|
| 1 |
|
| ໃນອະດີດພຣະເຈົ້າໄດ້ກ່າວກັບບັນພະບຸລຸດຂອງພວກເຮົາຜ່ານທາງຜູ້ທຳນວາຍຫລາຍເທື່ອ ແລະ ໂດຍວິທີການຕ່າງໆ, |
|
| 2 |
|
| ແຕ່ໃນຍຸກສຸດທ້າຍນີ້ພຣະອົງໄດ້ກ່າວກັບພວກເຮົາທັງຫລາຍໂດຍພຣະບຸດຂອງພຣະອົງ, ຜູ້ທີ່ພຣະອົງໄດ້ແຕ່ງຕັ້ງໃຫ້ເປັນຜູ້ຮັບມໍລະດົກທຸກສິ່ງ ແລະ ໄດ້ສ້າງຈັກກະວານໂດຍພຣະບຸດນີ້. |
|
| 3 |
|
| ພຣະບຸດເປັນແສງສະທ້ອນແຫ່ງສະຫງ່າລາສີຂອງພຣະເຈົ້າ ແລະ ເປັນເໝືອນພຣະເຈົ້າທຸກປະການ ແລະ ໄດ້ຄ້ຳຊູສັບພະສິ່ງໄວ້ດ້ວຍຖ້ອຍຄຳທີ່ມີລິດອຳນາດຂອງພຣະອົງ. ຫລັງຈາກທີ່ພຣະອົງໄດ້ຊຳລະບາບແລ້ວ, ພຣະອົງຈຶ່ງໄດ້ນັ່ງລົງທີ່ເບື້ອງຂວາມືຂອງອົງຜູ້ມີບາລະມີໃນສະຫວັນ |
|
| 4 |
|
| ດັ່ງນັ້ນ ພຣະອົງຈຶ່ງຍິ່ງໃຫຍ່ເໜືອບັນດາເທວະດາ ເພາະນາມທີ່ພຣະອົງໄດ້ຮັບນັ້ນສູງສົ່ງກວ່ານາມຂອງບັນດາເທວະດາ. |
|
| 5 |
|
| ເພາະພຣະເຈົ້າເຄີຍກ່າວກັບເທວະດາຕົນໃດວ່າ, “ທ່ານເປັນບຸດຂອງເຮົາ, ວັນນີ້ ເຮົາໄດ້ກາຍເປັນບິດາ ຂອງທ່ານ”? ຫລື ອີກຄັ້ງໜຶ່ງ, “ເຮົາຈະເປັນບິດາ ຂອງລາວ, ແລະ ລາວຈະເປັນບຸດຂອງເຮົາ”? |
|
| 6 |
|
| ແລະ ອີກຄັ້ງໜຶ່ງ, ເມື່ອພຣະເຈົ້ານຳບຸດກົກຂອງພຣະອົງເຂົ້າມາໃນໂລກ ພຣະອົງກ່າວວ່າ, “ໃຫ້ບັນດາເທວະດາຂອງພຣະເຈົ້າທຸກຕົນນະມັດສະການພຣະອົງ”. |
|
| 7 |
|
| ພຣະອົງກ່າວເຖິງບັນດາເທວະດານັ້ນວ່າ, “ພຣະອົງເຮັດໃຫ້ເທວະດາຂອງພຣະອົງເປັນວິນຍານ, ແລະ ໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນແປວໄຟ”. |
|
| 8 |
|
| ແຕ່ສ່ວນພຣະບຸດນັ້ນພຣະອົງກ່າວວ່າ, “ຂ້າແດ່ພຣະເຈົ້າ, ບັນລັງຂອງພຣະອົງຈະຕັ້ງໝັ້ນຄົງຕະຫລອດໄປເປັນນິດ, ພຣະອົງຈະປົກຄອງອານາຈັກຂອງພຣະອົງດ້ວຍກະບອງແຫ່ງຄວາມຊອບທຳ. |
|
| 9 |
|
| ພຣະອົງຮັກຄວາມຊອບທຳ ແລະ ກຽດຊັງຄວາມຊົ່ວ, ເຫດສະນັ້ນ ພຣະເຈົ້າຜູ້ເປັນພຣະເຈົ້າຂອງພຣະອົງ ຈຶ່ງໄດ້ຕັ້ງພຣະອົງໄວ້ເໜືອສະຫາຍທັງປວງຂອງພຣະອົງ ດ້ວຍການເຈີມພຣະອົງດ້ວຍນ້ຳມັນແຫ່ງຄວາມຊື່ນຊົມຍິນດີ”. |
|
| 10 |
|
| ແລະ ພຣະອົງກ່າວອີກວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ໃນປະຖົມມະການພຣະອົງວາງຮາກຂອງແຜ່ນດິນໂລກ, ແລະ ຟ້າສະຫວັນດ້ວຍມືຂອງພຣະອົງ |
|
| 11 |
|
| ສິ່ງເຫລົ່ານັ້ນຈະສູນຫາຍໄປ ແຕ່ພຣະອົງດຳລົງຢູ່, ສິ່ງເຫລົ່ານັ້ນທັງໝົດຈະເກົ່າໄປເໝືອນດັ່ງເຄື່ອງນຸ່ງຫົ່ມ. |
|
| 12 |
|
| ພຣະອົງຈະມ້ວນສິ່ງເຫລົ່ານັ້ນໄວ້ເໝືອນດັ່ງເສື້ອຄຸມ, ສິ່ງເຫລົ່ານັ້ນຈະຖືກປ່ຽນໄປເໝືອນດັ່ງເສື້ອຜ້າ. ແຕ່ພຣະອົງຍັງເໝືອນເດີມ, ແລະ ປີທັງຫລາຍຂອງພຣະອົງກໍຈະບໍ່ສິ້ນສຸດຈັກເທື່ອ” |
|
| 13 |
|
| ມີເທວະດາຕົນໃດແດ່ທີ່ພຣະເຈົ້າເຄີຍກ່າວວ່າ, “ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະເຮັດໃຫ້ສັດຕູຂອງທ່ານ ເປັນບ່ອນຮອງຕີນຂອງທ່ານ”? |
|
| 14 |
|
| ເທວະດາທັງປວງນັ້ນຄືວິນຍານຮັບໃຊ້ທີ່ພຣະເຈົ້າໃຊ້ໄປບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມພົ້ນເປັນມໍລະດົກບໍ່ແມ່ນບໍ? |
|
|
|
|