|
| 1 |
|
| ແຕ່ຝ່າຍເຈົ້ານັ້ນ ຈົ່ງສອນເນັ້ນໃຫ້ສອດຄ່ອງກັບຫລັກຄຳສອນອັນຖືກຕ້ອງ. |
|
| 2 |
|
| ຈົ່ງແນະນຳພວກຜູ້ຊາຍທີ່ອາວຸໂສ ໃຫ້ເປັນຄົນຮູ້ຈັກບັງຄັບຕົນ, ເປັນຄົນສະຫງ່າຜ່າເຜີຍ ແລະເປັນຄົນມີສະຕິອາຣົມດີຮອບຄອບ, ເປັນຄົນມີຄວາມເຊື່ອຢ່າງຖືກຕ້ອງ, ຄວາມຮັກ ແລະຄວາມອົດທົນ. |
|
| 3 |
|
| ໃນທຳນອງດຽວກັນ ຈົ່ງແນະນຳພວກແມ່ຍິງທີ່ອາວຸໂສ ໃຫ້ປະພຶດຕົນສົມກັບເປັນຄົນຂອງພຣະເຈົ້າ ພວກເຂົາຕ້ອງບໍ່ເປັນຄົນມັກກ່າວນິນທາໃສ່ຮ້າຍປ້າຍສີ ຫລືຕິດເຫລົ້າເມົາສຸຣາ ພວກເຂົາຕ້ອງເປັນຜູ້ສັ່ງສອນຄຸນງາມຄວາມດີ |
|
| 4 |
|
| ເພື່ອແອບສອນພວກຍິງໜຸ່ມໃຫ້ຮັກຜົວ ແລະລູກຂອງຕົນ |
|
| 5 |
|
| ໃຫ້ເປັນຄົນມີສະຕິອັນດີຮອບຄອບ, ເປັນຄົນບໍຣິສຸດ, ເປັນຄົນເອົາໃຈໃສ່ໃນວຽກບ້ານການເຮືອນ, ເປັນຄົນມີໃຈເມດຕາ ແລະ ເປັນຄົນນອບນ້ອມເຊື່ອຟັງຜົວຂອງຕົນ ເພື່ອພຣະທຳຂອງພຣະເຈົ້າຈະບໍ່ຖືກໝິ່ນປະໝາດ. |
|
| 6 |
|
| ໃນທຳນອງດຽວກັນ ຈົ່ງຕັກເຕືອນພວກຊາຍໜຸ່ມໃຫ້ເປັນຄົນມີສະຕິອັນດີຮອບຄອບ. |
|
| 7 |
|
| ຝ່າຍເຈົ້ານັ້ນ ຈົ່ງເປັນແບບຢ່າງໃນການກະທຳດີທຸກປະການ ຈົ່ງເປັນຄົນຈິງໃຈ ແລະໜັກແໜ້ນໃນຄຳສັ່ງສອນ. |
|
| 8 |
|
| ຈົ່ງໃຊ້ຄຳເວົ້າອັນຖືກຕ້ອງທ່ຽງທຳ ເພື່ອຈະບໍ່ມີຜູ້ໃດຕິຕຽນໄດ້ ເພື່ອວ່າຜູ້ທີ່ຂັດຂວາງເຈົ້ານັ້ນຈະໄດ້ຮັບຄວາມອັບອາຍ ໂດຍບໍ່ມີຄຳຊົ່ວຊ້າອັນໃດ ທີ່ຈະວ່າກ່າວພວກເຮົາໄດ້. |
|
| 9 |
|
| ບັນດາທາດຮັບໃຊ້ ຕ້ອງຍອມອ່ອນນ້ອມເຊື່ອຟັງຕໍ່ນາຍຂອງຕົນ ແລະໃຫ້ເຮັດຖືກໃຈນາຍໃນທຸກສິ່ງ ແລະບໍ່ໃຫ້ເປັນຄົນຖຽງຄວາມ, |
|
| 10 |
|
| ຢ່າໃຫ້ເປັນຄົນລັກໂລບເຊື່ອງບັງສິ່ງໃດ ແຕ່ໃຫ້ສັດຊື່ສຸດຈະຣິດໃນທຸກສິ່ງ ເພື່ອວ່າໃນການທັງປວງນັ້ນ ເຂົາຈະໄດ້ເທີດທູນພຣະກຽດຄຳສອນເລື່ອງພຣະເຈົ້າ ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ. |
|
| 11 |
|
| ເພາະວ່າພຣະຄຸນຂອງພຣະເຈົ້າໄດ້ຊົງເປີດເຜີຍແລ້ວ ເພື່ອນຳຄວາມລອດພົ້ນມາໃຫ້ຄົນທັງປວງ. |
|
| 12 |
|
| ພຣະຄຸນນັ້ນ ສອນພວກເຮົາໃຫ້ປະຖິ້ມການດຳເນີນຊີວິດ ໃນຝ່າຍທາງຊົ່ວຊ້າອະທຳແລະຕັນຫາຝ່າຍໂລກ ແລະໃຫ້ດຳເນີນຊີວິດຢ່າງມີສະຕິອາຣົມອັນດີຮອບຄອບ ໃນທາງຊອບທຳ ແລະສັດຊື່ບໍຣິສຸດຕໍ່ພຣະເຈົ້າ, |
|
| 13 |
|
| ໃນຂະນະທີ່ພວກເຮົາກຳລັງລໍຖ້າຄວາມຫວັງອັນໜ້າຍິນດີ ແລະການມາປາກົດຂອງສະຫງ່າຣາສີຂອງພຣະເຈົ້າອົງຍິ່ງໃຫຍ່ ຄືພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງພວກເຮົາ ຈະມາປາກົດ. |
|
| 14 |
|
| ພຣະອົງໄດ້ສະຫລະພຣະອົງເອງ ແທນພວກເຮົາທັງຫລາຍ ເພື່ອໄຖ່ເອົາພວກເຮົາໃຫ້ພົ້ນຈາກຄວາມຊົ່ວຊ້າທັງໝົດ ແລະເພື່ອຊຳລະພວກເຮົາໃຫ້ເປັນຜູ້ບໍຣິສຸດ ເພື່ອເປັນໄພ່ພົນຂອງພຣະອົງໂດຍສະເພາະ ແລະມີໃຈຮ້ອນຮົນສຳລັບເຮັດຄວາມດີ. |
|
| 15 |
|
| ຂໍ້ຄວາມຂ້າງເທິງນີ້ ເຈົ້າຈົ່ງໃຊ້ວ່າກ່າວ, ຕັກເຕືອນ ແລະບອກສອນພວກເຂົາຢ່າງໜັກແໜ້ນ ຢ່າໃຫ້ຜູ້ໃດໝິ່ນປະໝາດເຈົ້າໄດ້. |
|
|
|
|