|
| 1 |
|
| ອັນໜຶ່ງຄວາມເຊື່ອຄືຄວາມແນ່ນອນໃຈ ໃນສິ່ງທີ່ເຮົາຫວັງໄວ້ ເປັນຄວາມຕາຍໃຈ ເຖິງສິ່ງທີ່ຍັງບໍ່ເຫັນກັບຕາ. |
|
| 2 |
|
| ເພາະໂດຍຄວາມເຊື່ອແບບນີ້ເອງ ທີ່ຄົນໃນສະໄໝບູຮານໄດ້ຮັບຄຳເຫັນຊອບຈາກພຣະເຈົ້າ. |
|
| 3 |
|
| ແມ່ນໂດຍຄວາມເຊື່ອແບບນີ້ ພວກເຮົາຈຶ່ງເຂົ້າໃຈວ່າໂລກຈັກກະວານນີ້ໄດ້ຖືກສ້າງຂຶ້ນໂດຍພຣະທຳຂອງພຣະເຈົ້າ. ດັ່ງນັ້ນ ສິ່ງທີ່ຕາເຫັນຢູ່ກໍເປັນມາຈາກສິ່ງທີ່ບໍ່ປາກົດໃຫ້ເຫັນ. |
|
| 4 |
|
| ເພາະອາເບັນມີຄວາມເຊື່ອແບບນີ້ ຈຶ່ງໄດ້ນຳເອົາເຄື່ອງບູຊາອັນຖືກຕ້ອງກວ່າເຄື່ອງບູຊາຂອງກາອິນ ມາຖວາຍແດ່ພຣະເຈົ້າ ຊຶ່ງເຮັດໃຫ້ເພິ່ນໄດ້ຮັບຄຳເຫັນຊອບຈາກພຣະເຈົ້າວ່າ ເປັນຄົນຊອບທຳ ພຣະເຈົ້າກໍໄດ້ຊົງເປັນພະຍານແກ່ເຄື່ອງຖວາຍຂອງເພິ່ນ. ເຖິງແມ່ນວ່າອາເບັນຕາຍແລ້ວກໍຈິງ ແຕ່ເພາະມີຄວາມເຊື່ອເພິ່ນຈຶ່ງຍັງເວົ້າຢູ່. |
|
| 5 |
|
| ເພາະເອນົກມີຄວາມເຊື່ອແບບນີ້ ພຣະເຈົ້າຈຶ່ງຊົງຮັບເພິ່ນຂຶ້ນໄປ ເພື່ອບໍ່ໃຫ້ເພິ່ນພົບກັບຄວາມຕາຍ ແລະບໍ່ມີຜູ້ໃດພົບເຫັນເພິ່ນ ເພາະພຣະເຈົ້າຊົງຮັບເອົາເພິ່ນໄປແລ້ວ. ອັນໜຶ່ງ ກ່ອນທີ່ຊົງຮັບເອົາເພິ່ນຂຶ້ນໄປນັ້ນ ມີຜູ້ເປັນພະຍານວ່າເພິ່ນເປັນທີ່ພໍພຣະໄທພຣະເຈົ້າ. |
|
| 6 |
|
| ແຕ່ຖ້າບໍ່ມີຄວາມເຊື່ອແລ້ວ ຈະເປັນທີ່ພໍພຣະໄທພຣະເຈົ້າບໍ່ໄດ້. ດ້ວຍວ່າ, ຜູ້ທີ່ເຂົ້າມາເຝົ້າພຣະເຈົ້າໄດ້ນັ້ນ ຕ້ອງເຊື່ອວ່າພຣະອົງຊົງພຣະຊົນຢູ່ ແລະພຣະອົງຊົງເປັນຜູ້ປະທານລາງວັນ ໃຫ້ແກ່ຜູ້ທີ່ສະແຫວງຫາພຣະອົງ. |
|
| 7 |
|
| ເພາະໂນອາມີຄວາມເຊື່ອແບບນີ້ ພຣະເຈົ້າຈຶ່ງຊົງຕັກເຕືອນໃຫ້ຮູ້ເຖິງເຫດການທີ່ຍັງບໍ່ປາກົດ ເພິ່ນຈຶ່ງຢຳເກງແລະສ້າງເຮືອ ເພື່ອໃຫ້ຄອບຄົວຂອງຕົນພົ້ນຈາກຄວາມຕາຍ ດ້ວຍເຫດນີ້ ເພິ່ນຈຶ່ງຕັດສິນລົງໂທດໃສ່ມະນຸດສະໂລກ ແລະໄດ້ກາຍເປັນຜູ້ຮັບມໍຣະດົກ ຄືຄວາມຊອບທຳ ຊຶ່ງເກີດມາຈາກຄວາມເຊື່ອ. |
|
| 8 |
|
| ເພາະອັບຣາຮາມມີຄວາມເຊື່ອແບບນີ້ ເມື່ອພຣະເຈົ້າຊົງເອີ້ນໃຫ້ເພິ່ນອອກເດີນທາງໄປສູ່ດິນແດນທີ່ພຣະອົງໄດ້ຊົງສັນຍາໄວ້ວ່າ ຈະມອບໃຫ້ເພິ່ນ ເພິ່ນໄດ້ເຊື່ອຟັງ ແລະອອກຈາກບ້ານເກີດເມືອງນອນຂອງຕົນໄປ ໂດຍບໍ່ຮູ້ເລີຍວ່າຕົນຈະໄປໃສ. |
|
| 9 |
|
| ເພາະຄວາມເຊື່ອແບບນີ້ ເພິ່ນໄດ້ອາໄສຢູ່ໃນດິນແດນ ທີ່ພຣະເຈົ້າໄດ້ຊົງສັນຍາໄວ້ແກ່ຕົນນັ້ນ ເໝືອນດັ່ງຄົນຕ່າງດ້າວ ເພິ່ນໄດ້ອາໄສຢູ່ໃນຜ້າເຕັນດ້ວຍກັນກັບອີຊາກແລະຢາໂຄບ ຜູ້ທີ່ໄດ້ຮັບພຣະສັນຍາເປັນມໍຣະດົກອັນດຽວກັນ. |
|
| 10 |
|
| ເພິ່ນໄດ້ລໍຄອຍນະຄອນທີ່ຕັ້ງຢູ່ເທິງຮາກຖານ ຊຶ່ງພຣະເຈົ້າຊົງເປັນນາຍຊ່າງ ແລະຊົງເປັນຜູ້ສ້າງຂຶ້ນ. |
|
| 11 |
|
| ເພາະເພິ່ນມີຄວາມເຊື່ອແບບນີ້ ເພິ່ນຈຶ່ງມີກຳລັງໃຫ້ບັງເກີດເຊື້ອສາຍ ເມື່ອອາຍຸແກ່ເກີນແລ້ວ ແລະນາງຊາຣາກໍເປັນໝັນ ແຕ່ອັບຣາຮາມກໍຖືວ່າ ພຣະອົງຜູ້ຊົງສັນຍານັ້ນເປັນຜູ້ສັດຊື່. |
|
| 12 |
|
| ເຫດສະນັ້ນ ຈາກຊາຍຄົນດຽວ ຊຶ່ງເກືອບຈະກ່າວໄດ້ວ່າ ເໝືອນຄົນທີ່ຕາຍແລ້ວນັ້ນ ກໍມີຜູ້ສືບເຊື້ອສາຍເກີດມາຢ່າງຫລວງຫລາຍ ເໝືອນດວງດາວໃນທ້ອງຟ້າ ແລະເໝືອນເມັດຊາຍທີ່ນັບບໍ່ຖ້ວນຢູ່ແຄມທະເລ. |
|
| 13 |
|
| ສ່ວນຄົນເຫຼົ່ານັ້ນ ໄດ້ຕາຍໄປໃນຂະນະທີ່ມີຄວາມເຊື່ອ ໂດຍບໍ່ໄດ້ຮັບສິ່ງທີ່ຊົງສັນຍາໄວ້ ແຕ່ພວກເພິ່ນກໍໄດ້ເຫັນແລະຕ້ອນຮັບໄວ້ຕັ້ງແຕ່ໄກ ແລະຍອມຮັບວ່າພວກເພິ່ນເປັນພຽງແຕ່ແຂກເມືອງທີ່ທ່ອງທ່ຽວໄປມາໃນໂລກ. |
|
| 14 |
|
| ຄົນທີ່ກ່າວຢ່າງນີ້ ກໍສະແດງໃຫ້ເຫັນຄັກແລ້ວວ່າ ພວກເພິ່ນກຳລັງສະແຫວງຫາບ້ານເມືອງຂອງຕົນ. |
|
| 15 |
|
| ພວກເພິ່ນບໍ່ໄດ້ຄິດເຖິງບ້ານເມືອງທີ່ພວກເພິ່ນຈາກມາ ຖ້າພວກເພິ່ນຍັງຄິດເຖິງຢູ່ ພວກເພິ່ນກໍຄົງມີໂອກາດກັບຄືນເມືອໄດ້. |
|
| 16 |
|
| ແຕ່ພວກເພິ່ນປາຖະໜາຫາເມືອງທີ່ດີກວ່ານັ້ນ ຄືເມືອງສະຫວັນ. ດັ່ງນັ້ນ ພຣະເຈົ້າຈຶ່ງຊົງບໍ່ລະອາຍ ເມື່ອພວກເພິ່ນເອີ້ນພຣະອົງວ່າ ເປັນພຣະເຈົ້າຂອງພວກເພິ່ນ ເພາະພຣະອົງໄດ້ຊົງຈັດຕຽມນະຄອນໜຶ່ງໄວ້ສຳລັບພວກເພິ່ນແລ້ວ. |
|
| 17 |
|
| ເພາະອັບຣາຮາມມີຄວາມເຊື່ອແບບນີ້ ເມື່ອເພິ່ນຖືກທົດລອງໃຈ ຈຶ່ງໄດ້ຖວາຍອີຊາກເປັນເຄື່ອງບູຊາ. ເຖິງວ່າ ອັບຣາຮາມໄດ້ຮັບອີຊາກເປັນລູກແຫ່ງພຣະສັນຍາກໍຕາມ ແຕ່ເພິ່ນກໍພ້ອມທີ່ຈະຖວາຍລູກຊາຍຄົນດຽວຂອງເພິ່ນ. |
|
| 18 |
|
| ຄືລູກທີ່ມີພຣະສັນຍາກ່າວເຖິງວ່າ, “ເຊື້ອສາຍຂອງເຈົ້າຈະສືບຕໍ່ໄປທາງອີຊາກ.” |
|
| 19 |
|
| ອັບຣາຮາມເຊື່ອແນ່ວ່າພຣະເຈົ້າຊົງຣິດ ສາມາດບັນດານໃຫ້ອີຊາກເປັນຄືນມາຈາກຕາຍໄດ້ ແລະອັບຣາຮາມກໍໄດ້ຮັບອີຊາກນັ້ນ ປຽບເໝືອນເປັນຄືນມາຈາກຕາຍແທ້. |
|
| 20 |
|
| ເພາະອີຊາກມີຄວາມເຊື່ອແບບນີ້ ຈຶ່ງໄດ້ອວຍພອນຢາໂຄບ ແລະ ເອຊາວ ກ່ຽວກັບເຫດການທີ່ຈະເກີດຂຶ້ນໃນພາຍໜ້າ. |
|
| 21 |
|
| ເພາະຢາໂຄບມີຄວາມເຊື່ອແບບນີ້ ຈຶ່ງໄດ້ອວຍພອນລູກຊາຍຂອງໂຢເຊັບ ແຕ່ລະຄົນກ່ອນເພິ່ນຈະຕາຍ ເພິ່ນໝູບລົງເໜືອຍອດໄມ້ເທົ້າຂອງຕົນ ແລະນະມັດສະການພຣະເຈົ້າ. |
|
| 22 |
|
| ເພາະໂຢເຊັບມີຄວາມເຊື່ອ ເມື່ອໃກ້ຈະສິ້ນໃຈຕາຍ ຈຶ່ງໄດ້ກ່າວເຖິງການອອກໄປຈາກປະເທດເອຢິບຂອງພວກອິດສະຣາເອນ ແລະໄດ້ສັ່ງພວກເພິ່ນວ່າຄວນເຮັດຢ່າງໃດກ່ຽວກັບກະດູກຂອງຕົນ. |
|
| 23 |
|
| ເພາະພໍ່ແມ່ຂອງໂມເຊມີຄວາມເຊື່ອແບບນີ້ ຈຶ່ງໄດ້ເຊື່ອງໂມເຊໄວ້ເປັນເວລາສາມເດືອນ ເພາະເຫັນວ່າໂມເຊມີຮູບຮ່າງງາມ ແລະພວກເພິ່ນກໍບໍ່ຢ້ານກົວທີ່ຈະຝ່າຝືນຄຳສັ່ງຂອງກະສັດ. |
|
| 24 |
|
| ເພາະໂມເຊມີຄວາມເຊື່ອແບບນີ້ ເມື່ອໃຫຍ່ມາແລ້ວ ເພິ່ນບໍ່ຍອມໃຫ້ຜູ້ໃດເອີ້ນຕົນວ່າ ເປັນບຸດຂອງລູກສາວຂອງກະສັດຟາໂຣ. |
|
| 25 |
|
| ເພິ່ນເລືອກເອົາການຢູ່ຮ່ວມທຸກລຳບາກ ກັບພົນລະເມືອງຂອງພຣະເຈົ້າ ແທນຄວາມເພີດເພີນຊົ່ວຄາວໃນຄວາມບາບ. |
|
| 26 |
|
| ເພິ່ນຖືວ່າ ຄວາມທົນທຸກ ແລະທົນອັບອາຍເພື່ອພຣະຄຣິດນັ້ນ ກໍມີຄ່າກວ່າຊັບສົມບັດທັງໝົດຂອງປະເທດເອຢິບ. ດ້ວຍວ່າ, ເພິ່ນເລັງເຫັນລາງວັນທີ່ເພິ່ນຈະໄດ້ຮັບນັ້ນ. |
|
| 27 |
|
| ເພາະເພິ່ນມີຄວາມເຊື່ອແບບນີ້ ເພິ່ນຈຶ່ງໄດ້ອອກຈາກປະເທດເອຢິບໄປ ໂດຍບໍ່ຢ້ານກົວຕໍ່ຄວາມໂກດຮ້າຍຂອງກະສັດ. ດ້ວຍວ່າ, ເພິ່ນໄດ້ໝັ້ນໃຈເໝືອນກັບວ່າ ຕົນໄດ້ເຫັນພຣະເຈົ້າທີ່ຕາເຫັນບໍ່ໄດ້. |
|
| 28 |
|
| ເພາະເພິ່ນມີຄວາມເຊື່ອແບບນີ້ ເພິ່ນຈຶ່ງໄດ້ຖືເທດສະການປັດສະຄາ ແລະພິທີຊິດເລືອດ ເພື່ອວ່າທູດແຫ່ງຄວາມຕາຍຈະບໍ່ປະຫານຊີວິດ ບັນດາລູກກົກຂອງຊາວອິດສະຣາເອນ. |
|
| 29 |
|
| ເພາະຊາວອິດສະຣາເອນມີຄວາມເຊື່ອແບບນີ້ ພວກເພິ່ນຈຶ່ງຍ່າງຂ້າມທະເລແດງເໝືອນກັບວ່າ ຍ່າງເທິງດິນແຫ້ງ, ແຕ່ເມື່ອຊາວເອຢິບລອງຂ້າມເບິ່ງ ນໍ້າກໍຖ້ວມພວກເຂົາ ແລະຈົມນໍ້າຕາຍໝົດ. |
|
| 30 |
|
| ເພາະມີຄວາມເຊື່ອແບບນີ້ ເມື່ອພວກອິດສະຣາເອນໄດ້ວຽນລ້ອມເມືອງເຢຣີໂກເຖິງເຈັດວັນ ແລ້ວກຳແພງເມືອງນັ້ນຈຶ່ງເພພັງລົງ. |
|
| 31 |
|
| ເພາະມີຄວາມເຊື່ອແບບນີ້ ຣາຮາບຍິງໂສເພນີ ຈຶ່ງບໍ່ຈິບຫາຍໄປພ້ອມກັບຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງ ເພາະນາງໄດ້ຕ້ອນຮັບພວກນັກສືບສອດແນມເປັນຢ່າງດີ. |
|
| 32 |
|
| ແລະເຮົາຈະກ່າວສິ່ງໃດຕໍ່ໄປອີກແດ່? ເພາະບໍ່ມີເວລາພໍທີ່ຈະກ່າວເຖິງກີເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະບັນດາຜູ້ທຳນວາຍທັງຫລາຍ. |
|
| 33 |
|
| ເພາະຄົນເຫຼົ່ານີ້ມີຄວາມເຊື່ອ ພວກເພິ່ນຈຶ່ງໄດ້ໄຊຊະນະທົ່ວທັງດິນແດນ ພວກເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງ ແລະໄດ້ຮັບຕາມທີ່ພຣະເຈົ້າໄດ້ຊົງສັນຍາໄວ້, ໄດ້ງັບປາກສິງ, |
|
| 34 |
|
| ໄດ້ມອດໄຟອັນຮ້ອນກ້າ, ໄດ້ພົ້ນຈາກຄົມດາບຂອງຄູ່ຕໍ່ສູ້. ເຖິງແມ່ນວ່າພວກເພິ່ນອ່ອນແອ, ແຕ່ພວກເພິ່ນກໍກັບກາຍເປັນຄົນເຂັ້ມແຂງ, ມີກຳລັງຄວາມສາມາດອົງອາດກ້າຫານ ແລະໄດ້ຕີບັນດາກອງທັບຂອງຊາວຕ່າງປະເທດໃຫ້ແຕກໜີໄປ. |
|
| 35 |
|
| ພວກແມ່ຍິງກໍໄດ້ຮັບຄົນທີ່ຕາຍແລ້ວຂອງພວກເພິ່ນ ຊຶ່ງຖືກຊົງບັນດານໃຫ້ເປັນຄືນມາມີຊີວິດອີກ. ບາງຄົນກໍໄດ້ຖືກທໍລະມານ ແຕ່ກໍບໍ່ຍອມຮັບການປົດປ່ອຍ ເພື່ອພວກເພິ່ນຈະໄດ້ຮັບການຄືນມາອັນປະເສີດກວ່າ. |
|
| 36 |
|
| ບາງຄົນອີກ ຖືກຫຍໍ້ຫຍັນແລະຖືກຂ້ຽນຕີ ຄົນອື່ນອີກ ຖືກລ່າມໂສ້ແລະຖືກຄຸມຂັງໃນຄຸກ. |
|
| 37 |
|
| ບາງຄົນຖືກແກວ່ງຫີນໃສ່, ຖືກເລື່ອຍເປັນທ່ອນ, ຖືກຂ້າດ້ວຍຄົມດາບ, ໄດ້ຫົ່ມໜັງແກະແລະໜັງແບ້ທຽວໄປມາ, ລຳບາກຍາກຈົນ, ຖືກຂົ່ມເຫັງ ແລະທົນທຸກເວດທະນາຫລາຍປະການ. |
|
| 38 |
|
| ແຜ່ນດິນໂລກນີ້ກໍບໍ່ສົມກັບຄົນເຫຼົ່ານັ້ນ ພວກເພິ່ນໄດ້ທຽວໄປມາໃນປ່າແລະຕາມພູ ຊ່ອນຕົວໃນຖໍ້າແລະໃນຂຸມ. |
|
| 39 |
|
| ຍ້ອນຄວາມເຊື່ອຂອງຄົນເຫຼົ່ານີ້ ຈຶ່ງເປັນທີ່ພໍພຣະໄທພຣະເຈົ້າ ແຕ່ພວກເພິ່ນກໍຍັງບໍ່ໄດ້ຮັບຕາມທີ່ໄດ້ຊົງສັນຍາໄວ້ແລ້ວນັ້ນ, |
|
| 40 |
|
| ເພາະພຣະເຈົ້າໄດ້ຈັດແຈງສິ່ງທີ່ປະເສີດກວ່າສຳລັບພວກເຮົາ ເພື່ອວ່ານອກຈາກພວກເຮົາ ພວກເພິ່ນຈະບໍ່ເຖິງທີ່ສຳເລັດໄດ້. |
|
|
|
|