|
| 1 |
|
| ໃນອະດີດຕະການນັ້ນ ພຣະເຈົ້າຊົງກ່າວແກ່ບັນພະບຸລຸດຂອງພວກເຮົາຫລາຍເທື່ອດ້ວຍວິທີຕ່າງໆ ໂດຍທາງບັນດາຜູ້ທຳນວາຍ, |
|
| 2 |
|
| ແຕ່ໃນຍຸກສຸດທ້າຍນີ້ ພຣະອົງໄດ້ຊົງກ່າວແກ່ເຮົາທັງຫລາຍທາງພຣະບຸດ ຜູ້ຊຶ່ງພຣະອົງໄດ້ຊົງຕັ້ງໃຫ້ເປັນຜູ້ຮັບສັບພະທຸກສິ່ງທັງປວງເປັນມໍຣະດົກ ແລະດ້ວຍພຣະບຸດນັ້ນພຣະອົງໄດ້ຊົງສ້າງໂລກທັງຫລາຍ. |
|
| 3 |
|
| ພຣະບຸດນັ້ນ ເປັນແສງສະທ້ອນພຣະສະຫງ່າຣາສີຂອງພຣະເຈົ້າ ແລະມີສະພາບເປັນແບບພິມດຽວກັນກັບພຣະອົງ ແລະຊົງຄໍ້າຊູພິພົບໂລກໄວ້ດ້ວຍພຣະທຳອັນຊົງຣິດຂອງພຣະອົງ, ເມື່ອພຣະອົງຊົງຊຳລະບາບກຳແລ້ວ ກໍຊົງປະທັບຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບໃນທີ່ສູງສຸດ. |
|
| 4 |
|
| ອັນໜຶ່ງ, ພຣະເຈົ້າໄດ້ຊົງປະທານພຣະນາມອັນປະເສີດເລີດລໍ້າກວ່າເທວະດາໃຫ້ພຣະອົງຢ່າງໃດ ພຣະອົງກໍຊົງເກີດເປັນຜູ້ປະເສີດເລີດລໍ້າກວ່າເທວະດາຢ່າງນັ້ນ. |
|
| 5 |
|
| ເພາະພຣະເຈົ້າບໍ່ເຄີຍກ່າວແກ່ເທວະດາຂອງພຣະອົງຕົນໃດວ່າ, “ທ່ານເປັນບຸດຂອງເຮົາ ວັນນີ້ເຮົາໃຫ້ກຳເນີດແກ່ທ່ານ.” ແລະກ່າວອີກວ່າ, “ເຮົາຈະເປັນບິດາຂອງທ່ານ ຝ່າຍທ່ານກໍຈະເປັນບຸດຂອງເຮົາ.” |
|
| 6 |
|
| ແລະອີກຄັ້ງໜຶ່ງ ພຣະເຈົ້າໄດ້ສົ່ງພຣະບຸດກົກຂອງພຣະອົງເຂົ້າມາໃນໂລກນັ້ນ ພຣະອົງໄດ້ຊົງກ່າວວ່າ, “ໃຫ້ບັນດາເທວະດາຂອງພຣະເຈົ້າທຸກຕົນ ຕ້ອງນ້ອມນະມັດສະການ ຂາບໄຫວ້ພຣະອົງ.” |
|
| 7 |
|
| ສ່ວນກ່ຽວກັບບັນດາເທວະດາເຫຼົ່ານັ້ນ ພຣະອົງຊົງກ່າວວ່າ, “ພຣະເຈົ້າບັນດານໃຫ້ ຝູງເທວະດາຂອງພຣະອົງເປັນລົມ ແລະໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງ ເປັນແປວໄຟອັນຮ້ອນກ້າ.” |
|
| 8 |
|
| ແຕ່ສ່ວນພຣະບຸດນັ້ນ ພຣະເຈົ້າຊົງກ່າວວ່າ, “ຂ້າແດ່ພຣະເຈົ້າ ຣາຊບັນລັງຂອງພຣະອົງນັ້ນ ກໍຕັ້ງໝັ້ນຄົງຕະຫລອດໄປ ພຣະອົງຈະຊົງປົກຄອງອານາຈັກ ຂອງພຣະອົງ ດ້ວຍຄວາມຍຸດຕິທຳ. |
|
| 9 |
|
| ພຣະອົງຊົງຮັກຄວາມຊອບທຳ ແລະຊົງກຽດຊັງສິ່ງອະທຳ ເພາະສະນັ້ນ ພຣະເຈົ້າ, ພຣະເຈົ້າຂອງພຣະອົງ ໄດ້ຊົງຫົດສົງພຣະອົງໄວ້ ດ້ວຍນໍ້າມັນແຫ່ງຄວາມຊົມຊື່ນຍິນດີ ຫລາຍກວ່າເພື່ອນທັງຫຼາຍ ຂອງພຣະອົງ.” |
|
| 10 |
|
| ພຣະອົງຊົງກ່າວອີກວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ເມື່ອຕົ້ນເດີມນັ້ນ ພຣະອົງຊົງວາງຮາກແຜ່ນດິນໂລກໄວ້ ແລະສ້າງຟ້າສະຫວັນ ດ້ວຍສີພຣະຫັດຂອງພຣະອົງ. |
|
| 11 |
|
| ສິ່ງເຫຼົ່ານັ້ນຈະດັບສູນໄປ ແຕ່ພຣະອົງຊົງດຳລົງຄົງຢູ່ ສິ່ງເຫຼົ່ານັ້ນຈະເກົ່າແກ່ໄປໝົດສິ້ນ ເໝືອນດັ່ງເຄື່ອງນຸ່ງຫົ່ມ. |
|
| 12 |
|
| ພຣະອົງຈະມ້ວນສິ່ງເຫຼົ່ານັ້ນໄວ້ ເໝືອນດັ່ງມ້ວນເສື້ອໃຫຍ່ ມັນຈະຖືກປ່ຽນແປງດັ່ງເຄື່ອງນຸ່ງຫົ່ມ. ແຕ່ຝ່າຍພຣະອົງຊົງເປັນຢູ່ດັ່ງເດີມສະເໝີໄປ ແລະ ປີທັງຫລາຍຂອງພຣະອົງກໍບໍ່ສິ້ນສຸດຈັກເທື່ອ.” |
|
| 13 |
|
| ນອກຈາກນັ້ນ ພຣະເຈົ້າບໍ່ເຄີຍກ່າວແກ່ເທວະດາຂອງພຣະອົງຕົນໃດວ່າ, “ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາປາບເຫຼົ່າສັດຕູຂອງທ່ານ ໃຫ້ຂາບລົງຢູ່ໃຕ້ພື້ນຕີນຂອງທ່ານ.” |
|
| 14 |
|
| ຝູງເທວະດາທັງປວງນັ້ນ ແມ່ນວິນຍານຮັບໃຊ້ ທີ່ພຣະເຈົ້າຊົງໃຊ້ມາບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມລອດພົ້ນເປັນມໍຣະດົກບໍ່ແມ່ນບໍ? |
|
|
|
|