|
| 1 |
|
| ຈາກ ໂປໂລ ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ. ເພື່ອຊ່ວຍສົ່ງເສີມຄວາມເຊື່ອຂອງໄພ່ພົນ ທີ່ພຣະເຈົ້າໄດ້ຊົງເລືອກໄວ້ ແລະນຳໄປສູ່ຄວາມຈິງຕາມການນັບຖືພຣະເຈົ້າຢ່າງຖືກຕ້ອງ. |
|
| 2 |
|
| ດ້ວຍຫວັງວ່າຈະໄດ້ຊີວິດນິຣັນດອນ ຊຶ່ງພຣະເຈົ້າຜູ້ບໍ່ຊົງກ່າວຄຳຕົວະໄດ້ ໄດ້ຊົງສັນຍາໄວ້ຕັ້ງແຕ່ດຶກດຳບັນ, |
|
| 3 |
|
| ແລະເມື່ອເຖິງເວລາທີ່ກຳນົດໄວ້ ພຣະອົງກໍໄດ້ເປີດເຜີຍຖ້ອຍຄຳຂອງພຣະອົງໂດຍການປະກາດ ຊຶ່ງໄດ້ຖືກມອບໝາຍໃຫ້ແກ່ເຮົາ ແລະເຮົາກໍປະກາດພຣະທຳຕາມຄຳສັ່ງຂອງພຣະເຈົ້າ ພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ. |
|
| 4 |
|
| ເຖິງ ຕີໂຕ ຜູ້ເປັນລູກແທ້ຂອງເຮົາໃນຄວາມເຊື່ອ. ຂໍພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ ໂຜດປະທານພຣະຄຸນແລະສັນຕິສຸກແກ່ເຈົ້າເທີ້ນ. |
|
| 5 |
|
| ເຮົາໄດ້ປະເຈົ້າໄວ້ໃນກະເຣເຕ ເພື່ອວ່າເຈົ້າຈະໄດ້ຈັດການກັບວຽກງານທີ່ຍັງຄ້າງຄາຢູ່ນັ້ນ ໃຫ້ຮຽບຮ້ອຍ ແລະແຕ່ງຕັ້ງພວກຜູ້ປົກຄອງປະຈຳຄຣິສຕະຈັກໄວ້ໃນທຸກໆເມືອງ ຕາມທີ່ເຮົາໄດ້ໃຫ້ແກ່ເຈົ້ານັ້ນ. |
|
| 6 |
|
| ຄືພວກຜູ້ປົກຄອງນັ້ນ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ຕິຕຽນ ມີເມຍຄົນດຽວ ມີລູກທີ່ເຊື່ອໃນພຣະເຈົ້າ ແລະບໍ່ຖືກກ່າວຫາວ່າເປັນນັກເລງ ຫລືເປັນຄົນດື້ດ້ານ. |
|
| 7 |
|
| ເພາະວ່າຜູ້ປົກຄອງດູແລນັ້ນ ໃນຖານະທີ່ເປັນຜູ້ຮັບມອບໝາຍຈາກພຣະເຈົ້າ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ຕຳໜິ, ບໍ່ເປັນຄົນຈອງຫອງ, ບໍ່ເປັນຄົນເລືອດຮ້ອນ, ບໍ່ເປັນຄົນເມົາເຫຼົ້າ, ບໍ່ເປັນຄົນອັນທະພານ, ບໍ່ເປັນຄົນໂລບເອົາກຳໄລໃນທາງບໍ່ສັດຊື່, |
|
| 8 |
|
| ແຕ່ໃຫ້ເປັນຄົນມີໃຈສັດທາເຫຼື້ອມໃສຕ້ອນຮັບແຂກ, ເປັນຜູ້ຮັກຄວາມດີ, ເປັນຄົນມີສະຕິອັນດີຮອບຄອບ, ເປັນຄົນຍຸດຕິທຳ, ເປັນຄົນບໍຣິສຸດ, ເປັນຄົນຮູ້ຈັກບັງຄັບຕົນ, |
|
| 9 |
|
| ເປັນຄົນຢຶດໝັ້ນໃນຫລັກອັນທ່ຽງທຳທີ່ຖືກຕ້ອງ, ຕາມໂອວາດຄຳສອນ, ເພື່ອຈະສາມາດເຕືອນສະຕິດ້ວຍຄຳສອນອັນມີຫລັກ ແລະຊີ້ແຈງແກ່ຄົນທີ່ຄັດຄ້ານຄຳສອນນັ້ນ. |
|
| 10 |
|
| ເພາະວ່າມີຫລາຍຄົນທີ່ດື້ດ້ານ ກ່າວຄຳທີ່ບໍ່ມີແກ່ນສານ ແລະຫລອກລວງຄົນອື່ນໃຫ້ຫລົງ ເປັນຕົ້ນວ່າພວກຢູ່ຝ່າຍພິທີຕັດ. |
|
| 11 |
|
| ຈຳເປັນຕ້ອງໃຫ້ພວກເຂົາງັບປາກເສຍ ເພາະພວກເຂົາໄດ້ເຮັດໃຫ້ບັນດາຄອບຄົວທັງໝົດປັ່ນປ່ວນວຸ້ນວາຍໄປ ໂດຍສອນສິ່ງທີ່ບໍ່ຄວນສອນເພື່ອຫາລາຍໄດ້ໃນທາງບໍ່ສັດຊື່. |
|
| 12 |
|
| ຜູ້ທຳນວາຍຄົນໜຶ່ງຈາກຊາວເກາະກະເຣເຕເອງໄດ້ກ່າວວ່າ, “ຊາວກະເຣເຕເປັນຄົນມັກເວົ້າຕົວະ, ເປັນຄົນໂຫດຮ້າຍຢ່າງສັດ, ເປັນຄົນຂີ້ຄ້ານ ມັກແຕ່ກິນ.” |
|
| 13 |
|
| ຄຳທີ່ພວກເຂົາອ້າງນີ້ເປັນຄວາມຈິງ. ດ້ວຍເຫດນີ້ ເຈົ້າຈົ່ງຕໍ່ວ່າພວກເຂົາຢ່າງຮຸນແຮງ ເພື່ອພວກເຂົາຈະໄດ້ມີຄວາມເຊື່ອອັນມີຫລັກ |
|
| 14 |
|
| ເພື່ອບໍ່ໃຫ້ພວກເຂົາເຊື່ອຟັງນິຍາຍຂອງພວກຢິວ ແລະກົດບັນຍັດຂອງມະນຸດທີ່ປະຕິເສດຄວາມຈິງ. |
|
| 15 |
|
| ສຳລັບຄົນສະອາດນັ້ນ ທຸກສິ່ງກໍສະອາດເສາະໃສ ແຕ່ສຳລັບຄົນຊົ່ວຮ້າຍແລະຄົນທີ່ບໍ່ເຊື່ອນັ້ນ ບໍ່ມີສິ່ງໃດສະອາດຈັກຢ່າງ ແຕ່ຈິດໃຈ ແລະໃຈສຳນຶກຜິດແລະຊອບຂອງພວກເຂົາ ກໍຖືກຊົ່ວຮ້າຍໄປແລ້ວ. |
|
| 16 |
|
| ພວກເຂົາອ້າງວ່າພວກເຂົາຮູ້ຈັກພຣະເຈົ້າ, ແຕ່ການກະທຳຂອງພວກເຂົາກັບປະຕິເສດພຣະອົງ ພວກເຂົາເປັນຄົນໜ້າກຽດໜ້າຊັງ, ບໍ່ເຊື່ອຟັງ ແລະ ເຮັດຄວາມດີອັນໃດບໍ່ໄດ້ຈັກປະການ. |
|
|
|
|