|
| 1 |
|
| ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງຄຣິສຕະຈັກຂອງຊາວເທສະໂລນິກໃນພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາທັງຫລາຍ: |
|
| 2 |
|
| ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຈົ່ງມີແກ່ພວກເຈົ້າທັງຫລາຍ. |
|
| 3 |
|
| ພີ່ນ້ອງທັງຫລາຍເອີຍ, ພວກເຮົາຄວນຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢູ່ສະເໝີ ແລະ ເປັນການຖືກຕ້ອງແລ້ວທີ່ເຮັດຢ່າງນັ້ນ ເພາະວ່າຄວາມເຊື່ອຂອງພວກເຈົ້າໄດ້ເພີ່ມຫລາຍຂຶ້ນເລື້ອຍໆ ແລະ ຄວາມຮັກທີ່ພວກເຈົ້າທຸກຄົນມີຕໍ່ກັນກໍເພີ່ມຂຶ້ນ. |
|
| 4 |
|
| ເຫດສະນັ້ນ ໃນທ່າມກາງຄຣິສຕະຈັກຕ່າງໆຂອງພຣະເຈົ້າພວກເຮົາໄດ້ອວດເຖິງຄວາມພຽນອົດທົນ ແລະ ຄວາມເຊື່ອຂອງພວກເຈົ້າໃນທ່າມກາງການຂົ່ມເຫັງ ແລະ ການທົດລອງທັງໝົດທີ່ພວກເຈົ້າກຳລັງອົດທົນຢູ່. |
|
| 5 |
|
| ທັງໝົດນີ້ເປັນຫລັກຖານວ່າການພິພາກສາຂອງພຣະເຈົ້ານັ້ນຖືກຕ້ອງ ແລະ ຜົນກໍຄືພວກເຈົ້າຈະໄດ້ຖືກນັບວ່າສົມຄວນກັບອານາຈັກຂອງພຣະເຈົ້າ ເຊິ່ງພວກເຈົ້າກຳລັງທົນທຸກຢູ່ເພື່ອອານາຈັກນັ້ນ. |
|
| 6 |
|
| ພຣະເຈົ້າຍຸຕິທຳຄື: ພຣະອົງຈະເອົາຄວາມລຳບາກຄືນສະໜອງແກ່ບັນດາຜູ້ທີ່ເຮັດໃຫ້ພວກເຈົ້າລຳບາກ |
|
| 7 |
|
| ແລະ ຈະໃຫ້ການບັນເທົາທຸກແກ່ພວກເຈົ້າທີ່ໄດ້ຮັບຄວາມຍາກລຳບາກ ແລະ ໃຫ້ພວກເຮົາດ້ວຍ. ເຫດການນີ້ຈະເກີດຂຶ້ນເມື່ອພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າປາກົດຈາກສະຫວັນໃນແປວໄຟອັນຮ້ອນກ້າພ້ອມກັບບັນດາເທວະດາຜູ້ມີລິດອຳນາດຂອງພຣະອົງ. |
|
| 8 |
|
| ພຣະອົງຈະລົງໂທດບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. |
|
| 9 |
|
| ພວກເຂົາຈະຖືກລົງໂທດດ້ວຍຄວາມຈິບຫາຍຕະຫລອດໄປ ຈະຖືກແຍກອອກຈາກການສະຖິດຂອງອົງພຣະຜູ້ເປັນເຈົ້າ ແລະ ແຍກອອກຈາກສະຫງ່າລາສີແຫ່ງລິດທານຸພາບຂອງພຣະອົງ |
|
| 10 |
|
| ໃນວັນນັ້ນພຣະອົງຈະມາເພື່ອຮັບກຽດຕິຍົດໃນທ່າມກາງຄົນບໍລິສຸດຂອງພຣະອົງ ແລະ ເພື່ອເປັນທີ່ປະຫລາດໃຈໃນທ່າມກາງຜູ້ທີ່ເຊື່ອທັງຫລາຍ ເຊິ່ງລວມທັງພວກເຈົ້າດ້ວຍ ເພາະພວກເຈົ້າໄດ້ເຊື່ອໃນຄຳພະຍານຂອງພວກເຮົາທີ່ກ່າວແກ່ພວກເຈົ້າ. |
|
| 11 |
|
| ໂດຍຄຳນຶງເຖິງສິ່ງນີ້ ພວກເຮົາຈຶ່ງອະທິຖານເພື່ອພວກເຈົ້າຢູ່ສະເໝີ ຂໍໃຫ້ພຣະເຈົ້າຂອງພວກເຮົານັບວ່າພວກເຈົ້າສົມຄວນກັບການເອີ້ນຂອງພຣະອົງ ແລະ ຂໍໃຫ້ທຸກຄວາມປາຖະໜາອັນດີຂອງພວກເຈົ້າ ແລະ ທຸກການກະທຳທີ່ເກີດຈາກຄວາມເຊື່ອຂອງພວກເຈົ້າບັນລຸຜົນສຳເລັດໂດຍລິດອຳນາດຂອງພຣະອົງ. |
|
| 12 |
|
| ພວກເຮົາອະທິຖານເຊັ່ນນີ້ກໍເພື່ອນາມຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຈະໄດ້ຮັບກຽດຕິຍົດໃນພວກເຈົ້າທັງຫລາຍ ແລະ ພວກເຈົ້າກໍຈະໄດ້ຮັບກຽດຕິຍົດໃນພຣະອົງຕາມພຣະຄຸນຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. |
|
|
|
|