຮົາທັງຫລາຍ. |
|
| 10 |
|
| ພວກເຮົາພາວັນນາອະທິຖານທັງເວັນແລະຄືນ ດ້ວຍຄວາມປາຖະໜາອັນແຮງກ້າ ເພື່ອຈະໄດ້ເຫັນໜ້າພວກເຈົ້າອີກສ່ວນຕົວ ເພື່ອຈະເສີມສ້າງຄວາມເຊື່ອຂອງພວກເຈົ້າທີ່ບົກຜ່ອງຢູ່ນັ້ນໃຫ້ຄົບເຕັມ. |
|
| 11 |
|
| ຂໍພຣະເຈົ້າ ພຣະບິດາເຈົ້າ ແລະອົງພຣະເຢຊູເຈົ້າຂອງເຮົາທັງຫລາຍ ຊົງນຳພວກເຮົາໄປຫາພວກເຈົ້າດ້ວຍເທີ້ນ |
|
| 12 |
|
| ຂໍອົງພຣະຜູ້ເປັນເຈົ້າ ຊົງໂຜດໃຫ້ພວກເຈົ້າຈະເລີນຂຶ້ນ ແລະລົ້ນເຫຼືອໄປດ້ວຍຄວາມຮັກ ທີ່ມີຕໍ່ກັນແລະກັນ ແລະ ຕໍ່ຄົນທັງປວງ ເໝືອນດັ່ງທີ່ພວກເຮົາມີຄວາມຮັກຕໍ່ພວກເຈົ້ານັ້ນແລ້ວ |
|
| 13 |
|
| ເພື່ອພຣະອົງຈະໄດ້ຊົງຊ່ວຍຊູຈິດໃຈຂອງພວກເຈົ້າ ໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມບໍຣິສຸດ ໂດຍບໍ່ມີຂໍ້ຕິຕຽນໄດ້ ເມື່ອຢູ່ຊ້ອງໜ້າພຣະເຈົ້າ ຄືພຣະບິດາເຈົ້າຂອງເຮົາທັງຫລາຍ ເມື່ອອົງພຣະເຢຊູເຈົ້າຂອງພວກເຮົາສະເດັດມາປາກົດ ພ້ອມກັບຄົນທັງປວງທີ່ເປັນຂອງພຣະອົງ. |
https://beblia.bible:81/BibleAudio/lao2012/1thessalonians/003.mp3
5
3