|
| 1 |
|
| ພີ່ນ້ອງທັງຫລາຍເອີຍ, ທ້າຍສຸດນີ້ ພວກເຮົາວອນຂໍ ແລະເຕືອນສະຕິພວກເຈົ້າໃນພຣະນາມຂອງອົງພຣະເຢຊູເຈົ້າວ່າ ພວກເຈົ້າໄດ້ຮຽນຮູ້ຈາກເຮົາແລ້ວວ່າ ຈຳເປັນຕ້ອງດຳເນີນຊີວິດຢ່າງໃດ ຈຶ່ງຈະເປັນທີ່ພໍພຣະໄທພຣະເຈົ້າ ເໝືອນດັ່ງພວກເຈົ້າກຳລັງປະຕິບັດຢູ່ແລ້ວ ກໍຈົ່ງປະຕິບັດດັ່ງນັ້ນໃຫ້ຫລາຍກວ່າເກົ່າອີກ. |
|
| 2 |
|
| ດ້ວຍວ່າ, ພວກເຈົ້າຮູ້ຈັກຄຳແນະນຳ ຊຶ່ງພວກເຮົາໄດ້ມອບໃຫ້ພວກເຈົ້າ ໂດຍສິດອຳນາດຂອງອົງພຣະເຢຊູເຈົ້າ. |
|
| 3 |
|
| ສິ່ງນີ້ແຫຼະ ແມ່ນນໍ້າພຣະໄທຂອງພຣະເຈົ້າ ຄືໃຫ້ພວກເຈົ້າເປັນຄົນບໍຣິສຸດ ແລະເວັ້ນຈາກການຜິດສິນທຳທາງເພດທຸກຮູບແບບ. |
|
| 4 |
|
| ໃຫ້ພວກເຈົ້າແຕ່ລະຄົນ ຮູ້ຈັກເອົາເມຍໃນທາງບໍຣິສຸດ ແລະໃນທາງທີ່ໜ້ານັບຖື |
|
| 5 |
|
| ບໍ່ແມ່ນດ້ວຍຣາຄະຕັນຫາຊົ່ວຕາມຄວາມຕ້ອງການ ເໝືອນດັ່ງຄົນທີ່ບໍ່ນັບຖືພຣະເຈົ້າ. |
|
| 6 |
|
| ໃນເລື່ອງນີ້ ຢ່າໃຫ້ຄົນໃດລ່ວງເຮັດຜິດຕໍ່ພີ່ນ້ອງຄຣິສຕຽນຂອງຕົນ ຕາມທີ່ພວກເຮົາໄດ້ບອກພວກເຈົ້າໄວ້ກ່ອນແລ້ວ ແລະພວກເຮົາກໍໄດ້ເຕືອນພວກເຈົ້າຢ່າງໜັກແໜ້ນວ່າ ອົງພຣະຜູ້ເປັນເຈົ້າຈະລົງໂທດຄົນທີ່ເຮັດຜິດໃນເລື່ອງນີ້. |
|
| 7 |
|
| ເພາະວ່າ ພຣະເຈົ້າບໍ່ໄດ້ເອີ້ນເອົາພວກເຮົາໃຫ້ໃຊ້ຊີວິດໃນທາງຜິດສິນທຳ ແຕ່ໃຫ້ໃຊ້ຊີວິດໃນທາງບໍຣິສຸດ. |
|
| 8 |
|
| ດ້ວຍເຫດນີ້ ຜູ້ທີ່ຝ່າຝືນນັ້ນກໍບໍ່ໄດ້ຝ່າຝືນຕໍ່ມະນຸດ ແຕ່ຝ່າຝືນຕໍ່ພຣະເຈົ້າ ຜູ້ຊົງໂຜດປະທານພຣະວິນຍານບໍຣິສຸດເຈົ້າຂອງພຣະອົງໃຫ້ແກ່ເຈົ້າທັງຫລາຍ. |
|
| 9 |
|
| ສ່ວນເລື່ອງການຮັກພີ່ນ້ອງທັງຫລາຍນັ້ນ ເຮົາບໍ່ຈຳເປັນຈະຂຽນຝາກມາໃຫ້ພວກເຈົ້າ ເພາະເຈົ້າເອງກໍໄດ້ຮັບການຊົງສັ່ງສອນຈາກພຣະເຈົ້າແລ້ວວ່າ ໃຫ້ຮັກກັນແລະກັນ. |
|
| 10 |
|
| ທີ່ຈິງແລ້ວ ພວກເຈົ້າກໍໄດ້ເຮັດດັ່ງນັ້ນຢູ່ແລ້ວ ຕໍ່ພີ່ນ້ອງທັງໝົດໃນທົ່ວແຂວງມາເກໂດເນຍ. ພີ່ນ້ອງທັງຫລາຍເອີຍ ພວກເຮົາຂໍເຕືອນສະຕິພວກເຈົ້າໃຫ້ເຮັດດັ່ງນັ້ນຫລາຍກວ່າເກົ່າ. |
|
| 11 |
|
| ຈົ່ງຕັ້ງເປົ້າໝາຍທີ່ຈະໃຊ້ຊີວິດຢູ່ຢ່າງສະຫງົບສຸກ ທີ່ຈະເອົາໃຈໃສ່ຕໍ່ກິດທຸລະຂອງຕົນເອງ ແລະທີ່ຈະທຳມາຫາກິນລ້ຽງຊີບດ້ວຍມືຂອງຕົນເອງ ຕາມທີ່ພວກເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ. |
|
| 12 |
|
| ເພື່ອການດຳເນີນຊີວິດຂອງພວກເຈົ້າຈະເປັນທີ່ນັບຖືແກ່ຄົນພາຍນອກ ແລ້ວພວກເຈົ້າຈະບໍ່ຕ້ອງເອື່ອຍອີງຄົນອື່ນ. |
|
| 13 |
|
| ພີ່ນ້ອງທັງຫລາຍເອີຍ, ພວກເຮົາຢາກໃຫ້ພວກເຈົ້າຮູ້ຄວາມຈິງ ເຖິງພວກທີ່ຫລັບໄປແລ້ວນັ້ນ ເພື່ອວ່າພວກເຈົ້າຈະບໍ່ໄດ້ເສົ້າໂສກ ເໝືອນດັ່ງຄົນອື່ນທີ່ບໍ່ມີຄວາມຫວັງ. |
|
| 14 |
|
| ເພາະໃນເມື່ອພວກເຮົາເຊື່ອວ່າ ພຣະເຢຊູເຈົ້າໄດ້ສິ້ນພຣະຊົນ ແລະໄດ້ຄືນພຣະຊົນແລ້ວ ໂດຍພຣະເຢຊູເຈົ້ານັ້ນແຫຼະ ພຣະເຈົ້າຈະນຳຄົນຜູ້ທີ່ຫລັບໄປແລ້ວນັ້ນຄືນມາກັບພຣະອົງ. |
|
| 15 |
|
| ໃນຂໍ້ນີ້ ເຮົາບອກເຈົ້າທັງຫລາຍຕາມພຣະທຳຂອງອົງພຣະຜູ້ເປັນເຈົ້າວ່າ ພວກເຮົາຜູ້ຍັງມີຊີວິດຢູ່ ແລະຄອຍຖ້າການສະເດັດມາຂອງອົງພຣະຜູ້ເປັນເຈົ້າ ເຮົາຈະລ່ວງໜ້າໄປກ່ອນພວກຄົນທີ່ຫລັບໄປແລ້ວນັ້ນກໍບໍ່ໄດ້ແທ້. |
|
| 16 |
|
| ດ້ວຍວ່າ, ຈະມີສຽງຮ້ອງບັນຊາອັນດັງ, ສຽງຂອງອັກຄະເທວະດາ ສຽງແກຂອງພຣະເຈົ້າ ແລະອົງພຣະຜູ້ເປັນເຈົ້າເອງຈະສະເດັດລົງມາຈາກສະຫວັນ ພວກທີ່ເຊື່ອໃນພຣະຄຣິດທີ່ຕາຍໄປແລ້ວ ກໍຈະເປັນຄືນມາສູ່ຊີວິດກ່ອນ. |
|
| 17 |
|
| ແລ້ວພວກເຮົາຜູ້ທີ່ຍັງມີຊີວິດຢູ່ໃນເວລານັ້ນ ກໍຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນພວກນັ້ນ ເພື່ອພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ. ຢ່າງນັ້ນແຫຼະ ພວກເຮົາຈຶ່ງຈະຢູ່ກັບອົງພຣະຜູ້ເປັນເຈົ້າຕະຫລອດໄປເປັນນິດ. |
|
| 18 |
|
| ດ້ວຍເຫດນີ້ ຈົ່ງເລົ້າໂລມອອຍໃຈຊຶ່ງກັນແລະກັນ ດ້ວຍຂໍ້ຄວາມເຫຼົ່ານີ້ເທີ້ນ. |
|
|
|
|