|
| 1 |
|
| ຈົ່ງເຕືອນສະຕິພວກເຂົາໃຫ້ຢູ່ໃຕ້ບັງຄັບຜູ້ປົກຄອງ ແລະຜູ້ມີອຳນາດ ຄືໃຫ້ນ້ອມຟັງແລະມີໃຈພ້ອມທີ່ຈະເຮັດການດີທຸກຢ່າງ. |
|
| 2 |
|
| ຢ່າໃຫ້ພວກເຂົາໝິ່ນປະໝາດຜູ້ໃດຈັກຄົນ ຢ່າໃຫ້ເປັນຄົນມັກຜິດຖຽງກັນ ແຕ່ໃຫ້ເປັນຄົນເອົາອົກເອົາໃຈ ສະແດງຄວາມອ່ອນສຸພາບແກ່ຄົນທັງປວງ. |
|
| 3 |
|
| ເພາະວ່າເມື່ອກ່ອນນັ້ນ ພວກເຮົາເອງກໍເປັນຄົນໂງ່, ບໍ່ຍອມເຊື່ອຟັງ, ຖືກເຂົາຫລອກລວງໃຫ້ຫລົງ, ເປັນຂ້ອຍຂ້າຂອງກິເລດຕັນຫາ ແລະການສະໜຸກສະໜານຫລາຍປະການ, ເຄີຍໃຊ້ເວລາໃນການຄິດຮ້າຍ ແລະໃນຄວາມເຫິງສາ, ເປັນຄົນໜ້າຊັງ ແລະກຽດຊັງກັນ. |
|
| 4 |
|
| ແຕ່ເມື່ອພຣະເມດຕາຂອງພຣະເຈົ້າ ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ແລະຄວາມຮັກຂອງພຣະອົງເພື່ອມະນຸດທັງຫລາຍ ໄດ້ສ່ອງມາປາກົດແລ້ວ, |
|
| 5 |
|
| ພຣະອົງໄດ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ບໍ່ແມ່ນຍ້ອນກິດຈະການອັນຊອບທຳທີ່ພວກເຮົາເອງໄດ້ເຮັດ ແຕ່ພຣະອົງໄດ້ຊົງພຣະກະລຸນາຊຳລະໃຫ້ພວກເຮົາມີໃຈບັງເກີດໃໝ່ ແລະຊົງສ້າງພວກເຮົາຂຶ້ນໃໝ່ ໂດຍພຣະວິນຍານບໍຣິສຸດເຈົ້າ. |
|
| 6 |
|
| ພຣະເຈົ້າໄດ້ຖອກເທພຣະວິນຍານບໍຣິສຸດເຈົ້າໃສ່ພວກເຮົາຢ່າງລົ້ນເຫລືອ ໂດຍທາງພຣະເຢຊູຄຣິດເຈົ້າ ອົງເປັນພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ, |
|
| 7 |
|
| ເພື່ອວ່າ ເມື່ອຊົງປະກາດໄວ້ວ່າ ພວກເຮົາເປັນຄົນຊອບທຳດ້ວຍພຣະຄຸນຂອງພຣະອົງນັ້ນແລ້ວ ພວກເຮົາກໍຈະໄດ້ຮັບມໍຣະດົກ ຄືຊີວິດນິຣັນດອນຕາມຄວາມຫວັງ. |
|
| 8 |
|
| ຄຳນີ້ເປັນຄຳສັດຈິງ. ເຮົາປາຖະໜາໃຫ້ເຈົ້າເນັ້ນເຖິງເລື່ອງເຫຼົ່ານີ້ ເພື່ອຄົນທັງຫລາຍທີ່ເຊື່ອໃນພຣະເຈົ້າແລ້ວ ຈະເອົາໃຈໃສ່ເຮັດການດີ ການເຫຼົ່ານີ້ດີແລະມີປະໂຫຍດແກ່ຄົນທັງປວງ. |
|
| 9 |
|
| ແຕ່ຈົ່ງຫລີກເວັ້ນຈາກການໂຕ້ຖຽງອັນໂງ່ງ່າວ, ເລື່ອງລຳດັບເຊື້ອວົງອັນຍືດຍາວຂອງບັນພະບຸລຸດ, ການຜິດຖຽງກັນ ແລະການຕໍ່ສູ້ກັນເຖິງເລື່ອງກົດບັນຍັດ, ສິ່ງເຫຼົ່ານັ້ນເປັນການໄຮ້ປະໂຫຍດແລະບໍ່ມີຄຸນຄ່າ. |
|
| 10 |
|
| ຄົນໃດທີ່ຍຸແຫຍ່ໃຫ້ເກີດການແຕກແຍກກັນ ເມື່ອໄດ້ເຕືອນເຂົາຄັ້ງໜຶ່ງ ຫລືສອງຄັ້ງແລ້ວ ຢ່າກ່ຽວຂ້ອງກັບຄົນນັ້ນອີກຕໍ່ໄປ. |
|
| 11 |
|
| ເພາະຮູ້ແລ້ວວ່າ ຄົນຢ່າງນັ້ນ ເປັນຄົນພິກປີ້ນ ຫລົງໄປເຮັດຜິດບາບ ຈຶ່ງປັບໂທດໃສ່ຕົນເອງ. |
|
| 12 |
|
| ເມື່ອເຮົາໃຊ້ອາເຕມາ ຫລືຕີຂີໂກໄປຫາເຈົ້ານັ້ນ ເຈົ້າຈົ່ງພະຍາຍາມມາຫາເຮົາ ທີ່ເມືອງນີໂກໂປລີ ເພາະເຮົາຕັດສິນໃຈແລ້ວວ່າ ຈະພັກຢູ່ທີ່ນັ້ນຈົນໝົດລະດູໜາວ. |
|
| 13 |
|
| ຈົ່ງພະຍາຍາມຊ່ວຍເຊນັດ ຜູ້ເປັນທະນາຍຄວາມ ແລະ ອາໂປໂລໃຫ້ເລີ່ມອອກເດີນທາງໄປໃຫ້ໄດ້ ຢ່າໃຫ້ພວກເພິ່ນຂັດສົນສິ່ງໃດ. |
|
| 14 |
|
| ພີ່ນ້ອງຂອງພວກເຮົານັ້ນ ໃຫ້ຮຽນຮູ້ທີ່ຈະເຮັດການດີເໝືອນກັນ ເພື່ອຈະເປັນປະໂຫຍດເມື່ອເຖິງຄາວຈຳເປັນ ແລະເພື່ອພວກເຂົາຈະບໍ່ເປັນຄົນທີ່ບໍ່ເກີດຜົນ. |
|
| 15 |
|
| ທຸກຄົນທີ່ຢູ່ນຳເຮົາ ກໍຝາກຄວາມຄິດເຖິງມາຫາເຈົ້າ ເຈົ້າຈົ່ງສົ່ງຄວາມຄິດເຖິງຂອງພວກເຮົາ ໄປຍັງບັນດາພີ່ນ້ອງທີ່ຮັກຂອງພວກເຮົາ ໃນຄວາມເຊື່ອອັນດຽວກັນ. ຂໍພຣະຄຸນ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ. |
|
|
|
|