|
| 1 |
|
| ຈົ່ງສືບຕໍ່ຮັກເຊິ່ງກັນແລະກັນເໝືອນດັ່ງພີ່ນ້ອງ. |
|
| 2 |
|
| ຢ່າລືມທີ່ຈະຕ້ອນຮັບຄົນແປກໜ້າ, ເພາະໂດຍການເຮັດຢ່າງນັ້ນບາງຄົນໄດ້ຕ້ອນຮັບເທວະດາຢ່າງບໍ່ຮູ້ໂຕ. |
|
| 3 |
|
| ຈົ່ງສືບຕໍ່ລະນຶກເຖິງບັນດາຜູ້ທີ່ຖືກຂັງຄຸກຢູ່ເໝືອນກັບວ່າພວກເຈົ້າໄດ້ຖືກຂັງຄຸກຮ່ວມກັນກັບພວກເຂົາດ້ວຍ ແລະ ຈົ່ງລະນຶກເຖິງບັນດາຄົນທີ່ຖືກຂົ່ມເຫັງເໝືອນກັບວ່າພວກເຈົ້າເອງກຳລັງທຸກທໍລະມານຢູ່. |
|
| 4 |
|
| ຈົ່ງໃຫ້ການແຕ່ງງານເປັນທີ່ນັບຖືສຳລັບທຸກຄົນ ແລະ ຮັກສາຕຽງນອນສົມລົດໃຫ້ບໍລິສຸດ, ເພາະພຣະເຈົ້າຈະພິພາກສາລົງໂທດແກ່ຄົນຫລິ້ນຊູ້ ແລະ ທຸກຄົນທີ່ເຮັດຜິດສິນທຳທາງເພດ. |
|
| 5 |
|
| ຈົ່ງຮັກສາຊີວິດຂອງພວກເຈົ້າໃຫ້ເວັ້ນຈາກການຮັກເງິນ ແລະ ຈົ່ງພໍໃຈກັບສິ່ງທີ່ຕົນມີຢູ່, ເພາະວ່າພຣະເຈົ້າໄດ້ກ່າວໄວ້ວ່າ, “ເຮົາຈະບໍ່ໄປຈາກເຈົ້າ, ເຮົາຈະບໍ່ປະຖິ້ມເຈົ້າຈັກເທື່ອ”. |
|
| 6 |
|
| ດັ່ງນັ້ນ ພວກເຮົາຈຶ່ງກ່າວໄດ້ຢ່າງໝັ້ນໃຈວ່າ, “ອົງພຣະຜູ້ເປັນເຈົ້າເປັນຜູ້ຊ່ວຍເຫລືອຂອງຂ້ານ້ອຍ, ຂ້ານ້ອຍຈະບໍ່ຢ້ານກົວ. ມະນຸດຈະເຮັດຫຍັງໃຫ້ຂ້ານ້ອຍໄດ້?” |
|
| 7 |
|
| ຈົ່ງລະນຶກເຖິງບັນດາຜູ້ນຳຂອງພວກເຈົ້າ ຜູ້ທີ່ໄດ້ກ່າວພຣະຄຳຂອງພຣະເຈົ້າແກ່ພວກເຈົ້າ. ຈົ່ງພິຈາລະນາເບິ່ງຜົນຂອງວິຖີຊີວິດຂອງພວກເພິ່ນເຫລົ່ານັ້ນແລ້ວປະຕິບັດຕາມແບບຢ່າງຄວາມເຊື່ອຂອງພວກເພິ່ນ. |
|
| 8 |
|
| ພຣະເຢຊູຄຣິດເຈົ້າເປັນຢູ່ທັງໃນເວລາວານນີ້, ວັນນີ້ ແລະ ຕະຫລອດໄປ. |
|
| 9 |
|
| ຢ່າຫລົງໄປກັບບັນດາຄຳສອນແປກໆທຸກຊະນິດ. ເປັນການດີທີ່ຈະໃຫ້ຫົວໃຈຂອງພວກເຮົາເຂັ້ມແຂງຂຶ້ນດ້ວຍພຣະຄຸນ, ບໍ່ແມ່ນດ້ວຍການຮັບປະທານອາຫານຕາມພິທີການ ເຊິ່ງບໍ່ມີປະໂຫຍດຫຍັງແກ່ບັນດາຜູ້ທີ່ຮັບປະທານ. |
|
| 10 |
|
| ພວກເຮົາມີແທ່ນບູຊາທີ່ບັນດາຜູ້ປະຕິບັດໜ້າທີ່ໃນຫໍເຕັນຈະບໍ່ມີສິດຮັບປະທານອາຫານຈາກແທ່ນບູຊານັ້ນ. |
|
| 11 |
|
| ມະຫາປະໂລຫິດນຳເລືອດຂອງສັດຕ່າງໆເຂົ້າໄປໃນສະຖານທີ່ສັກສິດທີ່ສຸດເພື່ອເປັນເຄື່ອງບູຊາໄຖ່ບາບ, ແຕ່ຮ່າງກາຍຂອງສັດເຫລົ່ານັ້ນໄດ້ຖືກນຳໄປເຜົາຢູ່ນອກຄ້າຍ. |
|
| 12 |
|
| ແລະ ພຣະເຢຊູຄຣິດເຈົ້າກໍເໝືອນກັນ ພຣະອົງທົນທຸກຢູ່ນອກປະຕູເມືອງເພື່ອຊຳລະຄົນຂອງພຣະເຈົ້າໃຫ້ບໍລິສຸດດ້ວຍເລືອດຂອງພຣະອົງເອງ. |
|
| 13 |
|
| ດັ່ງນັ້ນ ໃຫ້ພວກເຮົາທັງຫລາຍອອກໄປຫາພຣະອົງທີ່ນອກຄ້າຍ, ແບກຮັບຄວາມອັບອາຍທີ່ພຣະອົງໄດ້ແບກໄວ້ນັ້ນ. |
|
| 14 |
|
| ເພາະຢູ່ທີ່ນີ້ພວກເຮົາບໍ່ມີບ້ານເມືອງອັນຖາວອນ, ແຕ່ພວກເຮົາກຳລັງສະແຫວງຫາບ້ານເມືອງທີ່ຈະມາເຖິງ. |
|
| 15 |
|
| ເຫດສະນັ້ນ ໃຫ້ພວກເຮົາຖວາຍການສັນລະເສີນເປັນເຄື່ອງບູຊາແກ່ພຣະເຈົ້າຜ່ານທາງພຣະເຢຊູຄຣິດເຈົ້າຕະຫລອດໄປ ຄືຖວາຍຜົນແຫ່ງຮີມສົບທີ່ກ່າວຍອມຮັບນາມຂອງພຣະອົງ. |
|
| 16 |
|
| ຢ່າລືມທີ່ຈະເຮັດຄວາມດີ ແລະ ແບ່ງປັນໃຫ້ແກ່ຜູ້ອື່ນ, ເພາະພຣະເຈົ້າພໍໃຈເຄື່ອງບູຊາຢ່າງນີ້. |
|
| 17 |
|
| ຈົ່ງເຊື່ອຟັງ ແລະ ຍອມຢູ່ໃຕ້ອຳນາດຂອງຜູ້ນຳຂອງພວກເຈົ້າ, ເພາະພວກເພິ່ນເຝົ້າເບິ່ງແຍງພວກເຈົ້າໃນຖານະຜູ້ທີ່ຈະຕ້ອງລາຍງານ. ຈົ່ງເຮັດຢ່າງນີ້ ເພື່ອວ່າພວກເພິ່ນຈະເຮັດໜ້າທີ່ຂອງຕົນດ້ວຍຄວາມຍິນດີ, ບໍ່ແມ່ນຈໍາໃຈ ເພາະຈະເປັນປະໂຫຍດແກ່ພວກເຈົ້າ. |
|
| 18 |
|
| ຈົ່ງອະທິຖານເພື່ອພວກເຮົາ. ພວກເຮົາແນ່ໃຈວ່າພວກເຮົາມີຈິດສຳນຶກອັນໃສສະອາດ ແລະ ປາຖະໜາທີ່ຈະດຳເນີນຊີວິດຢ່າງມີກຽດໃນທຸກດ້ານ. |
|
| 19 |
|
| ເຮົາຂໍຮ້ອງພວກເຈົ້າເປັນພິເສດໃຫ້ອະທິຖານຂໍໃຫ້ເຮົາໄດ້ກັບມາຫາພວກເຈົ້າໃນໄວໆນີ້. |
|
| 20 |
|
| ຂໍໃຫ້ພຣະເຈົ້າແຫ່ງສັນຕິສຸກ, ຜູ້ທີ່ຜ່ານໂລຫິດແຫ່ງພັນທະສັນຍານິລັນດອນໄດ້ນໍາເອົາພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາເປັນຄືນມາຈາກຕາຍ, ຜູ້ເປັນພຣະຜູ້ລ້ຽງອົງຍິ່ງໃຫຍ່ຂອງຝູງແກະນັ້ນ. |
|
| 21 |
|
| ໃຫ້ພວກເຈົ້າທັງຫລາຍມີທຸກສິ່ງທີ່ດີເພື່ອຈະເຮັດຕາມຄວາມປະສົງຂອງພຣະອົງ ແລະ ຂໍພຣະອົງທຳງານໃນພວກເຮົາທັງຫລາຍຕາມທີ່ພຣະອົງພໍໃຈ ໂດຍທາງພຣະເຢຊູຄຣິດເຈົ້າ, ຂໍໃຫ້ກຽດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ. |
|
| 22 |
|
| ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃຫ້ອົດທົນຟັງຄຳເຕືອນສະຕິຂອງເຮົາ ເພາະເຮົາໄດ້ຂຽນເຖິງພວກເຈົ້າພຽງແຕ່ສັ້ນໆ. |
|
| 23 |
|
| ເຮົາຂໍໃຫ້ພວກເຈົ້າຮູ້ວ່າຕີໂມທຽວພີ່ນ້ອງຂອງພວກເຮົາໄດ້ຮັບການປ່ອຍໂຕແລ້ວ. ຖ້າລາວມາຮອດໄວ, ເຮົາຈະມາຫາພວກເຈົ້າພ້ອມກັບລາວ. |
|
| 24 |
|
| ເຮົາຂໍຝາກຄວາມຄິດເຖິງມາຍັງບັນດາຜູ້ນຳຂອງພວກເຈົ້າ ແລະ ຄົນຂອງພຣະເຈົ້າ. ບັນດາພີ່ນ້ອງທີ່ມາຈາກອີຕາລີກໍຝາກຄວາມຄິດເຖິງມາຍັງພວກເຈົ້າທັງຫລາຍ. |
|
| 25 |
|
| ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ. |
|
|
|
|