|
| 1 |
|
| ເຫດສະນັ້ນ ລູກຂອງເຮົາເອີຍ ຈົ່ງເຂັ້ມແຂງຂຶ້ນໂດຍພຣະຄຸນ ທີ່ພວກເຮົາມີໃນພຣະຄຣິດເຈົ້າເຢຊູ. |
|
| 2 |
|
| ຈົ່ງມອບຄຳສອນທີ່ເຈົ້າໄດ້ຍິນຈາກເຮົາ ຕໍ່ໜ້າພະຍານຫລາຍຄົນ ໄວ້ກັບຄົນສັດຊື່ທີ່ສາມາດສອນຄົນອື່ນໄດ້ດ້ວຍ. |
|
| 3 |
|
| ຈົ່ງຮ່ວມໃນຄວາມທົນທຸກ ເໝືອນດັ່ງເປັນທະຫານທີ່ດີຂອງພຣະຄຣິດເຈົ້າເຢຊູ. |
|
| 4 |
|
| ບໍ່ມີທະຫານຄົນໃດເມື່ອເຂົ້າປະຈຳການແລ້ວ ຈະຫຍຸ້ງກ່ຽວກັບການງານຝ່າຍພົນລະເຮືອນ. ດ້ວຍວ່າ, ເຂົາຕ້ອງເຮັດໃຫ້ຜູ້ທີ່ເກນຕົນໄດ້ຮັບຄວາມພໍໃຈ. |
|
| 5 |
|
| ນັກກິລາທີ່ແລ່ນຊິງໄຊ ຈະຍາດເອົາລາງວັນບໍ່ໄດ້ ຖ້າບໍ່ປະຕິບັດຕາມກົດລະບຽບ. |
|
| 6 |
|
| ຊາວກະສິກອນທີ່ເຮັດວຽກໜັກ ກໍຄວນເປັນຜູ້ທຳອິດທີ່ໄດ້ຮັບຜົນເກັບກ່ຽວ. |
|
| 7 |
|
| ຈົ່ງຄິດຕຶກຕອງຂໍ້ຄວາມທີ່ເຮົາເວົ້ານັ້ນໃຫ້ຖີ່ຖ້ວນ ເພາະອົງພຣະຜູ້ເປັນເຈົ້າຈະຊົງປະທານໃຫ້ເຈົ້າເຂົ້າໃຈໃນທຸກສິ່ງ. |
|
| 8 |
|
| ຈົ່ງລະນຶກເຖິງພຣະເຢຊູຄຣິດເຈົ້າ ຜູ້ທີ່ໄດ້ຖືກບັນດານໃຫ້ເປັນຄືນມາຈາກຕາຍ ແລະຜູ້ທີ່ເປັນເຊື້ອສາຍຂອງດາວິດ ຕາມຂ່າວປະເສີດທີ່ເຮົາປະກາດນັ້ນ. |
|
| 9 |
|
| ເພາະຂ່າວປະເສີດນີ້ ເຮົາຈຶ່ງທົນທຸກ ແລະຖືກຜູກມັດດັ່ງຜູ້ຮ້າຍ ແຕ່ພຣະທຳຂອງພຣະເຈົ້ານັ້ນ ບໍ່ມີຜູ້ໃດຜູກມັດໄວ້ໄດ້. |
|
| 10 |
|
| ເພາະສະນັ້ນ ເຮົາຈຶ່ງສູ້ທົນທຸກສິ່ງ ເພາະເຫັນແກ່ໄພ່ພົນທີ່ພຣະເຈົ້າໄດ້ຊົງເລືອກໄວ້ ເພື່ອພວກເຂົາຈະໄດ້ຮັບຄວາມພົ້ນ ຊຶ່ງມາໂດຍທາງພຣະຄຣິດເຈົ້າເຢຊູ ແລະຈະຖືກນຳໄປສູ່ສະຫງ່າຣາສີນິຣັນດອນ. |
|
| 11 |
|
| ຄຳນີ້ເປັນຄວາມຈິງ ຄື: “ຖ້າພວກເຮົາໄດ້ຕາຍດ້ວຍກັນກັບພຣະອົງ ພວກເຮົາກໍຈະມີຊີວິດກັບພຣະອົງເໝືອນກັນ. |
|
| 12 |
|
| ຖ້າພວກເຮົາອົດທົນເອົາ ພວກເຮົາກໍຈະປົກຄອງຮ່ວມກັບພຣະອົງ. ຖ້າພວກເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດພວກເຮົາເໝືອນກັນ. |
|
| 13 |
|
| ຖ້າພວກເຮົາບໍ່ສັດຊື່ ພຣະອົງກໍຍັງສັດຊື່ໝັ້ນຄົງຢູ່ ເພາະວ່າພຣະອົງຊົງເປັນຄວາມຈິງ ທີ່ບໍ່ສາມາດຈະປະຕິເສດພຣະອົງເອງໄດ້.” |
|
| 14 |
|
| ຈົ່ງບອກຄົນຂອງເຈົ້າ ໃຫ້ຈົດຈຳໃນເລື່ອງນີ້ ແລະຕັກເຕືອນພວກເຂົາຢ່າງໜັກແໜ້ນຢູ່ຊ້ອງພຣະພັກພຣະເຈົ້າ ບໍ່ໃຫ້ຜິດຖຽງກັນເຖິງຖ້ອຍຄຳຕ່າງໆ ການກະທຳເຊັ່ນນີ້ ບໍ່ເປັນສິ່ງທີ່ດີ ມີແຕ່ເຮັດໃຫ້ຜູ້ຟັງຈິບຫາຍໄປ. |
|
| 15 |
|
| ຈົ່ງອົດສາພະຍາຍາມສະແດງຕົນ ເໝືອນເປັນຄົນທີ່ພິສູດແລ້ວຕໍ່ພຣະພັກພຣະເຈົ້າ ເປັນຄົນງານທີ່ບໍ່ຕ້ອງອາຍ ແລະໃຊ້ພຣະທຳແຫ່ງຄວາມຈິງຢ່າງຖືກຕ້ອງ. |
|
| 16 |
|
| ຈົ່ງຫລີກເວັ້ນຈາກການສົນທະນາອັນໂງ່ງ່າວ ແລະຂັດກັບຄວາມເຊື່ອ ຊຶ່ງເປັນການຊັກນຳຜູ້ຟັງໃຫ້ຫ່າງຈາກພຣະເຈົ້າຫລາຍຂຶ້ນເທົ່ານັ້ນ. |
|
| 17 |
|
| ຄຳສັ່ງສອນເຊັ່ນນັ້ນ ເປັນດັ່ງບາດແຜເປື່ອຍເນົ່າປົວບໍ່ດີ ທີ່ລາມໄປຕາມເນື້ອໜັງ ໃນຈຳພວກນັ້ນມີ ຮີເມນາໂຢ ແລະ ຟີເລໂຕ. |
|
| 18 |
|
| ຄົນທັງສອງນັ້ນໄດ້ຫລົງໄປຈາກຄວາມຈິງ ໂດຍກ່າວວ່າ ການຄືນຈາກຄວາມຕາຍນັ້ນໄດ້ຜ່ານພົ້ນໄປແລ້ວ, ພວກເຂົາກຳລັງເຮັດໃຫ້ຄວາມເຊື່ອຂອງບາງຄົນລົ້ມລະລາຍໄປ. |
|
| 19 |
|
| ແຕ່ຮາກຖານອັນແຂງແກ່ນ ຊຶ່ງພຣະເຈົ້າໄດ້ວາງລົງແລ້ວນັ້ນຕັ້ງໝັ້ນຄົງຢູ່ ໂດຍມີຄຳຂຽນໄວ້ວ່າ, “ອົງພຣະຜູ້ເປັນເຈົ້າຊົງຮູ້ຈັກຄົນເຫຼົ່ານັ້ນ ທີ່ເປັນຂອງພຣະອົງ” ແລະ “ທຸກຄົນ ຊຶ່ງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າ ກໍຕ້ອງຫັນໜີຈາກຄວາມຊົ່ວຊ້າ.” |
|
| 20 |
|
| ໃນເຮືອນໃຫຍ່ຫລັງໃດ ບໍ່ແມ່ນມີແຕ່ພາຊະນະເງິນແລະຄຳເທົ່ານັ້ນ ແຕ່ມີພາຊະນະໄມ້ແລະດິນດ້ວຍ ບາງຢ່າງກໍໃຊ້ເພື່ອເປັນກຽດ ແລະບາງຢ່າງກໍໃຊ້ການທຳມະດາ. |
|
| 21 |
|
| ເຫດສະນັ້ນ ຖ້າຜູ້ໃດຊຳລະຕົວໃຫ້ພົ້ນຈາກສິ່ງຊົ່ວເຫຼົ່ານັ້ນ ກໍຈະເປັນເໝືອນພາຊະນະອັນມີກຽດ ທີ່ໄດ້ຕັ້ງໄວ້ຕ່າງຫາກ ຊຶ່ງເປັນປະໂຫຍດແກ່ເຈົ້າຂອງເຮືອນ ທີ່ຈັດໄວ້ພ້ອມແລ້ວສຳລັບການດີທຸກຢ່າງ. |
|
| 22 |
|
| ດັ່ງນັ້ນ ເຈົ້າຈົ່ງຫລີກໜີຈາກຣາຄະຕັນຫາຂອງຄົນໜຸ່ມ. ຈົ່ງຕິດຕາມຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະສັນຕິສຸກ ຮ່ວມກັບຄົນທັງປວງທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າດ້ວຍໃຈບໍຣິສຸດ. |
|
| 23 |
|
| ແຕ່ຈົ່ງຫລີກເວັ້ນຈາກການໂຕ້ຖຽງອັນໂງ່ງ່າວແລະອັບປັນຍາ ເຈົ້າກໍຮູ້ແລ້ວວ່າ ການກະທຳຢ່າງນັ້ນນຳໄປສູ່ການວິວາດຜິດຖຽງກັນ. |
|
| 24 |
|
| ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຕ້ອງບໍ່ເປັນຄົນວິວາດຜິດຖຽງກັນ, ແຕ່ຕ້ອງມີໃຈເມດຕາແກ່ທຸກຄົນ ເປັນຄູທີ່ເໝາະສົມ ແລະມີໃຈພຽນອົດທົນ |
|
| 25 |
|
| ແກ້ໄຂຄວາມຄິດເຫັນຝ່າຍກົງກັນຂ້າມ ດ້ວຍຄວາມສຸພາບອ່ອນໂຍນ ເພາະພຣະເຈົ້າຈະຊົງໂຜດໃຫ້ພວກເຂົາກັບໃຈໃໝ່ ແລະພາໄປສູ່ການຮູ້ຈັກເຖິງຄວາມຈິງ. |
|
| 26 |
|
| ແລະໃຫ້ພວກເຂົາຮູ້ສຶກຕື່ນຕົວ ຈຶ່ງຫລຸດພົ້ນຈາກບ່ວງແຮ້ວຂອງມານຮ້າຍ ຜູ້ຊຶ່ງຈັບພວກເຂົາໄວ້ໃຫ້ເຮັດຕາມຄວາມປະສົງຂອງມັນ. |
|
|
|
|