|
| 1 |
|
| ແຕ່ຈົ່ງຮູ້ຈັກຂໍ້ຄວາມນີ້ວ່າ, ໃນຍຸກສຸດທ້າຍນັ້ນ ຈະເກີດຄວາມລຳບາກຢ່າງຮ້າຍແຮງ. |
|
| 2 |
|
| ເພາະວ່າຄົນທັງຫລາຍຈະເຫັນແກ່ຕົວ, ເຫັນແກ່ເງິນຄຳ, ອວດຕົວ, ຈອງຫອງ, ມັກດ່າວ່າ, ບໍ່ເຊື່ອຟັງຄວາມພໍ່ແມ່, ເນຣະຄຸນ, ເປັນຄົນບໍ່ມີສິນທຳ; |
|
| 3 |
|
| ເປັນຄົນຂາດມະນຸດສະທຳ, ບໍ່ຍອມຜ່ອນຜັນຜູ້ໃດ, ໃສ່ຮ້າຍປ້າຍສີກັນ, ບໍ່ຮູ້ຈັກບັງຄັບຕົນ, ມີໃຈໂຫດຮ້າຍ, ເປັນຄົນບໍ່ຮັກການດີ, |
|
| 4 |
|
| ເປັນຄົນທໍລະຍົດ, ດື້ດ້ານ, ອວດສະຫາວ ແລະເປັນຄົນຮັກຄວາມສະໜຸກ ຫລາຍກວ່າຮັກພຣະເຈົ້າ. |
|
| 5 |
|
| ເຂົາກໍເຮັດເໝືອນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ, ແຕ່ວ່າຣິດອຳນາດຂອງການນັບຖືນັ້ນ ເຂົາກໍປະຕິເສດເສຍ ເຈົ້າຈົ່ງຫລີກໜີເສຍຈາກຄົນຢ່າງນັ້ນ. |
|
| 6 |
|
| ເພາະໃນບັນດາຄົນເຫຼົ່ານັ້ນ ມີຄົນທີ່ມັກລ່ວງເຂົ້າໄປຕາມບ້ານເຮືອນ ກ້ຽວກ່ອມເອົາໃຈແມ່ຍິງທີ່ເບົາປັນຍາ ໜາດ້ວຍຄວາມຜິດບາບ ແລະຫລົງໄຫລໄປດ້ວຍຕັນຫາຕ່າງໆ ເອົາໄປເປັນຊະເລີຍ, |
|
| 7 |
|
| ຍິງພວກນີ້ ກໍຍອມຮໍ່າຮຽນຢູ່ສະເໝີ ແຕ່ບໍ່ອາດຈະເຖິງການສັງເກດຮູ້ຄວາມຈິງໄດ້ຈັກເທື່ອ. |
|
| 8 |
|
| ຢາເນກັບຢຳເບ ຂັດຂວາງຕໍ່ສູ້ກັບໂມເຊສັນໃດ ຄົນເຫຼົ່ານີ້ ກໍຂັດຂວາງຕໍ່ສູ້ກັບຄວາມຈິງສັນນັ້ນເໝືອນກັນ ເຂົາເປັນຄົນມີໃຈຊົ່ວຮ້າຍ ແລະໃນດ້ານຄວາມເຊື່ອນັ້ນ ເຂົາໃຊ້ບໍ່ໄດ້ເລີຍ, |
|
| 9 |
|
| ແຕ່ເຂົາກ້າວໜ້າຕໍ່ໄປອີກບໍ່ໄດ້ ເພາະວ່າຄວາມໂງ່ຂອງເຂົານັ້ນ ຈະປາກົດແຈ້ງແກ່ຄົນທັງປວງ ເໝືອນດັ່ງຄວາມໂງ່ຂອງຊາຍສອງຄົນນັ້ນ. |
|
| 10 |
|
| ບັດນີ້ ເຈົ້າກໍໄດ້ຕິດຕາມເຮົາ ໃນດ້ານຄຳສອນ, ຄືດຳເນີນຕາມຄວາມປະພຶດ, ເປົ້າໝາຍຂອງຊີວິດ, ຄວາມເຊື່ອ, ຄວາມອົດທົນ, ຄວາມຮັກ, ຄວາມໜັກແໜ້ນໝັ້ນຄົງ, |
|
| 11 |
|
| ການຖືກຂົ່ມເຫັງ ແລະຄວາມທົນທຸກລຳບາກຂອງເຮົາ ເຈົ້າກໍຮູ້ຈັກເຫດການທັງໝົດທີ່ໄດ້ເກີດຂຶ້ນກັບເຮົາໃນເມືອງອັນຕີໂອເຂຍ ໃນເມືອງອີໂກນີອົມ ແລະໃນເມືອງລີສະຕຣາ ຄືການຖືກຂົ່ມເຫັງອັນໜັກໜ່ວງທີ່ເຮົາໄດ້ທົນເອົານັ້ນ, ແຕ່ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍກູ້ເອົາເຮົາໃຫ້ພົ້ນຈາກສິ່ງເຫຼົ່ານັ້ນທັງສິ້ນ. |
|
| 12 |
|
| ແທ້ຈິງ ບັນດາຄົນທີ່ປາຖະໜາຈະດຳເນີນຊີວິດຄຣິສຕຽນ ເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ ກໍຈະຖືກກົດຂີ່ຂົ່ມເຫັງ, |
|
| 13 |
|
| ແຕ່ຄົນຊົ່ວຮ້າຍ ແລະຄົນປອມຕົວ ຈະເພີ່ມທະວີຫລາຍຂຶ້ນ ໄປລໍ້ລວງຄົນອື່ນໃຫ້ຫລົງ ແລະຕົວເຂົາເອງກໍຈະຖືກລໍ້ລວງເໝືອນກັນ. |
|
| 14 |
|
| ແຕ່ສຳລັບເຈົ້າ ຈົ່ງສືບຕໍ່ດຳເນີນຕໍ່ໄປ ໃນສິ່ງທີ່ເຈົ້າໄດ້ຮຽນຮູ້ມາແລ້ວ ແລະໄດ້ເຊື່ອຢ່າງໝັ້ນຄົງ ເຈົ້າກໍຮູ້ແລ້ວວ່າເຈົ້າໄດ້ຮຽນຮູ້ມາຈາກຜູ້ໃດ. |
|
| 15 |
|
| ທີ່ຈິງແລ້ວ ເຈົ້າໄດ້ຮູ້ພຣະຄຳພີອັນສັກສິດ ຕັ້ງແຕ່ຄາວເຈົ້າຍັງນ້ອຍພຸ້ນ ຊຶ່ງສາມາດສອນເຈົ້າໃຫ້ມີປັນຍາ ທີ່ນຳໄປເຖິງຄວາມພົ້ນ ໂດຍທາງຄວາມເຊື່ອໃນພຣະຄຣິດເຈົ້າເຢຊູ. |
|
| 16 |
|
| ພຣະຄຳພີທຸກຕອນໄດ້ຮັບການຊົງບັນດົນໃຈຈາກພຣະເຈົ້າ ແລະເປັນປະໂຫຍດ ໃນການສອນ, ການກ່າວຕັກເຕືອນວ່າກ່າວ, ການປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະການອົບຮົມໃນທາງຊອບທຳ, |
|
| 17 |
|
| ເພື່ອຄົນຂອງພຣະເຈົ້າຈະບັນລຸຜົນສຳເລັດ ແລະຈັດຕຽມໄວ້ພ້ອມສຳລັບການດີທຸກຢ່າງ. |
|
|
|
|