|
| 1 |
|
| ພີ່ນ້ອງທັງຫລາຍເອີຍ ເຮົາບໍ່ຈຳເປັນຂຽນໃຫ້ພວກເຈົ້າຮູ້ເຖິງວັນ ແລະເວລາທີ່ເຫດການເຫຼົ່ານີ້ຈະເກີດຂຶ້ນ. |
|
| 2 |
|
| ເພາະພວກເຈົ້າເອງກໍຮູ້ຈັກດີແລ້ວວ່າ ວັນຂອງອົງພຣະຜູ້ເປັນເຈົ້າຈະສະເດັດມາ ເໝືອນດັ່ງຂະໂມຍມາໃນເວລາກາງຄືນ. |
|
| 3 |
|
| ເມື່ອໃດພວກເຂົາເວົ້າວ່າ, “ສະຫງົບສຸກ ແລະປອດໄພດີແລ້ວ” ເມື່ອນັ້ນແຫຼະ ຄວາມພິນາດຈິບຫາຍຈະມາເຖິງພວກເຂົາໃນທັນທີ ເໝືອນດັ່ງຄວາມເຈັບປວດມາເຖິງຍິງທີ່ມີທ້ອງ ແລະພວກເຂົາຈະໜີບໍ່ພົ້ນເປັນແນ່. |
|
| 4 |
|
| ແຕ່ພີ່ນ້ອງທັງຫລາຍເອີຍ ພວກເຈົ້າບໍ່ໄດ້ຢູ່ໃນຄວາມມືດແລ້ວ ແລະວັນນັ້ນຄົງຈະບໍ່ມາຫລອນໃສ່ພວກເຈົ້າດັ່ງຂະໂມຍມາ. |
|
| 5 |
|
| ເພາະວ່າພວກເຈົ້າທຸກຄົນເປັນລູກຂອງຄວາມສະຫວ່າງ ເປັນລູກຂອງກາງເວັນ ພວກເຮົາບໍ່ເປັນຝ່າຍກາງຄືນ ຫລືຝ່າຍຄວາມມືດ. |
|
| 6 |
|
| ດ້ວຍເຫດນີ້ ຢ່າໃຫ້ພວກເຮົາຫລັບຢູ່ເໝືອນດັ່ງຄົນອື່ນ, ແຕ່ໃຫ້ພວກເຮົາເຝົ້າລະວັງຢູ່ ແລະຢ່າເມົາມົວ. |
|
| 7 |
|
| ເພາະວ່າຄົນທີ່ນອນຫລັບກໍຫລັບໃນກາງຄືນ ແລະຄົນເມົາເຫຼົ້າກໍເມົາໃນກາງຄືນ. |
|
| 8 |
|
| ແຕ່ຝ່າຍພວກເຮົາແລ້ວ ເປັນຝ່າຍກາງເວັນ ແລະຢ່າໃຫ້ພວກເຮົາເມົາມົວ ພວກເຮົາຕ້ອງສວມຄວາມເຊື່ອ ກັບຄວາມຮັກເປັນເຄື່ອງປ້ອງກັນໜ້າເອິກ ແລະຢຶດຄວາມຫວັງ ວ່າໄດ້ຮັບຄວາມພົ້ນເປັນໝວກເຫຼັກປ້ອງກັນຫົວ. |
|
| 9 |
|
| ເພາະວ່າ ພຣະເຈົ້າບໍ່ໄດ້ເລືອກພວກເຮົາໄວ້ສຳລັບຄວາມໂກດຮ້າຍຂອງພຣະອົງ ແຕ່ເພື່ອໃຫ້ໄດ້ຮັບຄວາມພົ້ນໂດຍທາງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ, |
|
| 10 |
|
| ຜູ້ທີ່ໄດ້ຕາຍເພື່ອພວກເຮົາ ເພື່ອວ່າພວກເຮົາຈະມີຊີວິດກັບພຣະອົງ ເມື່ອພຣະອົງສະເດັດມາປາກົດ ບໍ່ວ່າພວກເຮົາຍັງມີຊີວິດຢູ່ ຫລືຕາຍໄປແລ້ວກໍຕາມ. |
|
| 11 |
|
| ເພາະສະນັ້ນ ຈົ່ງຊູກຳລັງໃຈຊຶ່ງກັນແລະກັນ ແລະຈົ່ງຊ່ວຍເຫລືອກັນໃຫ້ຈະເລີນຂຶ້ນ ຕາມທີ່ພວກເຈົ້າເຮັດຢູ່ນັ້ນ. |
|
| 12 |
|
| ພີ່ນ້ອງທັງຫລາຍເອີຍ ພວກເຮົາຮ້ອງຂໍພວກເຈົ້າໃຫ້ຮັບຮູ້ ຜູ້ທີ່ເຮັດການງານຢ່າງໜັກໜ່ວງໃນທ່າມກາງພວກເຈົ້າ ຄືຜູ້ທີ່ເປັນຜູ້ນຳຂອງພວກເຈົ້າ ແລະເປັນຜູ້ສອນພວກເຈົ້າໃນນາມຂອງອົງພຣະຜູ້ເປັນເຈົ້າ. |
|
| 13 |
|
| ຈົ່ງນັບຖືແລະຮັກພວກເຂົາຢ່າງຫລາຍທີ່ສຸດ ເນື່ອງຈາກການງານທີ່ພວກເຂົາເຮັດຢູ່ນັ້ນ ຈົ່ງຢູ່ຮ່ວມກັນດ້ວຍຄວາມສະຫງົບສຸກ. |
|
| 14 |
|
| ພີ່ນ້ອງທັງຫລາຍເອີຍ ພວກເຮົາຮ້ອງຂໍພວກເຈົ້າຕື່ມອີກ ຄືຈົ່ງຕັກເຕືອນຜູ້ທີ່ບໍ່ຢູ່ໃນລະບຽບ, ຈົ່ງໜູນໃຈຜູ້ທີ່ນ້ອຍໃຈ, ຈົ່ງຊ່ວຍເຫຼືອຜູ້ທີ່ອ່ອນແຮງ ແລະຈົ່ງອົດທົນຕໍ່ທຸກໆຄົນ. |
|
| 15 |
|
| ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດເຮັດຄວາມຊົ່ວຕອບແທນຄວາມຊົ່ວ ແຕ່ໃຫ້ສະແຫວງຫາທາງເຮັດຄວາມດີຕໍ່ກັນແລະກັນສະເໝີ ແລະແກ່ທຸກຄົນດ້ວຍ. |
|
| 16 |
|
| ຈົ່ງຊົມຊື່ນຍິນດີຢູ່ສະເໝີ, |
|
| 17 |
|
| ຈົ່ງພາວັນນາອະທິຖານຢູ່ທຸກເວລາ, |
|
| 18 |
|
| ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າໃນທຸກສິ່ງ ເພາະນີ້ແຫຼະ ແມ່ນສິ່ງທີ່ພຣະເຈົ້າພໍພຣະໄທ ຊຶ່ງປາກົດໃນພຣະເຢຊູຄຣິດເຈົ້າ ສຳລັບເຈົ້າທັງຫຼາຍ. |
|
| 19 |
|
| ຢ່າຫັກຫ້າມພຣະວິນຍານ, |
|
| 20 |
|
| ຢ່າປະໝາດຄຳທຳນວາຍ. |
|
| 21 |
|
| ແຕ່ຈົ່ງທົດລອງເບິ່ງທຸກສິ່ງ ສິ່ງໃດດີ ຈົ່ງຢຶດຖືໄວ້ໃຫ້ໝັ້ນ |
|
| 22 |
|
| ແລະຈົ່ງລະເວັ້ນຈາກຄວາມຊົ່ວທຸກຊະນິດ. |
|
| 23 |
|
| ຂໍພຣະເຈົ້າຜູ້ໂຜດໃຫ້ສັນຕິສຸກ ຊົງຊຳລະພວກເຈົ້າໃຫ້ເປັນຄົນບໍຣິສຸດຮຽບຮ້ອຍໃນທຸກດ້ານ ແລະຊົງຮັກສາທັງຈິດວິນຍານ ຈິດໃຈ ແລະຮ່າງກາຍຂອງພວກເຮົາ ໃຫ້ປາສະຈາກຄວາມຜິດໃດໆ ຈົນເຖິງວັນທີ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາສະເດັດມາປາກົດ. |
|
| 24 |
|
| ພຣະອົງຜູ້ຊົງເອີ້ນເອົາເຈົ້າທັງຫລາຍນັ້ນກໍທ່ຽງທຳ ພຣະອົງນັ້ນແຫຼະ ຈະຊົງດຳເນີນງານ. |
|
| 25 |
|
| ພີ່ນ້ອງທັງຫລາຍເອີຍ, ຈົ່ງພາວັນນາອະທິຖານເພື່ອພວກເຮົາດ້ວຍ. |
|
| 26 |
|
| ຂໍຄຳນັບພວກພີ່ນ້ອງທຸກຄົນ ດ້ວຍທຳນຽມຈູບອັນບໍຣິສຸດ. |
|
| 27 |
|
| ເຮົາຮ້ອງຂໍນຳພວກເຈົ້າຕື່ມອີກ ໃນນາມຂອງອົງພຣະຜູ້ເປັນເຈົ້າວ່າ, ຈົ່ງອ່ານຈົດໝາຍສະບັບນີ້ ສູ່ພີ່ນ້ອງຄົນທີ່ເຊື່ອທັງໝົດຟັງ. |
|
| 28 |
|
| ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບພວກເຈົ້າເທີ້ນ. |
|
|
|
|